ສຸມໃສ່ຫລຸດຜ່ອນຄວາມທຸກຍາກເຂດຊົນເຜົ່າສ່ວນຫນ້ອຍຢູ່ ເມືອງ ດຶກເກີ ແຂວງ ຢາລາຍ

(VOVWORLD) -ດຶກເກີ ແມ່ນເມືອງຊາຍແດນ ດ້ວຍອັດຕາຄອບຄົວທຸກຍາກຢູ່ໃນລະດັບສູງ ແຂວງ ຢາລາຍ, ເປັນຕົ້ນແມ່ນໃນເຂດຊົນເຜົ່າສ່ວນຫນ້ອຍ. ສະນັ້ນ ເລື່ອງຍູ້ແຮງການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ວ່ອງໄວ ແມ່ນວຽກງານໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກອຳນາດການປົກຄອງເມືອງ ດຶກເກີ. ຫນຶ່ງໃນບັນດາໂຄງການຈຸດສຸມທີ່ຄະນະບໍລິຫານງານອົງຄະນະພັກເມືອງ ດຶກເກີ ຫັນເປັນລະອຽດໃນ ອາຍຸການ 2020 2025 ແມ່ນ ຫລຸດຄອບຄົວທຸກຍາກທີ່ເປັນຊາວຊົນເຜົ່າສ່ວນຫນ້ອຍ ໃນໄລຍະ 2021 2025 ລົງຢ່າງວ່ອງໄວ ເພື່ອຍູ້ແຮງວິວັດການຫລຸດຜ່ອນຄວາມທຸກຍາກຢູ່ ທ້ອງຖິ່ນ.

ສຸມໃສ່ຫລຸດຜ່ອນຄວາມທຸກຍາກເຂດຊົນເຜົ່າສ່ວນຫນ້ອຍຢູ່ ເມືອງ ດຶກເກີ ແຂວງ ຢາລາຍ - ảnh 1ຫລາຍຄອບຄົວຊາວຊົນເຜົ່າໄດ້ກູ້ຢຶມທຶນເພື່ອລ້ຽງສັດ, ສ້າງລາຍຮັບເປັນປົກກະຕິ, ຫລຸດພົ້ນອອກຈາກຄວາມທຸກຍາກ. ພາບ: VOV

         ໄລ່ຮອດທ້າຍປີ 2021, ເມືອງ ດຶກເກີ ຍັງມີຄອບຄົວທຸກຍາກວ່າ 2.900 ຄອບຄົວ, ໃນນັ້ນ ມີກວ່າ 2.600 ຄອບຄົວທຸກຍາກແມ່ນຊາວຊົນເຜົ່າສ່ວນຫນ້ອຍ. ເປົ້າໝາຍວາງອອກໃນໄລຍະ 2021 – 2025 ແມ່ນຫລຸດຜ່ອນອັດຕາຄອບຄົວທຸກຍາກສະເລ່ຍແຕ່ລະປີ ແມ່ນ 2% ຂຶ້ນໄປ, ໃນນັ້ນ ອັດຕາຄອບຄົວທຸກຍາກໃນເຂດຊົນເຜົ່າສ່ວນຫນ້ອຍຫລຸດລົງແຕ່ 3% ຂຶ້ນໄປ. ເພື່ອປະຕິບັດເປົ້າໝາຍນີ້ໃຫ້ໄດ້, ປະຈຸບັນ ທ້ອງຖິ່ນ ໄດ້ ແລະ ພວມຜັນຂະຫຍາຍຫລາຍມາດຕະການຫາເງິນລ້ຽງຊີບ, ຫນູນຊ່ວຍວຽກເຮັດງານທຳ, ປ່ຽນແປງແນວຄວາມຄິດ, ວິທີເຮັດ, ແນໃສ່ຊ່ວຍພໍ່ແມ່ປະຊາຊົນຄ່ອຍໆບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ.

ເອື້ອຍ Rơ Lan Iêk ຢູ່ ບ້ານ Krêl ຕາແສງ Ia Krêl ເມືອງ ດຶກເກີ ແມ່ນຫນຶ່ງໃນຈຳນວນຄອບຄົວທຸກຍາກເປັນພິເສດຢູ່ ທ້ອງຖິ່ນ. ຜົວຂອງເອື້ອຍເສຍຊີວິດແຕ່ດົນແລ້ວ, ເອື້ອຍ ຕ້ອງໄດ້ລ້ຽງລູກຜູ້ດຽວ 3 ຄົນ ທີ່ຢູ່ໃນເກນອາຍຸພວມໄປໂຮງຮຽນ, ວຽກງານຮັບຈ້າງຂອງເອື້ອຍກໍ່ບໍ່ເປັນປົກກະຕິ, ຊີວິດການເປັນຢູ່ຫຍຸ້ງຍາກຫລາຍ. ປີ 2019 ເອື້ອຍ Rơ Lan Iêk ໄດ້ຮັບເຂົ້າເປັນກຳມະກອນ ເຮັດວຽກ ຢູ່ ບໍລິສັດ ຢາງພາລາ ໃນບໍລິເວນ ຕາແສງ. ເມື່ອມີວຽກເຮັດງານທຳເປັນປົກກະຕິແລ້ວ, ເອື້ອຍ ໄດ້ກູ້ຢຶມເງິນຈຳນວນ 50 ລ້ານດົ່ງຈາກທະນາຄານນະໂຍບາຍສັງຄົມ ເພື່ອປູກກາເຟຄືນໃຫມ່. ເອື້ອຍ Rơ Lan Iêk ແບ່ງປັນວ່າ:        

 “ແຕ່ປີ 2020 ບໍລິສັດຫນູນຊ່ວຍຄອບຄົວ ປຸກສ້າງເຮືອນ ດ້ວຍເງິນ 70 ລ້ານດົ່ງ. ເມື່ອມີບ່ອນຢູ່ຖາວອນແລ້ວ, ຂ້າພະເຈົ້າ ພະຍາຍາມໄປເປັນກຳມະກອນ, ໄປຂູດຢາພາລາ, ລ້ຽງງົວ, ເຮັດສວນກາເຟ. ລາຍຮັບເກັບມາໄດ້ກໍ່ພໍໃຊ້ພໍຈ່າຍ, ພໍໄດ້ໃຫ້ລູກໄປໂຮງຮຽນ. ປີກາຍນີ້ ຄອບຄົວຂ້າພະເຈົ້າໄດ້ຫລຸດພົ້ນອອກຈາກຄອບຄົວທຸກຍາກແລ້ວ”

ໄລຍະຜ່ານມາ, ເພື່ອຫນູນຊ່ວຍບັນດາຄອບຄົວບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ, ບັນດາຂະແຫນງການກ່ຽວຂ້ອງຢູ່ທ້ອງຖິ່ນ ໄດ້ຈັດຕັ້ງຊຸດຝືກອົບຮົມດ້ານເຕັກນິກ ແລະ ຜັນຂະຫຍາຍບາງຮູບແບບປູກກາເຟຄືນໃຫມ່ເພື່ອຍົກສູງຄຸນນະພາບສວນກາເຟ. ທະນາຄານນະໂຍບາຍສັງຄົມ ເມືອງ ໄດ້ລົງພົວພັນຕິດຕໍ່ກັບປະຊາຊົນຢູ່ຕາແສງ ເພື່ອອຳນວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນໄດ້ກູ້ຢຶມທຶນບຸລິມະສິດ. ພ້ອມກັນນັ້ນ ອຳນາດການປົກຄອງທ້ອງຖິ່ນ ກໍ່ສົມທົບກັບຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດ ຂົນຂວາຍພໍ່ແມ່ປະຊາຊົນຍົກສູງລະດັບຄວາມຮູ້ ເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ.

ສຸມໃສ່ຫລຸດຜ່ອນຄວາມທຸກຍາກເຂດຊົນເຜົ່າສ່ວນຫນ້ອຍຢູ່ ເມືອງ ດຶກເກີ ແຂວງ ຢາລາຍ - ảnh 2ຄອບຄົວທຸກຍາກຢູ່ເມືອງ ດຶກເກີ ໄດ້ຮັບເຂົ້າເປັນກຳມະກອນຢາງພາລາ.ພາບ:VOV

          ທ່ານນາງ ຫງວຽນທິຖູຍລວານ, ປະທານ ຄະນະກຳມະການປະຊາຊົນ ຕາແສງ Ia Kêl ໃຫ້ຮູ້ວ່າ: ປີ 2022 ທ້ອງຖິ່ນໄດ້ວາງເປົ້າໝາຍ ຫລຸດຜ່ອນ ຄອບຄົວທຸກຍາກ 2,2%, ເທົ່າກັບ 47 ຄອບຄົວ.

“ພວກຂ້າພະເຈົ້າ ໄດ້ເພີ່ມທະວີວຽກງານໂຄສະນາ ເພື່ອປ່ຽນແປງແນວຄວາມຄິດ, ວິທີເຮັດໃນໝູ່ປະຊາຊົນເພື່ອໃຫ້ເຂົາເຈົ້າມີຄວາມກ້າຫານ, ເຮັດວຽກຢ່າງມີວິທະຍາສາດກວ່າ, ໝູນໃຊ້ວິທະຍາສາດເຕັກນິກ, ເຕັກໂນໂລຊີເຂົ້າໃນການລ້ຽງສັດ ແລະ ການຜະລິດ. ທີສອງ ແມ່ນສຳລັບຄອບຄົວທຸກຍາກ, ຄອບຄົວໃດບໍ່ມີເນື້ອທີ່ຜະລິດກະສິກຳ ພວກຂ້າພະເຈົ້າຈະສ້າງວຽກເຮັດງານທຳໃຫ້. ບໍລິສັດຈະລົງໄປຮອດທ້ອງຖິ່ນເພື່ອແນະນຳວຽກເຮັດງານທຳໃຫ້ພໍ່ແມ່ປະຊາຊົນ.”

ຕາມມາດຖານທຸກຍາກຫລາຍຂົ້ວ, ປະຈຸບັນ ແຂວງ ຢາລາຍ ຍັງມີຄອບຄົວທຸກຍາກ 12,09 ຄອບຄົວ. ໃນນັ້ນ ຄອບຄົວທຸກຍາກ ທີ່ເປັນຊົນເຜົ່າສ່ວນຫນ້ອຍແມ່ນ 88%. ປີ 2022, ທາງແຂວງ ສູ້ຊົນຫລຸດຈຳນວນຄອບຄົວທຸກຍາກໃນທົ່ວແຂວງລົງ 2%, ຫຼຸດຄອບຄົວທຸກຍາກທີ່ເປັນຊົນເຜົ່າສ່ວນຫນ້ອຍລົງ 3%. ທ່ານ ຟ້າມເຈີນແອງ, ຮອງຫົວຫນ້າພະແນກ ແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ແຂວງ ຢາລາຍ ໃຫ້ຮູ້ວ່າ: ພະແນກ ຈະຮ່ວມເດີນທາງພ້ອມກັບທ້ອງຖິ່ນ, ໃນນັ້ນ ມີເມືອງ ດຶກເກີ ເພື່ອປະຕິບັດສຳເລັດຄາດໝາຍຫລຸດຜ່ອນຄວາມທຸກຍາກປີ 2022 ຂອງແຂວງ.

 “ຂະແຫນງ ແຮງງານ, ທະຫານເສຍອົງຄະ ຈະເປັນເສນາທິການໃຫ້ອຳນາດການປົກຄອງ, ອົງຄະນະພັກຂັ້ນຮາກຖານ ສ້າງບັນດາມາດຕະການລະອຽດ, ຫນູນຊ່ວຍຄອບຄົວທຸກຍາກໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ. ພ້ອມກັນນັ້ນ ແມ່ນນຳໃຊ້ແຫລ່ງກຳລັງຈາກສູນກາງຢ່າງມີປະສິດທິຜົນ, ຕັ້ງຫນ້າສົມທົບກັບບັນດາແນວໂຮມ, ອົງການຈັດຕັ້ງມະຫາຊົນ, ອົງການການເມືອງສັງຄົມທຸກຂັ້ນ ເພື່ອລະດົມແຫລ່ງກຳລັງຈາກວິສາຫະກິດ, ຈາກວົງຄະນາຍາດ, ສັງຄົມ ເພື່ອລົງທຶນໃຫ້ຜູ້ທຸກຍາກພັດທະນາການຜະລິດ”

    ພ້ອມກັບເລື່ອງຜັນຂະຫຍາຍໂຄງການດຳເນີນງານ ຫລຸດຜ່ອນຄອບຄົວທຸກຍາກທີ່ເປັນຊົນເຜົ່າສ່ວນຫນ້ອຍໄລຍະ 2021  - 2025 ຢ່າງວ່ອງໄວ, ເມືອງ ດຶກເກີ ໄດ້ກໍ່ສ້າງ ແລະ ປະກາດໃຊ້ມະຕິຫົວເລື່ອງສະເພາະກ່ຽວກັບການຮ່ວມສຳພັນການຜະລິດ ຕິດພັນກັບການຈຳຫນ່າຍຜະລິດຕະພັນ ເພື່ອແນໃສ່ສ້າງສົ້ນອອກໃຫ້ຜະລິດຕະພັນກະເສດຫລັກຂອງທ້ອງຖິ່ນເວົ້າລວມ ແລະ ໃນເຂດຊົນເຜົ່າສ່ວນຫນ້ອຍເວົ້າສະເພາະຄື: ກາເຟ, ໝາກມ່ວງຫິມະພານ ໃຫ້ເປັນປົກກະຕິ. ຈາກນັ້ນ ຊ່ວຍຍົກສູງສະມັດຕະພາບ, ປະສິດທິຜົນໃນການຜະລິດກະສິກຳ, ຮັບປະກັນການຫລຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນຫນ້ອຍແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ