ຫວຽດນາມ ເປັນເຈົ້າການຕົນເອງຜະລິດສຳເລັດຊຸດວິໄຈເຊື້ອໂຄວິດ-19

(VOVWORLD) -ເພື່ອວິໄຈຫາເຊື້ອໄວຣັດ SARS-CoV-2, ໂລກພວມຜັນຂະຫຍາຍ 2 ວິທີພ້ອມກັນນັ້ນແມ່ນ ວິໄຈຊອກຫາແຊນໄວຣັດ (ວິທີ PCR) ແລະ ວິໄຈພູມຕ້ານທານ (ປົກກະຕິແມ່ນນຳໃຊ້ເພື່ອວິໄຈໄວ).

ຫວຽດນາມ ເປັນເຈົ້າການຕົນເອງຜະລິດສຳເລັດຊຸດວິໄຈເຊື້ອໂຄວິດ-19 - ảnh 1ການວິໄຈຜົນໄວ “ຂອງຫວຽດນາມ” ມີ ຈຸດດີຫຼາຍຢ່າງ

(ພາບ: thanhnien.vn)

ພາຍຫຼັງສຳເລັດການແຍກໄວຣັດ SARS-CoV-2, ພ້ອມກັບວິທີວິໄຈຊອກຫາແຊນໄວຣັດ SARS-CoV-2 ເຊິ່ງຫວ່າງມໍ່ໆມານີ້ ອົງການອະນາໄມໂລກ (WHO) ໄດ້ຮັບຮອງເອົາ, ຫວຽດນາມສືບຕໍ່ໄດ້ຄົ້ນຄວ້າສຳເລັດຊຸດວິໄຈພູມຕ້ານທານ (ວິໄຈໄວ) ດ້ວຍລະດັບຄວາມຊັດເຈນແມ່ນຂຶ້ນເຖິງ 95%. ສະນັ້ນ, ໃນໄລຍະຈະມາເຖິງນີ້, ຫວຽດນາມ ສາມາດເປັນເຈົ້າຕົນເອງໄດ້ຜະລິດສຳເລັດຊຸດວິໄຈໂຄວິດ-19 “ຂອງຫວຽດນາມ”.

        ເພື່ອວິໄຈຫາເຊື້ອໄວຣັດ SARS-CoV-2, ໂລກພວມຜັນຂະຫຍາຍ 2 ວິທີພ້ອມກັນນັ້ນແມ່ນ ວິໄຈຊອກຫາແຊນໄວຣັດ (ວິທີ PCR) ແລະ ວິໄຈພູມຕ້ານທານ (ປົກກະຕິແມ່ນນຳໃຊ້ເພື່ອວິໄຈໄວ).

        ກ່ຽວກັບວິທີວິໄຈ PCR, ຊຸດ kit ວິໄຈເຊື້ອໂຄວິດ-19 ໂດຍສະຖາບັນເສນາຮັກຄົ້ນຄວ້າ, ບໍລິລັດ ຫວຽດອ໊າ ຜະລິດນັບແຕ່ເມື່ອເດືອນ ມີນາ 2020 ຕົ້ນຕໍແມ່ນໄດ້ນຳໃຊ້ຢູ່ພາຍໃນປະເທດ ເພື່ອວິໄຈຫາເຊື້ອໄວຣັດ SARS-CoV-2. ຫວ່າງມໍ່ໆມານີ້, ອົງການອະນາໄມໂລກ ໄດ້ຮັບຮອງເອົາຊຸດ kit ດັ່ງກ່າວຕອບສະໜອງໄດ້ຕາມມາດຕະຖານ ພາຍຫຼັງການທົດລອງ ແລະ ຕີລາຄາຄຸນນະພາບຢ່າງເຄັ່ງຄັດເປັນ 5 ຄັ້ງ. ປະຈຸບັນ, ຫຼາຍປະເທດໄດ້ສັ່ງຊື້ຊຸດ kit ດັ່ງກ່າວ ແລະ ໄດ້ສົ່ງອອກໄປຍັງບັນດາປະເທດຄື: ແຟງລັງ, ຢູແກຼນ, ກຳປູເຈຍ, ໂປໂລຍ.

        ສຳລັບວິທີວິໄຈພູມຕ້ານທານ (ວິໄຈໄວ), ຕາມການນຳກະຊວງສາທາລະນະສຸກຫວຽດນາມ ແລ້ວ, ໃນໄລຍະຜ່ານມາມີພຽງແຕ່ຢູ່ຮ່າໂນ້ຍ ຜັນຂະຫຍາຍ, ນຳໃຊ້ຊຸດວິໄຈຂອງສ.ເກົາຫຼີ ໂດຍວິສາຫະກິດອຸປະຖຳ. ຕາມນັ້ນແລ້ວ, ໄດ້ວິໄຈຕົວຢ່າງທັງໝົດ 18.450 ຕົວຢ່າງ, ກວດພົບ 50 ກໍລະນີມີຜົນບວກ (ເມື່ອກວດກາຄືນດ້ວຍວິທີ PCR ທັງໝົດ 50 ກໍລະນີເຫຼົ່ານັ້ນລ້ວນແຕ່ມີຜົນລົບ).

        ຫວ່າງມໍ່ໆມານີ້, ສະຖາບັນອະນາໄມລະບາດວິທະຍາສູນກາງ ໄດ້ສົມທົບກັບມະຫາວິທະຍາໄລ Nagasaki (ປະເທດຍີ່ປຸ່ນ), ຄົ້ນຄວ້າ ແລະ ພັດທະນາສຳເລັດຊຸດວິໄຈພູມຕ້ານທານມີຄວາມໄວ, ຊັດເຈນສູງກວ່າຫຼາຍເມື່ອທຽບໃສ່ບັນດາຊຸດວິໄຈທີ່ຄືກັນ ເຊິ່ງຫຼາຍປະເທດພວມນຳໃຊ້. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັ່ງລອງ, ໃຫ້ຮູ້ວ່າ, ດ້ວຍຜົນງານດັ່ງກ່າວ, ຫວຽດນາມ ໄດ້ກາຍເປັນປະເທດທີ 5 ໃນໂລກ (ຖັດຈາກບັນດາປະເທດຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ) ຜະລິດອອກຊຸດວິໄຈນີ້.

        “ພວກເຮົາໄດ້ອອກເຫື່ອເທແຮງຜັນຂະຫຍາຍການຄົ້ນຄວ້າດັ່ງກ່າວ. ຄວາມຊັດເຈນເຊິ່ງໄດ້ປະຕິບັດພາຍຫຼັງ 8 ວັນແມ່ນບັນລຸແຕ່ 90-95%. ປະຈຸບັນ, ຊຸດວິໄຈນີ້ໄດ້ນຳເຂົ້າຜະລິດຢ່າງເປັນທາງການ ແລະ ມອບສຳເນົາໃຫ້ອົງການຄຸ້ມຄອງຂອງກະຊວງສາທາລະນະສຸກ ເພື່ອໃຫ້ກະຊວງສາທາລະນະສຸກ ອອກໃບອະນຸຍາດ. ສະນັ້ນ, ຫວຽດນາມ ແມ່ນໜຶ່ງໃນຈຳນວນ 5 ປະເທດທີ່ຜະລິດສຳເລັດຊຸດວິໄຈຫາເຊື້ອໂຄວິດ-19”.

        ກະຊວງສາທາລະນະສຸກຕີລາຄາວ່າ, ການວິໄຈຜົນໄວ “ຂອງຫວຽດນາມ” ມີ ຈຸດດີຫຼາຍຢ່າງຄື: ນຳໃຊ້ຢ່າງງ່າຍດາຍຢູ່ບັນດາຮາກຖານສາທາລະນະສຸກຂັ້ນເມືອງ, ສາມາດວິໄຈໄດ້ຍ້ອນນຳໃຊ້ລະບົບເຄື່ອງວິໄຈທີ່ມີຢູ່ແລ້ວເຊິ່ງມີຊື່ວ່າ Elisa; ຄວາມປອດໄພສູງ (ວິໄຈຜ່ານຕົວຢ່າງເລືອດ). ທ່ານສາດສະດາຈານ, ປະລິນຍາເອກ ດັ້ງດຶກແອັງ, ຫົວໜ້າສະຖາບັນອະນາໄມລະບາດວິທະຍາສູນກາງ, ໃຫ້ຮູ້ວ່າ, ໃນໄລຍະທີ່ຄົ້ນຄວ້າກ່ຽວກັບຊຸດວິໄຈ, ສະຖາປັນໄດ້ທົດລອງປະມານ 200 ຕົວຢ່າງເຊື້ອພະຍາດຂອງກໍລະນີຕິດໂລກລະບາດໂຄວິດ-19 ແລະ ນັບທັງກໍລະນີບໍ່ຕິດໂລກລະບາດ. ໝາກຜົນການວິໄຈໄດ້ຊີ້ໃຫ້ເຫັນວ່າຄວາມໄວ, ຄວາມຊັດເຈນແມ່ນຂຶ້ນເຖິງ 95%, ພ້ອມທັງສາມາດປະຕິບັດໄດ້ຫຼາຍຕົວຢ່າງພ້ອມກັນດ້ວຍເວລາໃນການວິໄຈແມ່ນ 2 ຊົ່ວໂມງ. ທ່ານສາດສະດາຈານ, ປະລິນຍາເອກ ດັ້ງດຶກແອັງ, ໃຫ້ຮູ້ວ່າ.

        “ການນຳໃຊ້ເຕັກນິກ Elisa ໝາຍຄວາມວ່າແມ່ນເຕັກນິກຕ້ານທານຕໍ່ພະຍາດສາມາດຢັ້ງຢືນພູມຕ້ານທານຂອງກໍລະນີທີ່ຕິດເຊື້ອພະຍາດ. ຜົນສຳເລັດດັ່ງກ່າວໄດ້ປະກອບສ່ວນນຳຫວຽດນາມ ເປັນໜຶ່ງໃນບັນດາປະເທດທຳອິດທີ່ສາມາດຜະລິດຊຸດວິໄຈດັ່ງກ່າວ, ຊ່ວຍໄດ້ໃຫ້ຫວຽດນາມ ເປັນເຈົ້າການໃນວຽກງານປ້ອງກັນ, ຕ້ານໂລກລະບາດໃນໄລຍະຈະມາເຖິງ”.

        ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຢືນຢັນວ່າ ດ້ວຍຜົນສຳເລັດດັ່ງກ່າວ, ຊຸດວິໄຈໄວຂອງຫວຽດນາມ ສາມາດປ່ຽນແທນບັນດາຊຸດວິໄຈທີ່ຄ້າຍຄືກັນຈາກຕ່າງປະເທດ. ພິເສດ, ເມື່ອຊຸດວິໄຈນີ້ໄດ້ຮັບການຮັບຮອງ ແລະ ຜະລິດເປັນລະບົບນັ້ນ, ຫວຽດນາມ ອາດສາມາດເປັນເຈົ້າການເຮັດສຳເລັດທັງ 2 ວິທີ PCR ກວດພົບແຊນໄວຣັດ ແລະ ວິໄຈໄວຊອກຫາພູມຕ້ານທານໄວ “ຂອງຫວຽດນາມ”.

        “ຖ້າຫາກວ່າຊຸດວິໄຈນີ້ໄດ້ຮັບການຮັບຮອງ ແລະ ຜະລິດອອກ, ກ່ອນອື່ນໝົດຫວຽດນາມ ມີຄວາມໄວ້ເນື້ອເຊື່ອໃຈຕໍ່ການວິໄຈຕົວໄວຮັດ, ທັງພູມຕ້ານທານ, ຫວຽດນາມ ລ້ວນແຕ່ເປັນເຈົ້າການຄົ້ນຄວ້າ 2 ວິທີວິໄຈດັ່ງກ່າວ, ບໍ່ຕ້ອງຊື້ເຄື່ອງອຸປະກອນອີກ, ລາຄາກໍ່ຖືກ. ສະນັ້ນ, ຫວຽດນາມ ມີຄວາມເຊື່ອໝັ້ນວ່າ ມີຍຸດທະສາດວິໄຈສາມາດຜະລິດຢູ່ຫວຽດນາມ, ສາມາດເປັນເຈົ້າຕົນເອງ ແລະ ມີຄວາມຊັດເຈນ”.

        ຄຽງຂ້າງນັ້ນ, ຜ່ານການຕີລາຄາໃນເບື້ອງຕົ້ນ, ລາຄາຂອງຊຸດວິໄຈນີ້ແມ່ນຖືກກວ່າຫຼາຍເມື່ອທຽບໃສ່ຊຸດວິໄຈທີ່ນຳເຂົ້າຈາກຕ່າງປະເທດ (ລາຄາປະມານ 5 USD/ຊຸດວິໄຈ). ສະຖາບັນອະນາໄມລະບາດວິທະຍາ ໃຫ້ຮູ້ວ່າ, ສຳລັບຊຸດວິໄຈນີ້, ສູນຄົ້ນຄວ້າຜະລິດວັກຊິນ ແລະ ຊຸດວິໄຈສາທາລະນະສຸກ (POLYVAC) ສາມາດຜະລິດແຕ່ 50.000 ຫາ 10.000 ຊຸດເພື່ອຮັບໃຊ້ໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ໄລ່ມາຮອດຈຸດເວລານີ້, ຫວຽດນາມ ໄດ້ວິໄຈ 212.000 ຕົວຢ່າງ, ພົບ 270 ກໍລະນີຕິດໂລກລະບາດໂຄວິດ-19, ອັດຕາກວດພົບກໍລະນີບວດປະມານ 0,13%, ນັ້ນແມ່ນໜຶ່ງໃນບັນດາປະເທດທີ່ມີອັດຕາກວດພົບກໍລະນີຜົນບວກໃນຈຳນວນຕົວຢ່າງວິໄຈສູງທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ