ຮ່າໂນ້ຍ ແລະບັນດາບາດກ້າວຫັນປ່ຽນຕັ້ງຫນ້າໃນການປະຕິຮູບລະບຽບການບໍລິຫານ

(VOVWORLD) -ດ້ວຍ ເປົ້າໝາຍ “ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງເພື່ອຮັບໃຊ້”, ໄລຍະຜ່ານມາ, ນະຄອນ ຮ່າໂນ້ຍ ໄດ້ລົບລ້າງ, ປ່ຽນແທນ ແລະ ຫັນຮ້ອຍໆລະບຽບການບໍລິຫານໃຫ້ເປັນງ່າຍດາຍ. ຄວາມຈິງ ນັ້ນບໍ່ພຽງແຕ່ຊ່ວຍປະຊາຊົນ, ວິສາຫະກິດ ຫລຸດຜ່ອນເວລາ, ລາຍຈ່າຍໃນການປະຕິບັດລະບຽບການບໍລິຫານເທົ່ານັ້ນ ຫາກຍັງສ້າງຖັນແຖວພະນັກງານ, ລັດຖະກອນມີຈິດໃຈຄວາມຮັບຜິດຊອບ, ຈັນຍາບັນລັດຖະກອນຕ່ືມອີກ.

ຮ່າໂນ້ຍ ແລະບັນດາບາດກ້າວຫັນປ່ຽນຕັ້ງຫນ້າໃນການປະຕິຮູບລະບຽບການບໍລິຫານ - ảnh 1ປະຊາຊົນ ມາເຮັດລະບຽບການບໍລິຫານຢູ່ ຕາແສງ ຫວີງຟຸກ ເມືອງ ບາດີ່ງ, ຮ່າໂນ້ຍ. ພາບ: VOV`
 
 

ນັບແຕ່ເດືອນ ກໍລະກົດ ປີ 2021, ນະຄອນຮ່າໂນ້ຍ ໄດ້ຜັນຂະຫຍາຍປະຕິບັດທົດລອງຮູບແບບອຳນາດການປົກຄອງຕົວເມືອງ ຢູ່ 175 ຕາແສງ ຂຶ້ນກັບ 12 ເມືອງ ແລະ ເທດສະບານ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວຫັນປ່ຽນສຳຄັນ, ສອດຄ່ອງກັບລັກສະນະຂອງຕົວເມືອງ, ສ້າງທ່ວງທ່າໃຫ້ນະຄອນຫລວງພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ເລື່ອງອຳນາດການປົກຄອງທຸກຂັ້ນຍູ້ແຮງການປະຕິຮູບລະບຽບການບໍລິຫານໃນໄລຍະຜ່ານມາ ໄດ້ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ, ອົງການຈັດຕັ້ງ, ວິສາຫະກິດ. ປ້າ ດັ້ງທິມາຍຮວາ ຢູ່ ຕາແສງ ຫວີງຟຸກ ເມືອງບາດີ່ງ ແບ່ງປັນວ່າ:

 “ບັນດາລະບຽບການບໍລິຫານ ລ້ວນແຕ່ມາເຮັດຢູ່ສຳນັກງານຂອງຕາແສງ. ພະນັກງານຢູ່ພາກສ່ວນປະຕູດຽວ ຕ້ອນຮັບພວກຂ້າພະເຈົ້າແບບສະຫນິດສະຫນົມ ແລະ ຊ່ວຍເຫລືອຢ່າງສຸດຈິດສຸດໃຈ. ເພາະວ່າ ປະຈຸບັນ ມີບາງຢ່າງຜູ້ເຖົ້າແກ່ບໍ່ສາມາດນຳໃຊ້ເຕັກໂນໂລຊີໄດ້. ຂ້າພະເຈົ້າຕີລາຄາສູງຈິດໃຈຄວາມຮັບຜິດຊອບຂອງພະນັກງານຢູ່ທີ່ນີ້”.

ເພື່ອຮັບປະກັນໃຫ້ການແກ້ໄຂລະບຽບການບໍລິຫານໃຫ້ພົນລະເມືອງ ຢ່າງວ່ອງໄວກະທັດຮັດກວ່າ, ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດວາງກຳລັງມາຫນູນຊ່ວຍ, ສົ່ງສຳເນົາເອກະສານຂຶ້ນຂັ້ນເທິງຢ່າງວ່ອງໄວ. ທ່ານ ຫງວຽນແອງກວັນ, ຮອງປະທານຄະນະກຳມະການປະຊາຊົນ ເມືອງ ຮ່ວານກຽມ ຖືວ່າ:

“ສຳລັບການແກ້ໄຂລະບຽບການບໍລິຫານແບບບໍ່ຕ້ອງລໍຖ້າ ພິເສດ ແມ່ນມຸ່ງໄປເຖິງອຳນາດການປົກຄອງເອເລັກໂຕນິກ, ຂ້າພະເຈົ້າຖືວ່າເໝາະສົມທີ່ສຸດ, ຫລຸດຜ່ອນລະບຽບການບໍລິຫານທີີ່ບໍ່ມີຄວາມຈຳເປັນ. ທີສອງ ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ສັງຄົມ, ຊ່ວຍປະຊາຊົນບໍ່ຕ້ອງເສຍເວລາໃນການໄປມາເພື່ອເຮັດລະບຽບການບໍລິຫານ”.

ຕາມການຕີລາຄາຂອງຂະແຫນງການທີ່ມີຫນ້າທີ່ຮັບຜິດຊອບຂອງຮ່າໂນ້ຍແລ້ວ, ການເຂົ້າຮ່ວມຢ່າງຄົບຊຸດ, ຂ້ຽວຂາດຂອງບັນດາຄະນະ, ຂະແຫນງການ, ຫົວຫນ່ວຍໃນໄລຍະຜ່ານມາ ໄດ້ຊ່ວຍໃຫ້ວຽກງານປະຕິຮູບລະບຽບການບໍລິຫານຂອງນະຄອນໄດ້ຮັບການປັບປຸງ, ຮັບໃຊ້ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ວິສາຫະກິດໃຫ້ດີກວ່າ. ຕາມນັ້ນແລ້ວ, ນະຄອນຮ່າໂນ້ຍ ໄດ້ຫັນ 26 ລະບຽບການບໍລິຫານໃຫ້ເປັນງ່າຍດາຍ, ແທນໃຫ້ 33 ລະບຽບການບໍລິຫານ, ລົບລ້າງ 476 ລະບຽບການບໍລິຫານ. ພ້ອມກັນນັ້ນ ກໍປະກາດໃຊ້ຫລາຍຂໍ້ຕົກລົງເຊັນອະນຸມັດຂັ້ນຕອນພາຍໃນ ແກ້ໄຂລະບຽບການບໍລິຫານ ເພື່ອໃຫ້ບັນດາອົງການ, ຫົວຫນ່ວຍສົມທົບເຊື່ອມຕໍ່, ຫລຸດຜ່ອນເວລາໄປມາ, ເວລາລໍຖ້າຂອງປະຊາຊົນ. ມາຮອດປະຈຸບັນ, ທຸກລະບຽບການບໍລິຫານລ້ວນແຕ່ໄດ້ຮັບ ແລະ ແກ້ໄຂຕາມກົນໄກປະຕູດຽວ, ປະຕູດຽວເຊື່ອມຕໍ່... ຕາມການສະຖິຕິ ສະແດງໃຫ້ເຫັນວ່າ: ໝາກຜົນແກ້ໄຂສຳເນົາເອກະສານແມ່ນຖືກກັບກຳນົດເວລາ, ກ່ອນກຳນົດເວລາ ຢູ່ ບໍລິເວນ ນະຄອນຮ່າໂນ້ຍ ບັນລຸອັດຕາ ກວ່າ 99%. ທ່ານ ເຈີນສີແທງ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຢັ້ງຢືນວ່າ:

 “ເລື່ອງປະຕິຮູບລະບຽບການບໍລິຫານ ແມ່ນການຮຽກຮ້ອງລວມຂອງປະຊາຊົນ ແລະ ວິສາຫະກິດ, ຂອງການບຸກທະລຸ ແລະ ຈີນຕະນາການ ຢາກໃຫ້ປະເທດຊາດໝັ້ນຄົງເຂັ້ມແຂງວັດທະນາຖາວອນ ຊື່ງ ຮ່າໂນ້ຍ ພວມປະຕິບັດຢ່າງຂ້ຽວຂາດນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ. ຮ່າໂນ້ຍ ໄດ້ຜັນຂະຫຍາຍການປະຕິບັດຢ່າງຄົບຊຸດ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຊົນ, ວິສາຫະກິດ”

ຮ່າໂນ້ຍ ແລະບັນດາບາດກ້າວຫັນປ່ຽນຕັ້ງຫນ້າໃນການປະຕິຮູບລະບຽບການບໍລິຫານ - ảnh 2ທ່ານ ເຈີນສີແທັງ, ປະທານ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ. (ພາບ: TTXVN)

 ປະຈຸບັນ, ນະຄອນ ຮ່າໂນ້ຍ ໄດ້ປະກາດໃຊ້ແຜນການຜັນຂະຫຍາຍວຽກງານປະຕິຮູບລະບຽບການບໍລິຫານໄລຍະ 2021 – 2025, ຈຸດສຸມແມ່ນ “ສືບຕໍ່ປະຕິຮູບລະບຽບການບໍລິຫານ, ຍົກສູງລະດັບຄວາມເພິ່ງພໍໃຈຂອງປະຊາຊົນ, ອົງການຈັດຕັ້ງສຳລັບການຮັບໃຊ້ຂອງອຳນາດການປົກຄອງ ແລະ ພັດທະນາອຳນາດການປົກຄອງເອເລກໂຕນິກ, ອຳນາດການປົກຄອງດິຈີຕອນ. ຄະນະກຳມະການປະຊາຊົນ ນະຄອນ ກໍສ້າງຕັ້ງຫນ່ວຍງານປັບປຸງ, ຍົກສູງດັດຊະນີການປະຕິຮູບລະບຽບການບໍລິຫານ (PAR INDEX) ແລະ ດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນ, ອົງການຈັດຕັ້ງສຳລັບການຮັບໃຊ້ຂອງອົງການບໍລິຫານລັດ (SIPAS) ຂອງນະຄອນ. …ນີ້ແມ່ນບັນດາບາດກ້າວຫັນປ່ຽນສຳຄັນ, ສ້າງທ່ວງທ່າໃຫ້ນະຄອນຫລວງ ພັດທະນາວ່ອງໄວ ແລະ ໝັ້ນຄົງ, ປະຕິຮູບວຽກງານລັດຖະກອນຕິດພັນກັບການກໍ່ສ້າງນະຄອນຫລວງແຫ່ງຄວາມສິວິໄລ, ອະລິຍະທຳ, ສ້າງຄວາມແຕກຕ່າງ, ຄວາມປະທັບໃຈໃນວຽກງານຮັບຕ້ອນປະຊາຊົນ. ພິເສດ ນະຄອນ ຮ່າໂນ້ຍ ສືບຕໍ່ສູ້ຊົນໃຫ້ກາຍເປັນນະຄອນອັດສະລິຍະ,  ນຳຫນ້າໃນການຫັນເປັນດິຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ