ສ້າງໂອກາດໃຫ້ບັນດາຄອບຄົວທຸກຍາກບືນຕົວຂຶ້ນ

(VOVWORLD) -ໃນເດືອນຕອບບຸນແທນຄຸນປີ 2019, ຂະແໜງໄຟຟ້າແຂວງ ດັ໊ກນົງ ຖືລູກຄ້າເປັນໃຈກາງ ແລະ ຖືຄວາມພໍໃຈຂອງລູກຄ້ານັ້ນ ແມ່ນໄມ້ວັດແທກຜົນສຳເລັດຂອງວິສາຫະກິດ.
ສ້າງໂອກາດໃຫ້ບັນດາຄອບຄົວທຸກຍາກບືນຕົວຂຶ້ນ - ảnh 1

ເພື່ອແນໃສ່ຕອບບຸນແທນຄຸນລູກຄ້າ, ບໍລິສັດໄຟຟ້າແຂວງ ດັ໊ກນົງ ໄດ້ຈັດການເຄື່ອນໄຫວແທດຈິງຫຼາຍຢ່າງ, ຊ່ວຍໃຫ້ລູກຄ້ານຳໃຊ້ໄຟຟ້າຢ່າງປະຢັດ, ມີປະສິດທິຜົນ ແລະ ປອດໄພກວ່າ; ພ້ອມທັງຍົກສູງຄວາມເປັນມືອາຊີບຂອງຖັນແຖວຜູ້ເຮັດວຽກງານກ່ຽວກັບໄຟຟ້າ, ຮັບປະກັນການຮັກສາການບໍລິການເປັນຢ່າງດີໃນທຸກສະພາບການ. ໃນເດືອນຜ່ານມາ, ບໍລິສັດໄຟຟ້າແຂວງ ດັ໊ກນົງ ຖືກເລືອກໃຫ້ເປັນບ່ອນຈັດຕັ້ງການຜັນຂະຫຍາຍ ເດືອນຕອບບຸນແທນຄຸນລູກຄ້າ, ສຸມໃສ່ຊ່ວຍໃຫ້ບັນດາຄອບຄົວທຸກຍາກ, ເປົ້າໝາຍນະໂຍບາຍມີໂອກາດບືນຕົວຂຶ້ນ.

        ຄອບຄົວປ້າ ຮ’ບຣາຍ ແມ່ນໜຶ່ງໃນບັນດາຄອບຄົວທຸກຍາກຢູ່ ຕາແສງ ດັ໊ກເນຍ, ເທດສະບານ ຢາເງັ້ຍ, ແຂວງດັ໊ກນົງ, ໄດ້ຊົມໃຊ້ລາຍການ “ສ້າງຄວາມໄວ້ເນື້ອເຊື່ອໃຈ” ປີ 2019. ປ້າ ຮ’ບຣາຍ ໃຫ້ຮູ້ວ່າ, ບັນດາເຄື່ອງໄຟຟ້າໃນຄອບຄົວໄດ້ນຳໃຊ້ແຕ່ດົນແລ້ວ ແລະ ມາຮອດປະຈຸບັນກໍ່ເພໝົດແລ້ວ ແຕ່ບໍ່ມີເງື່ອນໄຂເພື່ອສ້ອມແປງຍ້ອນປະສົບກັບຄວາມຫຍຸ້ງຍາກ. ບັນດາກຳມະກອນບໍລິສັດໄຟຟ້າໄດ້ມາສ້ອມແປງ, ປ່ຽນສາຍສົ່ງໄຟຟ້າ, ດອກໄຟໃໝ່ໃຫ້ຢູ່ເຮືອນໂດຍບໍ່ເສຍຄ່າ, ປ້າ ຮ’ບຣາຍ ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ.

        “ປະຈຸບັນ, ເຄື່ອງໄຟຟ້າທີ່ນຳໃຊ້ໃນຄອບຄົວກໍ່ຊຸດໂຊມຫຼາຍແລ້ວ, ຂອບໃຈບໍລິສັດໄຟຟ້າໄດ້ມາຊ່ວຍສ້ອມແປງປ່ຽນສາຍໄຟໃຫ້ໃໝ່, ເພື່ອຮັບປະກັນໃຫ້ລູກຫຼານມີເງື່ອນໄຂໄດ້ຮ່ຳຮຽນ, ມີຄວາມຮັບປະກັນ ແລະ ມີຄວາມປອດໄພກວ່າ.”

        ລະບົບໄຟຟ້າໃນເຮືອນຂອງປ້າ ຮ’ມຮາວ, ຕາແສງ ດັ໊ກເນຍ, ເທດສະບານ ຢາເງັ້ຍ, ກໍ່ເປ່ເພມາແຕ່ດົນແລ້ວ ແຕ່ຍັງບໍ່ໄດ້ຮັບການສ້ອມແປງເທື່ອ. ຕອນຄ່ຳລູກຫຼານຮຽນໜັງສືແມ່ນປະສົບກັບຄວາມຫຍຸ້ງຍາກ. ປະຈຸບັນ, ຂະແໜງໄຟຟ້າໄດ້ມາປ່ຽນລະບົບໄຟຟ້າໃຫ້ແລ້ວ.

        “ຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນເມື່ອບໍລິສັດໄຟຟ້າ ດັ໊ກນົງ ເອົາໃຈໃສ່ຕໍ່ຄອບຄົວຂ້າພະເຈົ້າ. ນັບແຕ່ກ່ອນມາຮອດປະຈຸບັນຄອບຄົວຂອງຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກ, ດອກໄຟກໍ່ຂາດບໍ່ຮູ້ວິທີປ່ຽນດອກໃໝ່, ສະນັ້ນ ຕອນຄ່ຳລູກຫຼານຈຶ່ງບໍ່ມີໄຟຮຽນໜັງສື, ການໄປມາກໍ່ປະສົບກັບຄວາມຫຍຸ້ງຍາກ. ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກຂະແໜງໄຟຟ້າ, ຄອບຄົວຂອງຂ້າພະເຈົ້າມີຄວາມເບີກບ່ານມ່ວນຊື່ນຫຼາຍ”.

        ຈຸດພົ້ນເດັ່ນຂອງ “ເດືອນຕອບບຸນແທນຄຸນ” ປີ 2019 ແມ່ນໂຄງການ “ສ້າງຄວາມໄວ້ເນື້ອເຊື່ອໃຈ”. ຕາມນັ້ນແລ້ວ, ບໍລິສັດໄຟຟ້າໄດ້ປະຕິບັດການສ້ອມແປງ, ປ່ຽນສາຍໄຟຟ້າ, ດອກໄຟໃໝ່ໂດຍບໍ່ເສຍຄ່າໃຫ້ແກ່ຄອບຄົວທຸກຍາກ, ຄອບຄົວນະໂຍບາຍໃນບໍລິເວນແຂວງ 100 ຄອບຄົວ. ດອກໄຟທີ່ເອົາໃສ່ໃຫ້ຄອບຄົວດັ່ງກ່າວນັ້ນ ແມ່ນຊະນິດທີ່ປະຢັດໄຟຟ້າທີ່ສຸດ.

        ແລະກໍ່ໃນເດືອນຕອບບຸນແທນຄຸນນີ້, ທາງບໍລິສັດໄຟຟ້າແຂວງ ດັ໊ກນົງ ໄດ້ໄປໂຄສະນາໃຫ້ຄູອາຈານ ແລະ ນັກຮຽນຢູ່ໂຮງຮຽນປະຖົມ ເຈິ່ນວັນເອີນ, ຢູ່ຕາແສງ ດັ໊ກເນຍ, ເທດສະບານ ຢາເງັ້ຍ, ແຂວງດັ໊ກນົງ, ກ່ຽວກັບບັນດາມາດຕະການປ້ອງກັນ, ຕ້ານການເກີດອຸບັດຕິເຫດ ແລະ ການປະຢັດໄຟ. ເອື້ອຍຄູ ຟານທິຮັ່ງ, ຢູ່ໂຮງຮຽນປະຖົມ ເຈິ່ນວັນເອີນ, ໃຫ້ຮູ້ວ່າ.

        “ໂຮງຮຽນປະຖົມ ເຈິ່ນວັນເອີນ ມີຄວາມເບີກບານມ່ວນຊື່ນເມື່ອບັນດາພະນັກງານຂະແໜງໄຟຟ້າມາໂຄສະນາກ່ຽວກັບວິທີປະຢັດໄຟຟ້າ, ຄວາມປອດໄພໃນການນຳໃຊ້ໄຟຟ້າ. ນີ້ກໍ່ແມ່ນແຫຼ່ງໂຄສະນາເພື່ອໃຫ້ບັນດານັກຮຽນມີສະຕິໃນການນຳໃຊ້ໄຟຢ່າງປະຢັດ ແລະ ປອດໄພ, ບັນດາພວກນ້ອງນັກຮຽນກໍ່ແມ່ນແຫຼ່ງໂຄສະນາຊ່ວຍໃຫ້ຄອບຄົວຍົກສູງສະຕິກ່ຽວກັບການປະຢັດ ແລະ ນຳໃຊ້ໄຟຟ້າຢ່າງປອດໄພ”.

        ທ່ານ ຫງວຽນວັນຈິ່ງ, ຮອງຫົວໜ້າບໍລິສັດໄຟຟ້າແຂວງ ດັ໊ກນົງ, ໃຫ້ຮູ້ວ່າ ໃນເດືອນຕອບບຸນແທນຄຸນປີ 2019, ຂະແໜງໄຟຟ້າແຂວງ ດັ໊ກນົງ ຖືລູກຄ້າເປັນໃຈກາງ ແລະ ຖືຄວາມພໍໃຈຂອງລູກຄ້ານັ້ນ ແມ່ນໄມ້ວັດແທກຜົນສຳເລັດຂອງວິສາຫະກິດ. ຂະແໜງໄຟຟ້າຈະກວດກາຄືນບັນດາຂອດຮັບໃຊ້ລູກຄ້າ, ເພື່ອແນໃສ່ຍົກສູງຄຸນນະພາບການບໍລິການກວ່າອີກ, ພິເສດແມ່ນການປະພຶດ, ວິທີເຮັດວຽກຂອງພະນັກງານ, ພາລະກອນ. ທ່ານ ຫງວຽນວັນຈິ່ງ, ກ່າວວ່າ.

        “ພາຍຫຼັງເປັນເວລາຫຼາຍປີ ແລະ ພິເສດແມ່ນໃນປີ 2019 ນີ້ ທາງບໍລິສັດໄດ້ສຸມໃສ່ການປົວແປງຕາໜ່າງໄຟຟ້າ, ປະຈຸບັນໄດ້ກະຈາຍໄຟຟ້າໄປທົ່ວເຖິງແລ້ວ, ນັບທັງຢູ່ເຂດຫ່າງໄກສອກຫຼີກ. ດ້ວຍໂຄງສ້າງຄວາມໄວ້ເນື້ອເຊື່ອໃຈ ໄດ້ສ້າງຄວາມດຶງດູດ ແລະ ຄວາມເອົາໃຈໃສ່ຂອງລູກຄ້າ, ຂອງບັນດານັກລົງທຶນ, ໂຄສະນາ, ບັນດາສູນການບໍລິການລູກຄ້າ ເພື່ອໃຫ້ລູກຄ້າກຳແໜ້ນໄດ້ຢ່າງສະດວກ, ວາງອອກບັນດາເປົ້າໝາຍທີ່ຕ້ອງການຮັບໃຊ້, ຈາກນັ້ນຍົກສູງອັດຕາສ່ວນລູກຄ້າທີ່ນຳໃຊ້ໄຟຟ້າຈາກຕາໜ່າງໄຟຟ້າແຫ່ງຊາດໃຫ້ນັບມື້ນັບຫຼາຍກວ່າ.”

        ໂດຍນອນໃນ “ເດືອນຕອບບຸນແທນຄຸນ” ປີ 2019, ບໍລິສັດໄຟຟ້າແຂວງ ດັ໊ກນົງ ໄດ້ຈັດກອງປະຊຸມລູກຄ້າ ແລະ ມອບລາງວັນໃຫ້ຄອບຄົວປະຢັດໄຟຟ້າ ເພື່ອແນໃສ່ສືບຕໍ່ຮັບຟັງ, ຮັບຮູ້ຄຳເຫັນປະກອບຈາກລູກຄ້າ ເພື່ອເປັນພື້ນຖານໃນການສ້າງບັນດາມາດຕະການຍົກສູງຄຸນນະພາບການຮັບໃຊ້ໃຫ້ເປັນຢ່າງດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ