ສ້າງໂອກາດມີວຽກເຮັດງານທຳໃຫ້ແກ່ຊາວໜຸ່ມຜູ້ທຸກຍາກຕື່ມອີກ

(VOVWORLD) -ໃນຫຼາຍປີທີ່ຜ່ານມາ, ວຽກງານສອນວິຊາຊີບ ແລະ ໜູນຊ່ວຍສ້າງວຽກເຮັດງານທຳໃຫ້ແກ່ຊາວໜຸ່ມຜູ້ປະສົບກັບຄວາມຫຍຸ້ງຍາກ ໄດ້ຮັບຄວາມເອົາໃຈໃສ່ ຜັນຂະຫຍາຍປະຕິບັດຈາກຂັ້ນຕ່າງໆ ແລະ ບັນດາທ້ອງຖິ່ນ. ພ້ອມກັນນັ້ນ, ບັນດາວິສາຫະກິດ ແລະ ອົງການຕ່າງໆທັງຢູ່ພາຍໃນປະເທດ ແລະ ສາກົນ, ໃນນັ້ນ ມີສູນບຳລຸງສ້າງ Reach ກໍໄດ້ຮັບໜູນຊ່ວຍ ແລະ ສ້າງວຽກເຮັດງານທຳໃຫ້ແກ່ ຊາວໜຸ່ມຜູ້ປະສົບກັບຄວາມຫຍຸ້ງຍາກ ມີເງື່ອນໄຂສ້າງອາຊີບ
ສ້າງໂອກາດມີວຽກເຮັດງານທຳໃຫ້ແກ່ຊາວໜຸ່ມຜູ້ທຸກຍາກຕື່ມອີກ  - ảnh 1ການສອນວິຊາຊີບຂອງ Reach

Reach ແມ່ນອົງການເຄື່ອນໄຫວບໍ່ເພື່ອຜົນກຳໄລ ໄດ້ຮັບການສ້າງຕັ້ງໂດຍພາຍໃຕ້ການຄຸ້ມຄອງຂອງສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ຊຶ່ງເຄື່ອນໄຫວໃນຂົງເຂດໃຫ້ຄຳປຶກສາ, ບຳລຸງສ້າງ ແລະ ແນະນຳວິຊາຊີບໂດຍບໍ່ຄິດຄ່າໃຫ້ແກ່ ຊາວໜຸ່ມຜູ້ປະສົບກັບຄວາມຫຍຸ້ງຍາກ.

     ບັນດານັກຮຽນສ່ວນຫຼາຍທີ່ຮຽນຢູ່ນີ້ ກໍລ້ວນແຕ່ກຳເນີດມາຈາກບັນດາຄອບຄົວທຸກຍາກ ແລະ ຮຽນຍັງບໍ່ທັນຈົບຊັ້ນມັດທະຍົມຕອນປາຍ. ນອກຈາກໄດ້ຮັບການບຳລຸສ້າງວິຊາຊີບໂດຍບໍ່ຄິດຄ່າແລ້ວ, ພວກນ້ອງຍັງໄດ້ຮັບການຫນູນຊ່ວຍຄ່າກິນຄ່າຢູ່, ການນຸ່ງຖື ແລະ ການໄປມາໃນຕະຫຼອດໄລຍະຮ່ຳຮຽນ. ຕາມການສະຖີຕິແລ້ວ, ນັບແຕ່ປີ 2004 ມາຮອດປະຈຸບັນ, Reach ໄດ້ສອນວິຊາຊີບໃຫ້ ຊາວໜຸ່ມຜູ້ປະສົບກັບຄວາມຫຍຸ້ງຍາກລວມ 1 ໝື່ນຄົນ. ກວ່າ 80% ຈຳນວນນັກຮຽນມີວຽກເຮັດງານທຳ ພາຍຫຼັງຮຽນຈົບເປັນເວລາ 6 ເດືອນ. ນັກຮຽນ ເລທິຮັ່ງ ແບ່ງປັນວ່າ :

   “ ເມື່ອນ້ອງປະກອບເອກະສານແລ້ວ, ນ້ອງໄດ້ຮັບເຂົ້າຮຽນຢູ່ Reach, ນ້ອງດີໃຈຫຼາຍ ເພາະພາຍຫຼັງ 2-3 ເດືອນ ນ້ອງຈະມີວຽກເຮັດງານທຳ. ນ້ອງຮຽນຢູ່ນີ້ ມີແຕ່ເພື່ອນຜູ້ໃຈດີ ແລະ ຄູອາຈານສຸດຈິດສຸດໃຈບອກສອນ ” 

      ສູນບຳລຸງສ້າງ Reach ຈະບຳລຸງສ້າງທາງດ້ານທັກສະວິຊາຊີບທີ່ຈຳເປັນເພື່ອເຮັດວຽກໃນສະພາບແວດລ້ອມໂຮງແຮມຫຼູຫຼາ ເຊັ່ນ : ພາລະກອນເສີບອາຫານ, ເຄື່ອງດື່ມ, ພາລະກອນປຸ່ງແຕ່ງອາຫານຢູ່ບັນດາພັດຕະຄານ, ໂຮງແຮມ, ຮັບໃຊ້ຫ້ອງນອນໃນໂຮງແຮມ, ພາລະກອນຂາຍເຄື່ອງ maketing ….ທ່ານ ຫງວຽນກວາງຕ້ວນ ອ້າຍຄູຢູ່ ສູນບຳລຸງສ້າງ Reach ໃຫ້ຮູ້ວ່າ 

   “ ລະດັບຄວາມຮູ້ຂອງບັນດານັກຮຽນເມື່ອຫາກໍເຂົ້າຮຽນນັ້ນ ແມ່ນຕ່ຳກ່ວາເມື່ອທຽບໃສ່ສູນບຳລຸງສ້າງແຫ່ງອື່ນໆ. ເພາະເມື່ອພວກຂ້າພະເຈົ້າຄັດເລືອກບັນດາເພື່ອນທີ່ຍັງບໍ່ທັນຮຽນຈົບມັດທະຍົມຕອນປາຍນັ້ນ, ພວກເພື່ອນສ່ວນຫຼາຍມີສະພາບຄອບຄົວປະສົບກັບຄວາມຫຍຸ້ງຍາກ. ພວກຂ້າພະເຈົ້າໄດ້ໃຫ້ການຫນູນຊ່ວຍຫຼາຍຢ່າງ. ພາຍຫຼັງຮຽນເປັນເວລາ 3 ເດືອນ, ພວກເພື່ອນສາມາດທ່ວງທັນກັບຫຼັກສູດການຮຽນ ”

      ຫງວຽນແຢງຮ່າວ ອາຍຸ 19 ປິ ຢູ່ເມືອງຮ່ວາຍດຶກ, ຮ່າໂນ້ຍ ແມ່ນລູກກົກຂອງຄອບຄົວທີ່ມີອ້າຍນ້ອງນຳກັນ 3 ຄົນ. ຍ້ອນສະພາບຄອບຄົວປະສົບກັບຄວາມຫຍຸ້ງຍາກ, ນ້ອງໄດ້ເຂົ້າຮ່ວມຊຸດຮຽນຢູ່ສູນບຳລຸງສ້າງ Reach . ປະຈຸບັນ, ນ້ອງໄດ້ມີວຽກເຮັດງານທຳປົກກະຕິຢູ່ພັດຕະຄານແຫ່ງໜຶ່ງຢູ່ຮ່າໂນ້ຍ ດ້ວຍລາຍຮັບສູງພໍສົມຄວນ. ຫງວຽນແຢງຮ່າວ ແບ່ງປັນວ່າ :

    “ ພາຍຫຼັງຮຽນຈົບຈາກ ສູນບຳລຸງສ້າງ Reach ດ້ວຍຂະແໜງ Maketing,  ນ້ອງ ໄດ້ມີຄວາມຮູ້ກ່ຽວກັບທັກສະດ້ານມະນຸດສຳພັນ, ທັກສະໃຫ້ຄຳປຶກສາ ແລະ ຍົກສູງທັກສະແກ້ໄຂວຽກງານ ໃຫ້ບັນລຸຜົນດີ

   ບໍ່ພຽງແຕ່ໄດ້ຮຽນວິຊາຊີບໂດຍບໍ່ຄິດຄ່າເທົ່ານັ້ນ, ນັກຮຽນຢູ່ນີ້ ຍັງໄດ້ຮັບການຖ່າຍທອດກ່ຽວກັບທັກສະໃນການດຳລົງຊີວິດທີ່ສຳຄັນ, ພ້ອມກັນນັ້ນ, ຄວາມສາມາດດ້ານພາສາອັງກິດຂອງບັນດານັກຮຽນ ກໍໄດ້ຮັບການປົວແປງຫຼາຍພໍສົມຄວນ. ນາງ ຝ້າມທິແທງເຕີມ, ຜູ້ອຳນວຍການ ສູນບຳລຸງສ້າງ Reach ໃຫ້ຮູ້ວ່າ

   “ ດ້ວຍເປົ້າໝາຍແມ່ນຊ່ວຍເຫຼືອກຸ່ມຊາວໜຸ່ມຜູ້ປະສົບກັບຄວາມຫຍຸ້ງຍາກ. ສຳລັບກຸ່ມຊາວໜຸ່ມນີ້, ພວກເພື່ອນບໍ່ມີເງື່ອນໄຂພຽງພໍເພື່ອເຂົ້າຮ່ວມຊຸດຮຽນວິຊາຊີບຫຼືຫຼັກສູດບຳລຸງສ້າງຢ່າງເປັນທາງການອື່ນໆ. ເມື່ອເຂົາເຈົ້າບໍ່ມີທັກສະ, ບໍ່ໄດ້ຮັບການບຳລຸງສ້າງ, ເຂົາເຈົ້າຈະບໍ່ມີວຽກເຮັດງານທຳ. ພ້ອມກັນນັ້ນ, ພວກຂ້າພະເຈົ້າຈະຊອກຫາອາຊີບອື່ນໆອີກເພື່ອຕອບສະໜອງຄວາມຕ້ອງການຈອງຊາວໜຸ່ມ, ຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ  ”

      ດ້ວຍບັນດາຜົນງານທີ່ບັນລຸມາໄດ້ໃນວຽກງານບຳລຸງສ້າງວິຊາຊີບ ແລະ ແນະນຳອາຊີບໃຫ້ແກ່ຊາວໜຸ່ມ, ຄາດວ່າ ໃນໄລຍະທີ່ຈະມາເຖິງ, ການເຄື່ອນໄຫວຂອງ ສູນບຳລຸງສ້າງ Reach ຈະເປີດກ້ວາງຂອບຂະໜາດການເຄື່ອນໄຫວຢູ່ຫວຽດນາມ, ທັງທາງດ້ານຈຳນວນ ກໍຄືບໍລິເວນເຄື່ອນໄຫວ.

ຕອບກັບ

ຂ່າວ/ບົດ​ອື່ນ