ຮ້ານອາຫານ ເຈ ເຍີດເຕີມ ໂດຍບໍ່ເກັບຄ່າ - ຊາຍຄາເຕັມໄປດ້ວຍຄວາມເມດຕາປານີ

(VOVWORLD) -ຮ້ານອາຫານເຈ ເຍີດເຕີມ ໂດຍບໍ່ເກັບຄ່າ  ຕັ້ງຢູ່ຖະຫນົນ ເລດຶກເທາະ ເມືອງ ນາມຕືລຽມ ຮ່າໂນ້ຍ, ແຕ່ລະມື້ ໄດ້ຮັບໃຊ້ຜູ້ມາກິນເຂົ້ານັບຮ້ອຍໆຄາບໂດຍບໍ່ເກັບຄ່າ ນັບທັງຜູ້ທຸກຍາກ ແລະ ຜູ້ກິນເຈ. ນີ້ ແມ່ນຂໍ້ລິເລີ່ມຂອງນັກສະແດງ, ນັກທຸລະກິດ ຮ່ວາງກີມງອກ ແລະ ແມ່ຂອງເອື້ອຍແມ່ນ ປ້າ ເຈີນເກີ໋ມຕວຽດ ເປັນຜູ້ສ້າງຕັ້ງຂຶ້ນ ດ້ວຍຄວາມປາດຖະຫນາຢາກນຳມາເຊິ່ງຄວາມປິຕິຊົມຊື່ນ, ສິ່ງທີ່ດີຕໍ່ສຸຂະພາບໃຫ້ທຸກຄົນ ແລະ ຜູ້ໃດມາກິນເຂົ້າຢູ່ຮ້ານນີ້ ກໍ່ລ້ວນແຕ່ຮູ້ສຶກວ່າຄືໄດ້ກັບຄືນເມືອເຮືອນຂອງຕົນ

ຮ້ານອາຫານ ເຈ ເຍີດເຕີມ ໂດຍບໍ່ເກັບຄ່າ - ຊາຍຄາເຕັມໄປດ້ວຍຄວາມເມດຕາປານີ - ảnh 1ເຍື່ອງອາຫານເຈ ຢູ່ ຮ້ານຂອງ ປ້າຕວຽດ.(ພາບ:VOV)

ແຕ່ 6 ໂມງເຊົ້າ, ຢູ່ ຮ້ານອາຫານ ເຈ ແຫ່ງນີ້,  ອາສາສະໝັກ ແຕ່ລະຄົນຈະເຮັດໜ້າທີ່ຂອງໃຜລາວ ເປັນຕົ້ນແມ່ນເດັດພັກ, ລ້າງຜັກ, ແຕ່ງກິນ… ຮອດເວລາ 10 ໂມງເຊົ້າ ກໍ່ມີເຄື່ອງກິນທີ່ສົດໆຮ້ອນໆ ແຊບນົວ ກຽມພ້ອມຮັບໃຊ້ແຂກ. ຢູ່ຮ້ານອາຫານເຈ ນີ້ມີອາຫານຫລາຍເຍື່ອງ ແລະ ໄດ້ປຸງແຕ່ງ ມາຈາກພືດ. ແຂກມານີ້ ສ່ວນຫລາຍກິນຄາບ 1 ກໍ່ຮູ້ສຶກອີ່ມແລ້ວ.

“ປີນີ້ ຂ້າພະເຈົ້າ ໄດ້ 80 ປີແລ້ວ ແລະ ຮູ້ຈັກຮ້ານອາຫານນີ້ ທາງ facebook, ເຫັນ ຫລານງອກ ບອກວ່າ ຮ້ານນີ້ສ້າງຂຶ້ນໃຫ້ແຂກກິນຟຼີ ເຖິງວ່າ ຫລານອາຍຸຍັງຫນຸ່ມ ແຕ່ໄດ້ເຮັດວຽກງານໃຫຍ່ ມີຄວາມໝາຍທີ່ສຸດ. ຂ້າພະເຈົ້າມາຮ້ານນີ້ ບໍ່ແມ່ນເພື່ອມາກິນຟຼີ ແຕ່ມາດ້ວຍຈິດໃຈເຄົາລົບນັບຖື.”

ແຂກມາກິນຢູ່ຮ້ານນີ້ ສ່ວນຫລາຍແມ່ນຜູ້ທຸກຍາກ. ບາງຄົນແມ່ນຜູ້ຂັບລົດຈັກຮັບຈ້າງ, ຜູ້ຮັບຈ້າງຍາມ, ຜູ້ເກັບຊື້ເຄື່ອງເສດ ທີ່ຢູ່ຫ່າງໄກບ້ານ, ມີວຽກເຮັດງານທຳບໍ່ເປັນປົກກະຕິ, ເງິນເດືອນຫນ້ອຍ. ອ້າຍ ເຈີນວັນບິ່ງ, ຢູ່ ແຂວງ ຮ່ານາມ ຮູ້ຈັກຮ້ານນີ້ ຜ່ານຄຳແນະນຳຂອງພີ່ນ້ອງ. ເມື່ອມາກິນແລ້ວ ບໍ່ຄິດເລີຍວ່າອາຫານຢູ່ຮ້ານນີ້ ຈະແຊບຂະໜາດນັ້ນ ອ້າຍແບ່ງປັນວ່າ:

ຮ້ານອາຫານ ເຈ ເຍີດເຕີມ ໂດຍບໍ່ເກັບຄ່າ - ຊາຍຄາເຕັມໄປດ້ວຍຄວາມເມດຕາປານີ - ảnh 2ປ້າ ເຈີນເກີ໋ມຕວຽດ ໂອ້ລົມກັບແຂກມາຮັບປະທານອາຫານເຈ. (ພາບ: VOV)

“ອາຫານຢູ່ທີ່ນີ້ ແຊບຫລາຍ ພໍດີກິນ. ຂ້າພະເຈົ້າເຫັນວ່າ ຢູ່ທີ່ນີ້ ຜູ້ໃດກໍ່ມີຄວາມປິຕິຊົມຊື່ນ, ຂ້າພະເຈົ້າຂອບອົກຂອບໃຈທຸກຄົນຫລາຍ. ຂ້າພະເຈົ້າຢາກປະກອບສ່ວນເລັກນ້ອຍໃຫ້ແກ່ຮ້ານນີ້ ແຕ່ເຂົາເຈົ້າກໍ່ບໍ່ເອົາ ແລະຍັງບອກຂ້າພະເຈົ້າວ່າ ຢາກກິນຍາມໃດກໍ່ມາໂລດເດີ, ພວກອ້າຍມາກິນ ພວກຂ້າພະເຈົ້າຮູ້ສຶກດີໃຈ ແລະ ມີຄວາມສຸກແລ້ວ”

        ແຕ່ລະອາທິດ ຮ້ານອາຫານເຈ ເປີດປະຕູຮັບໃຊ້ແຂກແຕ່ວັນຈັນຮອດວັນສຸກ ແລະ ສິ່ງທີ່ພິເສດນັ້ນແມ່ນ ແຕ່ລະມື້ ຈະມີ 10  ຄົນມາຮັບໃຊ້ແບບສະໝັກໃຈໂດຍບໍ່ຮັບຄ່າຕອບແທນ. ດ້ວຍຄວາມໝາຍແບບວັດທະນະທຳມະນຸດນັ້ນ ຮ້ານອາຫານເຈ ເຍີດເຕີມ ໄດ້ດຶງດູດຄວາມສົນໃຈຂອງຫລາຍຄົນ. ອ້າຍ ຫງວຽນຄັກຈູງ ເຈົ້າຂອງຜະລິດ-ປຸງແຕ່ງອາຫານເຈ ແບ່ງບັນວ່າ: ເມື່ອເຈົ້າຂອງຮ້ານອາຫານເຈ ມາຊື້ອາຫານເພື່ອຮັບໃຊ້ໃຫ້ປະຊາຊົນໂດຍບໍ່ເກັບຄ່າ, ຜົວເມຍຂ້າພະເຈົ້າຕົກລົງອຸປະຖຳອາຫານເຈໃຫ້ຮ້ານເລີຍ ເພື່ອມີສ່ວນຮ່ວມຊ່ວຍເຫລືອປະຊາຊົນນຳທາງຮ້ານ.       

ຮ້ານອາຫານເຈ ເຍີດເຕີມ ແມ່ນຄວາມມຸ່ງມາດປາດຖະຫນາໃນເວລາກວ່າ 10 ປີຂອງປ້າ ເຈີນເກີ໋ມຕວຽດ, ແຕ່ມາຮອດປະຈຸບັນ ປ້າພ້ອມກັບລູກສາວຂອງຕົນແມ່ນນາງ ຮ່ວາງກີມງອັກ ຈຶ່ງປະຕິບັດໄດ້. ນັບແຕ່ເປີດຮ້ານອາຫານເຈ ມານີ້, ປ້າ ຕວຽດ ມີຄວາມປິຕິຊົມຊື່ນ ເມື່ອໄດ້ຮັບໃຊ້ທຸກຄົນ, ເປັນຕົ້ນແມ່ນຜູ້ທຸກຍາກ, ຜູ້ຢາກກິນອາຫານເຈ. ດ້ວຍບັນຍາກາດອົບອຸ່ນ, ສະອາດ, ຮ້ານອາຫານເຈ ເຍີດເຕີມ ປຽບເໝືອນດັ່ງຊາຍຄາລວມ ຊື່ງປ້າ ຕວຽດ ມີຄວາມມຸ່ງຫວັງ ນີ້ແມ່ນບ່ອນເພື່ອໃຫ້ທຸກຄົນມາຮັບປະທານອາຫານທ່ຽງໃນທຸກມື້. ປ້າຕວຽດ ໃຫ້ຮູ້ວ່າ:

 “ທຸກຄົນທີ່ມາກິນເຂົ້າຢູ່ຮ້ານນີ້ ກໍ່ເຄີຍເວົ້ານຳຂ້າພະເຈົ້າວ່າ ເຂົາເຈົ້າດີໃຈ ແລະ ມີຄວາມສຸກຫຼາຍ. ຂ້າພະເຈົ້າປາດຖະຫນາວ່າ ຮ້ານອາຫານເຈນີ້ ຈະເຄື່ອນໄຫວຢ່າງຍາວນານ ນັບທັງເວລາທີ່ບໍ່ມີຜູ້ອຸປະຖຳ,  ຄອບຄົວ ຂ້າພະເຈົ້າກໍ່ຈະພະຍາຍາມຮັບໃຊ້ໃຫ້ທຸກຄົນທີ່ຢາກກິນອາຫານເຈ”

   ແຕ່ລະຄົນລ້ວນແຕ່ມີທິດກ້າວເດີນສະເພາະຂອງໃຜລາວ. ດ້ວຍທິດນຳທີ່ວ່າ ຊ່ວຍເຫລືອຜູ້ທຸກຍາກ ແມ່ນວິທີຮັກແພງຕົນເອງ,  ນັກທຸລະກິດ ຮ່ວາງກີມງອກ ແລະ ແມ່ຂອງຕົນ ແມ່ນປ້າ ເຈີນເກີມຕວຽດ ພ້ອມກັບສະມາຊິກໃນ ຮ້ານອາຫານເຈ ພວມພະຍາຍາມ ເພື່ອໃຫ້ນັບມື້ນັບມີຫລາຍຄົນໄດ້ຮັບຄວາມອົບອຸ່ນ, ໄດ້ຮັບການແບ່ງປັນ, ອຸູ້ມຊູຊ່ວຍເຫລືອ.

ຕອບກັບ

ຂ່າວ/ບົດ​ອື່ນ