ສະໂມສອນ “ເພື່ອນຊ່ວຍເພື່ອນ” –ບ່ອນອີງໃຫ້ແກ່ຜູ້ກ່ອນນີ້ເຄີຍກະທຳຜິດລະເມີດກົດໝາຍ

(VOVWORLD) - ສະໂມສອນ “ເພື່ອນຊ່ວຍເພື່ອນ” ຢູ່ ຕາແສງ ອີອາບັງ ເມືອງ ດັກດວາ ແຂວງ ຢາລາຍ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 4 ກັນຍາ ປີ 2020. ນີ້ແມ່ນຮູບແບບສະໝັກໃຈ ຊ່ວຍຜູ້ທີ່ສິ້ນສຸດການປະຕິບັດຄຳຕັດສິນຈຳຄຸກຂອງສານ ແລ້ວເມື່ອກັບຄືນບ້ານເກີດເມືອງນອນເພື່ອເຊື່ອມຕົວເຂົ້າກັບວົງຄະນາຍາດຄືນໃຫມ່.

ສະໂມສອນ “ເພື່ອນຊ່ວຍເພື່ອນ” –ບ່ອນອີງໃຫ້ແກ່ຜູ້ກ່ອນນີ້ເຄີຍກະທຳຜິດລະເມີດກົດໝາຍ - ảnh 1ພະນັກງານ ຕຳຫລວດ ມາຢື້ຢາມຖາມຂ່າວ ຄອບຄົວອ້າຍ ເຣີເຈີມບຣົງ

ຕາແສງ ອີອາບັງ ມີ 70 ຄົນທີ່ສິ້ນສຸດການປະຕິບັດຄຳຕັດສິນຂອງສານ, ມີຫລາຍຄົນເມື່ອອອກຈາກຄຸກກັບຄືນເມືອບ້ານ ກໍໄດ້ຂໍເຂົ້າຮ່ວມສະໂມສອນ “ເພື່ອນຊ່ວຍເພື່ອນ” ດ້ວຍຄວາມສະໝັກໃຈ. ໄລຍະທຳອິດທີ່ຫາກໍ່ໄດ້ຮັບການສ້າງຕັ້ງ, ສະໂມສອນດັ່ງກ່າວ ລວມມີສະມາຊິກ 28 ຄົນ, ມາຮອດປະຈຸບັນ ແມ່ນ 31 ຄົນ. ໃນການດຳເນີນຊີວິດປະຈຳເດືອນ, ພະນັກງານ ຕຳຫລວດຕາແສງ, ຜູ້ຕາງຫນ້າອຳນາດການປົກຄອງທ້ອງຖິ່ນ ໄດ້ລົງໂຄສະນາເຜີຍແຜ່ນະໂຍບາຍ, ກົດໝາຍຂອງລັດ, ລະດົມກຳລັງໃຈທຸກຄົນບໍ່ໃຫ້ລະເມີດກົດໝາຍ ພ້ອມກັນຊ່ວຍເຫລືອຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນໃນຊີວິດ, ຮັບຟັງຄວາມມຸ່ງມາດປາດຖະຫນາຂອງບັນດາສະມາຊິກ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ນຳຊີວິດການເປັນຢູ່ໃຫ້ເປັນປົກກະຕິ. ພັນໂທ ຮ່ວາງວັນຮວັນ, ຮອງຫົວຫນ້າຕຳຫລວດເມືອງ ດັກດວາ ໃຫ້ຮູ້ວ່າ:

“ຕຳຫລວດ ເມືອງ ດັກດວາ ໄດ້ຂົນຂວາຍຜູ້ທີ່ເຄີຍກະທຳຜິດເພື່ອເຂົ້າຮ່ວມສະໂມສອນ ເພື່ອນຊ່ວຍເພື່ອນ ດ້ວຍຈຸດປະສົງຢາກໃຫ້ພວກເພື່ອນແລກປ່ຽນບົດຮຽນປະສົບການໃນການທຳມາຫາກິນ, ເຮັດໃຫ້ຊີວິດດີຂຶ້ນ. ປະຈຸບັນ ສະໂມສອນຊ່ວຍໃຫ້ 25 ຄົນໄດ້ກູ້ຢືມເງິນ 450 ລ້ານດົ່ງ ຈາກທະນາຄານເພື່ອພັດທະນາເສດຖະກິດ ພ້ອມທັງຊ່ວຍຜູ້ອື່ນຊອກຫາວຽກເຮັດງານທຳ, ລ້ຽງສັດທຳການຜະລິດ. ຕຳຫລວດເມືອງ ດັກດວາ ກໍ່ໄດ້ເຮັດວຽກກັບບັນດາວິສາຫະກິດໃນບໍລິເວນເພື່ອຂໍໃຫ້ເຂົາເຈົ້າເຂົ້າເຮັດວຽກ ແລະ ເບື້ອງຕົ້ນແກ້ໄຂໄດ້ວຽກເຮັດງານທຳໃຫ້ຫລາຍຄົນ. ສຳລັບຜູ້ຢາກໄປເຮັດວຽກຢູ່ຕ່າງແຂວງ ພວກຂ້າພະເຈົ້າ ກໍເອື້ອອຳນວຍຄວາມສະດວກເຮັດລະບຽບການເອກະສານຕ່າງໆ.”

ສະໂມສອນ “ເພື່ອນຊ່ວຍເພື່ອນ” –ບ່ອນອີງໃຫ້ແກ່ຜູ້ກ່ອນນີ້ເຄີຍກະທຳຜິດລະເມີດກົດໝາຍ - ảnh 2ອ້າຍ ເຈີນເຈົາໂຫ່ ພວມເຮັດລະບຽບການກຸ້ຢືມເງິນ ທະນາຄານນະໂຍບາຍສັງຄົມເມືອງດັກດວາ

 Trần Châu Hổ đang làm thủ tục vay vốn Ngân hàng chính sách xã hội huyện Đăk Đoa. 

ອ້າຍ ເຣີເຈີມບຣົງ ຊາວເຜົ່າ ຢຣາຍ ຢູ່ ບ້ານ ອໍເດີດ ຕາແສງ ອີອາບັງ ຜູ້ທີ່ເຄີຍຖືກສານຕັດສິນຈຳຄຸກ 9 ປີ ຍ້ອນຂ້າມຊາຍແດນແບບຜິດກົດໝາຍ, ເມື່ອໄດ້ກັບຄືນເມືອບ້ານເກີດເມືອງນອນ ອ້າຍໄດ້ເຂົ້າຮ່ວມສະໂມສອນ “ເພື່ອນຊ່ວຍເພື່ອນ” ນັບແຕ່ຊຸມມື້ທຳອິດທີ່ຫາກໍ່ໄດ້ຮັບການສ້າງຕັ້ງ.

 “ກ່ອນນີ້ ຂ້າພະເຈົ້າເຄີຍກະທຳຜິດລະເມີດກົດໝາຍ ຖືກສົ່ງໄປດັດສ້າງ, ເມື່ອກັບຄືນເມືອບ້ານ ຂ້າພະເຈົ້າໄດ້ເຂົ້າຮ່ວມສະໂມສອນ ເພື່ອນຊ່ວຍເພື່ອນ ເກືອບ 1 ປີແລ້ວ. ລັດໄດ້ຊ່ວຍໃຫ້ຂ້າພະເຈົ້າສາມາດປຸກສ້າງເຮືອນຢູ່ໃຫມ່ ກໍ່ຄືຊ່ວຍເອົາງົວໃຫ້ລ້ຽງເພື່ອທຳມາຫາກິນ. ປະຈຸບັນ ຄອບຄົວຂ້າພະເຈົ້າປູກກາເຟ 8 ໄລ, ຕົ້ນໝາກພິກໄທ 30 ຕົ້ນ. ກ່ອນນີ້ຫຍຸ້ງຍາກຫລາຍ ແຕ່ປະຈຸບັນ ພໍຢູ່ພໍກິນແລ້ວ”

ສະໂມສອນ “ເພື່ອນຊ່ວຍເພື່ອນ” ພວມມີແຜນການສົມທົບກັບສູນແນະນຳວຽກເຮັດງານທຳແຂວງ ຢາລາຍ ບຳລຸງສ້າງ, ສອນວິຊາຊີບໃຫ້ແກ່ບັນດາສະມາຊິກໃນສະໂມສອນ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າ. ທະນາຄານນະໂຍບາຍສັງຄົມ ເມືອງ ດັກດວາ ຊ່ວຍບັນດາສະມາຊິກໃນສະໂມສອນ ໄດ້ກູ້ຢືມເງິນເພື່ອຜະລິດດຳເນີນທຸລະກິດ. ຍ້ອນເຫດນັ້ນ ສະມາຊິກສະໂມສອນຈຳນວນຫນຶ່ງ ກໍ່ມີຊີວິດການເປັນຢູ່ທີ່ເປັນປົກກະຕິ. ອ້າຍ ເຈີນເຈົາໂຫ ຢູ່ ຕາແສງ ອີອາບັງ ແມ່ນຕົວຢ່າງ ເມື່ອຫາກໍ່ໄດ້ເຂົ້າຮ່ວມສະໂມສອນພຽງສອງສາມເດືອນ.

ກ່ອນນີ້ ນ້ອງເຄີຍກະທຳຜິດລະເມີດກົດໝາຍ, ປຸ້ນຊິງຊັບ ແລະ ຖືກສົ່ງໄປດັດສ້າງຢູ່ຄ້າຍຄຸ້ມຂັງ ຢາຈູງ ມາເປັນເວລາ 4 ປີ. ເມື່ອໄດ້ກັບຄືນເມືອບ້ານເກີດເມືອງນອນ ຕຳຫລວດຕາແສງ ໄດ້ໃຫ້ຄຳປຶກສາ, ແນະນຳຮູບແບບສະໂມສອນນີ້. ນ້ອງໄດ້ກູ້ຢຶມເງິນ 50 ລ້ານດົ່ງ, ອັດຕາດອກເບ້ຍຕ່ຳ 0,6%/ປີ. ຮູບແບບສະໂມສອນ ເພື່ອນຊ່ວຍເພື່ອນ ນີ້ມີປະໂຫຍດທີ່ສຸດ. ອ້າຍນ້ອງໃນສະໂມສອນໄດ້ຮັບການຊ່ວຍເຫລືອ ເອື້ອອຳນວຍຄວາມສະດວກ ໄດ້ຮ່ຳຮຽນບົດຮຽນເຊິ່ງກັນແລະກັນ ພວກນ້ອງດີໃຈຫລາຍ ແລະ ຂໍຂອບໃຈສະໂມສອນ”

ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງຂຶ້ນມາຮອດປະຈຸບັນ, ສະໂມສອນ ເພື່ອນຊ່ວຍເພື່ອນ ຍັງບໍ່ທັນມີສະມາຊິກຄົນໃດທີ່ກັບໄປລະເມີດກົດໝາຍຄືນໃຫມ່. ບັນດາສະມາຊິກໃນສະໂມສອນ ຍັງແມ່ນຜູ້ໂຄສະນາທີ່ຕັ້ງຫນ້າໃນການຂົນຂວາຍພໍ່ແມ່ຊາວທ້ອງຖິ່ນປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງລັດເປັນຢ່າງດີ, ດຸໝັ່ນຂະຫຍັນພຽນໃນການທຳມາຫາກິນ ປົວແປງຊີວິດການເປັນຢູ່ໃຫ້ດີຂຶ້ນ

ຮູບແບບສະໂມສອນ ເພື່ອນຊ່ວຍເພື່ອນ ຢູ່ ຕາແສງ ອີອາບັງ ແມ່ນບ່ອນອີງອັນໝັ້ນແກ່ນຊ່ວຍໃຫ້ຜູ້ທີ່ເຄີຍກະທຳຜິດລະເມີດກົດໝາຍ ໄດ້ມີໂອກາດກັບຄືນເຊື່ອມຕົວເຂົ້າກັບວົງຄະນາຍາດ. ຈາກປະສິດທິຜົນຂອງຮູບແບບນີ້ ເມືອງ ດັກດວາ ໄດ້ມີແຜນການສ້າງຕັ້ງ 2 ສະໂມສອນຄືດັ່ງກ່າວຕື່ມອີກຢູ່ບັນດາຕາແສງອື່ນໃນໄລຍະໄວເທົ່າທີ່ຈະໄວໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ