ຮັບປະກັນແຫຼ່ງສິນຄ້າທີ່ຈຳເປັນໃຫ້ແກ່ຜູ້ໃຊ້ສອຍໃນສະພາບການໂລກລະບາດໂຄວິດ-19

(VOVWORLD) - ຕາມການລາຍງານຂອງພະແນກອຸດສາຫະກຳ ແລະ ການຄ້າບັນດາທ້ອງຖິ່ນແລ້ວ, ນັບແຕ່ຕົ້ນເດືອນ ສິງຫາ, ເຊິ່ງແມ່ນໄລຍະໂລກລະບາດຫາກໍ່ແຜ່ລະບາດຮອບໃໝ່ຢູ່ ດ່າໜັງ, ວຽກງານທ້ອນໂຮມ, ສະສົມສິນຄ້າຮັບໃຊ້ຄວາມຕ້ອງການ ທີ່ຈຳເປັນຂອງປະຊາຊົນ ໄດ້ເຄື່ອນໄຫວຄືນໃໝ່ ຕາມວິທີການທ້ອນໂຮມ, ສະສົມສິນຄ້າທີ່ຈຳເປັນຂອງທ້ອງຖິ່ນ ໃຫ້ເໝາະສົມກັບລະດັບຂອງໂລກລະບາດ ເຊິ່ງໄດ້ສ້າງຂຶ້ນຕາມການຊີ້ນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ.

ໃນສະພາບການໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຢ່າງສັນສົນ, ບັນດາລະບົບຮ້ານສັບພະສິນຄ້າ, ສູນການຄ້າໃນທົ່ວປະເທດ, ພິເສດແມ່ນຢູ່ບັນດານະຄອນໃຫຍ່ຄື ຮ່າໂນ້ຍ, ນະຄອນໂຮ່ຈີມິນ…ໄດ້ສ້າງແຜນການໄລຍະຍາວກ່ຽວກັບການຮັບປະກັນແຫຼ່ງສະໜອງສິນຄ້າ, ຕອບສະໜອງຄວາມຕ້ອງການບໍລິໂພກໃຫ້ແກ່ປະຊາຊົນໃນທຸກກໍລະນີຢ່າງຄົບຖ້ວນ. ບົດຂຽນຂອງນັກຂ່າວ VOV.

ຮັບປະກັນແຫຼ່ງສິນຄ້າທີ່ຈຳເປັນໃຫ້ແກ່ຜູ້ໃຊ້ສອຍໃນສະພາບການໂລກລະບາດໂຄວິດ-19 - ảnh 1 ຮັບປະກັນແຫຼ່ງສິນຄ້າທີ່ຈຳເປັນໃຫ້ແກ່ຜູ້ໃຊ້ສອຍໃນສະພາບການໂລກລະບາດໂຄວິດ-19

ຢູ່ບັນດາລະບົບຮ້ານສັບພະສິນຄ້າໃຫຍ່ຢູ່ ຮ່າໂນ້ຍ ຄື: Big C, Lotte, Vinmart, Mega Market…ແຫຼ່ງສະໜອງສິນຄ້າຍາມໃດກໍ່ອຸດົມສົມບູນ. ມີສິນຄ້າວາງຂາຍເຕັມຖ້ານ ສ້າງຄວາມສະດວກໃຫ້ແກ່ຜູ້ມາຊື້. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນບັນດາປະເພດສິນຄ້າທັນຍາຫານຄື: ຜັກ, ໝາກໄມ້, ຊີ້ນ, ກຸ້ງ, ປາ…ລ້ວນແຕ່ແມ່ນທັນຍາຫານສົດ, ມີລາຄາເໝາະສົມ. ປະຊາຊົນຫລາຍຄົນໄດ້ຢັ້ງຢືນວ່າ ບໍ່ໄດ້ເປັນຫ່ວງຕໍ່ການ ຂາດແຄນສິນຄ້າ ຍ້ອນວ່າ ໃນໄລຍະ ທີ່ໂລກລະບາດໂຄວິດ-19 ແຜ່ລະບາດຮ້າຍແຮງທີ່ສຸດນັ້ນ ສິນຄ້າຢູ່ຕາມຮ້ານສັບພະສິນຄ້າ, ຕະຫລາດຍັງຄົບຖ້ວນ ຄືປົກກະຕິ.

ໄປຮ້ານສັບພະສິນຄ້າ ຫຼື ໄປຕະຫລາດ ຂ້າພະເຈົ້າເຫັນວ່າ ສິນຄ້າໄດ້ວາງຂາຍເປັນປົກກະຕິ. ຢູ່ຮ້ານສັບພະສິນຄ້າ ມີສິນຄ້າຄົບຖ້ວນ, ສົດ, ລາຄາເໝາະສົມ ຄືກ່ອນໄລຍະເກີດໂລກລະບາດ ແລະ ໄດ້ຕິດລາຄາຂາຍຢ່າງເປີດເຜີຍ.

“ທັນຍາຫານແຫ້ງ, ສົດແມ່ນມີຄົບຖ້ວນ ແລະ ມີວັນເດືອນປີຜະລິດຢ່າງຈະແຈ້ງ,  ບໍ່ມີສິນຄ້າເກົ່າ. ສະນັ້ນ ບໍ່ຕ້ອງເປັນຫ່ວງຕໍ່ການສະສົມສິນຄ້າອີກແລ້ວ.”

ຜູ້ຕາງໜ້າບັນດາຮ້ານສັບພະສິນຄ້າ, ສູນຈັດຊື້ສິນຄ້າໃຫ້ຮູ້ວ່າ ນອກຈາກບັນດາປະເພດສິນຄ້າຮັບໃຊ້ການປ້ອງກັນ, ສະກັດກັ້ນໂລກລະບາດຄື ຜ້າອັດປາກ-ອັດດັງ, ນ້ຳຢາລ້າງມືແລ້ວ, ບັນດາວິສາຫະກິດລ້ວນແຕ່ມີແຜນການເພີ່ມທະວີແຫຼ່ງສິນຄ້າທັນຍາຫານ, ສະບຽງອາຫານ, ສິນໃນນ້ຳ, ພິເສດແມ່ນບັນດາປະເພດສິນຄ້າ ທີ່ຈຳເປັນ ເພື່ອຮັບໃຊ້ໃຫ້ແກ່ຄວາມຕ້ອງການຂອງປະຊາຊົນ, ບໍ່ປະໃຫ້ເກີດສະພາບການ ຂາດແຄນສິນຄ້າ, ຂຶ້ນລາຄາ ຜິດປົກກະຕິ ບໍ່ວ່າໃນກໍລະນີໃດກໍ່ຕາມ. ທ່ານນາງ ຟ້າມທິງອັກລານ, ຮອງຜູ້ອຳນວຍການບໍລິສັດ Co.op Food, ສາຂາພາກເໜືອ ໃຫ້ຮູ້ວ່າ:

 “ການແຜ່ລະບາດຂອງພະຍາດໂຄວິດ-19ໃນຄັ້ງນີ້ ຄວາມຕ້ອງການສິນຄ້າຂອງປະຊາຊົນ ບໍ່ເພີ່ມຂຶ້ນຜິດປົກກະຕິຄືຄັ້ງກ່ອນ, ສະນັ້ນ ການກະກຽມແຫຼ່ງສິນຄ້າຂອງວິສາຫະກິດບໍ່ໄດ້ກົດ ດັນປານໃດ ເບິ່ງຄືວ່າ ຍັງໄດ້ຮັບການສະໜອງສິນຄ້າ ເກືອບທຸກຢ່າງ ຈາກ ຜູ້ສະໜອງສິນຄ້າ.”

ຮັບປະກັນແຫຼ່ງສິນຄ້າທີ່ຈຳເປັນໃຫ້ແກ່ຜູ້ໃຊ້ສອຍໃນສະພາບການໂລກລະບາດໂຄວິດ-19 - ảnh 2 ຮັບປະກັນແຫຼ່ງສິນຄ້າທີ່ຈຳເປັນໃຫ້ແກ່ຜູ້ໃຊ້ສອຍໃນສະພາບການໂລກລະບາດໂຄວິດ-19

ໃນຂະນະນັ້ນ, ທ່ານນາງ ຫວູທິເຮົ້າ, ປະທານສະຫະສະມາຄົມບັນດານັກຂາຍຍ່ອຍ ຫວຽດນາມ ກໍ່ຢັ້ງຢືນວ່າ ບັນດານັກຂາຍຍ່ອຍໄດ້ເຊັນສັນຍາ ກັບນັກຜະລິດ ເພື່ອຮັບປະກັນວ່າ ຍາມໃດກໍ່ມີແຫຼ່ງສິນຄ້າສະສົມທີ່ອຸດົມສົມບູນ ເພື່ອຮັບໃຊ້ປະຊາຊົນນັບແຕ່ນີ້ຈົນຮອດທ້າຍປີ.

ບັນດາລະບົບຂາຍຍ່ອຍ ແລະ ລະບົບຮ້ານສັບພະສິນຄ້າ, ບັນດາຮ້ານທັນຍາຫານ ສາມາດຮັບປະກັນ ປະລິມານສິນຄ້າໄດ້ທັງໝົດ ເພື່ອຮັບໃຊ້ຕາມຄວາມຕ້ອງການຂອງຜູ້ບໍລິໂພກອຸປະໂພກ. ພ້ອມທັງ ຍົກອອກບັນດາກໍລະນີຮັບມື ເພື່ອ ບໍ່ປະໃຫ້ເກີດສະພາບການຂາດແຄນ ສິນຄ້າກໍ່ຄືບໍ່ປະໃຫ້ເກີດການຂຶ້ນລາຄາ. ບັນດານັກຂາຍຍ່ອຍກໍ່ໄດ້ຕັ້ງໜ້າຜັນຂະຫຍາຍແຫຼ່ງສິນຄ້າຕ່າງໆ ເພື່ອຮັບໃຊ້ຜູ້ບໍລິໂພກອຸປະໂພກໃຫ້ເປັນຢ່າງດີທີ່ສຸດ.

ຕາມການລາຍງານຂອງພະແນກອຸດສາຫະກຳ ແລະ ການຄ້າບັນດາທ້ອງຖິ່ນແລ້ວ, ນັບແຕ່ຕົ້ນເດືອນ ສິງຫາ, ເຊິ່ງແມ່ນໄລຍະໂລກລະບາດຫາກໍ່ແຜ່ລະບາດຮອບໃໝ່ຢູ່ ດ່າໜັງ, ວຽກງານທ້ອນໂຮມ, ສະສົມສິນຄ້າຮັບໃຊ້ຄວາມຕ້ອງການ ທີ່ຈຳເປັນຂອງປະຊາຊົນ ໄດ້ເຄື່ອນໄຫວຄືນໃໝ່ ຕາມວິທີການທ້ອນໂຮມ, ສະສົມສິນຄ້າທີ່ຈຳເປັນຂອງທ້ອງຖິ່ນ ໃຫ້ເໝາະສົມກັບລະດັບຂອງໂລກລະບາດ ເຊິ່ງໄດ້ສ້າງຂຶ້ນຕາມການຊີ້ນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ. ສ່ວນກະຊວງອຸດສາຫະກຳ ແລະ ການຄ້າໄດ້ຢັ້ງຢືນວ່າ ຈະພ້ອມກັບພະແນກອຸດສາຫະກຳ ແລະ ການຄ້າບັນດາທ້ອງຖິ່ນ, ນະຄອນ ສືບຕໍ່ຕິດຕາມ ສະພາບການລາຄາ, ຕະຫລາດສິນຄ້າຢູ່ບັນດາທ້ອງຖິ່ນຢ່າງໃກ້ຊິດ ເພື່ອຊີ້ນຳ, ຮັບມືໃນກໍລະນີຕະຫລາດມີການເໜັງຕີງໄດ້ ຢ່າງທັນການ. ທ່ານ ໂດ ທັ໊ງຫ໋າຍ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຕີລາຄາວ່າ:

 “ບັນດາພະແນກອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບບັນດາພະແນກ, ຄະນະ, ຂະແໜງການທີ່ກ່ຽວຂ້ອງ, ບັນດາວິສາຫະກິດໄດ້ກະກຽມປະລິມານສິນຄ້າສະສົມ, ພິເສດແມ່ນບັນດາປະເພດສິນຄ້າທີ່ຈຳເປັນ ຮັບໃຊ້ຄວາມຕ້ອງການຂອງຜູ້ບໍລິໂພກອຸປະໂພກ. ດ້ວຍການກະກຽມຢ່າງຕັ້ງໜ້າ ແລະ ການຊີ້ນຳຂອງທຸກຂັ້ນ, ທຸກຂະແໜງການ ແນ່ນອນວ່າ ສິນຄ້າເພື່ອຮັບໃຊ້ໃຫ້ແກ່ຄວາມຕ້ອງການຂອງຜູ້ບໍລິໂພກ ຈະໄດ້ຮັບປະກັນໃນທົ່ວປະເທດ.

ພວກເຮົາເຊື່ອໝັ້ນວ່າ ດ້ວຍຄວາມຮ່ວມແຮງຮ່ວມໃຈຮ່ວມມື ແລະ ການຮ່ວມເດີນທາງຂອງອົງການຄຸ້ມຄອງລັດ, ວິສາຫະກິດຜະລິດ ແລະ ຂາຍຍ່ອຍ ກໍ່ຄືສະຕິຄວາມຮັບຮູ້ຢ່າງຖືກຕ້ອງຂອງປະຊາຊົນກ່ຽວກັບສະພາບການໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນນັ້ນ, ວຽກງານສະໜອງສິນຄ້າທີ່ຈຳເປັນ ເພື່ອຮັບໃຊ້ໃຫ້ແກ່ປະຊາຊົນໃນທົ່ວປະເທດ ຈະໄດ້ຮັບປະກັນໃນທຸກກໍລະນີໂລກລະບາດ./.

ຕອບກັບ

ຂ່າວ/ບົດ​ອື່ນ