ຫວຽດນາມ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນຜົນງານການຜະລິດວັກຊິນໂຄວິດ-19

(VOVWORLD) - ວັກຊິນແມ່ນເຄື່ອງມືທີ່ສຳຄັນ ແລະ ມີປະສິດທິຜົນ ປະກອບສ່ວນສະກັດກັ້ນໂລກລະບາດ.

ຫວຽດນາມ ຜະລິດໄດ້ຊຸດ kit test ບົ່ງມະຕິພະຍາດ SARS-CoV-2 ດ້ວຍປະສິດທິຜົນສູງ ແລະ ຊັດເຈນ. ປະຈຸບັນ ຫວຽດນາມ ພວມຜະລິດວັກຊິນກັນໂຄວິດ-19 ຢູ່ ຫວຽດນາມ ໂດຍຊາວ ຫວຽດນາມ ຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ດ້ວຍຊາວ ຫວຽດນາມ ທົດລອງໃນເບື້ອງຕົ້ນ. ສິ່ງດັ່ງກ່າວຈະປະກອບສ່ວນບໍ່ໜ້ອຍເຂົ້າໃນການປ້ອງກັນ, ຕ້ານໂຄວິດ-19 ຢູ່ ຫວຽດນາມ.

ຫວຽດນາມ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນຜົນງານການຜະລິດວັກຊິນໂຄວິດ-19 - ảnh 1ຫວຽດນາມ ພວມຜະລິດວັກຊິນກັນໂຄວິດ-19 ຢູ່ ຫວຽດນາມ ໂດຍຊາວ ຫວຽດນາມ ຄົ້ນຄວ້າ (ພາບ: VGP)

ໃນຈຳນວນ 200 ຄົນອາສາສະໝັກສົ່ງໃບຄຳຮ້ອງເຂົ້າຮ່ວມການທົດລອງກວດວິໄຈເບື້ອງຕົ້ນສັກວັກຊິນກັນໂຄວິດ-19 ທຳອິດ ໂດຍບັນດານັກວິທະຍາສາດ ຫວຽດນາມ ຄົ້ນຄວ້າ ແລະ ພັດທະນາ, ມີ 3 ຄົນໄດ້ສັກເຂັມທຳອິດໃນວັນທີ 17 ທັນວາ 2020. ນີ້ແມ່ນຂີດໝາຍທີ່ໜ້າຈົດຈຳຂອງຂະແໜງສາທາລະນະສຸກ, ພ້ອມທັງ ສະແດງໃຫ້ເຫັນຄວາມເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງ ຫວຽດນາມ ໃນການປົກປ້ອງປະຊາຊົນຕໍ່ໂລກລະບາດຄັ້ງປະຫວັດສາດຂອງມວນມະນຸດ.

ຕາມບັນດານັກຊ່ຽວຊານແລ້ວ, ແຕ່ລະຂັ້ນຕອນຄົ້ນຄວ້າ ແລະ ພັດທະນາວັກຊິນຕ້ອງເສຍເວລາປະມານແຕ່ 7 – 12 ປີ. ເຖິງຢ່າງໃດກໍ່ຕາມ ໃນກໍລະນີສຸກເສີນຄືໂລກລະບາດໂຄວິດ-19 ພວມແຜ່ລະບາດຢ່າງແຮງໃນທົ່ວໂລກນັ້ນ, ດ້ວຍການໃຫ້ຄຳປຶກສາຂອງອົງການ WHO, ບັນດານັກຊ່ຽວຊານຢູ່ພາຍໃນປະເທດ ແລະ ການຊີ້ນຳໂດຍກົງຈາກລັດຖະມົນຕີກະຊວງສາທາລະນະສຸກ, ຂັ້ນຕອນຄົ້ນຄວ້າວັກຊິນກັນໂຄວິດ-19 ຢູ່ ຫວຽດນາມ ໄດ້ຮັບການພິຈາລະນາຫຍໍ້ບາງຂັ້ນຕອນດ້ານບໍລິຫານລົງ; ແຕ່ບັນດາເນື້ອໃນກ່ຽວກັບດ້ານວິຊາສະເພາະ, ວິທະຍາສາດ, ເຕັກນິກຕ້ອງຮັບປະກັນຕາມການກຳນົດໄວ້. ທ່ານ ຫງວຽນໂງກວາງ, ຮອງຫົວໜ້າກົມວິທະຍາສາດເຕັກໂນໂລຊີ ແລະ ບຳລຸງສ້າງ, ສັງກັດກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ:

“ສຳລັບວຽກງານຄົ້ນຄວ້າຜະລິດ ແລະ ພັດທະນາວັກຊິນ ໄລ່ຮອດຈຸດເວລານີ້ ພວກຂ້າພະເຈົ້າໄດ້ຜັນຂະຫຍາຍໃນທົ່ວລະບົບ, ໃນນັ້ນ ມີ 4 ນັກຜະລິດ, Nanorgen ແມ່ນໜຶ່ງໃນຈຳນວນ 4 ນັກຜະລິດ ທີ່ໄດ້ຜະລິດສຳເລັດວັກຊິນເບື້ອງຕົ້ນ ແລະ ໄດ້ຮັບການອະນຸຍາດຜັນຂະຫຍາຍການທົດລອງກວດວິໄຈເບື້ອງຕົ້ນໄລຍະທີ 1 ຈາກກະຊວງສາທາລະນະສຸກ. ມາຮອດຈຸດເວລານີ້ ການຄົ້ນຄວ້າທົດລອງກວດວິໄຈເບື້ອງຕົ້ນໄລຍະທີ 1 ຂອງວັກຊິນ NanoCovax ຖືກຕາມຄວາມຄືບໜ້າ.”

ກ່ອນໜ້ານັ້ນ, ເລື່ອງສ້າງສຳເນົາເອກະສານການຄົ້ນຄວ້າໃຫ້ສຳເລັດ, ການຄົ້ນຄວ້າກວດວິໄຈເບື້ອງຕົ້ນ, ການຄົ້ນຄວ້າໃສ່ສັດ ກໍ່ຄືການຕີລາຄາລັກສະນະການປ່ຽນແປງພູມຕ້ານທານໃນສັດຂອງວັກຊິນ NanoCovax ໄດ້ຮັບການປະເມີນຜົນ ແລະ ລັດຖະມົນຕີກະຊວງສາທາລະນະສຸກໄດ້ໃຫ້ອະນຸຍາດຜັນຂະຫຍາຍການທົດລອງໃສ່ຄົນ. ຂັ້ນຕອນການທົດລອງວັກຊິນຂອງ ຫວຽດນາມ ຮັບປະກັນການກຳນົດທີ່ຄ້າຍຄືກັນກັບບັນດາປະເທດໃນໂລກ. ນີ້ແມ່ນຂີດໝາຍສຳຄັນທີ່ສຸດ, ແມ່ນຄວາມເປັນກຽດ, ຄວາມເອກອ້າງທະນົງໃຈ, ແຕ່ກໍ່ແມ່ນຄວາມຮັບຜິດຊອບຢ່າງສູງ.

ຫວຽດນາມ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນຜົນງານການຜະລິດວັກຊິນໂຄວິດ-19 - ảnh 2ວັກຊິນ NanoCovax  (ພາບ: vnexpress.net)

ຕາມແຜນການຄົ້ນຄວ້າຂອງສະພາການແພດ, ສັງກັດກະຊວງສາທາລະນະສຸກໄດ້ປະເມີນຜົນ ແລະ ອະນຸມັດຜ່ານ, ໄລຍະທີໜຶ່ງ ການທົດລອງກວດວິໄຈເບື້ອງຕົ້ນວັກຊິນ NanoCovax ມີຜູ້ອາສາສະໝັກ 60 ຄົນເຂົ້າຮ່ວມ ແລະ ແບ່ງເປັນ 3 ກຸ່ມສັກວັກຊິນ (20 ຄົນສັກວັກຊິນດ້ວຍປະລິມານ 25 mg, 20 ຄົນສັກວັກຊິນດ້ວຍປະລິມານ 50 mg ແລະ 20 ຄົນສັກວັກຊິນດ້ວຍປະລິມານ 75 mg). ນີ້ແມ່ນໄລຍະທີ່ຕີລາຄາການສັກວັກຊິນດ້ວຍປະລິມານໃດທີ່ມີຄວາມປອດໄພທີ່ສຸດ ເພື່ອເປັນພື້ນຖານໄປສູ່ໄລຍະທີ 2. ໄລຍະທີ 2 ຈະຕີລາຄາຄວາມສາມາດປ່ຽນພູມຕ້ານທາດ. ໄລຍະທີ 3 ຕ້ອງໄດ້ຮັບການຮັບຮອງເອົາຈາກສະພາການແພດໃນການຄົ້ນຄວ້າການແພດວິທະຍາແຫ່ງຊາດ ກ່ອນທີ່ໄດ້ຮັບການຜັນຂະຫຍາຍຕໍ່ໄປ. ກ່ຽວກັບຜູ້ອາສາສະໝັກ, ເຂົາເຈົ້າຕ້ອງອ່ານ, ໄດ້ຮັບການແນະນຳອະທິບາຍ ແລະ ຮັບຄຳປຶກສາຢ່າງຈະແຈ້ງກ່ຽວກັບໜ້າທີ່, ກ່ຽວກັບຄວາມຮັບຜິດຊອບ ເມື່ອເຂົ້າຮ່ວມການສັກວັກຊິນທົດລອງ, ພ້ອມທັງຕ້ອງຮັບປະກັນມີສຸຂະພາບເປັນປົກກະຕິ. ທ່ານ ຫງວຽນໂງກວາງ ເນັ້ນໜັກວ່າ:

“ກະຊວງສາທາລະນະສຸກ ກໍ່ຄືກຸ່ມຄົ້ນຄວ້າ ຈະຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ແກ່ກໍລະນີອາສາສະໝັກການທົດລອງ ໂດຍຜ່ານບັນດາມາດຕະການທີ່ກ່ຽວຂ້ອງເຖິງການກັ່ນຕອງ, ວິໄຈ, ຕິດຕາມ, ບັນດາວິທີສຳຮອງ ບໍ່ປະໃຫ້ເກີດກໍລະນີທີ່ບໍ່ຄາດຄິດ. ກຸ່ມຄົ້ນຄວ້າຈະຊຳລະຄ່າໃຊ້ຈ່າຍທັງໝົດຖືກຕາມບັນດາຂໍ້ກຳນົດໃນປະຈຸບັນ ເພື່ອຮັບປະກັນສິດຜົນປະໂຫຍດ ກໍ່ຄືຮັບປະກັນຄວາມປອດໄພໃຫ້ແກ່ບັນດາກໍລະນີທີ່ເຂົ້າຮ່ວມການທົດລອງ.”

ເປັນທີ່ຈະແຈ້ງແລ້ວວ່າ, ວັກຊິນແມ່ນເຄື່ອງມືທີ່ສຳຄັນ ແລະ ມີປະສິດທິຜົນ ປະກອບສ່ວນສະກັດກັ້ນໂລກລະບາດ. ເຖິງຢ່າງໃດກໍ່ຕາມ, ວັກຊິນບໍ່ແມ່ນວ່າເຄື່ອງມືໜຶ່ງດຽວເທົ່ານັ້ນ, ສະນັ້ນ, ບັນດານັກຊ່ຽວຊານດ້ານການແພດໄດ້ບອກເຕືອນປະຊາຊົນຕື່ມວ່າ ບໍ່ຄວນລະເລີຍຕໍ່ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນປະຈຸບັນ ຕາມການແນະນຳຂອງຂະແໜງສາທາລະນະສຸກ. ທ່ານ ຫງວຽນໂງກວາງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຢັ້ງຢືນວ່າ ວັກຊິນພຽງແຕ່ແມ່ນໜຶ່ງໃນບັນດາວິທີ ເພື່ອໃຫ້ພວກເຮົາປ້ອງກັນ. ພວກຂ້າພະເຈົ້າເນັ້ນໜັກວ່າ ປະຊາຊົນ ຄວນປະຕິບັດຕາມບັນດາຄຳແນະນຳສັງລວມກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຂອງຂະແໜງສາທາລະນະສຸກ, ນັ້ນແມ່ນບັນດາຄຳແນະນຳ ເພື່ອໃຫ້ພວກເຮົາປ້ອງກັນພະຍາດຢ່າງມີປະສິດທິຜົນທີ່ສຸດ. ໄປຄຽງຄູ່ກັນນັ້ນ ການຜັນຂະຫຍາຍວັກຊິນ ແມ່ນຄວາມຈຳເປັນ ເຊິ່ງພວກເຮົາຈະກ້າວໄປເຖິງ.”

ເຖິງວ່າວິວັດການທົດລອງໃສ່ຄົນຫາກໍ່ເລີ່ມຕົ້ນນັ້ນ, ໃນຕໍ່ໜ້າຍັງມີສິ່ງທ້າທາຍຫລາຍຢ່າງ, ແຕ່ການທົດລອງວັກຊິນຄັ້ງທຳອິດທີ່ຜ່ານມາຢູ່ ຫວຽດນາມ ໄດ້ພິສູດໃຫ້ເຫັນລັກສະນະວິທະຍາສາດ, ລັກສະນະຄວາມຮັບຜິດຊອບ, ມະນຸດສະທຳ, ຄວາມມີໄຫວພິບ ແລະ ຄວາມເຊື່ອໝັ້ນດ້ວຍຕົນເອງ, ຄວາມເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ ຫວຽດນາມ ໃນການປົກປ້ອງປະຊາຊົນ ຕໍ່ໂລກລະບາດຄັ້ງປະຫວັດສາດຂອງມວນມະນຸດນີ້./.

ຕອບກັບ

ຂ່າວ/ບົດ​ອື່ນ