ຫລາຍຮູບແບບບຸກທະລຸໃນການປະຕິຮູບດ້ານບໍລິຫານ ຢູ່ ນະຄອນ ໂຮ່ຈິມິນ

(VOVWORLD) -ຫລາຍຮູບແບບບຸກທະລຸໃນການປະຕິຮູບດ້ານບໍລິຫານ ແມ່ນຂອດບຸກທະລຸເພື່ອສ້າງສະພາບແວດລ້ອມໃຫ້ສະດວກ, ໂປ່ງໃສໃຫ້ແກ່ການເຄື່ອນໄຫວຂອງປະຊາຊົນ ແລະ ວິສາຫະກິດ ຢູ່ ນະຄອນ ໂຮ່ຈິມິນ. ປີ 2021 ນະຄອນໂຮ່ຈິມີນເລືອກເຟັ້ນຫົວເລື່ອງແມ່ນ “ປີແຫ່ງການປະຕິບັດອຳນາດການປົກຄອງຕົວເມືອງ ແລະ ດັດປັບສະພາບແວດລ້ອມແຫ່ງການລົງທຶນ”, ວຽກງານປະຕິຮູບດ້ານບໍລິຫານນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກ, ຫລຸດຜ່ອນຄວາມຫຍຸ້ງຍາກສັບສົນໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ໃນຄວາມມານະພະຍາຍາມຂອງນະຄອນນັ້ນ ໄດ້ມີຫລາຍຮູບແບບທີ່ດີ, ມີຫົວຄິດປະດິດຄິດສ້າງໂດຍອຳນາດການປົກຄອງໝູນໃຊ້ຢ່າງມີປະສິດທິຜົນ.

ຫລາຍຮູບແບບບຸກທະລຸໃນການປະຕິຮູບດ້ານບໍລິຫານ ຢູ່ ນະຄອນ ໂຮ່ຈິມິນ - ảnh 1ພະນັກງານເມືອງ 1 ແນະນຳ ປະຊາຊົນ ປະຕິວັດການບໍລິການລະຫັດລູກຄ້າເອເລັກໂຕນິກ

ຢູ່ ເມືອງ 1 ວຽກງານປະຕິຮູບດ້ານບໍລິຫານ (CCHC) ໄດ້ຮັບຄວາມສົນໃຈເປັນພິເສດ. ວັນທີ 1 ເມສາ ຜ່ານມາ, ຄະນະກຳມະການປະຊາຊົນ ເມືອງ 1 ໄດ້ສົມທົບກັບ Viettel ເປີດຕົວການບໍລິການ “ລະຫັດລູກຄ້າເອເລັກໂຕນິກ” ເພື່ອແກ້ໄຂລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.

ມາຮອດປະຈຸບັນ ເມືອງ 1 ໄດ້ຈັດຕັ້ງຮັບການຈົດທະບຽນແກ້ໄຂລະບຽບການບໍລິຫານແບບ “ບໍ່ໃຊ້ເອກະສານ” ໃນ 6 ຂົງເຂດ, ຜັນຂະຫຍາຍການບໍລິການສາທາລະນະອອນລາຍຢ່າງຄົບຊຸດໃນ 44 ລະບຽບການບໍລິຫານຂັ້ນເມືອງ, 25 ລະບຽບການບໍລິຫານຂັ້ນຕາແສງ ແລະ ປະຕິບັດການສັງລວມສຳເນົາຂໍ້ມູນກັບຖານສຳເນົາຂໍ້ມູນຂອງນະຄອນ.

ທ່ານ ຫງວຽນວັນຢູ໋ງ ປະທານ ຄະນະກຳມະການ ປະຊາຊົນເມືອງ 1 ໃຫ້ຮູ້ວ່າ: ນີ້ແມ່ນບາດກ້າວເບື້ອງຕົ້ນໃຫ້ແກ່ໄລຍະໃຫມ່ ເພື່ອສ້າງສຳເລັດການບໍລິການບໍລິຫານສາທາລະນະໃນບໍລິເວນ.

ທາງເມືອງປາດຖະຫນາວ່າ ເຮັດແນວໃດການພົວພັນເຮັດວຽກລະຫວ່າງຖັນແຖວພະນັກງານ, ລັດຖະກອນ ຂອງເມືອງ ກັບປະຊາຊົນ, ວິສາຫະກິດ ນັບມື້ນັບຫລຸດລົງ ແຕ່ວິວັດການແກ້ໄຂລະບຽບການຍັງຄົງວ່ອງໄວ, ຊັດເຈນ. ສະນັ້ນ ເລື່ອງເປີດຕົວການບໍລິການລະຫັດລູກຄ້າເອເລັກໂຕນິກ ເພື່ອຮັບໃຊ້ເປົ້າໝາຍປະຕິຮູບບໍລິຫານ ໄດ້ຊ່ວຍໃຫ້ປະຊາຊົນ ບໍ່ຈຳເປັນມາອົງການລັດ ແຕ່ເປົ້າໝາຍແມ່ນຍັງຄົງຕອບສະຫນອງໄດ້ຄວາມຕ້ອງການຂອງປະຊາຊົນ

ພາຍຫລັງລະບົບດັ່ງກ່າວໄດ້ນຳເຂົ້າໃຊ້ການ, ມີປະຊາຊົນຫລາຍຄົນຢູ່ເມືອງ 1 ພໍໃຈຕໍ່ກັບການບໍລິການທີ່ສະດວກນີ້. ລຸງ ຟ້າມດຶກຕຽວ ຢູ່ ຕາແສງ ເບນແງ ແບ່ງປັນວ່າ:

ຂ້າພະເຈົ້າຮູ້ສຶກອຸ່ນອ່ຽນໃຈ, ມັກການບໍລິການນີ້ ແລະ ຂ້າພະເຈົ້າຈະໂຄສະນາໃຫ້ປະຊາຊົນເຂົ້າຮ່ວມເພື່ອໃຫ້ມີຄວາມສະດວກໃນການພົວພັນ, ການໄປມາລະຫວ່າງປະຊາຊົນກັບອຳນາດການປົກຄອງ

ກ່ອນເມືອງ 1 ຈະເປີດຕົວການບໍລິການດັ່ງກ່າວ, ຄະນະກຳມະການປະຊາຊົນເມືອງ 6 ກໍ່ໄດ້ສ້າງຄວາມສົນໃຈດ້ວຍເລື່ອງນຳລະບົບຮັບ ແລະ ສົ່ງຜົນສຳເນົາເອກະສານແບບອັດຕະໂນມັດ ຫລືຍັງເອີ້ນວ່າ “ATM ສຳເນົາເອກະສານ” ເຂົ້າໃຊ້ການເມື່ອວັນທີ 8 ມີນາ ແລະ ລະບົບນີ້ໄດ້ຮັບການຕີລາຄາສູງຈາກປະຊາຊົນ.

ຫລາຍຮູບແບບບຸກທະລຸໃນການປະຕິຮູບດ້ານບໍລິຫານ ຢູ່ ນະຄອນ ໂຮ່ຈິມິນ - ảnh 2ປະຊາຊົນນຳໃຊ້ ATM ສຳເນົາເອກະສານ ຢ່າງສະດວກ

ຕາມທ່ານນາງ ເວືອງແທງຫລຽວ, ຮອງປະທານ ຄະນະກຳມະການປະຊາຊົນ ເມືອງ 6 ແລ້ວ, ປະຈຸບັນ ຈຳນວນລະບຽບການບໍລິຫານຕ້ອງແກ້ໄຂຢູ່ເມືອງ 6 ແມ່ນມີຂຶ້ນເຖິງ 176 ລະບຽບການປະເພດຕ່າງໆ. ສະນັ້ນ ເມືອງຈະສືບຕໍ່ຕິດຕາມ, ດັດປັບເພື່ອ ATM ຮັບໃຊ້ໃຫ້ປະຊາຊົນໄດ້ດີກວ່າໃນໄລຍະຈະມາເຖິງ.

ພວກຂ້າພະເຈົ້າຈະຄົ້ນຄ້ວາຍົກລະດັບເພີ່ມເຕີມບັນດາລະບຽບການບໍລິຫານເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນເພື່ອໃຫ້ຫລາຍເປົ້າໝາຍໄດ້ສຳຜັດ ແລະ ປະຕິບັດລະບຽບການບໍລິຫານຢູ່ເຄື່ອງ ATM ຕາມຄວາມຕ້ອງການຂອງເຂົາເຈົ້າ. ຄຽງຄູ່ກັນນັ້ນ ກໍ່ຈະຍົກລະດັບຄຸນລັກສະນະຂອງເຄື່ອງຈັກໃຫ້ທັນສະໄຫມເພື່ອຮັບໃຊ້ໃຫ້ປະຊາຊົນ, ຕອບສະຫນອງຄວາມຕ້ອງການຂອງປະຊາຊົນໃຫ້ຫລາຍກວ່າອີກ

ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ປີ 2021 ແມ່ນປີທຳອິດທີ່ປະຕິບັດມະຕິຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງອຳນາດການປົກຄອງຕົວເມືອງ ຢູ່ ນະຄອນ ໂຮ່ຈີມິນ ແລະ ມະຕິຂອງ ຄະນະປະຈຳການສະພາແຫ່ງຊາດກ່ຽວກັບການສັບຊ້ອນບັນດາຫົວຫນ່ວຍບໍລິຫານຂັ້ນເມືອງ, ຕາແສງ ແລະ ສ້າງຕັ້ງນະຄອນ ຖູດຶກ ຂຶ້ນກັບນະຄອນໂຮ່ຈີມິນ. ບັນດາມະຕິນີ້ ໄດ້ສ້າງກຳລັງຫນູນ ແລະ ກາລະໂອກາດພັດທະນາຫລາຍຢ່າງໃນນະຄອນ.

ການປະຕິບັດມະຕິເປັນຢ່າງດີ ຈະຊ່ວຍໃຫ້ກົງຈັກ, ໂຄງການຈັດຕັ້ງຂອງບັນດາເມືອງ, ຕາແສງ ກະທັດຮັດກວ່າ, ເຄື່ອນໄຫວມີປະສິດທິຜົນກວ່າ, ອົງການບໍລິຫານມີຄວາມເປັນເຈົ້າການໃນການບໍລິຫານ, ຕັດສິນບັນດາບັນຫາຮີບດ່ວນຂອງທ້ອງຖິ່ນຢ່າງວ່ອງໄວ, ປະກອບສ່ວນປະຕິຮູບດ້ານບໍລິຫານ, ຫລຸດຜ່ອນລະບຽບການ ຂັ້ນຕອນ ໃນການຊີ້ນຳບໍລິຫານ ແລະ ເວລາໃນການແກ້ໄຂວຽກງານ.

 “ນະຄອນໂຮ່ຈີມິນ ຈະສືບຕໍ່ປ່ຽນໃຫມ່ວິທີການເຮັດວຽກຂອງອົງການບໍລິຫານລັດ ຕາມເນື້ອໃນຈິດໃຈຮັບໃຊ້, ຫລຸດຜ່ອນບັນດາມາດຕະການແບບຄຳສັ່ງດ້ານບໍລິຫານ, ຖືເປັນສຳຄັນຫນ້າທີ່ຄວາມຮັບຜິດຊອບຂອງຜູ້ນຳຫນ້າ, ສົ່ງເສີມຈິດໃຈຂະຫຍັນຂັນເຄື່ອນ, ປະດິດຄິດສ້າງຂອງຖັນແຖວພະນັກງານ ລັດຖະກອນ ຄົນງານ ເພື່ອປະຕິບັດບັນດາເປົ້າໝາຍ ຫນ້າທີ່ທີ່ໄດ້ຜັນຂະຫຍາຍຢ່າງມີໄຊ

ນະຄອນ ໂຮ່ຈີມິນ ໄດ້ກຳນົດຍູ້ແຮງການປະຕິຮູບດ້ານບໍລິຫານ ແມ່ນຂອດບຸກທະລຸເພື່ອແນໃສ່ສືບຕໍ່ສ້າງຄວາມສະດວກກວ່າ, ໂປ່ງໃສກວ່າໃນການເຄື່ອນໄຫວ, ຮັບໃຊ້ຕາມຄວາມຕ້ອງການຂອງປະຊາຊົນ ວິສາຫະກິດໃຫ້ນັບມື້ນັບດີກວ່າເກົ່າ. ບັນດາຮູບແບບປະດິດຄິດສ້າງໄດ້ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງຕໍ່ຄວາມຕັດສິນໃຈຂອງນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ