ອ້າຍ ຫງວຽນມິງກ່ຽວ ແບບຢ່າງດີເດັ່ນໃນການ Startup ຂົງເຂດເຕັກໂນໂລຊີຂະແຫນງການແພດ

(VOVWORLD) - ອ້າຍ ຫງວຽນມິງກ່ຽວ ຜູ້ອຳນວຍການໃຫຍ່ ບໍລິສັດການຜະລິດການຄ້າ ແລະ ການບໍລິການ ຊອງເອີນ ຈຳກັດ, ຢູ່ ນະຄອນ ໂຮ່ຈິມີນ ແມ່ນແບບຢ່າງດີເດັ່ນ ໃນການ Startup ຂົງເຂດເຕັກໂນໂລຊີຂະແຫນງການແພດ. ຊອບແວ ໂດຍບໍລິສັດຂອງອ້າຍຜະລິດ ໄດ້ນຳໃຊ້ຢ່າງກວ້າງຂວາງຢູ່ ໂຮງໝໍ, ຫ້ອງກວດພະຍາດ, ຮ້ານຂາຍຢາ.. ໃນທົ່ວປະເທດ.
ອ້າຍ ຫງວຽນມິງກ່ຽວ ແບບຢ່າງດີເດັ່ນໃນການ Startup ຂົງເຂດເຕັກໂນໂລຊີຂະແຫນງການແພດ - ảnh 1ອ້າຍ ຫງວຽນມິງກ່ຽວ ຜູ້ອຳນວຍການໃຫຍ່ ບໍລິສັດການຜະລິດການຄ້າ ແລະການບໍລິການ ຊອງເອີນ ຈຳກັດ. ພາບ: Ngoc Anh

ໂດຍເກີດປີ 1984 ຢູ່ ແຂວງ ດ້ຽນບຽນ, ອ້າຍ ຫງວຽນມິງກ່ຽວ ໄດ້ມີບົດຮຽນປະສົບການ 15 ປີໃນຂົງເຂດຊອບແວຄຸ້ມຄອງເຕັກໂນໂລຊີຂໍ້ມູນຂ່າວສານການແພດ. ໂດຍຮຽນຈົບຢູ່ມະຫາວິທະຍາໄລອຸດສາຫະກຳ ນະຄອນ ໂຮ່ຈິມີນ ສະເພາະຂະແຫນງເຕັກໂນໂລຊີ, ອ້າຍໄດ້ເລີ່ມ Startup ໃນຂົງເຂດຫັນຂະແຫນງການແພດເປັນດິຈີຕອນ, ກໍ່ຮ່າງສ້າງຕົວຢູ່ ນະຄອນ ໂຮ່ຈິມີນ. ກ່ອນນີ້ 15 ປີ (ປີ 2009) ອ້າຍໄດ້ສ້າງຕັ້ງ ບໍລິສັດການຜະລິດການຄ້າ ແລະ ການບໍລິການ ຊອງເອີນ ຈຳກັດ, ແລະ ພາຍຫລັງສ້າງຕັ້ງມາເປັນເວລາ 1 ເດືອນ (12/2009), ບໍລິສັດຂອງອ້າຍ ໄດ້ເຊັນສັນຍາການຄ້າສະບັບທຳອິດກັບສູນການແພດ ເມືອງ ຕ່ວນຢາວ ແຂວງ ດ້ຽນບຽນ. ອ້າຍ ກ່ຽວ ແບ່ງປັນວ່າ:                                                                                                       ໃນຊ່ວງເວລານັ້ນ, ຫົວຫນ້າສູນການແພດຢູ່ ເມືອງ ຕວນຢາວ ແຂວງ ດ້ຽນບຽນ ໄດ້ໂທມາຫາບໍລິສັດຂ້າພະເຈົ້າ ສະເຫນີຂໍໃຫ້ນຳເອົາເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າມາຍັງສູນການແພດເມືອງ ເພື່ອຊ່ວຍໂຮງໝໍ. ແລະ ທ່ານຫົວຫນ້າກໍ່ຮຽກຮ້ອງຕ້ອງຕັ້ງລະຫັດໃຫ້ເອກະສານທຸກຢ່າງໃນຄອມພິວເຕີ. ຂ້າພະເຈົ້າມາຢູ່ນັ້ນສອງສາມເດືອນ ເພື່ອນຳເອົາຮູບແບບ, ຂັ້ນຕອນດິຈີຕອນໂດຍຕົນເອງສ້າງຂຶ້ນນັ້ນ ມາຮັບໃຊ້ໃຫ້ໂຮງໝໍ. ນັ້ນແມ່ນບາດກ້າວເດີນທຳອິດໃນການ Startup ຂອງຕົນ”.

ຖັດຈາກສູນການແພດ ເມືອງ ຕ່ວນຢາວ, ຊອບແວຂອງບໍລິສັດ ໄດ້ນຳເອົາມາໝູນໃຊ້ຢ່າງກວ້າງຂວາງຢູ່ຫລາຍຮາກຖານການແພດຢູ່ ແຂວງ ດ້ຽນບຽນ ແລະ ອີກ 4 ແຂວງ, ນະຄອນອື່ນ ຄື: ລາຍເຈົາ, ລ້າງເຊີນ, ກວ໋າງນິງ ແລະ ນະຄອນໂຮ່ຈິມີນ. ອ້າຍ ຫງວຽນມິງກ່ຽວ ໃຫ້ຮູ້ວ່າ:

 “ປະຈຸບັນ ລູກຄ້າຂອງບໍລິສັດ ແມ່ນຢູ່ຫລາຍເຂດຈາກພາກເຫນືອຕະຫລອດຮອດພາກໃຕ້ ດ້ວຍ 50 ໂຮງໝໍ, 1.500 ຫ້ອງກວດພະຍາດ, 5.000  ຮ້ານຂາຍຢາ, ໂຮງໝໍປິ່ນປົວສຸຂະພາບໃຫ້ຜູ້ອາຍຸສູງ 3 ແຫ່ງ. ລາຍຮັບທຸກປີແມ່ນກວ່າ 50 ຕື້ດົ່ງ (2,1 ລ້ານ USD). ຂະແຫນງ Startupໃດກໍ່ຍາກ. ຂ້າພະເຈົ້າຄິດວ່າ ເພື່ອໃຫ້ປະສົບຜົນສຳເລັດ ກ່ອນອື່ນໝົດຕ້ອງຝືກຝົນຫລໍ່ຫລອມກຳລັງຄວາມສາມາດວິຊາສະເພາະຂອງຕົນ. ທຶນບໍ່ພຽງແຕ່ແມ່ນເງິນຊື່ໆເທົ່ານັ້ນ ຫາກຕ້ອງມີຄວາມຮູ້, ມີທັກສະໃນການຄຸ້ມຄອງບໍລິຫານອີກດ້ວຍ. ຫລັງຈາກນັ້ນ ກໍ່ຕ້ອງເບິ່ງວ່າ ຂົງເຂດໃດທີ່ຕົນມີທ່າແຮງ, ແລ້ວຈຶ່ງຕັດສິນໃຈ ກ້າຫານ Startup. ພວກຂ້າພະເຈົ້າມີບັນດາຄູ່ຮ່ວມມືຢູ່ ຍີ່ປຸ່ນ, ການາດາ ມາຊອກຫາເພື່ອລົງທຶນ, ເພີ່ມເງິນລົງທຶນໃຫ້ຂ້າພະເຈົ້າ. ຜູ້ເຮັດວຽກງານເຕັກໂນໂລຊີ ຕ້ອງນຳໃຊ້ເຕັກໂນໂລຊີໃຫມ່ສຸດເຂົ້າໃນຜະລິດຕະພັນເພື່ອເພີ່ມລັກສະນະແກ້ງແຍ່ງ”.

ອ້າຍ ຫງວຽນມິງກ່ຽວ ແບບຢ່າງດີເດັ່ນໃນການ Startup ຂົງເຂດເຕັກໂນໂລຊີຂະແຫນງການແພດ - ảnh 2ອ້າຍ ຫງວຽນມິງກ່ຽວ ທີ່ການພົບປະແລກປ່ຽນ "ວຽກເດັ່ນຄົນດີ" ຢູ່ ນະຄອນຫລວງຮ່າໂນ້ຍ. ພາບ: Ngoc Anh

ກ່ອນນີ້ 6 ປີ (ເດືອນ 7/2018), ບໍລິສັດຂອງ ອ້າຍ ຫງວຽນມິງກ່ຽວ ໄດ້ສ້າງຊອບແວຄຸ້ມຄອງຢູ່ໂຮງໝໍປິ່ນປົວສຸຂະພາບໃຫ້ຜູ້ອາຍຸສູງ E-Nursing home, ລະບົບນິເວດ ທຳອິດຢູ່ ຫວຽດນາມ ໄດ້ຊ່ວຍໃຫ້ບັນດາໂຮງໝໍດັ່ງກ່າວປັບປຸງວຽກງານຄຸ້ມຄອງ, ບໍລິຫານ, ເບິ່ງແຍງດູແລຜູ້ອາຍຸສູງ.  ຫລັງຈາກນັ້ນ 2 ປີ (ເດືອນ 8/2020), ບໍລິສັດໄດ້ຜະລິດອອກຊອບແວຄຸ້ມຄອງຫ້ອງກວດພະຍາດ E-Clinic. ໂດຍແມ່ນທີ່ຜູ້ສຸດຈິດສຸດໃຈເພື່ອສ້າງຜະລິດຕະພັນລະບົບນິເວດຊອບແວຄຸ້ມຄອງໃນຂົງເຂດການແພດສຳເລັດຜົນ, ອ້າຍ ຫງວຽນມິງກ່ຽວ ໃຫ້ຮູ້ວ່າ:

 “ປະຈຸບັນ ລັດຖະບານ ໄດ້ຮຽກຮ້ອງຂະແຫນງການແພດຕ້ອງຫັນເປັນດິຈີຕອນ. ສະນັ້ນ ຊອບແວໂດຍບໍລິສັດຊອງເອີນ ກໍ່ຕ້ອງມີການຫັນເປັນດິຈີຕອນ. ທຸກສິ່ງທຸກຢ່າງລ້ວນແຕ່ນຳໃຊ້ເຕັກໂນໂລຊີເພື່ອພັດທະນາ. ພວກຂ້າພະເຈົ້າ ຕ້ອງອັບເດດເປັນປະຈຳ ແລະ ຕ້ອງມີການປ່ຽນແປງໃຫມ່ເພື່ອນຳມາເຊິ່ງຜະລິດຕະພັນດີທີ່ສຸດໃຫ້ແກ່ລູກຄ້າ. ສຳລັບຂ້າພະເຈົ້າແລ້ວ, ພາລະກຳຫນຶ່ງດຽວແມ່ນຕ້ອງຮ່ວມເດີນທາງພ້ອມກັບຂະແຫນງການແພດ ເພື່ອຫັນປ່ຽນຈາກການເຮັດດ້ວຍມືມາເປັນການໃຊ້ເຕັກໂນໂລຊີ ໝາຍຄວາມວ່າ ບໍ່ໃຊ້ເຈ້ຍ. ນັ້ນແມ່ນຄວາມນຶກຄິດຂອງຂ້າພະເຈົ້າ. ບໍລິສັດພວມກໍ່ສ້າງຖານຂໍ້ມູນໃຫຍ່ (Big Data), ສ້າງເປັນລະບົບເພື່ອເອົາລົງໃນປະຕູຖານຂໍ້ມູນເອເລັກໂຕນິກຂອງກະຊວງສາທາລະນະສຸກ”.

ພາຍຫລັງ 15 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ປະຈຸບັນ ບໍລິສັດການຜະລິດການຄ້າ ແລະ ການບໍລິການ ຊອງເອີນ ຈຳກັດ, ໄດ້ກາຍເປັນຫນຶ່ງໃນບັນດາຫົວຫນ່ວຍມີອິດທິພົນຊື່ສຽງແຖວຫນ້າໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານຮັບໃຊ້ຂະແຫນງການແພດ. ນອກນັ້ນ ບໍລິສັດຍັງແມ່ນຫົວຫນ່ວຍສະຫນອງອຸປະກອນຮາດແວທີ່ທັນສະໄຫມໃຫ້ແກ່ບັນດາໂຮງໝໍໃນທົ່ວປະເທດ. ນີ້ແມ່ນຫມາກຜົນທີ່ເປັນຫນ້າຮັບຮູ້ ສົມກັບອ້າຍ ຫງວຽນມິງກ່ຽວ ແລະ ບັນດາເພື່ອນຮ່ວມງານ.

ຕອບກັບ

ຂ່າວ/ບົດ​ອື່ນ