ສຸມກຳລັງເຫື່ອແຮງ ຮັບໃຊ້ບັ້ນສັກວັກຊິນກັນໂຄວິດ 19 ຄັ້ງໃຫຍ່ສຸດໃນປະຫວັດສາດຢູ່ ນະຄອນ ໂຮ່ຈີມິນ

(VOVWORLD) - ຂະແຫນງສາທາລະນະສຸກ ນະຄອນ ໂຮ່ຈີມິນ  ພວມລະດົມ ພະນັກງານການແພດນັບຮ້ອຍໆອົງການການແພດຂອງເອກະຊົນ, ຂອງລັດ ແລະ ຂອງກຳລັງກອງທັບ, ຕຳຫລວດ ໃນບໍລິເວນນະຄອນ ກວ່າ 5000 ຄົນ ເພື່ອຮັບໃຊ້ໃຫ້ບັ້ນສັກວັກຊິນກັນໂຄວິດ 19 ຄັ້ງໃຫຍ່ສຸດ ນັບແຕ່ກ່ອນມາຮອດປະຈຸບັນ ດ້ວຍ 836.000 ໂດສພາຍໃນເວລາ 7 ວັນ. ບັນດາພະນັກງານການແພດ ທັງຮັບປະກັນຫນ້າທີ່ວິໄຈຫາເຊື້ອ ທັງຄົ້ນຫາປະຫວັດການສຳຜັດ ແລະ ປະຈຸບັນ ພວມສຸມກຳລັງເຫື່ອແຮງເພື່ອຮັບໃຊ້ບັ້ນສັກວັກຊິນ ຄັ້ງໃຫຍ່ສຸດໃນປະຫວັດສາດຢູ່ ນະຄອນໂຮ່ຈີມິນ ດ້ວຍຄວາມເຊື່ອໝັ້ນຍູ້ໂລກລະບາດໂຄວິດ 19 ໃຫ້ຖອຍໄປ.

ພາຍຫລັງໄດ້ຮັບຂ່າວວ່າ ລັດຖະບານ ຈະແຈກຢາຍວັກຊິນກວ່າ 800.000 ໂດສໃຫ້ແກ່ນະຄອນ ໂຮ່ຈີມິນ, ພະແນກສາທາລະນະສຸກນະຄອນ ໄດ້ຈັດແບ່ງກຳລັງສາທາລະນະສຸກ ເຂົ້າຮ່ວມຜັນຂະຫຍາຍກວ່າ 1000 ຫນ່ວຍສັກວັກຊິນ, ລະດົມກຳລັງຈາກ ເກືອບ 550 ໂຮງໝໍ, ຫ້ອງກວດພະຍາດຂອງທັງເອກະຊົນ, ສູນສາທາລະນະສຸກ, ສູນຄວບຄຸມພະຍາດ ນະຄອນ, ສຸກສາລາ, ລະບົບສັກວັກຊິນ ຂຶ້ນກັບບໍລິສັດຫຸ້ນສ່ວນ ວັກຊິນ ຫວຽດນາມ (VNVC).... ແຕ່ລະຫນ່ວຍລວມມີພະນັກງານຢ່າງຫນ້ອຍສຸດແມ່ນ 5 ຄົນ

ສຸມກຳລັງເຫື່ອແຮງ ຮັບໃຊ້ບັ້ນສັກວັກຊິນກັນໂຄວິດ 19 ຄັ້ງໃຫຍ່ສຸດໃນປະຫວັດສາດຢູ່ ນະຄອນ ໂຮ່ຈີມິນ - ảnh 1ພະນັກງານການແພດສຸມກຳລັງເຫື່ອແຮງເພື່ອບັ້ນສັກວັກຊິນຄັ້ງໃຫຍ່ສຸດໃນປະຫວັດສາດ

 

 ທ່ານ ບຸ່ຍກີມແຄງ, ຜູ້ອຳນວຍການ ລະບົບສູນສັກວັກຊິນ ຂຶ້ນກັບ VNVC ໃຫ້ຮູ້ວ່າ: ພຽງ 1 ມື້ພາຍຫລັງໄດ້ຮັບຈົດໝາຍທາງການດ່ວນຂອງພະແນກສາທາລະນະສຸກນະຄອນໂຮ່ຈີມິນ, ລະບົບນີ້ໄດ້ສ້າງຕັ້ງຫນ່ວຍສັກວັກຊິນກວ່າ 100 ຫນ່ວຍ.

ແພດໝໍ 350 ຄົນທີ່ເຂົ້າຮ່ວມການສັກວັກຊິນຄັ້ງນີ້  ລ້ວນແຕ່ມີໃບຢັ້ງຢຶນວິຊາຊີບ, ຮັບປະກັນຄວາມປອດໄພໃນການສັກວັກຊິນ ແລະ ເຂົາເຈົ້າ ໄດ້ສັກວັກຊິນກັນໂຄວິດ 19 ຄົບ 2 ເຂັມແລ້ວ. ພ້ອມທັງໄດ້ຮັບການບຳລຸງສ້າງຂັ້ນຕອນສັກວັກຊິນທີ່ປອດໄພ ແລະ ເຄີຍເຂົ້າຮ່ວມການສັກວັກຊິນ ຄັ້ງທຳອິດແຕ່ວັນທີ 8 ມີນາ. ພວກຂ້າພະເຈົ້າສົ່ງກຳລັງຫລັກແຫລ່ງທີ່ສຸດເພື່ອຮັບໃຊ້ໃຫ້ບັ້ນສັກວັກຊິນດ່ວນຄັ້ງນີ້ຢູ່ ນະຄອນໂຮ່ຈີມິນ.”

ເຂດ 3 ຂອງນະຄອນ ຖູດຶກ, ນະຄອນໂຮ່ຈີມິນ ມີຫນ່ວຍສັກວັກຊິນ 14 ຫນ່ວຍ. ປະຈຸບັນ ບັນດາຫນ່ວຍສັກວັກຊິນ ໄດ້ກຽມພ້ອມທັງດ້ານບຸກຄະລາກອນ, ກຳລັງວັດຖຸ ລໍຖ້າຄຳສັ່ງຈັດແບ່ງວັກຊິນ ຈາກນະຄອນ, ແບ່ງເຂດສັກວັກຊິນ ແລ້ວໄປປະຕິບັດຫນ້າທີ່ຢ່າງທັນທີ. ການສັກວັກຊິນດ້ວຍຂອບຂະຫນາດໃຫຍ່ ແຕ່ຍັງຄົງຕ້ອງຮັບປະກັນຖືກຕາມຂັ້ນຕອນຄວາມປອດໄພໃນການສັກວັກຊິນຢ່າງເຄັ່ງຄັດ.

ສຸມກຳລັງເຫື່ອແຮງ ຮັບໃຊ້ບັ້ນສັກວັກຊິນກັນໂຄວິດ 19 ຄັ້ງໃຫຍ່ສຸດໃນປະຫວັດສາດຢູ່ ນະຄອນ ໂຮ່ຈີມິນ - ảnh 2ພະນັກງານການແພດຕ້ອງປະຕິບັດຫລາຍຫນ້າທີ່ໃນຍາມຄ່ຳຄືນເພື່ອການຕໍ່ສູ້ຕ້ານໂລກລະບາດ
ຂະແຫນງສາທາລະນະສຸກ ນະຄອນ ໄດ້ຮັບການຫນູນຊ່ວຍຈາກບັນດາບໍລິສັດ, ວິສາຫະກິດໃນການສ້າງບັນຊີລາຍຊື່ ດ້ວຍຂໍ້ມູນຂ່າວທາງບໍລິຫານ, ລະຫັດລັດຖະກອນຜູ້ທີ່ໄດ້ສັກວັກຊິນ ເພື່ອຄຸ້ມຄອງ ຕິດຕາມຫລັງການສັກວັກຊິນ. ບັນດາວິສາຫະກິດ ກໍ່ເຄົາລົບ ແລະປະຕິບັດຕາມບັນດາມາດຖານຕີລາຄາຄວາມປອດໄພໃນການປ້ອງກັນ ສະກັດກັ້ນໂຄວິດ 19, ສະກັດກັ້ນການແຜ່ລະບາດເຊື້ອໂຄວິດໃນບໍລິສັດ, ເຂດຜະລິດສົ່ງອອກ, ເຂດອຸດສາຫະກຳ, ຂົນຂວາຍກຳມະກອນປະຕິບັດ 5 ມາດຕະການປ້ອງກັນ, ໂຄສະນາຄວາມຮັບຮູ້ອັນຖືກຕ້ອງກ່ຽວກັບ ວັກຊິນ ໂຄວິດ 19. ທ່ານ ຫງວຽນວັນຄວາ, ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ FPT ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າ ໄດ້ໂຄສະນາກໍ່ຄືແນະນຳໃຫ້ທຸກຄົນກ່ຽວກັບການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19, ພິເສດ  ວັກຊິນແມ່ນມາດຕະການທີ່ມີປະສິດທິຜົນທີ່ສຸດເພື່ອຊ່ວຍຮັກສາວຽກເຮັດງານທຳ, ຮັກສາການເຄື່ອນໄຫວດຳເນີນທຸລະກິດຂອງບໍລິສັດໃຫ້ຕໍ່ເນື່ອງ”

ບັ້ນສັກວັກຊິນ ຄັ້ງທີ 4 ຢູ່ ນະຄອນ ໂຮ່ຈີມິນ ຄາດວ່າ ມື້ຫນຶ່ງຈະມີຈຳນວນຜູ້ໄດ້ຮັບການສັກ ແມ່ນປະມານ 200.000 ຄົນ. ຫວ່າງແລ້ວນີ້ ກະຊວງສາທາລະນະສຸກ ໄດ້ແຈກຢາຍວັກຊິນ ເປັນຄັ້ງທີ 5 ດ້ວຍກວ່າ 700.000 ໂດສ ໃຫ້ແກ່ນະຄອນ ໂຮ່ຈີມິນ. ຕາມການສະຖິຕິແລ້ວ, ນະຄອນ ໂຮ່ຈີມິນ ມີກວ່າ 2.385.000 ຄົນແມ່ນເປົ້າໝາຍໃຫ້ບຸລິມະສິດໃນການສັກວັກຊິນກັນໂຄວິດ. ນະຄອນ ວາງຄາດໝາຍ 2/3 ປະຊາຊົນຈະໄດ້ຮັບການສັກວັກຊິນໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ