ຮ້ານຊັກ-ລີດເຄື່ອງ ຊ່ວຍເຫລືອຄົນພິການບືນຕົວຂຶ້ນ

(VOVWORLD) -ໃນຫລາຍປີມານີ້, ອ້າຍ ໂດ໋ວັນຫຽວ ຢູ່ ຮ່າໂນ້ຍ ໄດ້ເປີດຮ້ານ ຊັກ-ລີດເຄື່ອງ ເພື່ອສ້າງວຽກເຮັດງານທຳໃຫ້ຄົນພິການຫລາຍຄົນ. ແທນການເອົາເຂົ້າປາອາຫານໃຫ້ເຂົາເຈົ້ານັ້ນ ອ້າຍເລືອກເອົາວິທີຊັກ-ລີດເຄື່ອງ ເພື່ອຊ່ວຍເຂົາເຈົ້າສາມາດດຳລົງຊີວິດດ້ວຍກຳລັງແຮງຂອງຕົນ.

ຮ້ານຊັກ-ລີດເຄື່ອງ ຊ່ວຍເຫລືອຄົນພິການບືນຕົວຂຶ້ນ - ảnh 1ອ້າຍ ຫງວຽນຈູງດົງ, ແຂນສອງເບື້ອງຂອງອ້າຍບໍ່ສາມາດຈັບໄດ້ ແຕ່ອ້າຍກໍ່ຮູ້ນຳໃຊ້ເຄື່ອງຊັກ. 

ອ້າຍ ຫງວຽນຈູງດົງ, ຢູ່ ບ້ານ ດົ່ງວັນ ແຂວງ ຮ່ານາມ ກ່ອນນີ້ອ້າຍເຄີຍໄປຫາວຽກເຮັດງານທຳແຕ່ບໍ່ມີບ່ອນໃດຮັບ. ຕາມອ້າຍແລ້ວ, ເຫດຜົນ ນັ້ນແມ່ນ ແຂນສອງເບື້ອງຂອງອ້າຍບໍ່ສາມາດຈັບໄດ້. ບໍ່ມີວຽກເຮັດງານທຳ, ບໍ່ມີລາຍຮັບ ສະນັ້ນ ຊີວິດການເປັນຢູ່ແມ່ນຫຍຸ້ງຍາກລຳບາກຫລາຍ. ແຕ່ໂຊກດີ ອ້າຍໄດ້ພົບປະກັບ ອ້າຍ ໂດ໋ວັນຫຽວ, ເຈົ້າຂອງ ຮ້ານຊັກ-ລີດ ຊ່ວຍອ້າຍມີວຽກເຮັດງານທຳ.

 “ກ່ອນນີ້ ບໍ່ມີວຽກເຮັດງານທຳ ພຽງແຕ່ເບິ່ງແຍງດູແລເດັກນ້ອຍກັບແມ່ຢູ່ເຮືອນ ສະນັ້ນ ຫງວ່ມເຫງົາຫລາຍ. ປະຈຸບັນ ມີວຽກເຮັດງານທຳແລ້ວ ດີໃຈ ແລະ ມີຄວາມເຊື່ອໝັ້ນຕົນເອງກວ່າ. ນ້ອງ ຈະຜູກພັນກັບວຽກງານນີ້ ແລະ ຈະເຮັດຢ່າງສຸດຈິດສຸດໃຈ, ສຸດຄວາມສາມາດຂອງຕົນ”

ນັບແຕ່ເຂົ້າມາເຮັດວຽກຢູ່ ຮ້ານຊັກ-ລີດ, ຊີວິດການເປັນຢູ່ ຂອງ ອ້າຍ ເຈີນວັນລວນ ຢູ່ ແຂວງ ເທື່ອທຽນເຫ້ວ ມີການປ່ຽນແປງຫລາຍຢ່າງ. ອ້າຍ ລວນ ໃຫ້ຮູ້ວ່າ ເຖິງວ່າແຂນປົກກະຕິດີ ແຕ່ ຂາທັງສອງພິການໄປມາບໍ່ສະດວກ ສະນັ້ນ ອ້າຍ ບໍ່ສາມາດໄປຮັບຈ້າງເຮັດວຽກໄດ້. ເພື່ອຫາເງິນລ້ຽງຊີບ ອ້າຍ ໄດ້ລ້ຽງໄກ່ ຢູ່ເຮືອນ ແຕ່ຍ້ອນບໍ່ມີຄວາມຮູ້ດ້ານວິຊາການ ແລະ ການໄປມາຈຳກັດ ສະນັ້ນ ການລ້ຽງໄກ່ຂອງອ້າຍກໍ່ບໍ່ສຳເລັດຜົນ. ຕໍ່ມາ ອ້າຍຫັນມາ ເຮັດອາຊີບຜະລິດເຈ້ຍເງິນເຈ້ຍຄຳ. ວຽກງານເໝາະສົມແຕ່ບໍ່ເປັນປົກກະຕິ ຈົນຮອດມື້ອ້າຍຊອກໄດ້ວຽກເຮັດງານທຳຢູ່ ຮ້ານຊັກ-ລີດອ້າຍບໍ່ພຽງແຕ່ມີເຮັດວຽກງານທຳທີ່ເໝາະສົມກັບສຸຂະພາບຮ່າງກາຍຂອງຕົນເທົ່ານັ້ນ  ຫາກຍັງໄດ້ຮັບເງິນເດືອນເປັນປະຈຳອີກດ້ວຍ.

“ຂ້າພະເຈົ້າເຫັນວ່າ ວຽກງານຢູ່ນີ້ແມ່ນເໝາະສົມກັບສຸຂະພາບຮ່າງກາຍຂອງຕົນ. ພວກຂ້າພະເຈົ້າຢູ່ທີ່ນີ້ສາມາດຊ່ວຍເຫລືອກັນ. ຕົວຢ່າງຄື ຂ້າພະເຈົ້າພິການຂາ ການ ໄປມາແມ່ນຫຍຸ້ງຍາກນັ້ນ ກໍ່ມີໝູ່ເພື່ອນທີ່ພິການແຂນ ແຕ່ຂາຂອງເຂົາເຈົ້າສາມາດໄປມາໄດ້ຢ່າງສະດວກຊ່ວຍເຫຼືອ . ກົງກັນຂ້າມ ແຂນຂອງຂ້າພະເຈົ້າປົກກະຕິດີ ກໍ່ສາມາດຊ່ວຍເຫລືອໝູ່ເພື່ອນທີ່ພິການແຂນ”

ຮ້ານຊັກ-ລີດເຄື່ອງ ຊ່ວຍເຫລືອຄົນພິການບືນຕົວຂຶ້ນ - ảnh 2ບໍ່ພຽງແຕ່ຮູ້ວິທີຊັກ ລີດ... ອ້າຍ ເຈີນວັນລວນ ຍັງຮັບປະກັນຂອດຮັບສົ່ງເຄື່ອງໃຫ້ລູກຄ້າອີກດ້ວຍ. ພາບ: VOV

ກ່ອນເປີດຮ້ານ ຊັກ-ລີດ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບກຳມະກອນ ຕົ້ນຕໍແມ່ນຄົນພິການ, ອ້າຍ ໂດ໋ວັນຫຽວ, ມີຮ້ານຊັກ-ລີດ  2 ແຫ່ງທີ່ເຄື່ອນໄຫວບັນລຸປະສິດທິຜົນ ແລະ ເປັນມືອາຊີບ ດ້ວຍກຳມະກອນແມ່ນຜູ້ມີສຸຂະພາບແຂງແຮງ, ຮ່າງກາຍເປັນປົກກະຕິດີ. ອ້າຍ ໃຫ້ຮູ້ວ່າ: ໃນການຮັບສະໝັກກຳມະກອນຜ່ານມາ ອ້າຍ ໄດ້ປະຕິເສດຮັບຄົນພິການຂາຜູ້ຫນຶ່ງ. ແຕ່ຫລັງຈາກນັ້ນ ອ້າຍປ່ຽນຄວາມຄິດຂອງຕົນ.

 “ນອນຄິດໄປຄິດມາໄດ້ຫຼາຍຄືນ ຂ້າພະເຈົ້າເຫັນວ່າ ວຽກງານຢູ່ຮ້ານຊັກ-ລີດ ກໍ່ບໍ່ຫນັກຫນ່ວງປານໃດ, ການເຄື່ອນຍ້າຍໄປມາກໍ່ບໍ່ຫລາຍ ສະນັ້ນ ຂ້າພະເຈົ້າໄດ້ພົວພັນຕິດຕໍ່ກັບຄົນພິການ ຢາກໃຫ້ເຂົາເຈົ້າມີວຽກເຮັດງານທຳ”

ຖືກກັບຄວາມຄິດຂອງຕົນ, ອ້າຍ ຫຽວ ເຫັນວ່າ ຄົນພິການສາມາດເຮັດວຽກງານທີ່ຕົນມອບໝາຍໃຫ້ໄດ້ສຳເລັດ, ມີເຈດຈຳນົງບືນຕົວຂຶ້ນ. ເຂົາເຈົ້າ ດຸໝັ່ນ, ສຸດຈິດສຸດໃຈກັບວຽກງານ ແລະ ຈົ່ງຮັກພັກດີກັບຕົນເອງ, ບໍ່ຢາກປ່ຽນວຽກປ່ຽນງານ. ນັ້ນກໍ່ແມ່ນປັດໄຈຊ່ວຍອ້າຍມີແນວຄວາມຄິດເປີດຮ້ານຊັກ-ລີດແຫ່ງໃຫມ່ຕື່ມອີກ ແລະ ກຳມະກອນສ່ວນຫລາຍກໍ່ລ້ວນແຕ່ແມ່ນຄົນພິການ. ອ້າຍ ຫຽວ ເວົ້າດ້ວຍຄວາມໃນໃຈສູ່ຟັງວ່າ ມີລູກຄ້າຫລາຍຄົນຢາກຊ່ວຍຄົນພິການທາງອ້ອມໂດຍຜ່ານການບໍລິການຊັກ-ລີດ.

 “ເບື້ອງຕົ້ນ ເມື່ອຕັດສິນເປີດຮ້ານຊັກ-ລີດ ຂ້າພະເຈົ້າໄດ້ຕັກເຕືອນໃຫ້ຄົນພິການວ່າ ລູກຄ້າມານີ້ ຍ້ອນເຂົາເຈົ້າມີຄວາມຮັກແພງພວກເຮົາ ແຕ່ຖ້າຫາກພວກເຮົາເຮັດບໍ່ດີ ເຂົາເຈົ້າຈະຮັກແພງພວກເຮົາພຽງແຕ່ຄັ້ງດຽວເທົ່ານັ້ນ. ລູກຄ້າບໍ່ມາ ພວກເຮົາບໍ່ມີວຽກເຮັດງານທຳ. ທຸກຄົນລ້ວນແຕ່ເຂົ້າໃຈສິ່ງນັ້ນ ສະນັ້ນ ຍາມໃດເຂົາເຈົ້າກໍ່ມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອຍົກສູງຄຸນນະພາບການບໍລິການຊັກ-ລີດຢ່າງບໍ່ຢຸດຢັ້ງ”

ປະຈຸບັນ, ອ້າຍ ໂດ໋ວັນຫຽວ ມີຮ້ານຊັກ-ລີດ 4 ແຫ່ງ. ອ້າຍ ພວມຫັນປ່ຽນຮາກຖານເກົ່າມາເປັນຮາກຖານຊັກ-ລີດແບບແບ່ງປັນກັບຄົນພິການ ເພື່ອສາມາດຮັບເອົາຄົນພິການມາເຮັດວຽກໄດ້ຫຼາຍໆຄົນ. ຕາມ ອ້າຍ ແລ້ວ, ນີ້ແມ່ນແມ່ນບາດກ້າວເດີນຖືກທິດ.

ຕອບກັບ

ຂ່າວ/ບົດ​ອື່ນ