ສືບຕໍ່ຂະບວນການອາສາສະໝັກເພື່ອການກຸສົນ

(VOVWORLD) - ຄວາມຮັກແພງ, ການແບ່ງປັນຂອງສັງຄົມທີ່ມີຕໍ່ຜູ້ດ້ອຍໂອກາດ, ຄົນທຸກຍາກແມ່ນກຳລັງໜູນ, ແຫຼ່ງປຸກລະດົມທາງດ້ານຈິດໃຈ ເພື່ອໃຫ້ເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກລຳບາກ ເພື່ອສືບຕໍ່ບືນຕົວຂຶ້ນໃນການດຳລົງຊີວິດ

ໃນຊຸມວັນຕົ້ນບຸນເຕັດ, ບັນດາກຸ່ມອາສາສະໝັກເພື່ອການກຸສົນຢູ່ ຮ່າໂນ້ຍ ສືບຕໍ່ເຄື່ອນໄຫວຂະບວນການອາສາສະໝັກເພື່ອການກຸສົນຄື ຈັດຕັ້ງບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ແບ່ງເທົາຄວາມຫຍຸ້ງຍາກກັບຜູ້ດ້ອຍໂອກາດ ຫຼື ກໍ່ສ້າງບັນດາໂຮງຮຽນຢູ່ເຂດພູສູງໃຫ້ແກ່ເດັກນ້ອຍ. ຍ້ອນເກີດໂລກລະບາດໂຄວິດ-19, ເຂົາເຈົ້າໄດ້ປ່ຽນວິທີການເຄື່ອນໄຫວ, ທັງຮັບປະກັນຄວາມປອດໄພໃນຊ່ວງເວລາເກີດໂລກລະບາດ ທັງຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກ.

ສືບຕໍ່ຂະບວນການອາສາສະໝັກເພື່ອການກຸສົນ - ảnh 1ກຸ່ມອາສາສະໝັກເພື່ອການກຸສົນຢູ່ ຮ່າໂນ້ຍ ສືບຕໍ່ເຄື່ອນໄຫວຂະບວນການອາສາສະໝັກເພື່ອການກຸສົນ

ຕອນຄ່ຳວັນທີ 16 ກຸມພາ (ກົງກັບວັນທີ 5 ເດືອນ ຈຽວ ໄລ່ຕາມຈັນທະປະຕິທິນ), ອ້າຍ ຫວູຈູງແອງ, ຫົວໜ້າກຸ່ມອາສາສະໝັກເພື່ອການກຸສົນ “ເອີ໊ມ” ເຊິ່ງແມ່ນກຸ່ມຊ່ວຍຜູ້ບໍ່ມີບ່ອນເພິ່ງພາອາໄສ ພ້ອມກັບສະມາຊິກໃນກຸ່ມ 2 ຄົນ ໄປຍັງບັນດາສະຖານທີ່ທີ່ມີຜູ້ບໍ່ມີບ່ອນເພິ່ງພາອາໄສພວມດຳລົງຊີວິດ ເພື່ອມອບອານຫານເຄື່ອງແຫ້ງໃຫ້. ຍ້ອນໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ ສະນັ້ນການແຈກຢາຍຂອງຂວັນກໍ່ຖືກຜົນສະທ້ອນ. ເພື່ອໜູນຊ່ວຍຢ່າງທັນການເມື່ອມີຄວາມຈຳເປັນ, ອ້າຍ ຫວູຈູງແອງ ໄດ້ສະໜອງເບີໂທລະສັບຂອງຕົນໃຫ້ບັນດາຜູ້ບໍໍ່ມີບ່ອນເພິ່ງພາອາໄສທຸກຄົນ ເມື່ອເຂົາເຈົ້າມີຄວາມຕ້ອງການ ສາມາດໂທຫາ ແລະ ບັນດາສະມາຊິກໃນກຸ່ມຍາມໃດກໍ່ມີຄວາມພ້ອມ.  ອ້າຍ ຫວູຈູງແອງ ໃຫ້ຮູ້ວ່າ:

ຊຸມມື້ຕົ້ນບຸນເຕັດ ພວກຂ້າພະເຈົ້າຍັງຄົງມອບຂອງຂວັນໃຫ້ແກ່ຜູ້ບໍ່ມີບ່ອນເພິ່ງພາອາໄສເປັນປົກກະຕິ. ຍ້ອນສະພາບໂລກລະບາດໂຄວິດ-19 ປະຈຸບັນ ພວກຂ້າພະເຈົ້າພຽງແຕ່ມອບເຄື່ອງແຫ້ງເປັນຕົ້ນເທົ່ານັ້ນ, ສາມາດນຳໃຊ້ດົນກ່ວາ, ປະມານໜຶ່ງອາທິດ ຫຼື ເຄິ່ງເດືອນ. ນອກຈາກເຄື່ອງແຫ້ງແລ້ວ ຍັງມີອາຫານສຳເລັດຮູບ, ໝູຝອຍໃຫ້ເຂົາເຈົ້າຕື່ມອີກ. ສ່ວນຢຸກຢາ ຖ້າເຂົາເຈົ້າມີຄວາມຕ້ອງການ ພວກຂ້າພະເຈົ້າກໍ່ຍັງສາມາດໜູນຊ່ວຍໄດ້, ປະມານ 1 ອາທິດ ພວກຂ້າພະເຈົ້າຈະໄປມອບຂອງຂວັນເທື່ອໜຶ່ງ.

ຂອງຂວັນແຕ່ລະພູດເຖິງວ່ານ້ອຍກໍ່ຕາມ ແຕ່ມັນມີຄວາມໝາຍທັງດ້ານນ້ຳໃຈ ແລະ ການແບ່ງປັນຂອງຜູ້ໃຈບຸນໃຈກຸສົນ, ຜູ້ມີຄວາມເມດຕາປານີ, ຜູ້ອາສາສະໝັກທຳການກຸສົນທີ່ສະຫງວນໃຫ້ແກ່ຜູ້ບໍ່ມີບ່ອນອາໄສ ທີ່ພວມດຳລົງຊີວິດຢູ່ບັນດາສະຖານທີ່ຄື ສະຖານີລົດໄຟ, ສະຖານີລົດເມ, ຕະຫລາດ.

ເມື່ອໄດ້ຮັບຂອງຂວັນຈາກພວກຫຼານ ຂ້າພະເຈົ້າຮູ້ສຶກມີຄວາມອົບອຸ່ນ ແລະ ມີຄວາມເອກອ້າງທະນົງໃຈຫລາຍ.

ພວກຫຼານຊ່ວຍເຫຼືອຂ້າພະເຈົ້າ, ຂ້າພະເຈົ້າຮູ້ສຶກບໍ່ເປົ່າປ່ຽວ, ເຮັດໃຫ້ມີສຸຂະພາບດີຂຶ້ນ, ຫວັງວ່າ ພວກຫຼານຈະຊ່ວຍເລື່ອງຢາຕື່ມອີກ.

ພວກອ້າຍເອື້ອຍອາສາສະໝັກເພື່ອການກຸສົນ ຍາມໃດກໍ່ຍິ້ມແຍ້ມແຈ່ມໃສ, ມາໃຫ້ການຊ່ວຍເຫຼືອທຸກໆເດືອນ, ທຸກໆວັນ.

ສືບຕໍ່ຂະບວນການອາສາສະໝັກເພື່ອການກຸສົນ - ảnh 2ກຸ່ມເຂົ້າປຽກມົວທູ (ລະດູໃບໄມ້ຫຼົ່ນ) ແລະ ໝູ່ເພື່ອນມອບຂອງຊວັນໃຫ້ຄົນທຸກຍາກ

ກໍ່ແມ່ນການເຄື່ອນໄຫວຊ່ວຍເຫຼືອຜູ້ປະສົບກັບຄວາມຫຍຸ້ງຍາກ, ອາທິດລະ 3 ເທື່ອ, ກຸ່ມເຂົ້າປຽກມົວທູ (ລະດູໃບໄມ້ຫຼົ່ນ) ແລະ ໝູ່ເພື່ອນ ໄດ້ຕົ້ມເຂົ້າປຽກກ່ວາ 3000 ຖ້ວຍ ເພື່ອແຈກຢາຍໂດຍບໍ່ເສຍຄ່າໃຫ້ 11 ໂຮງໝໍຢູ່ ຮ່າໂນ້ຍ. ນັບແຕ່ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດ, ການເຄື່ອນໄຫວແຈກຢາຍເຂົ້າປຽກຖືກໂຈະໄວ້ກ່ອນບຸນເຕັດ. ເຖິງຢ່າງໃດກໍ່ຕາມ ກຸ່ມຍັງຮັກສາການເຄື່ອນໄຫວແຈກຢາຍຂອງຂວັນໃຫ້ຄົນພິການ, ຄົນເຈັບທີ່ປະສົບກັບຄວາມຫຍຸ້ງຍາກ. ໃນຊຸມວັນຕົ້ນບຸນເຕັດ, ກຸ່ມຍັງສືບຕໍ່ບັນດາການເຄື່ອນໄຫວເຮັດທຸລະກິດເພື່ອສ້າງກອງທຶນ, ຮຽກຮ້ອງນັກອຸປະຖຳ, ຊອກຫາຈຸດທີ່ມີບັນດາຄອບຄົວຢາກໄດ້ຮັບການຊ່ວຍເຫຼືອ, ມອບເຄື່ອງໃຊ້ປະຈຳວັນ ແນໃສ່ຊ່ວຍໃຫ້ເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກໃນການດຳລົງຊີວິດສ່ວນໃດສ່ວນໜຶ່ງ. ເອື້ອຍ ແທ່ງທູເລືອງ, ຫົວໜ້າກຸ່ມເຂົ້າປຽກ ແປ່ງປັນຄວາມຄາດຫວັງຂອງບັນດາສະມາຊິກໃນກຸ່ມທັງໝົດ ແມ່ນສາມາດຄວບຄຸມໂລກລະບາດໄດ້ໂດຍໄວ ເພື່ອໃຫ້ທຸກຄົນ ສືບຕໍ່ບັນດາການເຄື່ອນໄຫວອາສາສະໝັກເພື່ອການກຸສົນ, ຍ້ອນວ່າ ເມື່ອນຳມາເຊິ່ງຄວາມຜາສຸກໃຫ້ຄົນອື່ນ ນັ້ນກໍ່ແມ່ນຄວາມຜາສຸກຂອງຕົນເອງ. ເອື້ອຍ ແທ່ງທູເລືອງ ເວົ້າວ່າ.

ຊຸມມື້ຕົ້ນປີພວກຂ້າພະເຈົ້າມີແຜນການວ່າ ຮອດເດືອນ ມີນາ ຈະໄປແຂວງ ເຊີນລາ ເພື່ອກໍ່ສ້າງໂຮງຮຽນນ້ອຍບາງແຫ່ງຢູ່ ເຊີນລາ ແລະ ກ໋ວາງບີງ, ກໍ່ສ້າງເຮືອນກັນນ້ຳຖ້ວມໃຫ້ແກ່ປະຊາຊົນໃຫ້ສຳເລັດ. ຄວາມຄາດຫວັງໃຫຍ່ສຸດຂອງຂ້າພະເຈົ້າ ແມ່ນຮັກສາບັນດາການເຄື່ອນໄຫວທັງໝົດແຕ່ຊຸມປີກ່ອນ ແລະ ຮຽກຮ້ອງເພີ່ມແຫຼ່ງກຳລັງຕື່ມອີກ ເພື່ອຊ່ວຍເຫຼືອໃຫ້ບັນດາສະຖານທີ່ມະນຸດສະທຳ.

ນັກສິລະປະການຊາ ຮ່ວາງແອງເຊື໊ອງ, ຫົວໜ້າກຸ່ມ ເຕິມຫຽວເທືອງ ແບ່ງປັນໃນໄລຍະມໍ່ໆມານີ້ວ່າ ກຸ່ມຂອງລາວ ຈະດຳເນີນການສຳຫລາດການກໍ່ສ້າງໂຮງຮຽນຢູ່ແຂວງ ທ໊າຍງວຽນ ພ້ອມທັງຂົນຂວາຍຜູ້ໃຈບຸນໃຈກຸສົນ ຈັດງານດົນຕີ ເພື່ອສ້າງກອງທຶນກໍ່ສ້າງໂຮງຮຽນ. ຄວາມຄາດຫວັງຂອງລາວ ແລະ ບັນດາສະມາຊິກໃນກຸ່ມ ແມ່ນກໍ່ສ້າງຂົວ, ໂຮງຮຽນຫລາຍແຫ່ງໃຫ້ເດັກນ້ອຍເຂດພູສູງ, ຍ້ອນວ່າ ເມື່ອພວກນ້ອງນ້ອຍໄດ້ຮຽນ ອະນາຄົດຂອງພວກນ້ອງນ້ອຍຈະດີກ່ວາ, ຊີວິດການເປັນຢູ່ກໍ່ດີຂຶ້ນ.

ຊີວິດນີ້ ອາດເວົ້າໄດ້ວ່າ ຊັບສິນອັນລ້ຳຄ່າທີ່ສຸດ ນັ້ນແມ່ນຄວາມຮັກແພງ. ໃຜໆກໍ່ຫວັງວ່າ ຈະໄດ້ຮັບຄວາມຮັກແພງ. ເມື່ອຕົນເອງຢາກໄດ້ຮັບຄວາມຮັກແພງ ຈົ່ງສົ່ງຄວາມຮັກແພງນັ້ນ ໃຫ້ທຸກຄົນ. ເມື່ອຕົນເອງຍິ່ງໃຫ້ຄວາມຮັກແພງ ຍິ່ງຈະໄດ້ຮັບຄວາມຮັກແພງຫລາຍກ່ວາອີກ, ພິເສດ ແມ່ນວິທີໃຫ້ຄວາມຮັກແພງຜ່ານບັນດາລາຍການອາສາສະໝັກທຳການກຸສົນ. ສະນັ້ນ ຍາມໃດຂ້າພະເຈົ້າກໍ່ເວົ້າໃຫ້ທຸກຄົນວ່າ ທຳການກຸສົນ - ສິ່ງທີ່ໃຫ້ໄປ ນັ້ນແມ່ນສິ່ງທີ່ເຮົາພວມໄດ້ຮັບ.

ຄວາມຮັກແພງ, ການແບ່ງປັນຂອງສັງຄົມທີ່ມີຕໍ່ຜູ້ດ້ອຍໂອກາດ, ຄົນທຸກຍາກແມ່ນກຳລັງໜູນ, ແຫຼ່ງປຸກລະດົມທາງດ້ານຈິດໃຈ ເພື່ອໃຫ້ເຂົາເຈົ້າຜ່ານຜ່າຄວາມຫຍຸ້ງຍາກລຳບາກ ເພື່ອສືບຕໍ່ບືນຕົວຂຶ້ນໃນການດຳລົງຊີວິດ./.

ຕອບກັບ

ຂ່າວ/ບົດ​ອື່ນ