ສ້າງຄວາມຢູ່ເຢັນເປັນສຸກໃຫ້ແກ່ຂອງປະຊາຊົນ

(VOVWORLD) - ພາຍຫລັງຜັນຂະຫຍາຍຢູ່ບາງທ້ອງຖິ່ນຂຶ້ນກັບແຂວງ ກ໋ວາງບີ່ງ ແລະ ແຂວງ ບີ່ງດີ້ງ ມາເປັນເວລາເກືອບ 3 ປີ, ໂຄງການ ຫວຽດນາມ - ສ.ເກົາຫຼີ ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກຫລັງສົງຄາມ ບັນລຸໄດ້ບັນດາໝາກຜົນຢ່າງດີງາມ.

ນອກຈາກເປົ້າໝາຍກຳນົດບັນດາບໍລິເວນມີລະເບີດ, ວັດຖຸລະເບີດບໍ່ທັນແຕກແລ້ວ, ໂຄງການດັ່ງກ່າວ ຍັງຊ່ວຍຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ 2 ແຂວງໃນການອອກແຮງງານ, ທຳການຜະລິດ, ດຳເນີນຊີວິດປະຈຳວັນ ກໍ່ຄືພັດທະນາເສດຖະກິດ.

ສ້າງຄວາມຢູ່ເຢັນເປັນສຸກໃຫ້ແກ່ຂອງປະຊາຊົນ - ảnh 1 ນັກຮົບຊ່າງແສງ ພວມມານະພະຍາຍາມກວດ, ເກັບກູ້ລະເບີດບໍ່ທັນແຕກຢູ່ດິນແມັດສຸດທ້າຍ

ເວລາ 6 ໂມງ 30 ນາທີ, ລຽບຕາມບັນດາເນີນພູ ແລະ ທົ່ງນາຢູ່ຕາແສງ ກ໊າດເຍີນ, ເມືອງ ຟູກ໊າດ, ແຂວງ ບີ່ງດີ້ງ, ບັນດານັກຮົບຊ່າງແສງຂຶ້ນກັບໂຄງການ ຫວຽດນາມ - ສ.ເກົາຫຼີ ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກຫລັງສົງຄາມ ພວມມານະພະຍາຍາມກວດ, ເກັບກູ້ລະເບີດບໍ່ທັນແຕກຢູ່ດິນແມັດສຸດທ້າຍ ເພື່ອ ມອບສົ່ງໃຫ້ປະຊາຊົນທຳການຜະລິດກະສິກຳ. ກ່ອນນີ້ ເມືອງ ຟູກ໊າດ ເຄີຍເປັນໜຶ່ງໃນບັນດາສະໜາມຮົບດຸເດືອດທີ່ສຸດຂອງແຂວງ ບີ່ງດີ້ງ. ເຖິງວ່າໃນຊຸມປີຜ່ານມາ, ລັດຖະບານ, ກອງທັບໄດ້ເອົາໃຈໃສ່ເຖິງວຽກງານແກ້ໄຂເກັບກູ້, ເກັບກູ້ລະເບີດບໍ່ທັນແຕກຫລັງສົງຄາມ ແລະ ໜູນຊ່ວຍວິທີຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນກໍ່ຕາມ ແຕ່ຍ້ອນແຫຼ່ງເງິນໃຊ້ຈ່າຍມີຈຳກັດ ສະນັ້ນ ຈຶ່ງມີຫລາຍບ່ອນ ຍັງບໍ່ທັນ ມ້າງທຳລາຍໄດ້. ເມື່ອໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍຢູ່ບໍລິເວນຂອງເມືອງ, ປະຊາຊົນເມືອງ ຟູກ໊າດ ມີຄວາມພາກພູມໃຈຫລາຍ. ທ່ານນາງ ຫງວຽນທິຕ໊ວຽດ, ຮອງປະທານຄະນະກຳມະການປະຊາຊົນເມືອງ ຟູກ໊າດ, ແບ່ງປັນວ່າ:

ໂຄງການໄດ້ຮັບການຜັນຂະຫຍາຍ, ພິເສດແມ່ນຜັນຂະຫຍາຍການສຳຫລວດ ແລະ ດຳເນີນການເກັບກູ້ມ້າງທຳລາຍລະເບີດບໍ່ທັນແຕກ ໄດ້ນຳມາໃຫ້ທ້ອງຖິ່ນມີເນື້ອທີ່ດິນປອດໄພຂະໜາດກ້ວາງ ເພື່ອພັດທະນາການຜະລິດ. ພິເສດແມ່ນຮັບໃຊ້ໃຫ້ແກ່ການກໍ່ສ້າງບັນດາເຄຫະສະຖານຄືສຸກສາລາ, ໂຮງຮຽນ. ຢູ່ທ້ອງຖິ່ນມີຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກເກືອບ 4.000 ຄົນ, ພວກຂ້າພະເຈົ້າໄດ້ສຳຫລວດ ແລະ ມີບັນດາການໜູນຊ່ວຍໃຫ້ແກ່ປະຊາຊົນຍົກສູງຊີວິດການເປັນຢູ່, ເປັນຕົ້ນແມ່ນສ້າງວິທີຫາເງິນລ້ຽງຊີບໃຫ້ແກ່ເຂົາເຈົ້າ.

ລຸງ ຫງວຽນທຽນ, ອາຍຸ 67 ປີ, ຢູ່ເມືອງ ດ້າຍເລີ້ຍ, ຕາແສງ ກ໊າດເຍີນ, ເມືອງ ຟູກ໊າດ ໃຫ້ຮູ້ວ່າ: ຄອບຄົວຂອງລຸງ ພ້ອມກັບ 30 ຄອບຄົວອື່ນ ຄະນະກຳມະການປະຊາຊົນຕາແສງຫາກໍ່ຍົກຍ້າຍຈາກເຂດດິນທີ່ມີລະເບີດບໍ່ທັນແຕກຕົກຄ້າງໄປຈັດສັນຢູ່ເຂດບໍ່ມີລະເບີດ. ລຸງ ຫງວຽນທຽນ ໃຫ້ຮູ້ວ່າ:

ກ່ອນນີ້ ຢູ່ເຂດນີ້ ບໍ່ມີໃຜກ້າຂຸດດິນ, ຍ້ອນວ່າ ມີຫລາຍຄົນທີ່ຂຸດຄົ້ນ, ປູກຕົ້ນໄມ້, ຂຸດຫີນ ລ້ວນແຕ່ຖືກລະເບີດແຕກໃສ່ ແລະ ກໍ່ເສຍຊີວິດ. ນັບແຕ່ເມື່ອມີທະຫານມາເກັບກູ້ມ້າງທຳລາຍລະເບີດບໍ່ທັນແຕກ ແລະ ເຮັດໃຫ້ດິນມີຄວາມປອດໄພນັ້ນ ພໍ່ແມ່ປະຊາຊົນ ຈຶ່ງມີຄວາມອຸ່ນອ່ຽນໃຈ, ພາກພູມໃຈທີ່ສຸດ, ສະນັ້ນ ມາຮອດປະຈຸບັນ ພໍ່ແມ່ປະຊາຊົນຢູ່ນີ້ ເຮັດຫຍັງກໍ່ບໍ່ຢ້ານ.

ສ້າງຄວາມຢູ່ເຢັນເປັນສຸກໃຫ້ແກ່ຂອງປະຊາຊົນ - ảnh 2 ນັກຮົບຊ່າງແສງຂຶ້ນກັບໂຄງການ ຫວຽດນາມ - ສ.ເກົາຫຼີ ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກຫລັງສົງຄາມ

ໂຄງການ ຫວຽດນາມ - ສ.ເກົາຫຼີ ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກຫລັງສົງຄາມ ໄດ້ຮັບການຜັນຂະຫຍາຍມາແຕ່ປີ 2018 ດ້ວຍແຫຼ່ງທຶນຂອງລັດຖະບານ ສ.ເກົາຫຼີ ໂດຍຜ່ານອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ແລະ ໂຄງການພັດທະນາສະຫະປະຊາຊາດ (UNDP) ດ້ວຍຍອດຈຳນວນເງິນ 30 ລ້ານ USD. ສິ້ນສຸດໄລຍະ 1, ໂຄງການດັ່ງກ່າວໄດ້ສຳຫລວດເນື້ອທີ່ດິນແມ່ນ 16.880 ເຮັກຕາ; ມ້າງທຳລາຍລະເບີດບໍ່ທັນແຕກດ້ວຍເນື້ອທີ່ຫລາຍກ່ວາ 5.700 ເຮັກຕາ ຢູ່ບໍລິເວນ 2 ແຂວງ ກ໋ວາງບີ່ງ ແລະ ບີ່ງດີ້ງ. ທ່ານ ຫງວຽນວັນງຽບ, ຮອງຜູ້ອຳນວຍການໃຫຍ່ສູນເກັບກູ້ລະເບີດແຫ່ງຊາດ ຫວຽດນາມ (VNMAC), ຜູ້ອຳນວຍການໂຄງການດັ່ງກ່າວໃຫ້ຮູ້ວ່າ:

ການຜັນຂະຫຍາຍໂຄງການຄັ້ງນີ້ ມັນແຕກຕ່າງກັບການຜັນຂະຫຍາຍບັນດາໂຄງການຜ່ານມາ. ໂຄງການກ່ອນນີ້ ພວກເຮົາມີແຕ່ກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ໃຫ້ປະຊາຊົນ ຫຼື ບັນດາໂຄງການເຄຫະສະຖານ, ໂຮງຮຽນ, ສຸກສາລາເທົ່ານັ້ນ. ໂຄງການຄັ້ງນີ້ ມີລັກສະນະມະນຸດສະທຳ ສະນັ້ນ ບັນດາບໍລິເວນທີ່ມີລະເບີດບໍ່ທັນແຕກທັງໝົດລ້ວນແຕ່ໄດ້ເກັບກູ້ ແລະ ມ້າງທຳລາຍ. ຜ່ານການປະຕິບັດໄລຍະ 1 ແຕ່ປີ 2018 ມາຮອດປະຈຸບັນ, ພວກຂ້າພເຈົ້າຖອດຖອນໄດ້ບົດຮຽນຫລາຍຢ່າງ.

ໂຄງການດັ່ງກ່າວ ບໍ່ພຽງແຕ່ເຮັດໃຫ້ດິນປອດໄພຈາກລະເບີດບໍ່ທັນແຕກເທົ່ານັ້ນ ຫາກຍັງມຸ່ງໄປເຖິງເປົ້າໝາຍພາຍຫລັງເກັບກູ້ມ້າງທຳລາຍອີກດ້ວຍ, ເນື້ອທີ່ດິນປອດໄພຈະຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາເສດຖະກິດສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງມີປະສິດທິຜົນ. ທ່ານ Cho Han-Deog, ຜູ້ອຳນວຍການໃຫຍ່ແຫ່ງຊາດ KOICA ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ: KOICA ຈະສືບຕໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການສ້າງວົງຄະນະຍາດ ບໍ່ຖືກນາບຂູ່ຈາກລະເບີດ, ວັດຖຸລະເບີດບໍ່ທັນແຕກ, ເຮັດໃຫ້ບັນດາຕອນດິນມີລະເບີດບໍ່ທັນແຕກກາຍເປັນຕອນດິນທີ່ມີຄວາມປອດໄພ ເພື່ອໃຫ້ປະຊາຊົນທຳການປູກຝັງ, ຜະລິດ. ທ່ານ Cho Han-Deog, ໃຫ້ຮູ້ວ່າ:

ສຳລັບບັນດາໂຄງການເກັບກູ້ ແລະ ມ້າງທຳລາຍລະເບີດບໍ່ທັນແຕກ, ບໍ່ສາມາດປະຕິບັດໄດ້ໃນໄລຍະດຽວ ເຊິ່ງອາດຈະສິ້ນສຸດ ແລະ ແກ້ໄຂໄດ້ບັນຫາທີ່ກ່ຽວຂ້ອງເຖິງລະເບີດຫລັງສົງຄາມ. ສະນັ້ນ ພວກຂ້າພະເຈົ້າ ຈຶ່ງໄດ້ປະເມີນຜົນ ເພື່ອສືບຕໍ່ຜັນຂະຫຍາຍໄລຍະ 2. ນອກຈາກເລື່ອງສືບຕໍ່ບັນດາວຽກງານເກັບກູ້ມ້າງທຳລາຍລະເບີດບໍ່ທັນແຕກແລ້ວ, ພວກຂ້າພະເຈົ້າຈະມີບັນດາໂຄງການນ້ອຍຢູ່ເນື້ອທີ່ດິນທີ່ປອດໄພ ເພື່ອຊ່ວຍໃຫ້ປະຊາຊົນພັດທະນາເສດຖະກິດ ແລະ ມີຊີວິດການເປັນຢູ່ທີ່ດີງາມກ່ວາ.

ໂຄງການ ຫວຽດນາມ - ສ.ເກົາຫຼີ ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກຫລັງສົງຄາມ ແມ່ນໜຶ່ງໃນບັນດາໂຄງການໃຫຍ່ ຈາກແຫຼ່ງທຶນອຸປະຖຳຂອງຕ່າງປະເທດ ທີ່ມີຄວາມໝາຍມະນຸດສະທຳ, ມີຜົນສະທ້ອນຢ່າງຕັ້ງໜ້າຕໍ່ການໜູນຊ່ວຍສັງຄົມ, ພັດທະນາເສດຖະກິດໃຫ້ແກ່ 2 ແຂວງ ກ໋ວາງບີ່ງ ແລະ ບີ່ງດີ້ງ. ພ້ອມທັງ ໜູນຊ່ວຍອຸປະກອນການຟື້ນຟູສະມັດຕະພາບ ແລະ ບຳລຸງສ້າງອາຊີບໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ ແລະ ໂຄສະນາ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຄວາມອັນຕະຫລາຍ, ວິທີປ້ອງກັນ, ຫຼີກລ້ຽງການເກີດອຸບັດຕິເຫດຈາກລະເບີດ, ວັດຖຸລະເບີດ./.

ຕອບກັບ

ຂ່າວ/ບົດ​ອື່ນ