ສື່ສັງຄົມອອນລາຍດ້ານການທ່ອງທ່ຽວ Astra ປະກອບສ່ວນໂຄສະນາຫວຽດນາມ ອອກສູ່ໂລກ

(VOVWORLD) -Astra ໄດ້ຮັບຄວາມຫວັງວ່າ ຈະກາຍເປັນພື້ນຖານເຊື່ອມຕໍ່ພົນລະເມືອງທົ່ວໂລກຜ່ານວັດທະນະທຳທີ່ເປັນເອກກະລັກສະເພາະຂອງແຕ່ລະປະເທດ
ສື່ສັງຄົມອອນລາຍດ້ານການທ່ອງທ່ຽວ Astra ປະກອບສ່ວນໂຄສະນາຫວຽດນາມ ອອກສູ່ໂລກ - ảnh 1

ສື່ສັງຄົມອອນລາຍດ້ານການທ່ອງທ່ຽວ Astra ໂດຍບໍລິສັດຫຸ້ນສ່ວນເຕັກໂນໂລຊີ Astra ທົ່ວໂລກລົງທຶນ ຫາກໍ່ໄດ້ເປີດຕົວຢ່າງເປັນທາງການ. Astra ໄດ້ຮັບຄວາມຫວັງວ່າ ຈະກາຍເປັນພື້ນຖານເຊື່ອມຕໍ່ພົນລະເມືອງທົ່ວໂລກຜ່ານວັດທະນະທຳທີ່ເປັນເອກກະລັກສະເພາະຂອງແຕ່ລະປະເທດ, ຢູ່ໃນນັ້ນ ສະມາຊິກແຕ່ລະຄົນຈະແມ່ນທູດໂຄສະນາພາບພົດປະເທດຊາດ, ວັດທະນະທຳ ແລະ ຊາວທ້ອງຖິ່ນຂອງເຂົາເຈົ້າ.

        Astra ແມ່ນສື່ສັງຄົມອອນລາຍດ້ານການທ່ອງທ່ຽວທຳອິດຂອງຫວຽດນາມ, ຊ່ວຍໃຫ້ຜູ້ນຳໃຊ້ອິນເຕີແນັດ ຫວຽດນາມ ສາມາດເຊື່ອມຕໍ່, ແບ່ງປັນການເຂົ້າຮ່ວມຕົວຈິງ, ສະຖານທີ່ທ່ອງທ່ຽວ, ອາຫານການກິນ ແລະ ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ. ດ້ວຍເປົ້າໝາຍ “ກົດເຂົ້າແລ້ວກໍ່ຄືວ່າຮອດເລີຍ”, Astra ມີບັນດາວິທີເຊື່ອມຕໍ່ທ່ອງທ່ຽວກັບໂລກ; ແບ່ງປັນບັນດາການໄປທ່ອງທ່ຽວ ແລະ ບົດຮຽນ; ຮ່ຳຮຽນເອົາບົດຮຽນໃນການໄປທ່ອງທ່ຽວຂອງຜູ້ອື່ນໆ; ຊື້ບັນດາຜະລິດຕະພັນການບໍລິການທ່ອງທ່ຽວດ້ວຍບຸລິມະສິດຫຼາຍຢ່າງ. ທ່ານ ຫງວຽນຕຽບ, CEO ຂອງສື່ສັງຄົມອອນລາຍ Astra, ເນັ້ນໜັກວ່າ.

        “ຈຸດພົ້ນເດັ່ນຂອງ Astra ແມ່ນໂຄສະນາພາບພົດ, ປະເທດຫວຽດນາມ ອອກສູ່ໂລກ ແລະ ນຳເອົາບັນດາພາບພົດຂອງໂລກມາແນະນຳຢູ່ຫວຽດນາມ. ແຕ່ລະເທື່ອທີ່ມີຜູ້ນຳໃຊ້ສື່ນີ້ຢູ່ປະເທດໃດ, ກໍ່ຈະມີທຸງຊາດຂອງປະເທດນັ້ນປະກົດອອກຢູ່ແຈພາບ Avata ຂອງຜູ້ນັ້ນ. Astra ແມ່ນສື່ສັງຄົມອອນລາຍໂດຍຜູ້ນຳໃຊ້ໄດ້ປະກອບເນື້ອໃນ ແລະ ໄດ້ຮັບເງິນຄ່າແຮງງານທີ່ເຂົາເຈົ້າໄດ້ປະກອບໃຫ້ພວກຂ້າພະເຈົ້າ. ກົນໄກໃຫ້ຄະແນນແມ່ນອີ່ງໃສ່ບົດຂຽນທີ່ດີ, ມີຄຸນນະພາບ. ຄະແນນນັ້ນເພື່ອແລກເອົາຜະລິດຕະພັນທ່ອງທ່ຽວ, voucher ການທ່ອງທ່ຽວ, ປີ້ຍົນ, ປີ້ເບິ່ງໜັງ, ຄະແນນນັ້ນອາດຈະປ່ຽນເປັນວັດຖຸໂດຍອີ່ງໃສ່ຫຼັກການປ່ຽນແປງ”.

        ສື່ສັງຄົມອອນລາຍ Astra ກໍມີຄວາມສາມາດພິເສດນັ້ນແມ່ນ, ສ້າງລາຍການໄປທ່ອງທ່ຽວ, ເມື່ອສິ້ນສຸດແລ້ວຈະບັນທຶກລາຍການດັ່ງກ່າວໄວ້, ສ້າງ album ໃຫ້ແກ່ການໄປທ່ຽວໃນແຕ່ລະເທື່ອ. ເມື່ອ livestream ຢູ່ບັນດາສະຖານທີ່ທີ່ຜູ້ນຳໃຊ້ໄປ, ໃນ livestream ນັ້ນຈະໄດ້ຮັບການໜູນຊ່ວຍເພີ່ມຕື່ມເພື່ອສ້າງຄວາມດຶງດູດກວ່າ. ຄຽງຂ້າງນັ້ນ, Astra ຍັງສາມາດຊອກຫາບັນດາເພື່ອນທີ່ບໍ່ຮູ້ຈັກອີກ, ເຊີນເພື່ອນພ້ອມກັນໄປຢ້ຽມຊົມ, ທ່ອງທ່ຽວ, ມີແຜນທີ່ນຳທ່ຽວ, ຊອກຫາໂຮງແຮມ, ຮ້ານອາຫານ… ບັນດາສະມາຊິກພົ້ນເດັ່ນໃນປະຊາຄົມ Astra ກໍ່ໄດ້ຮັບການເຊີດຊູແບບອັດຕະໂນມັດໃນລະບົບ. ເລືອງຖຸຍລິງ, ນາງງາມໂລກຫວຽດນາມ ປີ 2019, ທູດໂຄສະນາໃຫ້ແກ່ສື່ສັງຄົມອອນລາຍ Astra, ໃຫ້ຮູ້ວ່າ.

        “Astra ປະກົດຕົວມີຜົນປະໂຫຍດຕໍ່ປະຊາຄົມຫຼາຍຢ່າງ, ໂດຍສະເພາະແມ່ນໄວໜຸ່ມມັກທ່ອງທ່ຽວ. ເຂົາເຈົ້າຈະຊອກຫາໄດ້ບັນດາຂໍ້ມູນທີ່ມີປະໂຫຍດໃຫ້ແກ່ການເດີນທາງໄປທ່ອງທ່ຽວຄັ້ງຕໍ່ໄປຂອງເຂົາເຈົ້າ ແລະ ສາມາດຊອກຫາໄດ້ຜູ້ຮ່ວມເດີນທາງໃນການໄປທ່ຽວຄັ້ງຕໍ່ໆໄປ. ຂ້າພະເຈົ້າຄິດວ່າ, ສື່ສັງຄົມອອນລາຍ Astra ເປັນຊ່ອງໜຶ່ງເພື່ອຊ່ວຍໃຫ້ບັນດາຜູ້ນຳໃຊ້ຊອກຫາສະຖານທີ່ທ່ອງທ່ຽວໄດ້ງ່າຍກວ່າ, ຊຸກຍູ້ການພັດທະນາການທ່ອງທ່ຽວຢູ່ຫວຽດນາມ ກໍຄືຕ່າງປະເທດໃຫ້ຫຼາຍກວ່າ.”

        ຜູ້ນຳໃຊ້ສື່ສັງຄົມອອນລາຍ Astra ສາມາດສຳຜັດໄດ້ຢ່າງວ່ອງໄວ, ມີຄວາມສະດວກ ແລະ ຊັດເຈນດ້ວຍບັນດາຂໍ້ມູນແນະນຳກ່ຽວກັບສະຖານທີ່ທ່ອງທ່ຽວເຊິ່ງເຂົາເຈົ້າມີຄວາມຕ້ອງການ, ບັນທຶກ ແລະ ແບ່ງປັນບັນດາຮູບຖ່າຍ, ຄຼິບສວຍງາມ, ບັນທຶກຂໍ້ມູນຮ້ານອາຫານ, ໂຮງແຮມ, ການບໍລິການຂົນສົ່ງ… ເມື່ອນຳໃຊ້ Astra, ນັກທ່ອງທ່ຽວຈະໄດ້ພົບປະໂດຍກົງກັບບັນດາຫົວໜ່ວຍສະໜອງການບໍລິການ, ບໍ່ຕ້ອງຜ່ານນັກສະໜອງຄົນກາງ, ເຮັດໃຫ້ການໃຊ້ຈ່າຍໃນລາຍການທ່ອງທ່ຽວ ຖືກລົງກວ່າ ແລະ ເຂົາເຈົ້າກໍ່ມີຄວາມອຸ່ນອ່ຽນໃຈກວ່າ ຍ້ອນໄດ້ເລືອກເອົາບັນດາຜະລິດຕະພັນທີ່ຜູ້ອື່ນເຄີຍນຳໃຊ້ຕົວຈິງມາແລ້ວ. ທ່ານນາງ ລານເຮືອງ, ຜູ້ນຳໃຊ້ສື່ສັງຄົມອອນລາຍ Astra, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າເຫັນວ່ານີ້ແມ່ນສື່ສັງຄົມທີ່ມີປະໂຫຍດ. ຂ້າພະເຈົ້າຢາກຊອກຮູ້ ແລະ ນຳໃຊ້ສື່ສັງຄົມນີ້ເຂົ້າໃນການດຳລົງຊີວິດ. ໃນອະນາຄົດ, ຖ້າຫາກວ່າຢາກໄປທ່ອງທ່ຽວຢູ່ໃສເຮົາກໍ່ບໍ່ເສຍເວລາເພື່ອຊອກຫາຂໍ້ມູນຕື່ມອີກ”.

        ສື່ສັງຄົມອອນລາຍ Astra ຕັ້ງຄວາມຫວັງວ່າ, ໃນປີທຳອິດຈະດຶງດູດໄດ້ຜູ້ນຳໃຊ້ແຕ່ 1 ຫາ 2 ລ້ານຄົນ. ເປົ້າໝາຍຂອງ Astra ແມ່ນມຸ່ງໄປເຖິງການໂຄສະນາພາບພົດ, ປະເທດຊາດ ແລະ ຊາວຫວຽດນາມ ອອກສູ່ໂລກ ແລະ ນຳໂລກມາຫາຫວຽດນາມ, ສ້າງເປັນປະຊາຄົມຂອງບັນດາຜູ້ມັກໄປທ່ອງທ່ຽວ ດ້ວຍບັນດາການຄົ້ນຫາ, ເຂົ້າຮ່ວມການທ່ອງທ່ຽວທີ່ດຶງດູດໃຈ ແລະ ອຸດົມສົມບູນ.

ຕອບກັບ

ຂ່າວ/ບົດ​ອື່ນ