ສະຖານທີ່ລ້ຽງດູບັນດາເດັກນ້ອຍອາພັບ

(VOVWORLD) -ຢູ່ແຫ່ງນີ້ໄດ້ຊ່ວຍໃຫ້ພວກນ້ອງມີເຮືອນຢູ່ ແລະ ຊ່ວຍປະຕິບັດຄວາມໄຝ່ຝັນຂອງພວກນ້ອງໃຫ້ປະກົດຜົນເປັນຈິງ.
ສະຖານທີ່ລ້ຽງດູບັນດາເດັກນ້ອຍອາພັບ - ảnh 1

ກວ່າ 10 ປີຜ່ານມາ, ສູນສົງເຄາະຂຶ້ນກັບສະມາຄົມສົງເຄາະ ແລະ ປົກປ້ອງສິດທິເດັກນະຄອນດ່ານັ້ງ, ໄດ້ກາຍເປັນສະຖານທີ່ຊ່ວຍເຫຼືອເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ເດັກກ່ຳພ້າຫຼາຍຄົນ. ຢູ່ແຫ່ງນີ້ໄດ້ຊ່ວຍໃຫ້ພວກນ້ອງມີເຮືອນຢູ່ ແລະ ຊ່ວຍປະຕິບັດຄວາມໄຝ່ຝັນຂອງພວກນ້ອງໃຫ້ປະກົດຜົນເປັນຈິງ.

        ນ້ອງ ເຈິ່ນແທັ່ງເງັ້ຍ, ຢູ່ເມືອງ ນົງເຊີນ, ແຂວງກວາງນາມ, ແມ່ນໜຶ່ງໃນເດັກນ້ອຍນັບສີບຄົນທີ່ດຳລົງຊີວິດຢູ່ສູນສົງເຄາະນະຄອນດ່ານັ້ງ. ແມ່ຂອງນ້ອງເສຍຊີວິດແລ້ວ, ປະຈຸບັນອ້າຍຂອງນ້ອງອີກຜູ້ໜຶ່ງກໍ່ເປັນມະເຮັງເລືອດ. ເສດຖະກິດຂອງຄອບຄົວບໍ່ຖາວອນ, ສະນັ້ນ ພໍ່ຂອງນ້ອງໄປເຮັດວຽກກໍ່ພໍແຕ່ໄດ້ລ້ຽງອ້າຍຂອງ ເງັ້ຍ ເທົ່ານັ້ນ.

        ເມື່ອມາສູນສົງເຄາະນະຄອນດ່ານັ້ງ, ເງັ້ຍ ຄິດຮອດຄອບຄົວຫຼາຍ. ແຕ່ລະມື້ຄວາມຄິດຮອດນັ້ນກໍ່ຄ່ອຍໆຈາງໄປເມື່ອ ເງັ້ຍ ໄດ້ຮັບການເບິ່ງແຍງ, ລ້ຽງດູຢ່າງສຸດຈິດສຸດໃຈ ພ້ອມກັບມີເງື່ອນໄຂຮ່ຳຮຽນຢູ່ສູນແຫ່ງນີ້. ເງັ້ຍ ມີຄວາມຜູກພັນ ແລະ ມັກຮັກ “ເຮືອນ” ຫຼັງທີ 2 ຂອງຕົນຫຼາຍກວ່າ.

        “ລູກມາສູນນີ້ເປັນເວລາກວ່າ 1 ປີແລ້ວ. ລູກໄດ້ຮ່ຳຮຽນ ແລະ ລະຫຼີ້ນພ້ອມກັບພວກເພື່ອນ ມ່ວນຫຼາຍ. ບັນດາອາວ, ອາຢູ່ທີ່ນີ້ໄດ້ເບິ່ງແຍງລ້ຽງດູລູກຢ່າງສຸດຈິດສຸດໃຈ.”

        ໂດຍມີຄວາມແຕກຕ່າງກັບນ້ອງ ເງັ້ຍ, ຊີວິດໄວເດັກຂອງນ້ອງສາວ ຫງວຽນຕື່, ອາຍຸ 15 ປີ ຢູ່ນະຄອນດ່ານັ້ງ ແມ່ນບໍ່ໄດ້ຮັບຄວາມຮັກຈາກພໍ່ແມ່. ໂດຍໄດ້ຮັບຂ່າວຈາກປະຊາຊົນຢູ່ທ້ອງຖິ່ນ, ການນຳສະມາຄົມສົງເຄາະ ແລະ ປົກປ້ອງສິດທິເດັກນະຄອນ ດ່ານັ້ງ ແລະ ສູນສົງເຄາະ ໄດ້ລົງໄປເບິ່ງສະພາບຕົວຈິງ ແລະ ຮັບເອົາ ຕື ມາລ້ຽງດູ. ພາຍຫຼັງດຳລົງຊີວິດຢູ່ສູນນີ້ເປັນເວລາ 1 ປີ, ຕື ໄດ້ມີອ້າຍ, ເອື້ອຍ, ນ້ອງ, ເພື່ອນມິດຕື່ມອີກ ເຊິ່ງຍາມໃດກໍ່ລະດົມກຳລັງໃຈເພື່ອໃຫ້ ຕື ມີກຳລັງໜູນໃນການຮ່ຳຮຽນ, ເພື່ອເຮັດໃຫ້ຄວາມໄຝ່ຝັນຂອງຕົນປະກົດຜົນເປັນຈິງ.

        “ຢູ່ທີ່ນີ້, ລູກໄດ້ໄປໂຮງຮຽນ, ໄດ້ກິນດື່ມ, ໄດ້ຮັບການເບິ່ງແຍງດູແລ, ໄດ້ຮັບການປົກປ້ອງຮັກແພງ. ຄວາມຝັນຂອງລູກແມ່ນຍາກເປັນນາງແບບ. ໃນອະນາຄົດ, ເມື່ອຫາເງິນໄດ້ແລ້ວ ລູກຈະຕອບບຸນແທນຄຸນຕໍ່ອົງການທີ່ໄດ້ຊ່ວຍເຫຼືອລູກ”.

        ປະຈຸບັນ, ສູນສົງເຄາະພວມລ້ຽງເດັກນ້ອຍ, ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກປະມານ 80 ຄົນ. ພວກນ້ອງສ່ວນຫຼາຍແມ່ນຢູ່ນະຄອນ ດ່ານັ້ງ ແລະ ແຂວງ ກວາງນາມ. ນອກນັ້ນ, ຍັງມືເດັກນ້ອຍທີ່ມາຈາກບັນດາແຂວງອື່ນຄື: ກວາງຈິ້, ເທື່ອທຽນ-ເຫ້ວ, ດັ໊ກລັ໊ກ.

        ສູນສົງເຄາະຂຶ້ນກັບສະມາຄົມສົງເຄາະ ແລະ ປົກປ້ອງສິດທິເດັກນະຄອນ ດ່ານັ້ງ. ໃນແຕ່ລະປີ, ສູນນີ້ໄດ້ຮັບເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກມາລ້ຽງດູປະມານ 25 ນ້ອງ. ເດັກນ້ອຍແຕ່ລະຄົນແມ່ນມີນິດໄສທີ່ແຕກຕ່າງກັນ ສະນັ້ນຜູ້ລ້ຽງດູຕ້ອງສັ່ງສອນພວກນ້ອງເທື່ອລະໜ້ອຍ, ຈາກການປາກເວົ້າ, ການດຳລົງຊີວິດ ຕະຫຼອດຮອດການຊ່ວຍເຫຼືອເຊິ່ງກັນແລະກັນໃນການຮ່ຳຮຽນ, ປະຈຸບັນ ບັນດາພວກນ້ອງເຫຼົ່ານັ້ນກໍ່ເຕີບໃຫຍ່ແລ້ວ. ທ່ານ ດັ້ງຮິວບາວ, ຫົວໜ້າສູນສົງເຄາະ, ສະມາຄົມສົງເຄາະ ແລະ ປົກປ້ອງສິດທິເດັກນະຄອນດ່ານັ້ງ, ໃຫ້ຮູ້ວ່າ.

        “ພວກນ້ອງນ້ອຍມາແຫ່ງນີ້ສ່ວນຫຼາຍແມ່ນເດັກກ່ຳພ້າກ່ຳພອຍ ຫຼື ຖືກປະປ່ອຍ ແລະ ສ່ວນຫຼາຍແມ່ນເດັກປະສົບກັບຄວາມຫຍຸ້ງຍາກບໍ່ມີເງິນເພື່ອລ້ຽງດູ. ມີເດັກນ້ອຍບາງຄົນມາຢູ່ນີ້ໄດ້ຮອດ 10 ປີແລ້ວ. ຄະນະຜູ້ອຳນວຍການ ກໍຄືພະນັກງານທັງໝົດຢູ່ທີ່ນີ້ລ້ວນແຕ່ປາດຖະໜາວ່າ ພວກນ້ອງນ້ອຍຈະມີຄວາມມ່ວນຊື່ນ, ມີຄວາມຜາສຸກ”

        ທ່ານນາງ ເລທິຕ໊າມ, ປະທານສະມາຄົມສົງເຄາະ ແລະ ປົກປ້ອງສິດທິເດັກນະຄອນດ່ານັ້ງ, ໃຫ້ຮູ້ວ່າ, ໃນຕະຫຼອດໄລຍະ 10 ມານີ້, ມີເດັກນ້ອຍນັບຮ້ອຍຄົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໄດ້ຮັບການລ້ຽງດູ ແລະ ເຕີບໃຫຍ່ຈາກສູນແຫ່ງນີ້, ມີເດັກຫຼາຍຄົນມີວຽກເຮັດງານທຳເປັນປົກກະຕິ, ເຊື່ອມຕົວເຂົ້າກັບວົງຄະນະຍາດ, ກາຍເປັນຄົນດີ, ມີປະໂຫຍດຕໍ່ສັງຄົມ.

        “ໃນໄລຍະຈະມາເຖິງ, ສະມາຄົມ ພ້ອມແລ້ວທີ່ຈະສືບຕໍ່ຮັບເອົາບັນດາຜູ້ດ້ອຍໂອກາດມາລ້ຽງດູ. ນີ້ແມ່ນຄວາມສະໝັກໃຈ, ເຮັດໃບສະເໜີໂດຍມີອຳນາດການປົກຄອງທ້ອງຖິ່ນຢັ້ງຢືນໃຫ້, ທາງສູນກໍ່ຈະຮັບເອົາ. ລ້ຽງດູພວກນ້ອງໄປຈົນຮອດຍາມໃດທີ່ພວກນ້ອງຮຽນຈົບມະຫາວິທະຍາໄລ, ໃຫ້ຄຳປຶກສາວຽກເຮັດງານທຳ”.

        ນັບແຕ່ປີ 2012 ມາຮອດປະຈຸບັນ, ສູນສົງເຄາະ, ສະມາຄົມສົງເຄາະ ແລະ ປົກປ້ອງສິດທິເດັກນະຄອນ ດ່ານັ້ງ ໄດ້ຮັບເງິນອຸປະຖຳໄລຍະຍາວໃຫ້ແກ່ໂຄງການ “ລ້ຽງດູເດັກກ່ຳພ້າ ແລະ ເດັກນ້ອຍທຸກຍາກທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ນະຄອນ ດ່ານັ້ງ” ແຕ່ລະປີແມ່ນ 4 ຕື້ດົ່ງ (ເທົ່າກັບ 170.000 USD) ຈາກອົງການຈັດຕັ້ງ “ມອບຊີວິດໄວເດັກໃຫ້ແກ່ເດັກນ້ອຍ” ຂອງອາເມລິກາ. ໂຄງການໄດ້ວາງຄາດໝາຍຕ້ອນຮັບ ແລະ ລ້ຽງດູເດັກນ້ອຍໃນທຸກດ້ານ, ນັບແຕ່ສາທາລະນະສຸກ, ການສຶກສາ, ຄຸນສົມບັດ; ແບບແຜນການດຳລົງຊີວິດໃຫ້ແກ່ເດັກນ້ອຍ 40 ນ້ອງ, ໃນເກນອາຍຸແຕ່ 4 ປີເຖິງ 18 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ