ອາຊີບຕ່ຳຫູກທໍໄໝໃນຊີວິດສັງຄົມຂອງຊາວຫວຽດນາມ

(VOVWORLD) -ອາຊີບຕ່ຳຫູກທໍໄໝແມ່ນອາຊີບຫັດຖະກຳຢູ່ຫວຽດນາມ ໄດ້ມີມາແຕ່ກ່ອນນີ້ນັບພັນປີ.
ອາຊີບຕ່ຳຫູກທໍໄໝໃນຊີວິດສັງຄົມຂອງຊາວຫວຽດນາມ - ảnh 1(ຢູ່ຫຼາຍແຫ່ງອາຊີບຕ່ຳຫູກທໍໄໝພັດທະນາທີ່ສຸດ)

ປະຫວັດສາດໄດ້ຂຽນໄວ້ວ່າ, ອາຊີບນີ້ໄດ້ປະກົດຕົວຂຶ້ນກ່ອນໝູ່ຢູ່ບ້ານ ໂກໂດ, ເມືອງ ບາວີ່, ຮ່າໂນ້ຍ ນັບແຕ່ສະໄໝເຈົ້າຊີວິດຮຸ່ງ ອົງທີ 6, ບັນພະບຸລຸດຂອງອາຊີບນີ້ແມ່ນລາຊະທິດາ ທ່ຽວຮວາ. ໂດຍຜ່ານການເວລາຂອງປະຫວັດສາດ, ອາຊີບຕ່ຳຫູກທໍໄໝໄດ້ຮັບການອະນຸລັກຮັກສາ, ເສີມຂະຫຍາຍ ແລະ ຕິດພັນກັບຊີວິດຂອງປະຊາຊົນຫວຽດນາມ ຢ່າງແໜ້ນແຟ້ນ.

        ແພໄໝແມ່ນປະເພດແພມີຄຸນນະພາບສູງ, ອ່ອນນຸ້ມ, ມີຄວາມທົນທານຕໍ່ການເວລາ ແລະ ລ້ວນແຕ່ແມ່ນຂອງທຳມະຊາດທັງໝົດ. ຂັ້ນຕອນຕ່ຳແພໄໝ ກ່ອນອື່ນໝົດແມ່ນຕ້ອງປູກຕົ້ນມອນເພື່ອເອົາໃບມາລ້ຽງໂຕມ້ອນ ເພື່ອໃຫ້ມ້ອນຜະລິດເປັນເສັ້ນໄໝແລ້ວເອົາໄໝນັ້ນໄປຕ່ຳຫູກທໍໄໝ. ສະໄໝລາຊະວົງ ເລຈຸງຮືງ (ນັບແຕ່ສະຕະວັດທີ 16 ຫາສະຕະວັດທີ 18) ແມ່ນສະໄໝຂອງແພໄໝຫວຽດນາມ ມີຄວາມຮຸ່ງເຮືອງເຫຼືອງເຫຼື້ອມທີ່ສຸດ. ໃນຄາວນັ້ນ, ມີນັກຄ້າຂາຍຕ່າງປະເທດຫຼາຍຄົນໄດ້ມາຊີ້ແພໄໝເປັນຈຳນວນຫຼວງຫຼາຍຢູ່ເຂດຕົວເມືອງ ທັງລອງ, ຖະໜົນ ຮ໊ຽນ ແລະ ໂຮ້ຍອານ. ນັກແຕ້ມຮູບ ດ່າວງອັກເຮິນ, ຮອງຫົວໜ້າສູນຄົ້ນຄວ້າບູຮານຄະດີນຳໃຊ້, ໃຫ້ຮູ້ວ່າ.

        “ໃນສັງຄົມຂອງຊາວຫວຽດນາມ, ເລື່ອງປູກມອນລ້ຽງມ້ອນໄດ້ປະກົດຕົວມາແຕ່ດົນນານແລ້ວ ແລະ ພັດທະນາເປັນຫຼາຍຮູບຫຼາຍແບບ. ຕໍ່ມາເມື່ອການແລກປ່ຽນເສດຖະກິດພັດທະນາ, ພວກເຮົາໄດ້ຮັບເຕັກນິກກ່ຽວກັບການຜະລິດແພໄໝຕື່ມອີກ. ບັນດາຮ່ອງຮອຍທຳອິດກ່ຽວກັບແພໄໝທີ່ປະກົດຕົວຢູ່ຫວຽດນາມ ໄດ້ພົບເຫັນກ່ອນນີ້ປະມານ 4000 ປີແລ້ວ. ເສັ້ນໄໝໄດ້ນຳໃຊ້ທົ່ວໄປນັບແຕ່ສະໄໝວັດທະນະທຳ ດົງເຊີນ. ມາຮອດສະໄໝສັກດີນາຫວຽດນາມ, ຈາກອາດຍາເຈົ້າຊີວິດ, ເຈົ້ານາຍ ຕະຫຼອດຮອດສາມັນຊົນໄດ້ນຳໃຊ້ແພໄໝແບບທົ່ວໄປກວ່າ”.

        ຢູ່ປະເທດຫວຽດນາມ, ຢູ່ຫຼາຍແຫ່ງອາຊີບຕ່ຳຫູກທໍໄໝພັດທະນາທີ່ສຸດ. ບັນດາສະຖານທີ່ຄື: ຢູ່ພາກເໜືອ ແມ່ນມີບ້ານ ຫວ້ານຟຸກ (ຮ່າດົງ), ຍາຊ໊າ (ຮ່ານາມ), ໂກ໋ເຈິດ (ເທື່ອງຕິ໊ນ); ຢູ່ພາກກາງແມ່ນ ໂຮ້ຍອານ, ບາວລົກ (ເລິມດົ່ງ), ໄຕງວຽນ ແລະ ເຂດທົ່ງພຽງແມ່ນ້ຳຂອງຫວຽດນາມ ຄື ແລ້ງມີ້ອາ, ເຕິນເຈົາ (ອານຢາງ)… ໄດ້ມີເຄື່ອງໝາຍການຄ້າກ່ຽວກັບອາຊີບຫູກທໍໄໝ. ໃນນັ້ນ, ມີຊື່ສຽງທີ່ສຸດແມ່ນບ້ານ ຫວ້ານຟຸກ. ທ່ານ ຟ້າມຄັ໊ກຮ່າ, ປະທານສະມາຄົມບ້ານອາຊີບ ຫວ້ານຟຸກ, ໃຫ້ຮູ້ວ່າ.

        “ເຄື່ອງໝາຍການຄ້າແພໄໝ ຫວ້ານຟຸກ ໄດ້ຮັບການສ້າງຕັ້ງເປັນເວລາກວ່າ 1000 ປີແລ້ວ. ນັບແຕ່ສະໄໝຝລັ່ງ ແພໄໝ ຫວ້ານຟຸກ ຖືວ່າມີຄຸນນະພາບດີທີ່ສຸດຢູ່ອິນດູຈີນ. ປະຈຸບັນ, ຜະລິດຕະພັນແພໄໝ ຫວ້ານຟຸກ ແມ່ນມີຫຼາຍຊະນິດ, ຫຼາຍຮູບຫຼາຍແບບ. ພວກຂ້າພະເຈົ້າມີຮາກຖານແນະນຳຂັ້ນຕອນການຜະລິດແພໄໝ, ແຂກຢູ່ພາຍໃນ ແລະ ຕ່າງປະເທດສາມາດມາຢ້ຽມຊົມໄດ້. ນອກນັ້ນ, ພວກຂ້າພະເຈົ້າຍັງມີສູນອະນຸລັກຮັກສາແພໄໝ ຫວ້ານຟຸກ, ໄດ້ວາງສະແດງຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ຫວ້ານຟຸກ ອີກດ້ວຍ”.

ອາຊີບຕ່ຳຫູກທໍໄໝໃນຊີວິດສັງຄົມຂອງຊາວຫວຽດນາມ - ảnh 2 ຫວຽດນາມ ຍັງມີອາຊີບຕ່ຳໄໝໄຍບົວ

(ພາບ: vnanet.vn)

ບໍ່ພຽງແຕ່ມີຂະແໜງຕ່ຳຫູກທໍໄໝເທົ່ານັ້ນ, ຫວຽດນາມ ຍັງມີອາຊີບຕ່ຳໄໝໄຍບົວ ທີ່ນຳເຂົ້າຈາກມຽນມາຕື່ມອີກ, ແຕ່ກໍ່ມີສີສັນສະເພາະຂອງຫວຽດນາມ. ນັບແຕ່ປີ 2016, ສະຖາບັນເສດຖະກິດນິເວດ ສັງກັດສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ໄດ້ສົມທົບກັບບໍລິສັດແພໄໝ ມີ້ດຶກ ຈຳກັດ ປະຕິບັດຫົວເລື່ອງຄົ້ນຄວ້າທົດລອງຮູບແບບຜະລິດເສັ້ນໄໝໄຍບົວ. ຫົວເລື່ອງດັ່ງກ່າວໄດ້ຮັບການຜັນຂະຫຍາຍຢູ່ ບ້ານຮ້າ, ຕາແສງ ຟຸ່ງຊ໊າ, ເມືອງ ມີ້ດຶກ, ນະຄອນຮ່າໂນ້ຍ, ມາຮອດປະຈຸບັນໄດ້ບັນລຸຜົນສຳເລັດໃນເບື້ອງຕົ້ນ. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຢຸຍຈວຽນ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດນິເວດ, ຫົວໜ້າຫົວເລື່ອງຄົ້ນຄວ້າເສັ້ນໄໝໄຍບົວ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າໄດ້ຄົ້ນຄວ້າໝູ່ບ້ານອາຊີບຢູ່ມຽນມາ, ຖ່າຍຄຼິບວີດີໂອ, ສ້າງຂັ້ນຕອນການດຶງໄຍບົວເພື່ອມານຳໃຊ້ຢູ່ຫວຽດນາມ. ເມື່ອຕີລາຄາບັນດາມາດຕະຖານເສັ້ນໄໝທີ່ເຮັດຈາກໄຍບົວ, ກ່ຽວກັບທິດສະດີແລ້ວແມ່ນມີຄວາມທົນທານ ແລະ ຄຸນຄ່າດ້ານການຄ້ານັ້ນ ໄຍບົວຂອງຫວຽດນາມ ແມ່ນດີກວ່າເມື່ອທຽບໃສ່ມຽນມາ. ການຄົ້ນຄວ້າຊີ້ໃຫ້ເຫັນວ່າ, ກ້ານດອກບົວທີ່ມີສີບົວໄດ້ໃຫ້ໄຍຫຼາຍກວ່າ ແລະ ມີຄຸນນະພາບສູງກວ່າສຳລັບຕົ້ນກ້ານດອກບົວຂອງມຽນມາ. ເຮັດແນວໃດເພື່ອບໍ່ໃຫ້ມີຢູ່ ພຽງແຕ່ ມີ້ດຶກ ເທົ່ານັ້ນ ແຕ່ຂົງເຂດອື່ນໆກໍ່ໃຫ້ມີການພັດທະນາໃຫ້ກາຍເປັນໝູ່ບ້ານອາຊີບ, ຫັນເປັນສິນຄ້າທີ່ສາມາດແກ່ງແຍ້ງຢູ່ບັນດາປະເທດຄື ຍີ່ປຸ່ນ, ອີຕາລີ, ເຢຍລະມັນ ອີກດ້ວຍ”.

        ອາຊີບຕ່ຳຫູກທໍໄໝໄດ້ຮັບຖືວ່າ, ແມ່ນໜຶ່ງໃນບັນດາວັດຖຸພັນຂັ້ນສູງ ແລະ ມີລາຄາແພງທີ່ສຸດໃນໂລກ. ຢູ່ໃນໂລກມີພຽງບາງປະເທດທີ່ມີກຳລັງຄວາມສາມາດຜະລິດບັນດາຜະລິດຕະພັນແພໄໝ, ໃນນັ້ນມີຫວຽດນາມ. ຜະລິດຕະພັນແພໄໝຂອງຫວຽດນາມ ໄດ້ສົ່ງອອກໄປຍັງຫຼາຍປະເທດໃນໂລກ. ອາຊີບຕ່ຳຫູກທໍໄໝຫວຽດນາມ ໄດ້ປະກອບສ່ວນເຮັດໃຫ້ພື້ນຖານວັດທະນະທຳຫວຽດນາມ ອຸດົມສົມບູນ, ເຂັ້ມຂົ້ນໄປດ້ວຍສີສັນຊາດ, ໂຄສະນາພາບພົດຂອງຫວຽດນາມ ເຖິງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ