ສ້າງວຽກເຮັດງານທຳແລະຮັບປະກັນລາຍຮັບໃຫ້ແກ່ຜູ້ອາຍຸສູງ

(VOVWORLD) - ຕາມບົດລາຍງານການພັດທະນາມະນຸດທົ່ວໂລກປີ 2020 ໂດຍໂຄງການພັດທະນາສະຫະປະຊາຊາດສົມທົບກັບກະຊວງແຜນການແລະການລົງທຶນຫວຽດນາມປກາດຫວ່າງແລ້ວນີ້ຫວຽດນາມນອນໃນກຸ່ມບັນດາປະເທດທີ່ມີຕົວເລກດັດຊະນີການພັດທະນາມະນຸດແມ່ນຢູ່ລະດັບສູງໃນໂລກ

ສິ່ງທີ່ເປັນໜ້າສົນໃຈແມ່ນຄວາມກ້າວໜ້າການພັດທະນາມະນຸຂອງຫວຽດນາມບັນລຸດ້ວຍລະດັບການຂາດຄວາມສະເໝີພາບພໍປານກາງແລະມີຄວາມເປັນປົກກະຕິ. ລະດັບຫລຸດລົງດັດຊະນີການພັດທະນາມະນຸດ (HDI) ຂອງຫວຽດນາມຍ້ອນການຂາດຄວາມສະເໝີພາບໃນປີ 2019 ແມ່ນ 16,5%, ລາຍຮັບຫລຸດລົງຍ້ອນການຂາດຄວາມສະເໝີພາບແມ່ນ 19,1%. ບັນດານັກຊ່ຽວຊານຕີລາຄາວ່າໝາກຜົນດັ່ງກ່າວບໍ່ແມ່ນວ່າປະເທດທີ່ມີລະດັບລາຍຮັບສະເລ່ຍປານກາງໃດກໍ່ສາມາດບັນລຸໄດ.

ສ້າງວຽກເຮັດງານທຳແລະຮັບປະກັນລາຍຮັບໃຫ້ແກ່ຜູ້ອາຍຸສູງ - ảnh 1ສ້າງວຽກເຮັດງານທຳແລະຮັບປະກັນລາຍຮັບໃຫ້ແກ່ຜູ້ອາຍຸສູງ 

ໃນຊຸມປີມໍ່ໆມານີ້, ທ່າອ່ຽງທົ່ວໄປໃນຕະຫລາດແຮງງານແມ່ນຈຳນວນຜູ້ອາຍຸສູງນັບມື້ນັບເພີ່ມຂຶ້ນ. ຕາມບົດລາຍງານນະໂຍບາຍແຫ່ງຊາດຮອບດ້ານແທດເໝາະກັບການເພີ່ມຂຶ້ນຂອງພົນລະເມືອງມີອາຍຸສູງ ແລະໝາກຜົນການທາບທາມຄວາມເຫັນປີ 2020 ຂອງກົມອຸປະກະລະສັງຄົມ, ກະຊວງແຮງງານ, ທະຫານເສຍອົງຄະແລະສັງຄົມຫວຽດນາມແລ້ວ, ໝາກຜົນການຄົ້ນຄວ້າກ່ຽວກັບສະພາບຕົວຈິງການເຂົ້າຮ່ວມເຄື່ອນໄຫວເສດຖະກິດຂອງຜູ້ອາຍຸສູງແຕ່ເດືອນມິຖຸນາ - ສິງຫາ 2020 ຢູ່ 3 ທ້ອງຖິ່ນລວມມີ: ນະຄອນໂຮ່ຈີມິນ, ແຂວງເງະອານແລະຫາຍເຢືອງໃຫ້ເຫັນວ່າ ມີ ຜູ້ອາຍຸສູງ 40 – 45% ຍັງເຂົ້າຮ່ວມການເຄື່ອນໄຫວເສດຖະກິດ. ໃນນັ້ນ, ມີຜູ້ອາຍຸສູງຫລາຍພັນຄົນໄດ້ເຂົ້າຮ່ວມການເຄື່ອນໄຫວໃນຂົງເຂດຄົ້ນຄວ້າວິທະຍາສາດ, ການສິດສອນ, ເຄື່ອນໄຫວວັດທະນະທຳ, ສິລະປະ…

ເມື່ອເຕື້ອງເຖິງຄວາມຕ້ອງການເຮັດວຽກຂອງຜູ້ອາຍຸສູງໃນປະຈຸບັນ, ທ່ານຫງວຽນຫືວຫາຍ, ຮອງປະທານສະຫະສະມາຄົມສຶກສາວິຊາຊີບແລະອາຊີບວຽກງານສັງຄົມຫວຽດນາມໃຫ້ຮູ້ວ່າ ຄຸນນະພາບຊີວິດການເປັນຢູ່ນັບມື້ນັບສູງ, ສະນັ້ນເຖິງວ່າຮອດກະສຽນອາຍຸບຳນານແລ້ວກໍຕາມແຕ່ຜູ້ອາຍຸສູງຫລາຍຄົນຍັງມີສຸຂະພາບແຂງແຮງ ຍັງປາດຖະໜາຢາກສືບຕໍ່ໄປເຮັດວຽກເພື່ອໃຫ້ຈິດໃຈສະບາຍແລະມີລາຍຮັບຕື່ມອີກ, ໂດຍບໍ່ຕ້ອງອີງໃສ່ລູກຫຼານ. ດ້ານອື່ນ, ຜູ້ອາຍຸສູງຢູ່ຊົນນະບົດຈຳນວນໜ້ອຍທີ່ບໍ່ມີເງິນເດືອນຍັງຕ້ອງໄປເຮັດວຽກເພື່ອມີເງິນໃຊ້ຈ່າຍໃນການດຳລົງຊີວິດ. ທ່ານຫງວຽນຫືວຫາຍໃຫ້ຮູ້ວ່າ:

“ອັດຕາຜູ້ອາຍຸສູງໃນຄອບຄົວທຸກຍາກກວມເອົາອັດຕາສູງພໍສົມຄວນ, ປະມານ 8%. ເມື່ອທຽບໃສ່ກັບມາດຖານຄວາມທຸກຍາກຂອງລັດຖະບານທີ່ຫາກໍ່ປະກາດນັ້ນ ກຸ່ມນີ້ກວມເອົາອັດຕາທົບ 2 ເທົ່າທີ່ກ່ຽວຂ້ອງເຖິງວິທີຫາເງິນລ້ຽງຊີບແລະມີຜູ້ອາຍຸສູງຫລາຍຄົນຕ້ອງເຮັດວຽກເພື່ອທຳມາຫາກິນ. ເຂດຊົນນະບົດ, ອັດຕາຜູ້ອາຍຸສູງເຂົ້າຮ່ວມການເຄື່ອນໄຫວເສດຖະກິດສູງກ່ວາເຂດຕົວເມືອງ. ເຖິງວ່າຈຳນວນຜູ້ອາຍຸສູງທີ່ເຂົ້າຮ່ວມການເຄື່ອນໄຫວເສດຖະກິດມີ 40 – 50% ກໍ່ຕາມແຕ່ຍັງມີ60 – 70% ຈຳນວນ ຜູ້ອາຍຸສູງ ຍັງຕ້ອງການການຊ່ວຍເຫຼືອຈາກລູກຫຼານ.”

ຕາມທ່ານປະລິນຍາເອກເສດຖະກິດແຮງງານຫງວຽນເລມິງແລ້ວ, ການສ້າງວຽກເຮັດງານທຳໃຫ້ແກ່ຜູ້ອາຍຸສູງ, ໃນສະພາບຫວຽດນາມກ້າວເຂົ້າສູ່ໄລຍະມີຜູ້ອາຍຸຍືນເປັນຈຳນວນຫລາຍແລະຜົນກະທົບຈາກໂລກລະບາດໂຄວິດ-19 ຄືໃນປະຈຸບັນແມ່ນມີຄວາມຈຳເປັນທີ່ສຸດ, ຍ້ອນທັງຮັບປະກັນສິດໄດ້ເຮັດວຽກ, ປະກອບສ່ວນໃຫ້ສັງຄົມຂອງຜູ້ອາຍຸສູງ,ທັງຍາດແຍ່ງໄດ້ປະສົບການແລະປັນຍາຂອງກຳລັງແຮງງານນີ້. ທ່ານຫງວຽນເລມິງໃຫ້ຮູ້ວ່າ:

“ຍ້ອນແນວນັ້ນ ຜູ້ອາຍຸສູງທີ່ມີປະສົບການໃນຂົງເຂດເຄື່ອນໄຫວດ້ານວິຊາຊີບຂອງຕົນໄດ້ສືບຕໍ່ເຮັດວຽກ. ເຂົາເຈົ້າລົງທຶນໃນບັນດາຂົງເຂດມີວິຊາສະເພາະເກັ່ງ ແມ່ນຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສັງຄົມ. ຍ້ອນອາຍຸສູງສຸຂະພາບອ່ອນເພຍລົງເຮັດໃຫ້ການບໍລິຫານຖືກຜົນສະທ້ອນສ່ວນໃດສ່ວນໜຶ່ງ, ສະນັ້ນບົດບາດຂອງອົງການຄື VCCI ຫຼືສະຫະສະມາຄົມວິສາຫະກິດຂະໜາດກາງແລະນ້ອຍເມື່ອໄຈ້ແຍກແນວຄວາມຄິດດ້ານນີ້ໄດ້ແຕ່ດ້ານອື່ນບໍ່ໄດ້ຄວນດັດປັບຄືແນວໃດເພື່ອໃຫ້ຄຳປຶກສາໃຫ້ແກ່ຜູ້ອາຍຸສູງ.”

ສ້າງວຽກເຮັດງານທຳແລະຮັບປະກັນລາຍຮັບໃຫ້ແກ່ຜູ້ອາຍຸສູງ - ảnh 2ທ່ານຫງວຽນເລມິງ

ເພື່ອແນໃສ່ຊ່ວຍຜູ້ອາຍຸສູງມີວຽກເຮັດງານທຳ, ມີລາຍຮັບເພື່ອສ້າງຊີວິດການເປັນຢູ່ເປັນປົກກະຕິ, ກະຊວງແຮງງານ - ທະຫານເສຍອົ   ງຄະແລະສັງຄົມຫວຽດນາມໄດ້ສົມທົບກັບບັນດາກະຊວງ, ຂະແໜງການ, ສະມາຄົມຜູ້ອາຍຸສູງ, ໝູ່ຄະນະທີ່ກ່ຽວຂ້ອງແລະທ້ອງຖິ່ນຕ່າງໆເພື່ອເພີ່ມທະວີວຽກງານໂຄສະນາ, ຈັດຕັ້ງປະຕິບັດບັນດາຂໍ້ກຳນົດຂອງກົດໝາຍວ່າດ້ວຍຜູ້ອາຍຸສູງໃຫ້ເປັນຢ່າງດີ; ເປັນເສນາທິການໃຫ້ແກ່ຄະນະກຳມະການແຫ່ງຊາດຕາມລະບຽບການເຮັດວຽກ,ຈັດຕັ້ງສົມທົບລະຫວ່າງບັນດາຂະແໜງການເພື່ອແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງກົນໄກ, ນະໂຍບາຍ; ພ້ອມທັງມີວິທີການ, ໂຄງການສະໜອງຂໍ້ມູນຂ່າວສານກ່ຽວກັບຕະຫລາດແຮງງານ, ຈັດຕັ້ງບັນດາລາຍການແນະນຳວຽກເຮັດງານທຳທີ່ເໝາະສົມກັບຜູ້ອາຍຸສູງ. ທ່ານຫງວຽນຮ່ວາບີງ, ຮອງປະທານສະມາຄົມຜູ້ອາຍຸສູງຫວຽດນາມໃຫ້ຮູ້ວ່າ:

“ສະມາຄົມຜູ້ອາຍຸສູງພວມສຸມໃສ່ເຂົ້າໃນບັນຫາຄົ້ນຄວ້າ, ສະເໜີການປັບປຸງ, ເພີ່ມເຕີມບັນດານະໂຍບາຍກ່ຽວກັບກົດໝາຍ, ກົນໄກສຳລັບຜູ້ອາຍຸສູງໃຫ້ເໝາະສົມກັບໄລຍະການເພີ່ມຂຶ້ນຂອງພົນລະເມືອງມີອາຍຸສູງ. ທີສອງແມ່ນຊຸກຍູ້ການເບິ່ງແຍງດູແລໃຫ້ຜູ້ອາຍຸສູງແລະເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງໃນປະຈຸບັນ. ສະມາຄົມຜູ້ອາຍຸສູງຕ້ອງມີບັນດາມາດຕະການເພື່ອຕອບສະໜອງຕໍ່ສະພາບການໃໝ່, ເປັນຕົ້ນແມ່ນການປະຕິບັດມະຕິຂອງສູນກາງກ່ຽວກັບການເຮັດໃຫ້ກົງຈັກການຈັດຕັ້ງກະທັດຮັດ.”

ຕາມບັນດານັກຊ່ຽວຊານດ້ານແຮງງານແລ້ວ, ເລື່ອງສ້າງບັນດານະໂຍບາຍໃຫ້ເໝາະສົມກ່ວາເພື່ອເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ຜູ້ອາຍຸສູງສືບຕໍ່ໄດ້ເຮັດວຽກຫຼາຍກ່ວາອີກບໍ່ພຽງແຕ່ສົ່ງເສີມບັນດາຜູ້ອາຍຸສູງທີ່ປະສົບກັບຄວາມຫຍຸ້ງຍາກເທົ່ານັ້ນຫາກຍັງປຸກລະດົມຜູ້ອາຍຸສູງດຳລົງຊີວິດຢ່າງເບີກບານມ່ວນຊື່ນອີກດ້ວຍ, ຊ່ວຍໃຫ້ປະເທດສາມາດນຳໃຊ້ແຫຼ່ງແຮງງານທີ່ມີສີມືສູງ, ມີບົດຮຽນຫລາຍຢ່າງ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ເໝາະສົມກັບສະພາບການເສດຖະກິດ-ສັງຄົມຂອງປະເທດຊາດແລະສະພາບຕົວຈິງໃນໄລຍະການເພີ່ມຂຶ້ນຂອງພົນລະເມືອງມີ ອາຍຸສູງ.

ຕອບກັບ

ຂ່າວ/ບົດ​ອື່ນ