ຫໍສະໝຸດແຫ່ງຄວາມຮັກເພື່ອເດັກທຸກຍາກ

(VOVWORLD) -ນາງໂງທິລີ ອາຍຸ 34 ປີຢູ່ບ້ານກອນຍຽນ, ຕາແສງດັກຣ່ວງ, ເມືອງກອນໄຣ້, ແຂວງກອມຕຸມ ໄດ້ສ້າງຫໍສະໝຸດເອງ ດ້ວຍການນຳໃຊ້ເຮືອນຂອງຕົນເປັນບ່ອນເພື່ອໃຫ້ພວກນ້ອງນ້ອຍອ່ານປຶ້ມ, ຮ່ຳຮຽນ ແລະ ລະຫຼິ້ນ

ດ້ວຍຄວາມຮັກແບບພິເສດທີ່ສະຫງວນໃຫ້ແກ່ເດັກ ແລະ ຄວາມເຫັນໃຈຢ່າງເລິກເຊິ່ງຕໍ່ໜ້າຄວາມທຸກຍາກຂາດເຂີນຂອງລູກຫຼານຊາວເຜົ່າສ່ວນໜ້ອຍນັ້ນ, ນາງໂງທິລີ ອາຍຸ 34 ປີຢູ່ບ້ານກອນຍຽນ, ຕາແສງດັກຣ່ວງ, ເມືອງກອນໄຣ້, ແຂວງກອມຕຸມ ໄດ້ສ້າງຫໍສະໝຸດເອງ ດ້ວຍການນຳໃຊ້ເຮືອນຂອງຕົນເປັນບ່ອນເພື່ອໃຫ້ພວກນ້ອງນ້ອຍອ່ານປຶ້ມ, ຮ່ຳຮຽນ ແລະ ລະຫຼິ້ນ. ນາງລີ ຍັງສອນໃຫ້ພວກນ້ອງຮຽນຂັບຮ້ອງໄດ້ຫຼາຍບົດເພງພ້ອມກັບການລະຫຼິ້ນຫຼາຍຢ່າງ ອັນໄດ້ເຮັດໃຫ້ໝູ່ບ້ານກອນເຍັນທີ່ເຂດຫ່າງໄກສອກຫຼີກເພີ່ມຄວາມຟົດຟື້ນມ່ວນຊື່ນ .

ຫໍສະໝຸດແຫ່ງຄວາມຮັກເພື່ອເດັກທຸກຍາກ - ảnh 1ນາງໂງທິລີຮັບໃຊ້ພວກເດັກອ່ານປຶ້ມ 

      ນັບແຕ່ເກືອບໜຶ່ງປີມານີ້, ອາທິດໃດກໍເຊັ່ນດຽວກັນ, ຮອດຄ່ຳວັນສຸກ ແລະ ວັນເສົາ, ພວກນ້ອງນ້ອຍໃນ ໝູ່ບ້ານກອນເຍັນ ແລະ ຢູ່ຕາແສງດັກຣ່ວງ ພັດພາກັນມາ ຫໍສະໝຸດທີ່ເຮືອນນາງລີເພື່ອອ່ານປຶ້ມ. ຫໍສະໝຸດທີ່ເຮືອນາງລີແມ່ນສະຖານທີ່ຜູ້ອ່ານໄວເດັກ 40 ຄົນ ແລະ ໃນໂອກາດລະດູຮ້ອນປີນີ້, ຈຳນວນເດັກມາອ່ານປຶ້ມໄດ້ເພີ່ມຂຶ້ນເປັນ 80 ຄົນ. ນ້ອງ ຮ່ວາງເຍິກເລ້ ນັກຮຽນຫ້ອງ ມ­­­­­1  ໃຫ້ຮູ້ວ່າ :   

    “ ຫຼານມານີ້ໄດ້ອ່ານປຶ້ມຫຼາຍຫົວ, ໄດ້ເພີ່ມຄວາມຮູ້ທີ່ດີຫຼາຍຢ່າງ. ມານີ້ໄດ້ຟ້ອນລຳທຳເພງ, ໄດ້ແບ່ງປັນຄວາມໃນໃຈກັບໝູ່ເພື່ອນ. ນັກມັກອ່ານທີ່ສຸດ ແມ່ນປຶ້ມກ່ຽວກັບການຄົ້ນຫາໂລກ ແລະ ເວົ້າເຖິງປະຫວັດສາດຫວຽດນາມແຕ່ປາງກ່ອນ ເພາະນຳມາເຊິ່ງຜົນປະໂຫຍດຫຼາຍຢ່າງ ” ­­

    ຄາວຫາກໍໄດ້ຮັບການສ້າງຕັ້ງ, ຫໍສະໝຸດທີ່ເຮືອນາງລີມີປຶ້ມພຽງ 200-300 ຫົວເທົ່ານັ້ນ, ແຕ່ມາບັດນີ້ໄດ້ເພີ່ມຂຶ້ນເປັນພັນກ່ວາຫົວ. ສິ່ງພິເສດແມ່ນຢູ່ ຫໍສະໝຸດທີ່ເຮືອນາງລີ ແມ່ນບໍ່ມີປຶ້ມຕິດຕາມການເຄື່ອນໄຫວ. ພວກເດັກສາມາດມານີ້ອ່ານປຶ້ມຢູ່ກັບບ່ອນຫຼືເອົາເມືອເຮືອນອ່ານກໍໄດ້ ແລະ ປຶ້ມໃນ ຫໍສະໝຸດບໍ່ຖືກສູນເສຍຈັກຫົວເລີຍ. ເຄັດລັບແມ່ນຢູ່ບ່ອນວ່າ : ນາງລີໄດ້ສ້າງສະຕິຮັກສາປຶ້ມໃຫ້ແກ່ພວກນ້ອງ ໂດຍຖືຫໍສະໝຸດຄືຂອງຕົນຕົນເອງ. ນ້ອງຫງວຽນແທງຟອງ ໃຫ້ຮູ້ວ່າ: 

   “ ນັບແຕ່ເວລາ ຫໍສະໝຸດເລີ່ມໄດ້ຮັບການສ້າງຕັ້ງຂຶ້ນ, ນ້ອງໄດ້ຊັກຊວນໝູ່ເຊອກປຶ້ມອ່ານມາປະກອບສ່ວນສະໜັບສະໜູນຫໍສະໝຸດ. ເມື່ອມີເຄື່ອງນຸ່ງຫຼືກະເປົານັກຮຽນເກົ່າແລ້ວ, ບໍ່ນຳໃຊ້ອີກ, ນ້ອງກໍນຳມານີ້ໃຫ້ໝູ່ໃຊ້ ”

    ເມື່ອເວົ້າເຖິງແນວຄວາມຄິດສ້າງຕັ້ງ ຫໍສະໝຸດຄອບຄົວໃຫ້ແກ່ພວກເດັກຢູ່ທ້ອງຖິ່ນ, ນາງໂງທິລີ ໄດ້ແບ່ງປັນວ່າ ເມື່ອນາງຍ້າຍມາດຳລົງຊີວິດໃນບ້ານກອນເຍັນ ແລະ ເຫັນພວກເດັກຂາດແຄນປຶ້ມອ່ານ, ບໍ່ມີບ່ອນລະຫຼິ້ນ, ນາງລີໄດ້ເກີດມີແນວຄວາມຄິດສ້າງຕັ້ງ ຫໍສະໝຸດ. ການເປີດ ຫໍສະໝຸດໄດ້ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ້ພວກເດັກໃນບ້ານ ແລະ ໃຫ້ລູກ 2 ຄົນຂອງນາງລີນີ້ເອງ. ປະຈຸບັນ, ນາງໂງທິລີພວມເປັນພະນັກງານທີ່ດິນຂອງຕາແສງ, ເຖິງວ່າວຽກງານຂອງພະນັກງານທີ່ດິນແມ່ນລຳບາກທີ່ສຸດກໍຕາມ, ແຕ່ນາງລີຍັງສະຫງວນເວລາເບິ່ງແຍງວຽກງານເພື່ອເດັກ . ແຕ່ລະມື້, ນາງໂງທິລີໄດ້ຊີ້ບອກພວກນ້ອງວິທີເລືອກເອົາປຶ້ມເພື່ອອ່ານທີ່ແທດເໝາະກັບເກັ່ນອາຍຸຂອງຕົນ ພ້ອມທັງແນະນຳວິທີຟ້ອນລຳ ແລະ ຂັບຮ້ອງໃຫ້ພວກເດັກອີກດ້ວຍ. ນາງ ເຈີນທິຖຸຍ ພະນັກງານກ່ຽວກັບປະຊາກອນ ຕາແສງດັກຣ່ວງ ໃຫ້ຮູ້ວ່າ : 

     “ ເມື່ອກ່ອນນີ້ ພວກຫຼານບໍ່ມີບ່ອນດຳເນີນຊີວີດ ແລະ ລະຫຼິ້ນ, ເມື່ອມີຫໍສະໝຸດ, ອາທິດໃດກໍເຊັ່ນດຽວກັນ, ຮອດວັນສຸກຫຼືວັນເສົາ, ເວລາ 5 ໂມງແລງ, ພວກຫຼານອາບນ້ຳແລ້ວ, ກໍກະກຽມໄປຫໍສະໝຸດເພື່ອອ່ານປຶ້ມ. ພໍ່ແມ່ຂອງພວກ ຫຼານກໍດີໃຈຫຼາຍ ເພາະເຫັນລູກຂອງຕົນມີບ່ອນດຳເນີນຊີວິດທີ່ນຳມາເຊິ່ງຄຸນປະໂຫຍດ, ບໍ່ໄປທ່ຽວຫຼິ້ນໂລເລຄືກ່ອນນີ້ອີກແລ້ວ ”

    ແຜນການຂອງ ນາງໂງທິລີແມ່ນຮອດເຫດການສະເຫຼີມສະຫຼອງ 127 ປີແຫ່ງວັນຄ້າຍວັນເກີດຂອງປານທານໂຮ່ຈິມິນວັນວັນທີ 19/5 ປີນີ້, ນາງໂງທິລີຈະຈັດວັນຄົບຮອບ 1 ປີຂອງຫໍສະມຸດ. ວຽກງານທີ່ມີຄວາມໝາຍຂອງລາງລີໄດ້ຮັບການສະໜັບສະໜູນທັງທາງດ້ານວັດຖຸ ແລະ ຈິດໃຈຈາກອຳນາດການປົກຄອງ ແລະ ບາງອົງການຈັດຕັ້ງສັງຄົມ, ດ້ວຍຄວາມຫວັງສ້າງຫໍສະໝຸດໃຫ້ນັບມື້ນັບອຸດົມສົມບູນ, ປະກອບສ່ວນນຳເອົາຄວາມຮູ້ຫຼາຍຢ່າງມາສູ່ພວກເດັກຢູ່ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ