ສັນຍານທີ່ຫນ້າປິຕິຊົມຊື່ນ ໃນການຟື້ນຟູການທ່ອງທ່ຽວ ຢູ່ ອຽນບາຍ

(VOVWORLD) -ໃນເດືອນ ເມສາ, ພິເສດ ພາຍຫລັງວັນພັກການ 30 ເມສາ, ວັນທີ 1 ພຶດສະພາ, ຢູ່ ເຂດທ່ອງທ່ຽວ, ເຂດພັກຜ່ອນບຳລຸງສຸຂະພາບ ຈຳນວນຫນຶ່ງ ຢູ່ ແຂວງອຽນບາຍ ມີແຂກມາຈ່ອງຫ້ອງພັກເຕັມໝົດ, ສະຖານທີ່ລະຫລິ້ນບັນເທງ ແລະ ທັດສະນີຍະພາບຢູ່ ບໍລິເວນໃນທົ່ວແຂວງ ຍາມໃດກໍ່ມີແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນມາທ່ຽວເປັນຈຳນວນຫລວງຫລາຍ. ຜ່ານນັ້ນ  ເປັນການສະແດງໃຫ້ເຫັນ ການຟື້ນຟູຂອງການທ່ອງທ່ຽວຢູ່ເຂດພູດອຍ ພາຍຫລັງຖືກປິດມາດົນຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ 19.

ສັນຍານທີ່ຫນ້າປິຕິຊົມຊື່ນ ໃນການຟື້ນຟູການທ່ອງທ່ຽວ ຢູ່ ອຽນບາຍ - ảnh 1ນາຂັ້ນໄດຢູ່ ອຽນບາຍ (ພາບ: toquoc.vn)

ເຖິງວ່າ ຍັງບໍ່ທັນແມ່ນເຂດທ່ອງທ່ຽວຈຸດສຸມຂອງທົ່ວປະເທດກໍ່ຕາມ, ແຕ່ວ່າ ປະຈຸບັນ ແຂວງອຽນບາຍ ກໍ່ມີສະຖານທີ່ ດຶງດູດແຂກທ່ອງທ່ຽວຫລາຍແຫ່ງຄື: “ອ່າວ ຮ້າລອງ ເທິງພູ”, ໜອງ ທາກບ່າ,.. ເມື່ອງຫລໍ່, “ແດນສະຫວັນນາຂັ້ນໄດ” ມູ່ກາງຈ໋າຍ… ພິເສດ ດ້ວຍເສັ້ນທາງຄວາມໄວສູງ ໂນ້ຍບ່າຍ - ລາວກາຍ, ຈາກ ຮ່າໂນ້ຍໄປຮອດ ອຽນບາຍ ໃຊ້ເວລາພຽງແຕ່ 2 ຊົ່ວໂມງເທົ່ານັ້ນ, ນັກທ່ອງທ່ຽວ ກໍ່ສາມາດຄົ້ນຫາສະຖານທີ່ຕ່າງໆໄດ້ເລີຍ. ສະນັ້ນ ພາຍຫລັງເປີດປະຕູທ່ອງທ່ຽວຄືນໃຫມ່, ແຂວງອຽນບາຍ ໄດ້ຕ້ອນຮັບນັກທ່ອງທ່ຽວຢູ່ ພາຍໃນ ແລະ ຕ່າງປະເທດມາທ່ຽວເປັນຈຳນວນຫລວງຫລາຍ. ອ້າຍ ໂດ໋ນາມບີ່ງ ມາຈາກຮ່າໂນ້ຍ ໃຫ້ຮູ້ວ່າ:

  “ຂ້າພະເຈົ້າມາຢ້ຽມຢາມ ອຽນບາຍ ເປັນຄັ້ງທຳອິດ, ຂ້າພະເຈົ້າບໍ່ຄິດວ່າ ທິວທັດທຳມະຊາດຢູ່ ອຽນບາຍ ຈະສວຍງາມຂະໜາດນີ້. ຂ້າພະເຈົ້າພ້ອມກັບໝູ່ເພື່ອນຈະຍາດເວລາທ່ຽວຊົມຢູ່ທີ່ນີ້ໃຫ້ໄດ້ດົນທີ່ສຸດ ເພື່ອຄົ້ນຫາສະຖານທີ່ທ່ອງທ່ຽວທັງໝົດຂອງ ແຂວງອຽນບາຍ”

  ອຽນບາຍ ແມ່ນເຂດດິນແດນທຳມະສາດ, ສະຫງົບງຽບ, ບໍ່ມີຫລາຍກິດຈະກຳ, ຊຸມຊົນບໍ່ຫນາແຫນ້ນ ສະນັ້ນ ອຽນບາຍ ຍັງຄົງຮັກສາໄດ້ຄວາມງາມແບບທຳມະຊາດ. ນະທີ່ນີ້ ນັກທ່ອງທ່ຽວ ບໍ່ພຽງແຕ່ໄດ້ຊົມທິວທັດທຳມະຊາດສວຍງາມແບບເປົ່າຫວ່າງ, ພູຜາປ່າດົງໃຫຍ່ໂຕມະໂຫຖານເທົ່ານັ້ນ ຫາກຍັງໄດ້ດຳລົງຊີວິດຢູ່ຮ່ວມກັບຊາວທ້ອງຖິ່ນຜູ້ຮັກແພງແຂກຄົນ ອີກດ້ວຍ.

ພາຍຫລັງເປີດປະຕູທ່ອງທ່ຽວທັງໝົດ, ມີຫລາຍຄົນປາດຖະຫນາຢາກໄປສະຖານທີ່ທ່ອງທ່ຽວຊີວະພາບ, ເຂົ້າຮ່ວມຕົວຈິງ ຫລື ທ່ອງທ່ຽວພະຈົນໄພເພື່ອພັກຜ່ອນຢ່ອນອາລົມ ພາຍຫລັງຖືກຢຸດສະຫງັກມາດົນຍ້ອນໂລກລະບາດໂຄວິດ 19. ແຂວງອຽນບາຍ ມີທ່າແຮງເພື່ອພັດທະນາຮູບແບບທ່ອງທ່ຽວນີ້.

    ຢູ່ ໝູ່ບ້ານທ່ອງທ່ຽວ ອານບີ່ງ ຕາແສງ ເຕີນເຮືອງ ເມືອງ ອຽນບີ່ງ ໃນຊ່ວງນີ້ມີນັກທ່ອງທ່ຽວຫຼາຍຄະນະມາພັກຜ່ອນບຳລຸງສຸຂະພາບ. ຢູ່ທີ່ນີ້ ບັນຍາກາດແມ່ນສະຫງົບງຽບ, ອາກາດປອດໂປ່ງດີ ໄປຄຽງຄູ່ນັ້ນແມ່ນ ທິວທັດສວຍງາມຂອງຫນອງ ທາກບ່າ. ປ້າ ເລືອງທິຮ່ຽນ ພ້ອມກັບຄອບຄົວມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ: ສະມາຊິກທຸກຄົນໃນຄອບຄົວລ້ວນແຕ່ຮູ້ສຶກເພິ່ງພໍໃຈ ເມື່ອໄດ້ມາທ່ຽວຢູ່ໝູ່ບ້ານທ່ອງທ່ຽວແຫ່ງນີ້.

 “ໄລຍະທາງຈາກ ຮ່າໂນ້ຍ ໄປເຖິງ ອຽນບາຍ ກໍ່ບໍ່ໄກປານໃດ. ມາຮອດນີ້ ພວກຂ້າພະເຈົ້າເຫັນວ່າ ອາກາດປອດໂປ່ງ ສະບາຍທີ່ສຸດ. ທິວທັດທຳມະາດ ກວ້າງໃຫຍ່ສວຍງາມ, ນ້ຳຂຽວໃສສະອາດ, ຕົ້ນໄມ້ໃບຫຍ້າຂຽວສົດງົດງາມ, ບ່ອນພັກບ່ອນຢູ່ກໍ່ສະດວກດີ. ຕໍ່ໜ້ານີ້ ຖ້າມີໂອກາດ ພວກຂ້າພະເຈົ້າຈະກັບມາທ່ຽວອີກ”

ນັບແຕ່ໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມ, ຫວຽດນາມ ເປີດປະຕູທ່ອງທ່ຽວ ຄືນໃຫມ່, ບັນດາບໍລິສັດທ່ອງທ່ຽວຢູ່ບໍລິເວນແຂວງ ອຽນບາຍ ໄດ້ຫ້າງຫາກະກຽມດ້ວຍການເປີດ Tour ທ່ອງທ່ຽວໃຫມ່ ແລະ ຕ້ອນຮັບນັກທ່ອງທ່ຽວ. ບໍລິສັດການຄ້າ ແລະ ທ່ອງທ່ຽວ ຮຶງຫວຽດ ຈຳກັດ ໄດ້ເປັນເຈົ້າການໃນການຮ່ວມມືກັບບັນດາຄູ່ຮ່ວມມື ຍູ້ແຮງບັນດາໂຄງການກະຕຸ້ນການທ່ອງທ່ຽວ, ສ້າງ Tour ທ່ອງທ່ຽວເອກະລັກ, ເຊື່ອມຕໍ່ບັນດາສະຖານທີ່ທ່ອງທ່ຽວເດີມ ແລະ ສະຖານທີ່ທ່ອງທ່ຽວຫາກໍ່ນຳເຂົ້າເຄື່ອນໄຫວ, ສ້າງເປັນຜະລິດຕະພັນທ່ອງທ່ຽວທີ່ດູດດື່ມ. ທ່ານ ຫງວຽນຫວຽດຮຶງ, ຜູ້ອຳນວຍການບໍລິສັດ ການຄ້າ ແລະ ທ່ອງທ່ຽວ ຮຶງຫວຽດ ຈຳກັດ ໃຫ້ຮູ້ວ່າ:

“ຈຳນວນແຂກທ່ອງທ່ຽວຈ່ອງບໍລິການຜ່ານບໍລິສັດ ຮຶງຫວຽດ ແມ່ນມີຫລາຍຮູບແບບ, ຈາກ ພາກໃຕ້, ຮ່າໂນ້ຍ ແລະ ບັນດາແຂວງ ໃກ້ຄຽງ.. ບັນດາສະຖານທີ່ທ່ອງທ່ຽວປະຈຸບັນ ພວມດຶງດູດແຂກມາທ່ຽວເປັນຈຳນວນຫລວງຫລາຍ”

ທ່ານ ຮ່ວາງຮຶງບີ່ງ, ຮອງຜູ້ອຳນວຍການບໍລິສັດລົງທຶນ ແລະ ພັດທະນາການຄ້າ ຈຳກັດ, ສາຂາ ອຽນບາຍ ແບ່ງປັນວ່າ: ວິສາຫະກິດ ສືບຕໍ່ຂຸດຄົ້ນຈຸດທີ່ເປັນເອກະລັກສະເພາະ ຈາກດ້ານວັດທະນະທຳທ້ອງຖິ່ນ, ໃນນັ້ນ ມີອາຫານການກິນ ທີ່ປຸງແຕ່ງດ້ວຍວັດຖຸດິບປອດສານພິດ, ການເບິ່ງແຍງດູແລສຸຂະພາບ ພ້ອມທັງມີນະໂຍບາຍກະຕຸ້ນການທ່ອງທ່ຽວຄື ຫລຸດຄ່າເຊົ່າຫ້ອງພັກ ແລະ ການບໍລິການຕ່າງໆ ຈາກ 10-50%, ແຕ່ຄຸນນະພາບບໍລິການບໍ່ປ່ຽນແປງ, ຊ່ວຍໃຫ້ນັກທ່ອງທ່ຽວເມື່ອມານີ້ຮູ້ສຶກພໍໃຈ.

          ດ້ວຍຫົວຂໍ້ ປີ 2022  “ ອຽນບາຍ ສະຖານທີ່ທ່ອງທ່ຽວປອດໄພ, ດູດດື່ມ ແລະ ປະທັບໃຈ”, ພະແນກ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງອຽນບາຍ ໄດ້ຊີ້ນຳ ແລະ ແນະນຳໃຫ້ເປີດປະຕູສະຖານທີ່ທ່ອງທ່ຽວຢ່າງປອດໄພ ແລະ ຜັນຂະຫຍາຍນະໂຍບາຍກະຕຸ້ນການທ່ອງທ່ຽວ. ບ່ອນພັກ, ດຳເນີນທຸລະກິດການທ່ອງທ່ຽວ ກໍ່ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ, ນຳຫລາຍຜະລິດຕະພັນທ່ອງທ່ຽວໃຫມ່ເຂົ້າເຄື່ອນໄຫວ. ນີ້ແມ່ນພື້ນຖານເພື່ອໃຫ້ ແຂວງອຽນບາຍ ປະຕິບັດສຳເລັດຄາດໝາຍຕ້ອນຮັບ ແລະ ຮັບໃຊ້ນັກທ່ອງທ່ຽວໃຫ້ໄດ້ກວ່າ 1,1 ລ້ານຄົນ, ໃນນັ້ນ ນັກທ່ອງທ່ຽວສາກົນແມ່ນປະມານ 300.000 ຄົນ, ສູ້ຊົນບັນລຸລາຍຮັບໃຫ້ໄດ້ 845 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ