ສ້າງຄວາມສາມາດບົ່ນຊ້ອນຈາກໂຄງການພະລັງານໄຟຟ້າແສງຕາເວັນ ກືຢຸ໊ດ ດັ໊ກນົງ

(VOVWORLD) -ດ້ວຍເນື້ອທີ່ດິນຂຶ້ນເກືອບ 65 ເຮັກຕາ, ມີແຜ່ນແບັດເຕີລີດຶງດູດພະລັງງານແສງຕາເວັນກວ່າ 187.000 ແຜ່ນ, ໂຮງງານໄຟຟ້າແສງຕາເວັນ ກືຢຸ໊ດ ເປັນບ່ອນສ້າງແຫຼ່ງພະລັງງານສະອາດຢ່າງບໍ່ມີວັນສິ້ນສຸດ.

ສ້າງຄວາມສາມາດບົ່ນຊ້ອນຈາກໂຄງການພະລັງານໄຟຟ້າແສງຕາເວັນ ກືຢຸ໊ດ ດັ໊ກນົງ - ảnh 1ແຜ່ນແບັດເຕີລີດຶງດູດພະລັງງານແສງຕາເວັນຢູ່ ກືຢຸ໊ດ ດັ໊ກນົງ

(ພາບ: nld.com.vn)

ເຂດໄຕງວຽນ ເວົ້າລວມ, ແຂວງດັ໊ກລັ໊ກ ເວົ້າສະເພາະໄດ້ຖືວ່າແມ່ນເຂດດິນແດນທີ່ມີຄວາມສາມາດບົມຊ້ອນດ້ານພະລັງງານແສງຕາເວັນຢ່າງຫຼວງຫຼາຍ. ບັນດາໂຄງການພະລັງງານແສງຕາເວັນຢູ່ ດັ໊ກນົງ ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍ, ເຊິ່ງຄາດວ່າ ຈະມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການພັດທະນາແຫຼ່ງພະລັງງານສະອາດ, ຮັບໃຊ້ໃຫ້ແກ່ຄວາມຕ້ອງການພັດທະນາເສດຖະກິດ - ສັງຄົມ.

        ດ້ວຍເນື້ອທີ່ດິນຂຶ້ນເກືອບ 65 ເຮັກຕາ, ມີແຜ່ນແບັດເຕີລີດຶງດູດພະລັງງານແສງຕາເວັນກວ່າ 187.000 ແຜ່ນ, ໂຮງງານໄຟຟ້າແສງຕາເວັນ ກືຢຸ໊ດ ເປັນບ່ອນສ້າງແຫຼ່ງພະລັງງານສະອາດຢ່າງບໍ່ມີວັນສິ້ນສຸດ. ກ່ອນໜ້ານັ້ນ, “ທົ່ງພະລັງງານ” ນີ້ເຄີຍແມ່ນເຂດດິນແດນທີ່ແຫ້ງແລ້ງ, ມີຕົ້ນໄມ້ທີ່ໃຫ້ສະມັດຕະພາບຕໍ່ຳ, ປະສິດທິຜົນທາງດ້ານເສດຖະກິດບໍ່ສູງ.

        ອ້າຍ ຫວຽນວັນດຶ໊ກ, ຜູ້ບໍລິຫານຂອງໂຮງງານໄຟຟ້າແສງຕາເວັນ ກືຢຸ໊ດ, ໃຫ້ຮູ້ວ່າ ພາຍຫຼັງໂຮງງານນຳເຂົ້າໃຊ້ການ, ເຖິງວ່າແຜ່ນແບັດເຕີລີດຶງດູດພະລັງງານແສງຕາເວັນເຄື່ອນໄຫວທັງໝົດນັ້ນກໍ່ຕາມ, ແຕ່ຖັນແຖວພະນັກງານມີແຕ່ເຮັດວຽກໃນຄອມພິວເຕີ ແລະ ຄຸ້ມຄອງວຽກງານຜ່ານກ້ອງວົງຈອນເທົ່ານັ້ນ. ຖັນແຖວຜູ້ບໍລິຫານກໍ່ໄດ້ກວດກາແຜ່ນແຜ່ນແບັດເຕີລີເປັນປະຈຳ, ຮັກສາຄວາມສະອາດ, ເພື່ອໃຫ້ມີຄວາມປອດໄພ, ຮັບປະກັນສະມັດຕະພາບຂອງແບັດເຕີລີບັນລຸລັງສີສູງທີ່ສຸດ.

        “ວຽກງານຂອງພວກອ້າຍນ້ອງບໍລິຫານຢູ່ທີ່ນີ້ໄດ້ຜັດປ່ຽນກັນຕິດຕາມກວດກາເຄື່ອງອຸປະກອນ ແລະ ຄຸ້ມຄອງສະພາບການລວມຂອງໂຮງງານໃນຕອນເວນຍາມ, ຖ້າຫາກແຜ່ນແບັດເຕີລີເປ່ເພ, ໜ້າທີ່ຂອງພວກເຂົາເຈົ້າແມ່ນຕ້ອງໄປປ່ຽນອັນໃໝ່; ຫຼືຖ້າເກີດບັນຫາກໍ່ຈະສ້ອມແປງ. ກ່ຽວກັບການກະຈາຍໄຟຟ້າຫຼາຍທີ່ສຸດແມ່ນແຕ່ເວລາ 11 ໂມງ ຫາ 13 ໂມງ. ນອກຈາກເວລານັ້ນແມ່ນທຳມະດາ”

        ເຈົ້າຂອງລົງທຶນແມ່ນບໍລິສັດຫຸ້ນສ່ວນເຂື່ອນໄຟຟ້ານ້ຳຕົກພາກກາງ ໄດ້ສຳຫຼວດຫຼາຍເຂດໃນທົ່ວປະເທດ ແລະ ເຂດເມືອງ ກືຢຸ໊ດ, ແຂວງດັ໊ກນົງ ມີຄວາມສາມາດບົ່ມຊ້ອນດ້ານລັງສີດີທີ່ສຸດ, ຊົ່ວໂມງມີແດດສະເລ່ຍໃນແຕ່ລະປີແມ່ນ 2.600 ຊົ່ວໂມງ. ລະບົບສາຍສົ່ງໄຟຟ້າ, ພື້ນຖານໂຄງລ່າງແມ່ນຂ້ອນຂ້າງສົມບູນພໍສົມຄວນ. ໃນຂະນະທີ່ອາກາດຢູ່ແຫ່ງນີ້ແມ່ນມີຄວາມເປັນປົກກະຕິ, ໄພທຳມະຊາດເກີດຂຶ້ນໜ້ອຍ ສະນັ້ນບໍລິສັດຈຶງໄດ້ລົງທຶນກວ່າ 1.300 ຕື້ດົ່ງ ເພື່ອກໍ່ສ້າງໂຮງງານໄຟຟ້າແສງຕາເວັນ ດ້ວຍຄວາມແຮງ 50 MW. ໂຮງງານໄດ້ເຄື່ອນໄຫວ ຄາດວ່າສາມາດຜະລິດໄຟຟ້າໄດ້ປະມານ 90 ລ້ານ KWh/ປີ ດ້ວຍລາຍຮັບປະມານ 200 ຕື້ດົ່ງ. ຄາດວ່າ, ຈະເກັບຄືນໄດ້ເງິນລົງທຶນມາໄດ້ທັງໝົດແມ່ນ 9 ປີ. ທ່ານ ລິວຟຸກແອັງ, ຮອງຫົວໜ້າໂຮງງານໄຟຟ້າແສງຕາເວັນ ກືຢຸ໊ດ, ໃຫ້ຮູ້ວ່າ.

        “ການແຜ່ລັງສີຢູ່ແຂວງ ດັ໊ກນົງ, ພິເສດແມ່ນຢູ່ເມືອງ ກືຢຸ໊ດ ແມ່ນເຂດມີຄວາມສາມາດບົ່ມຊ້ອນແຜ່ລັງສີໄດ້ດີພໍສົມຄວນ. ພິເສດແມ່ນສະຖານທີ່ເລືອກກໍ່ສ້າງໂຮງງານມີຄວາມສະດວກຫຼາຍຢ່າງເພາະວ່າມັນຢູ່ໃກ້ກັບສາຍສົ່ງໄຟຟ້າ 110 KV, ແຜ່ລັງສີໄດ້ດີທີ່ສຸດ. ຜ່ານການເຮັດວຽກກັບທ້ອງຖິ່ນ, ທາງທ້ອງຖິ່ນກໍ່ມີຄວາມເປີດອົກເປີດໃຈທີ່ສຸດ ແລະ ໃຫ້ການໜູນຊ່ວຍຫຼາຍຢ່າງ. ປະລິມານໄຟຟ້າທີ່ຜະລິດໃນແຕ່ລະເດືອນແມ່ນປະມານ 7 ລ້ານ KWh ແລະ ກະຈາຍໃຫ້ເຄືອຂ່າຍໄຟຟ້າແຫ່ງຊາດແມ່ນກວ່າ 31 ລ້ານ KWh, ເປັນການປະກອບສ່ວນຫຼຸດຜ່ອນສະພາບຂາດໄຟຟ້າຂອງປະເທດຊາດ, ກໍຄືຫຼຸດຜ່ອນການເສຍຫາຍພະລັງງານຢູ່ພາກພື້ນ”.

        ການພັດທະນາພະລັງງານຜະລິດຄືນໃໝ່, ໃນນັ້ນມີພະລັງງານແສງຕາເວັນເຊິ່ງລັດຖະບານພວມສົ່ງເສີມ. ນີ້ແມ່ນທິດກ້າວເດີນທີ່ຈຳເປັນ, ໃນສະພາບທີ່ຮູບແບບການຜະລິດພະລັງງານໄຟຟ້າທີ່ເປັນມູນເຊື້ອຄື: ເຂື່ອນໄຟຟ້ານ້ຳຕົກ, ໄຟຟ້ານຳໃຊ້ພະລັງງານຄວາມຮ້ອນນັບມື້ນັບຫຼຸດປະລິມານລົງ ກໍຄືລັກສະນະແກ່ງແຍ້ງ. ຕາມທ່ານ ງຽມຮົ່ງກວາງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ກືຢຸ໊ດ ແລ້ວ, ການລົງທຶນເຂົ້າບັນດາໂຄງການພະລັງງານແສງຕາເວັນ ໄດ້ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງທ້ອງຖິ່ນ. ມີຫຼາຍບ່ອນດິນບໍ່ງາມ, ເກີດໄພແຫ້ງແລ້ງເປັນປະຈຳ, ຂາດນ້ຳໃນລະດູແລ້ງ ພວມກາຍເປັນສະຖານທີ່ກໍ່ສ້າງໂຄງການພະລັງງານໄຟຟ້າແສງຕາເວັນ.

        “ປະສິດທິຜົນທີ 1 ສຳລັບທ້ອງຖິ່ນນັ້ນແມ່ນ ການຫັນປ່ຽນໂຄງປະກອບເສດຖະກິດ, ທີ 2 ແມ່ນເພີ່ມລາຍຮັບໃຫ້ແກ່ທ້ອງຖິ່ນ, ທີ 3 ແມ່ນແກ້ໄຂວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນ, ນັ້ນແມ່ນບັນດາຜົນກະທົບຢ່າງຫັນໄດ້ຊັດ, ມີຄວາມຕັ້ງໜ້າທີ່ສຸດຂອງໂຄງການ. ໃນໄລຍະຈະມາເຖິງ, ດ້ວຍໜ້າທີ່ຄວາມຮັບຜິດຊອບ ແລະ ຄວາມປາດຖະໜາຂອງທ້ອງຖິ່ນ ໂຄງການນີ້ຈະສືບຕໍ່ເສີມຂະຫຍາຍປະສິດທິຜົນ. ສິ່ງສຳຄັນກວ່ານັ້ນແມ່ນ ເມື່ອໂຄງການໄດ້ນຳເຂົ້າໃຊ້ງານ ຈະສົ່ງຜົນກະທົບ, ແຜ່ຂະຫຍາຍອອກສູ່ວິສາຫະກິດ, ບັນດານັກລົງທຶນມີຄວາມໄວ້ເນື້ອເຊື່ອໃຈວ່າ ເມື່ອມາລົງທຶນຢູ່ແຫ່ງນີ້ແລ້ວຈະໄດ້ຮັບການຕ້ອນຮັບ ແລະ ມີເງື່ອນໄຂສະດວກ”.

        ນອກຈາກ 2 ໂຄງການໃຫຍ່ທີ່ນຳເຂົ້າໃຊ້ງານດ້ານການຄ້າແລ້ວ, ປະຈຸບັນທົ່ວແຂວງຍັງມີ 6 ໂຄງການຜະລິດໄຟຟ້າແສງຕາເວັນ ຄາດວ່າຈະໄດ້ຮັບການກໍ່ສ້າງຢູ່ບັນດາເມືອງ ກືຢຸ໊ດ, ກຣົງ ໂນ. ບັນດາໂຄງການດັ່ງກ່າວພວມຍື່ນສະເໜີຕໍ່ກະຊວງອຸດສາຫະກຳການຄ້າຫວຽດນາມ ປະເມີນຜົນ, ເພີ່ມເຕີມເຂົ້າການວາງແຜນລະບົບໄຟຟ້າແຫ່ງຊາດ. ນີ້ລ້ວນແຕ່ບັນດາໂຄງການໃຫຍ່, ມີເງິນລົງທຶນທັງໝົດແຕ່ 1.000 – 4.000 ຕື້ດົ່ງ. ບັນດາເມືອງທາງພາກເໜືອຂອງແຂວງດັ໊ກນົງ ລວມມີ: ກືຢຸ໊ດ, ກຣົງ ໂນ, ດັ໊ກ ມີ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການພັດທະນາພະລັງງານໄຟຟ້າແສງຕາເວັນ ແລະ ບັນດານັກລົງທຶນຢູ່ພາຍໃນປະເທດ ແລະ ຕ່າງປະເທດກໍ່ພວມມີຄວາມສົນໃຈ. ນີ້ແມ່ນສັນຍານທີ່ດີ, ປະກອບສ່ວນເພີ່ມເຕີມແຫຼ່ງສະໜອງໄຟຟ້າໃຫ້ແກ່ຂະແໜງໄຟຟ້າຂອງທົ່ວປະເທດ, ລວມທັງຊຸກຍູ້ເສດຖະກິດ - ສັງຄົມຂອງແຂວງໃຫ້ມີການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ