ເງ້ອານ ລະດົມກຳລັງແຮງພາຍໃນ ແລະ ພາຍນອກຢ່າງສຳເລັດຜົນເພື່ອຫນູນຊ່ວຍຜູ້ທຸກຍາກ

(VOVWORLD) -ການກໍ່ສ້າງເຮືອນເກືອບ 10.000 ຫລັງໃຫ້ແກ່ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ອາໄສ ແມ່ນແຜນການໂດຍແຂວງ ເງ້ອານ ວາງອອກໃນໄລຍະ 3 ປີ (2023 2025). ການຫລຸດຜ່ອນອັດຕາຄອບຄົວທຸກຍາກ ແຕ່ 1% - 1,5% ກໍ່ແມ່ນຄາດໝາຍໂດຍທ້ອງຖິ່ນສູ້ຊົນປະຕິບັດໃນປີນີ້. ພາຍຫລັງພຽງ 4 ເດືອນແຫ່ງການປະຕິບັດຄາດໝາຍນີ້, ເງ້ອານ ໄດ້ຂົນຂວາຍບໍລິຈາກ ແລະ ໃຫ້ຄຳໝັ້ນສັນຍາຫນູນຊ່ວຍເຮືອນຢູ່ກວ່າ 10.000 ຫລັງໃຫ້ແກ່ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່. ຜ່ານນີ້ ເງ້ອານ ໄດ້ຮັບການຕີລາຄາສູງກ່ຽວກັບວິທີການຜັນຂະຫຍາຍ “ເອົາກຳລັງແຮງພາຍໃນເພື່ອຕັດສິນ, ກຳລັງແຮງພາຍນອກແມ່ນສຳຄັນ, ຫັນກຳລັງແຮງພາຍນອກເປັນກຳລັງແຮງພາຍໃນ” ເພາະເຕົ້າໂຮມຫລາຍຜູ້ໃຈບຸນໃຈກຸສົນໄດ້ຫລາຍຄົນທີ່ຮູ້ຈັກແບ່ງປັນ, ຊ່ວຍເຫລືອຜູ້ທຸກຍາກ.

 

ເງ້ອານ ລະດົມກຳລັງແຮງພາຍໃນ ແລະ ພາຍນອກຢ່າງສຳເລັດຜົນເພື່ອຫນູນຊ່ວຍຜູ້ທຸກຍາກ - ảnh 1ພໍ່ແມ່ປະຊາຊົນ ຕາແສງ ເຫງ໊ຍເຫີບ ມາຮັບແບ້. ພາບ:VOV

ມີມື້ຫນຶ່ງທ້າຍເດືອນ ເມສາ, ໃນບໍລິເວນຂອງ ຄະນະກຳມະການປະຊາຊົນ ຕາແສງເຫງ໊ຍເຫີບ ເມືອງ ເຕີນກີ່ ແຂວງ ເງ້ອານ ຟົດຟື້ນໄປດ້ວຍສຽງຫົວສຽງໂອ້ລົມກັນດ້ວຍຄວາມມ່ວນຊື່ນຂອງພໍ່ແມ່ປະຊາຊົນ. ມີ 20 ກວ່າຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ໄດ້ນຳເອົາລົດ 3 ລໍ້ ມາຮັບແບ້ 61 ໂຕ ໂດຍ ອ້າຍ ຫງວຽນດຶກວັນ ຊື່ງແມ່ນລູກຫລານຄົນຫນຶ່ງຂອງແຂວງ ເງ້ອານ ພວມທຳມາຫາກິນຢູ່ ອຽນເທື່ອງ ຢາເລີມ ຮ່າໂນ້ຍ ໄດ້ກັບເມືອບ້ານເປັນຜູ້ມອບແບ້ດັ່ງກ່າວ. ອ້າຍ ວັນ ໃຫ້ຮູ້ວ່າ: ຂໍ້ມູນກ່ຽວກັບຜູ້ປະສົບກັບຄວາມຫຍຸ້ງຍາກໂດຍແນວໂຮມປະເທດຊາດແຊຜ່ານ facebook ໄດ້ປຸກລຸກນ້ຳໃຈຄວາມຮັບຜິດຊອບຂອງລູກຫຼານແຫ່ງບ້ານເກີດເມືອງນອນ.

`ຂອບໃຈບ້ານເກີດເມືອງນອນທີ່ໄດ້ລ້ຽງດູ ແລະ ເຮັດໃຫ້ຄວາມຝັນຂອງຂ້າພະເຈົ້າປະກົດຜົນເປັນຈິງ. ມື້ນີ້ ຂ້າພະເຈົ້າກັບຄືນເມືອບ້ານເກີດເມືອງນອນ ມີຄວາມປາດຖະຫນາຢາກຮ່ວມແຮງຮ່ວມໃຈປະກອບກຳລັງເຫື່ອແຮງ ຊ່ວຍເຫລືອພໍ່ແມ່ພີ່ນ້ອງຢູ່ບ້ານເກີດເມືອງນອນທີ່ຍັງປະສົບກັບຄວາມຫຍຸ້ງຍາກ ດ້ວຍຈິດໃຈອຸມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ”.

ດ້ວຍການຫນູນຊ່ວຍແບ້ 61 ໂຕ, ເທົ່າກັບຈຳນວນເງິນເກືອບ 200 ລ້ານດົ່ງ (ເກືອບ 9000 USD) ຂອງ ອ້າຍ ຫງວຽນດຶກວັນ, ຝູງແບ້ຢູ່ ຕາແສງເຂດພູດອນ ເຫງ໊ຍເຫີບ ຫວັງວ່່າຈະເກີດແມ່ແຜ່ພັນຕາມການເວລາ, ຈາກນັ້ນ ກໍສາມາດຊ່ວຍເຫລືອພໍ່ແມ່ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກໃນຊີວິດ ບືນຕົວຂຶ້ນຫລຸດພົ້ນຄວາມທຸກຍາກ.

“ຄອບຄົວຂ້າພະເຈົ້າໄດ້ຮັບແບ້ 2ໂຕ, ຂໍຂອບໃຈຜູ້ທີ່ມີໃຈບຸນໃຈກຸສົນ”.

“ຄອບຄົວຂ້າພະເຈົ້າຂາດທຶນຮອນເພື່ອຊື້ແນວພັນ ປະຈຸບັນ ໄດ້ຮັບການຫນູນຊ່ວຍແບ້ ຮູ້ສຶກວ່າດີໃຈທີ່ສຸດ”.

“ຄອບຄົວຂ້າພະເຈົ້າໄດ້ຫນູນຊ່ວຍແບ້ 3ໂຕ. ພວກຂ້າພະເຈົ້າຈະເບິ່ງແຍງດູແລເພື່ອໃຫ້ກາຍເປັນຝູງແບ້ໃຫຍ່”

ປະຈຸບັນ  ທົ່ວແຂວງ ເງ້ອານ ມີຈຳນວນຄອບຄົວທຸກຍາກກວ່າ 55.000 ຄອບຄົວ (ກວມເອົາ 2,74% ຈຳນວຍປະຊາກອນ), ໃນນັ້ນ ມີ 15.300 ຄອບຄົວພວມປະສົບກັບຄວາມຫຍຸ້ງຍາກກ່ຽວກັບດ້ານເຮືອນຢູ່. ຊີວິດການເປັນຢູ່ຂອງປະຊາຊົນເຂດພູສູງ, ເຂດຫ່າງໄກສອກຫລີກ, ເຂດຊາຍແດນໝູ່ເກາະ, ເຂດທີ່ເຄີຍຖືກໄພທຳມະຊາດ.. ພວມຕ້ອງການການຮ່ວມແຮງຮ່ວມໃຈຊ່ວຍເຫລືອຂອງທົ່ວສັງຄົມ. ທ່ານ ເຈີນທຽດຮຸ່ງ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດ ແຂວງ ເງ້ອານ ໃຫ້ຮູ້ວ່າ:

 “ຢູ່ ເງ້ອານ ອັດຕາຄອບຄົວທຸກຍາກຍັງຫລາຍຢູ່, ບັນດາໂຄງການຂົນຂວາຫນູນຊ່ວຍໃຫ້ແກ່ຜູ້ທຸກຍາກຂອງແຂວງ ພວມໄດ້ຮັບການແຜ່ຂະຫຍາຍເພື່ອໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ຜູ້ໃຈບຸນໃຈກຸສົນ ພ້ອມກັບອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນຫນູນຊ່ວຍບັນດາຄອບຄົວທຸກຍາກ ຜູ້ປະສົບກັບຄວາມຫຍຸ້ງຍາກ ບືນຕົວຂຶ້ນພັດທະນາເສດຖະກິດຄອບຄົວ ແລະ ຄ່ອຍໆຫລຸດຜ່ອນອັດຕາຄອບຄົວທຸກຍາກ”.

ເງ້ອານ ລະດົມກຳລັງແຮງພາຍໃນ ແລະ ພາຍນອກຢ່າງສຳເລັດຜົນເພື່ອຫນູນຊ່ວຍຜູ້ທຸກຍາກ - ảnh 2ມີ 20 ກວ່າຄອບຄົວຢູ່ ຕາແສງ ຕາແສງເຫງ໊ຍເຫີບ ໄດ້ຮັບແບ້ຈາກລາຍການ. ພາບ:VOV

ໂດຍເຊື່ອມຕໍ່ຄວາມເມດຕາປານີຂອງຊາວ ເງ້ອານ ທີ່ດຳລົງຊີວິດ ທຳມາຫານກິນຫ່າງໄກກັບບ້ານເກີດເມືອງນອນ, ໃນ 2 ເດືອນຜ່ານມາ, ແຂວງ ເງ້ອານ ໄດ້ຮັບຈຳນວນເງິນກວ່າ 33  ຕື້ດົ່ງ (1,4 ລ້ານ USD) ຈາກບັນດານັກທຸລະກິດເຊິ່ງແມ່ນຊາວ ເງ້ອານ ຢູ່ ຮ່າໂນ້ຍ, ໄດ້ສະຫນັບສະຫນູນກໍ່ສ້າງເຮືອນຢູ່ ໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ບ້ານເກີດເມືອງນອນ. ໃນໄລຍະອັນສັ້ນໆ ທົ່ວແຂວງ ເງ້ອານ ໄດ້ຮັບການບໍລິຈາກ ແລະ ໄດ້ຮັບຄຳໝັ້ນສັນຍາຫນູນຊ່ວຍກໍ່ສ້າງເຮືອນຢູ່ ກວ່າ 10.000 ຫລັງໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ໄລຍະ 2023- 2025. ຄຽງຄູ່ກັນນັ້ນ ມີຫລາຍກໍລະນີທີ່ປະສົບເຄາະຮ້າຍ ຫລື ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ໄດ້ ແລະ ພວມໄດ້ຮັບຄວາມຊ່ວຍເຫລືອຜ່ານແນວໂຮມປະເທດຊາດ, ສະພາກາແດງ ແລະ ບັນດາອົງການຈັດຕັ້ງມະຫາຊົນ..

ຕາມທ່ານ ເຈີນຢວານເລີມ, ເລຂາຄະນະພັກຕາແສງ ເຫງ໊ຍເຫີບ ແລະ ທ່ານ ຫງວຽນດຶກບ໋ຽວ ປະທານຄະນະກຳມະການແນວໂຮມປະເທດຊາດ ຕາແສງ ເຫງ໊ຍເຫີບ ແລ້ວ, ຄຽງຂ້າງກຳລັງແຮງພາຍໃນຂອງທ້ອງຖິ່ນ, ການຊ່ວຍເຫລືອຂອງຜູ້ທີ່ຫ່າງໄກບ້ານເກີດເມືອງນອນ ໄດ້ປະກອບສ່ວນຊ່ວຍ ຕາແສງ ເຫງ໊ຍເຫີບ ປະຕິບັດສຳເລັດຄາດໝາຍກໍ່ສ້າງຊົນນະບົດໃຫມ່ປີ 2021 ແລະ ພວມສູ້ຊົນບືນຕົວຂຶ້ນບັນລຸມາດຖານຊົນນະບົດໃຫມ່ລະດັບສູງກວ່າ”.

 “ໄລຍະຜ່ານມາ ແນວໂຮມປະເທດຊາດ ຍາມໃດກໍ່ເຊື່ອມຕໍ່ລູກຫລານຜູ້ທີ່ໄດ້ກຳເນີດຢູ່ທ້ອງຖິ່ນ ແຕ່ພວມເຮັດວຽກ ຮ່ຳຮຽນ ຢູ່ທຸກແຖບຖິ່ນຢູ່ພາຍໃນ ແລະ ຕ່າງປະເທດ. ມີຫລາຍຄົນຄື ອ້າຍ ຫງວຽນດຶກວັນ, ດິງວັນຮຸ່ງ, ເລດຶກເກື່ອງ, ຈູວັນລິງ, ເອື້ອຍ ໂງທິເຮືອງ ແລະ ຫລາຍຄົນອື່ນອີກ ກໍໄດ້ສະຫນັບສະຫນູນຢ່າງສຸດຈິດສຸດໃຈ.

ການຫນູນຊ່ວຍ ອຸ້ມຊູຊ່ວຍເຫລືອ ແບ່ງປັນ ຫລື ບັນດາຂອງຂວັນມີຄ່າ ທີ່ໄດ້ສະຫນັບສະຫນູນ ຄື: ກໍ່ສ້າງເຮືອນຢູ່ຖາວອນເພື່ອໃຫ້ມີຄວາມອຸ່ນອ່ຽນໃຈກໍ່ຮ່າງສ້າງຕົວ ໄດ້ເປັນການສະແດງໃຫ້ເຫັນຜົນສຳເລັດຂອງ ເງ້ອານ ເມື່ອທ້ອງຖິ່ນນີ້ລະດົມໄດ້ທັງກຳລັງແຮງພາຍໃນ ແລະ ພາຍນອກ ໃນບັນດາການເຄື່ອນໄຫວເພື່ອຜູ້ທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ