ເຄືອຂ່າຍແພດໝໍຢູ່ບ້ານຮ່ວມເດີນທາງກັບຜູ້ຕິດເຊື້ອໂຄວິດ -19

(VOVWORLD) -ຈາກຜົນສຳເລັດຂອງເຄືອຂ່າຍ “ແພດໝໍຮ່ວມເດີນທາງພ້ອມກັບຜູ້ຕິດເຊື້ອໂຄວິດ 19”, ຈຸດເດັ່ນຂອງສະມາຄົມແພດໝໍຫນຸ່ມ ຫວຽດນາມ, ວັນທີ 5 ທັນວາປີ 2021, ພະແນກສາທາລະນະສຸກ ນະຄອນ ເກີນເທີ ແລະ ສະມາຄົມແພດໝໍຫນຸ່ມນະຄອນ ໄດ້ເລີ່ມເຄື່ອນໄຫວເຄືອຂ່າຍ “ແພດໝໍຮ່ວມເດີນທາງພ້ອມກັບຜູ້ຕິດເຊື້ອໂຄວິດ 19” ເພື່ອແນໃສ່ໃຫ້ຄຳປຶກສາ ແລະ ຫນູນຊ່ວຍຜູ້ຕິດເຊື້ອໂຄວິດ 19 ທີ່ພວມເພີ່ມຂຶ້ນຢ່າງວ່ອງໄວໃນໄລຍະມໍ່ໆມານີ້ຢູ່ບໍລິເວນແຂວງ. ການຮ່ວມເດີນທາງພ້ອມກັບ F0, F1 ປິ່ນປົວຢູ່ບ້ານຜ່ານທາງອິນເຕີແນັດ ໄດ້ຫລຸດຄວາມກົດດັນສ່ວນໃດຫນຶ່ງໃຫ້ແກ່ກຳລັງສາທາລະນະສຸກຢູ່ທ້ອງຖິ່ນ.

ເຄືອຂ່າຍແພດໝໍຢູ່ບ້ານຮ່ວມເດີນທາງກັບຜູ້ຕິດເຊື້ອໂຄວິດ -19 - ảnh 1ພະນັກງານການແພດຢູ່ ສຸກສາລາສະຫນອງຂໍ້ມູນ F0 ຢູ່ ບ້ານເພື່ອສົ່ງຢາປົວພະຍາດໃຫ້ຄົນເຈົບ.ພາບ:VOV

  ຢູ່ ເກີນເທີ, ເຄືອຂ່າຍ ແພດໝໍຮ່ວມເດີນທາງພ້ອມກັບຜູ້ຕິດເຊື້ອໂຄວິດ 19” ເຄື່ອນໄຫວພາຍໃຕ້ການບໍລິຫານຂອງສະມາຄົມແພດໝໍຫນຸ່ມ ນະຄອນ ເກີນເທີ ເປົ້າໝາຍຕົ້ນຕໍຊື່ງເຄືອຂ່າຍໄດ້ສຸມໃສ່ ນັ້ນແມ່ນ ຜູ້ຕິດເຊື້ອໂຄວິດ ຕ້ອງການຄວາມຊ່ວຍໂດຍດ່ວນ ແລະ ບັນດາ F0 ມີຜົນກວດເຊື້ອເປັນບວກທີ່ພວມແຍກຫ່າງຢູ່ບ້ານລໍຖ້າຜົນວິໄຈ PCR.

ທ່ານໝໍ ຮີ່ງມີງຟູ, ຮອງຫົວຫນ້າໂຮງໝໍຫລາຍຂະແຫນງ ນະຄອນ ເກີນເທີ, ປະທານສະມາຄົມແພດໝໍຫນຸ່ມ ນະຄອນ ເກີນເທີ ໃຫ້ຮູ້ວ່າ: ແຕ່ວັນທີ 5 ທັນວາ, ເກີນເທີປະກາດຕ້ອງການອາສາສະໝັກ 1.500 ຄົນຈົດທະບຽນເຂົ້າຮ່ວມເຄືອຂ່າຍ ແພດໝໍຮ່ວມເດີນທາງພ້ອມກັບຜູ້ຕິດເຊື້ອໂຄວິດ 19” ແລະ ພາຍຫລັງປຸກລະດົມໃນເວລາກວ່າ 10 ວັນ, ມີເກືອບ 810 ຄົນໄດ້ເຂົ້າຮ່ວມໂດຍກົງ. ນອກຈາກຫນ່ວຍງານບໍລິຫານຕົ້ນຕໍທີ່ເປັນການນຳບັນດາພະແນກ, ຂະແຫນງການຂອງນະຄອນແລ້ວ, ແຕ່ລະເມືອງ ລ້ວນແຕ່ມີຫນ່ວຍງານບໍລິຫານ ລວມມີ ແພດໝໍຮັບຜິດຊອບການຄຸ້ມຄອງ, ແພດໝໍເປັນສະມາຊິກຂອງເຄືອຂ່າຍ ແລະ ນັກສຶກສາອາສາສະໝັກຢູ່ຕາມບັນດາມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆຢູ່ບໍລິເວນນະຄອນ.

ຄືນໃດ ຫນ່ວຍງານກໍ່ອົບຮົມໃຫ້ຜູ້ອາສາສະໝັກທຸກຄົນເພື່ອໃຫ້ເຂົາເຈົ້າກຳແຫນ້ນສະພາບການ,ຂໍ້ມູນທີ່ຈຳເປັນ. ອົບຮົມ, ແນະນຳໃຫ້ເຂົາເຈົ້າ ບໍ່ພຽງແຕ່ກ່ຽວກັບການເບິ່ງແຍງດູແລຄົນເຈັບເທົ່ານັ້ນຫາກນັບທັງດ້ານອາຫານ, ສະມາຊິກໃນຄອບຄົວບໍ່ໄດ້ອອກຈາກເຂດບ້ານ ແລະ ບັນຫາອື່ນອີກ ພວກຂ້າພະເຈົ້າລ້ວນແຕ່ຫນູນຊ່ວຍທຸກສິ່ງທຸກຢ່າງ

ການເຄື່ອນໄຫວໃຫ້ຄຳປຶກສາຂອງເຄືອຂ່າຍ “ແພດໝໍຮ່ວມເດີນທາງພ້ອມກັບຜູ້ຕິດເຊື້ອໂຄວິດ 19” ນັບມື້ນັບໃກ້ຊິດຕິດແທດກັບປະຊາຊົນ ແລະ ຍິ່ງເສີມຂະຫຍາຍປະສິດທິຜົນເມື່ອໄດ້ເຊື່ອມຕໍ່ຜ່ານໂທລະສັບສາຍດ່ວນ. ແພດໝໍ ແລະ ຜູ້ອາສາສະໝັກ ຂອງເຄືອຂ່າຍດັ່ງກ່າວ ຍາມໃດກໍ່ເປັນເຈົ້າການໂທມາຫາແລະ ໃຫ້ຄຳປຶກສາແກ່ຄົນເຈັບ, ຕິດຕາມສະພາບການກໍຄືສຸຂະພາບຂອງຄົນເຈັບທີ່ພວມປິ່ນປົວຢູ່ບ້ານ.

ເຄືອຂ່າຍແພດໝໍຢູ່ບ້ານຮ່ວມເດີນທາງກັບຜູ້ຕິດເຊື້ອໂຄວິດ -19 - ảnh 2ເຄືອຂ່າຍ “ແພດໝໍຮ່ວມເດີນທາງພ້ອມກັບຜູ້ຕິດເຊື້ອໂຄວິດ 19”ຊ່ວຍຄົນເຈັບເມື່ອມີອາການຫນັກ.ພາບ: VOV

ທ່ານໝໍ ໂດ໋ຈິເຍີນ ສັງກັດ ໂຮງໝໍຫລາຍຂະແຫນງຂອງນະຄອນ ປະຈຸບັນ ແມ່ນແພດໝໍຄຸ້ມຄອງຫນ່ວຍງານດັ່ງກ່າວ ຢູ່ ເມືອງ ໂອມົນ ແບ່ງປັນວ່າ:

“ເມື່ອໂທລະສັບໄປຫາຄົນເຈັບແມ່ນຕີລາຄາໂດຍສັງເຂບ, ກັ່ນກອງຜູ້ມີຄວາມສ່ຽງ. ເມື່ອເຫັນວ່າ ຜູ້ຕິດເຊື້ອມີຄວາມສ່ຽງຕ່ຳ ສູນສຸກສາລາບໍ່ຈຳເປັນມາອີກ, ຄົນເຈັບໄດ້ຮັບການຕິດຕາມຜ່ານລະບົບ “ແພດໝໍຮ່ວມເດີນທາງພ້ອມກັບຜູ້ຕິດເຊື້ອໂຄວິດ 19”, ສຸກສາລາ ພຽງແຕ່ຕິດຕາມກໍລະນີຄວນເອົາໃຈໃສ່ເທົ່ານັ້ນ.”

        ປອ, ທ່ານໝໍ ເລທິກີມແອງ, ມະຫາວິທະຍາໄລແພດສາດ ການຢາ ນະຄອນໂຮ່ຈີມິນ, ຊຶ່ງເປັນຜູ້ຫນຶ່ງຮ່ວມເດີນທາງພ້ອມກັບເຄືອຂ່າຍດັ່ງກ່າວພວມຫນູນຊ່ວຍການເຄື່ອນໄຫວຂອງເຄືອຂ່າຍ “ແພດໝໍຮ່ວມເດີນທາງພ້ອມກັບຜູ້ຕິດເຊື້ອໂຄວິດ 19” ຢູ່ ນະຄອນ ເກີນເທີ ໃຫ້ຮູ້ວ່າ: ແຕ່ລະມື້ ເຄືອຂ່າຍລ້ວນແຕ່ຮັບຂໍ້ມູນຜູ້ຕິດເຊື້ອຈາກສູນຄວບຄຸມພະຍາດຂອງນະຄອນ ເກີນເທີ (CDC) ແລະ ອັບເດັດຂຶ້ນລະບົບຢ່າງວ່ອງໄວ. ຈາກນັ້ນ ຫນ່ວຍແພດໝໍ ຜູ້ອາສາສະໝັກ ຢູ່ ເກີນເທີ ໂທລະສັບໄປຫາຄົນເຈັບ ເພື່ອຕິດຕາມ ໃຫ້ຄຳແນະນຳ ແລະ ກັ່ນກອງຄົນເຈັບມີຄວາມສ່ຽງຕ່ຳ, ສູງ, ຊ່ວຍສາທາລະນະສຸກທ້ອງຖິ່ນຈັດແບ່ງກຳລັງຫນູນຊ່ວຍໃຫ້ເໝາະສົມກວ່າ.

 “ມາຮອດປະຈຸບັນ ມີຄົນເຈັບປະມານ 80 -90% ແມ່ນນອນໃນບັນຊີລາຍຊື່ໄດ້ຮັບການເບິ່ງແຍງດູແລ, ສ່ວນຍັງເຫລືອແມ່ນຍັງບໍ່ທັນໄດ້ເບິ່ງແຍງ ຍ້ອນຂາດຂໍ້ມູນ, ເບີໂທລະສັບບໍ່ຊັດເຈນ. ເມືອງໃດມີຂໍ້ມູນຄົບຖ້ວນນັ້ນ ການເບິ່ງແຍງດູແລຄົນເຈັບແມ່ນໄດ້ປະມານກວ່າ 90% ”

ປະຈຸບັນ ເກີນເທີ ມີກວ່າ 15.000 F0 ພວມປິ່ນປົວແຍກຫ່າງຢູ່ບ້ານ, ເລື່ອງສ້າງຕັ້ງເຄືອຂ່າຍ“ແພດໝໍຮ່ວມເດີນທາງພ້ອມກັບຜູ້ຕິດເຊື້ອໂຄວິດ 19” ຢ່າງທັນການ, ຊ່ວຍໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈໃນການປິ່ນປົວ. ເຄືອຂ່າຍກໍ່ແມ່ນຂົວຕໍ່ລະຫວ່າງ CDC ນະຄອນ ແລະ ບັນດາທ້ອງຖິ່ນ, ຊ່ວຍໃຫ້ການສົມທົບຢ່າງມີແບບມີແຜນໃນລະບົບປ້ອງກັນຕ້ານໂລກລະບາດ, ເພື່ອແນໃສ່ຄວບຄຸມ ແລະ ດັບສູນບ່ອນເກີດໂລກລະບາດໃຫ້ໄວສຸດເທົ່າທີ່ຈະໄວໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ