ເລື່ອງ​ລາວ​ແຫ່ງຄວາມ​ຮັກ​ແພງ ແລ​ະ​ ການ​ອຸ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ

(VOVWORLD) -ຄວາມສາມັກຄີຄວາມຮັກແພງກັນສ້າງສາປະເທດຫວຽດນາມໃຫ້ ໝັ້ນຄົງເຂັ້ມແຂງຕະຫລອດການ

 “ໃນໄລຍະເກີດໂລກລະບາດໂຄວິດ - 19 ມີເລື່ອງລາວຕື້ນຕັນໃຈຫຼາຍເລື່ອງ ແລະ ເມື່ອໄດ້ເຫັນກັບຕາບັນດາເລື່ອງລາວນັ້ນແລ້ວ ເບິ່ງຄືວ່າ ໄດ້ເສີມສ້າງຄວາມຫວັງໃຫ້ຂ້າພະເຈົ້າຕື່ມອີກ. ຊີວິດນີ້ ຍັງມີຫຼາຍສິ່ງຫຼາຍຢ່າງທີ່ສວຍງາມ ຖ້າຫາກວ່າ ພວກເຮົາຮັກແພງກັນ ແລະ ເຫັນອົກເຫັນເຫັນໃຈກັນ.” ນັ້ນແມ່ນສິ່ງທີ່ ກາວແທັງຮ່າ  ເມື່ອກັບມາຈາກຖ້ຽວບິນຊ່ວຍເຫຼືອຂອງລັດຖະບານ ຫວຽດນາມ ທີ່ສະຫງວນສະເພາະໃຫ້ແກ່ພົນລະເມືອງ ຫວຽດນາມ ຢູ່ ສ.ເກົາຫຼີ. ໃນຖ້ຽວບິນນັ້ນ ມີເດັກນ້ອຍປະມານ 20 ຄົນ ເຊິ່ງເປັນລູກຂອງແຮງງານ ຫວຽດນາມ ເຮັດວຽກຢູ່ ສ.ເກົາຫຼີ. ພວກເດັກເຫຼົ່ານັ້ນ ບໍ່ໄດ້ໄປນຳພໍ່ນຳແມ່ ຫາກໄດ້ຝາກເມືອນຳຜູ້ຄົນທີ່ບໍ່ລຶ້ງເຄີຍ, ບໍ່ແມ່ນຍາດຕິພີ່ນ້ອງ - ຜູ້ທີ່ໂຊກດີໄດ້ຂຶ້ນຖ້ຽວບິນຊ່ວຍເຫຼືອຂອງ ລັດຖະບານ ເພື່ອສົ່ງພວກນ້ອງກັບມາ ຫວຽດນາມ ຫຼົບລີ້ໂລກລະບາດ. ກາວແທງຮ່າ ແບ່ງປັນວ່າ:

ເລື່ອງ​ລາວ​ແຫ່ງຄວາມ​ຮັກ​ແພງ ແລ​ະ​ ການ​ອຸ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ - ảnh 1ນາງ ກາວແທັງຮ່າ  

“ໃນຖ້ຽວບິນນັ້ນ, ຂ້າພະເຈົ້າເຫັນວ່າຜູ້ໃດກໍໃຫ້ການຊ່ວຍເຫຼືອ ແລະ ເບິ່ງແຍງດູແລເດັກໆດ້ວຍຄວາມສຸດຈິດສຸດໃຈໃນຕະຫຼອດໄລຍະເດີນທາງ ເຖິງວ່າບໍ່ແມ່ນເລືອດເນື້ອເຊື້ອໄຂ່ດຽວກັນ ແຕ່ຕ່າງຄົນຕ່າງກໍອຸ້ມຊູຊ່ວຍເຫຼືອ ແລະ ຮັກແພງເຊິ່ງກັນແລະກັນ. ຂ້າພະເຈົ້າມີຄວາມປະທັບໃຈອີ່ຫຼີ ແລະ ເຄົາລົບນ້ຳໃຈອັນສູງສົ່ງນັ້ນ. ນັ້ນແມ່ນບັນດາເລື່ອງລາວທີ່ຊ່ວຍໃຫ້ຂ້າພະເຈົ້າເບິ່ງໂລກໃນທ່ວງທ່າທີ່ຕັ້ງໜ້າກວ່າ. ເຖິງວ່າໂລກລະບາດຍັງຄຸກຄາມ, ແຕ່ລະມື້ຍັງມີຫຼາຍຄົນຕ້ອງຈາກໂລກນີ້ໄປ, ເຖິງວ່າເສດຖະກິດຊຸດໂຊມກໍຕາມ ແຕ່ຂ້າພະເຈົ້າຖືວ່າ ພວກເຮົາມີຄວາມຮັກແພງເຊິ່ງກັນແລະ ກັນ, ຮ່ວມແຮງຮ່ວມໃຈກັນ ພວກເຮົາຈະຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໄດ້”.

ກັບມາ ຫວຽດນາມ ໃນສະພາບການໂລກລະບາດຍັງແຜ່ລະບາດ ເມື່ອເດືອນ ກໍລະກົດ ປີ 2020 ໃນຖ້ຽວບິນຊ່ວຍເຫຼືອຂອງ ລັດຖະບານ ຫວຽດນາມ ສຳລັບ ຊາວ ຫວຽດນາມ ອາໄສ ຢູ່ ອິນໂດເນເຊຍ, ທ່ານນາງ ເຈືອງຕູ໊ຖຸຍ ໄດ້ປະຕິບັດການແຍກຕົວເປັນເວລາ 2 ອາທິດ ຢູ່ ກອງພັນໃຫຍ່ 392, ທະຫານເຂດ 9, ຢູ່ນະຄອນ ເກີ່ນເທີ. 14 ວັນຢູ່ເຂດແຍກຕົວ ແມ່ນ 14 ວັນທີ່ ເອື້ອຍ ຮູ້ສຶກມີຄວາມສະຫງົບສຸກຢ່າງແທ້ຈິງ. ສຳລັບທ່ານນາງ, ນັ້ນແມ່ນຊຸມວັນທີ່ສວຍງາມ ແລະ ເຕັມໄປດ້ວຍນ້ຳໃຈຄວາມຮັກແພງ. ທ່ານນາງມີຄວາມນິຍົມນັບຖື ແລະ ຮູ້ບຸນຄຸນຕໍ່ບັນດານັກຮົບ, ທະຫານ - ຜູ້ທີ່ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ ເພື່ອຮັບໃຊ້, ເບິ່ງແຍງດູແລການກິນ, ການຢູ່ ແລະ ສຸຂະພາບໃຫ້ພໍ່ແມ່ປະຊາຊົນມີຄວາມອຸ່ນອ່ຽນໃຈປ້ອງກັນ, ຕ້ານໂລກລະບາດ.

“ຮູບພາບຂອງທະຫານປະຊາຊົນ ຫວຽດນາມ ຮັບໃຊ້ພໍ່ແມ່ປະຊາຊົນໃນເຂດແຍກຕົວ, ເຂດໂລກລະບາດແຜ່ລາມ, ຮູບພາບຂອງພະນັກງານການແພດອາສາສະໝັກໄປເຂດທີ່ໂລກລະບາດພວມຄຸກຄາມ ເພື່ອປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອນັ້ນ ກໍພໍຢັ້ງຢືນໃຫ້ແກ່ຄຸນຄ່າມະນຸດສະທຳຂອງຊາວ ຫວຽດນາມ ໃນໄລຍະເກີດໂລກລະບາດໂຄວິດ - 19. ນັ້ນແມ່ນການສະຫຼະທັງຊີວິດຂອງຕົນເພື່ອກູ້ເອົາຊີວິດຂອງພໍ່ແມ່ປະຊາຊົນ, ແມ່ນມູນເຊື້ອອຸ່ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນ ເຊິ່ງປູຍ່າຕາຍາຍໄດ້ປະໄວ້ໃຫ້.”

ໂດຍເຮັດວຽກ ແລະ ດຳລົງຊີວິດ ຢູ່ ຫວຽດນາມ ໃນປີ 2020, ທຳອິດ, ນາງ Kim Yoon –Ji ມີຄວາມເປັນຫ່ວງທີ່ສຸດ, ຊ້ຳບໍ່ໜຳຍັງມີຄວາມຢ້ານກົ່ວ ເມື່ອໂລກລະບາດແຜ່ລະບາດ. ແຕ່ນາງໄດ້ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ເຊິ່ງລັດຖະບານ ຫວຽດນາມ ວາງອອກຢ່າງເຂັ້ມງວດ. ເລື່ອງ ລັດຖະບານ ຫວຽດນາມ ຄວບຄຸມໂລກລະບາດໄດ້ເປັນຢ່າງດີ, ຊ້ຳບໍ່ໜຳຍັງປິດປະຕູຊາຍແດນນັ້ນ ໄດ້ສ້າງຄວາມເຊື່ອເນື້ອເຊື່ອໃຈວ່າ ຫວຽດນາມ ແມ່ນປະເທດປອດໄພກວ່າປະເທດໃດໆ.

 “ພວກເຮົາເຫັນວ່າ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ແມ່ນບໍ່ຫຼາຍຄືກັບປະເທດອື່ນໆໃນໂລກ. ເຖິງວ່າ ມີກໍລະນີຕິດເຊື້ອລາຍໃໝ່ຕື່ມອີກກໍຕາມ ແຕ່ປະຊາຊົນ ຫວຽດນາມ ຍາມໃດກໍມີສະຕິປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ເຊິ່ງ ລັດຖະບານ ວາງອອກຢ່າງເຂັ້ມງວດ ສະນັ້ນ, ຂ້າພະເຈົ້າຮູ້ສຶກປອດໄພ ແລະ ສະບາຍ ເມື່ອດຳລົງຊີວິດຢູ່ ຫວຽດນາມ”.

ຢູ່ແນວໜ້າຂອງການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນປີ 2020, ທ່ານໝໍ ຫງວຽນເລິນຮ໊ຽວ ແມ່ນຜູ້ທີ່ໄດ້ເຫັນກັບຕາບັນດາເລື່ອງລາວຂອງການອຸ້ມຊູຊ່ວຍເຫຼືອ, ຄວາມຮັກແພງ, ການແບ່ງເບົ່າ ແລະ ຄວາມເປັນຫ່ວງເປັນໃຍໃຫ້ກັນ, ລະດົມໃຈກັນ ພ້ອມກັນຕໍ່ສູ້ຕ້ານໂລກລະບາດຂອງຊາວ ຫວຽດນາມ. ທ່ານເອງ ກໍໄດ້ຮັບຄວາມຮັກແພງຂອງພໍ່ແມ່ປະຊາຊົນ ທີ່ສະຫງວນໃຫ້ແກ່ຕົນ ພາຍຫຼັງການເຮັດວຽກ ແລະ ປິ່ນປົ່ວໃຫ້ແກ່ຄົນເຈັບເປັນຫຼາຍຊົ່ວໂມງຢ່າງອິດເມື່ອຍໆ. ທ່ານໝໍ ຫງວຽນເລິນຮ໊ຽວ ເວົ້າຄວາມໃນໃຈສູ່ຟັງວ່າ:

  “ຂ້າພະເຈົ້າຄິດວ່າ ໂລກລະບາດໂຄວິດ - 19 ເກີດຂຶ້ນ ແມ່ນສິ່ງບໍ່ມີຜູ້ໃດຢາກ ແຕ່ກໍຍ້ອນໂລກລະບາດຄັ້ງນີ້ ພວກເຮົາຈິ່ງເຫັນໄດ້ວ່າ ຄວາມຮັກແພງຂອງມະນຸດດ້ວຍກັນແມ່ນໃຫຍ່ຂະໜາດໃດ. ພິເສດແມ່ນຊາວຫວຽດນາມ ມີນ້ຳໃຈສາມັກຄີ ແລະ ໂອບເອື້ອອາລີຫຼາຍ. ໃນຊີວິດປະຈຳວັນ ແມ່ນບໍ່ຄ່ອຍເຫັນເຂົາເຈົ້າແບ່ງປັນ ແຕ່ເມື່ອເກີດໂລກລະບາດ, ເມື່ອສົງຄາມເກີດຂຶ້ນ ຫຼື ເວລາສັດຕູມາຮຸກຮານ ປະຊາຊົນໄດ້ເປີດໃຈ ແລະ ຈັບມືກັນ, ສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ. ຂ້າພະເຈົ້າສຳນຶກໄດ້ເຖິງນ້ຳໃຈຂອງປະຊາຊົນ ຫວຽດນາມ ໃນໄລຍະເກີດໂລກລະບາດນີ້.”

ນັບແຕ່ເມື່ອອອກຈາກ ຫວຽດນາມ ກັບມາ ອິນໂດເນເຊຍ ມາເຮັດວຽກຕໍ່ຢູ່ ອິນໂດເນເຊຍ, ທ່ານນາງ ເຈືອງຕູ໊ຖຸຍ ມີຄວາມເອກອ້າງທະນົງໃຈທີ່ສຸດ ເມື່ອເພື່ອນມິດ ອິນໂດເນເຊຍ ນິຍົມຊົມຍ້ອງບັ້ນປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ລັດຖະບານ ຫວຽດນາມ ແລະ ຄວາມສະຫງົບສຸກ, ຄວາມປອດໄພຂອງ ຊາວ ຫວຽດນາມ ໃນໄລຍະຜ່ານມາ.

  ທ່ານໝໍ ຫງວຽນເລີນຮຽວ ຕ້ອງອຳລາຄອບຄົວເດີນທາງໄປປະຕິບັດຫນ້າທີ່ຄວບຄຸມ ແລະ ຕ້ານໂລກລະບາດໂຄວິດ 19 ພ້ອມກັບຜູ້ຮ່ວມງານຂອງຕົນ. ທ່ານໝໍໃຫ້ຮູ້ວ່າ ເລື່ອງມີຜູ້ຕິດເຊື້ອໃນຊຸມຊົນບໍ່ອັນຕະລາຍຄືເລື່ອງໂຮງໝໍກາຍເປັນບ່ອນແຜ່ເຊື້ອ. ເພາະສະນັ້ນຖັນແຖວທ່ານໝໍຫວຽດນາມ ໃນນັ້ນ ມີທ່ານເອງ ຈະສືບຕໍ່ຍົກສູງຈິດໃຈຄວາມຮັບຜິດຊອບເພື່ອປົກປ້ອງຕົວເອງ ແລະ ປົກປ້ອງວົງຄະນາຍາດ. ໃນສະພາບການຫຍຸ້ງຍາກລວມນັ້ນ ທ່ານກໍ່ເຫັນອົກເຫັນໃຈຕໍ່ຊາວຫວຽດນາມ ຫລາຍຄົນຢູ່ຕ່າງປະເທດເມື່ອບໍ່ໄດ້ກັບຄືນມາຕ້ອນຮັບບຸນເຕັດກັບຄອບຄົວຢູ່ບ້ານເກີດເມືອງນອນ.

 “ບຸນເຕັດປີນີ້ ພວກເຮົາມີຄວາມຮູ້ສຶກແຕກຕ່າງກັນ. ນັ້ນແມ່ນຄວາມເອກອ້າງທະນົງໃຈກ່ຽວກັບປະເທດຫວຽດນາມ. ພໍ່ແມ່ປະຊາຊົນຢູ່ທຸກແຫ່ງໃນໂລກກໍ່ລ້ວນແຕ່ມີຄວາມຮູ້ສຶກເຊັ່ນດຽວກັນ. ຖ້ຽວບິນແຕ່ລະຖ້ຽວເມື່ອສົ່ງຊາວຫວຽດນາມ ຢູ່ ຕ່າງປະເທດກັບຄືນມາບ້ານເກີດເມືອງນອນລ້ວນແຕ່ແມ່ນຖ້ຽວບິນເຕັມໄປດ້ວຍຄວາມຮັກແພງ. ລັດຖະບານ, ປະຊາຊົນ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກນາໆປະການເພື່ອປະຕິບັດໄດ້ບັນດາຖ້ຽວບິນນັ້ນ.  ປະຈຸບັນ ກໍ່ມີຊາວຫວຽດນາມ ຫລາຍພັນຄົນຢູ່ຕ່າງປະເທດບໍ່ໄດ້ກັບຄືນມາບ້ານເກີດເມືອງນອນ . ພວກເຮົາປາດຖະຫນາວ່າ ໂລກລະບາດຈະຜ່ານໄປ ແລະ ບຸນເຕັດປີຫນ້າ ຈະແມ່ນບຸນເຕັດແຫ່ງການເຕົ້າໂຮມ ແລະ ມ່ວນກວ່າບຸນເຕັດປີນີ້”

ສຳລັບ ນາງກາວທັງຫ່າ ພາຍຫລັງສຳເລັດວຽກງານເປັນຜູ້ກວດແກ້ພາສາຫວຽດຢູ່ ສເກົາຫລີ ແລ້ວ, ນາງກັບຄືນມາເຮັດວຽກຢູ່ພາກພາສາອັງກິດ VOV5. ນາງແບ່ງປັນວ່າ:

  “ຂ້າພະເຈົ້າເຫັນວ່າ ໂລກລະບາດອາດເຮັດໃຫ້ບາງວຽກງານປະສົບກັບຄວາມຫຍຸ້ງຍາກ ແຕ່ພວກເຮົາຕ້ອງພະຍາຍາມກ້າວຂຶ້ນ. ຂ້າພະເຈົ້າແມ່ນຜູ້ຫນຶ່ງຕາງຫນ້າໃຫ້ລຸ້ນຫນຸ່ມ ຂ້າພະເຈົ້າເຫັນວ່າບໍ່ມີຫຍັງກັງວົນ ພວກເຮົາຈະສືບຕໍ່ເຮັດວຽກ ສືບຕໍ່ອຸທິດສ່ວນ. ລຸ້ນຫນຸ່ມຫວຽດນາມ ກໍ່ເຊັ່ນດຽວກັນ ນັບມື້ນັບສູ້ຊົນກ້າວຂຶ້ນພາຍໃນພາກຫນ້າ.”

ໃນຂະນະນັ້ນ ຜູ້ຊ່ຽວຊານ ຊາວ ສເກົາຫລີ Kim Yoon-ji ຍັງຄົງສືບຕໍ່ພ້ອມກັບຜູ້ຮ່ວມງານຫວຽດນາມ ສ້າງບັນດາລາຍການກະຈາຍສຽງດ້ວຍພາສາ ເກີາຫລີ ໃນທຸກມື້ເພື່ອອອກອາກາດຜ່ານຄຶ້ນວິທະຍຸກະຈາຍສຽງຫວຽດນາມ. ທ່ານນາງ ແບ່ງປັນ ກັບເພື່ອນຂອງຕົນກ່ຽວກັບຄວາມປະທັບໃຈກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມວ່າ:

“ຂ້າພະເຈົ້າເຫັນວ່າ ຫວຽດນາມ ແມ່ນປະເທດສວຍງາມ ແລະ ຈັບອົກຈັບໃຈ ຂ້າພະເຈົ້າຖື ຫວຽດນາມ ຄືດັ່ງບ້ານເກີດເມືອງນອນແຫ່ງທີສອງຂອງຕົນ. ສະນັ້ນ ເມື່ອ ມີໝູ່ເພື່ອນມາຢ້ຽມຢາມເຮືອນຂອງຕົນຢູ່ຫວຽດນາມ ຂ້າພະເຈົ້າຮູ້ສຶກສະຫວາດສະເຫວີຍ ແລະ ປິຕິຊົມຊື່ນຫລາຍ. ຂ້າພະເຈົ້າຈະເວົ້າໃຫ້ໝູ່ເພື່ອນ ແລະ ພິ່ນ້ອງຂອງຕົນວ່າ ຄວນມາຢາມຫວຽດນາມ ຢ້ຽມຢາມເຮືອນຂອງຂ້າພະເຈົ້າ.”

ເຖິງວ່າ ຢູ່ ຫ່າງໄກກັບບ້ານເກີດເມືອງນອນກໍຕາມ ແຕ່ ທ່ານນາງ ເຈືອງຕູຖູຍ ໄດ້ເປີດຊຸດຮຽນພາສາຫວຽດ ໃຫ້ແກ່ຊາວອິນໂດເນເຊຍ ຢູ່ ຈາກາຕາ. ຊຸດຮຽນໂດຍບໍ່ເສຍຄ່ານີ້ຂອງທ່ານນາງ ແມ່ນການແຜ່ຂະຫຍາຍຄວາມຮັກແພງຂອງຊາວຫວຽດນາມ ໃຫ້ແກ່ປະຊາຄົມຊາວອິນໂດເນເຊຍ ໃນຊ່ວງເວລາເກີດໂລກລະບາດ.

“ຄວາມສາມັກຄີຄວາມຮັກແພງກັນສ້າງສາປະເທດຫວຽດນາມໃຫ້ ໝັ້ນຄົງເຂັ້ມແຂງຕະຫລອດການ”.
ເລື່ອງ​ລາວ​ແຫ່ງຄວາມ​ຮັກ​ແພງ ແລ​ະ​ ການ​ອຸ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ - ảnh 2ຮອງສາດສະດາຈານ, ປອ, ທ່ານໝໍ ຫງວຽນເລີນຮຽວ ຜູ້ອຳນວຍການ ໂຮງໝໍມະຫາວິທະຍາໄລແພດສາດ ຮ່າໂນ້ຍ(ພາບ: dantri)

ທ່ານໝໍ ຫງວຽນເລີນຮຽວ ຕ້ອງອຳລາຄອບຄົວເດີນທາງໄປປະຕິບັດຫນ້າທີ່ຄວບຄຸມ ແລະ ຕ້ານໂລກລະບາດໂຄວິດ 19 ພ້ອມກັບຜູ້ຮ່ວມງານຂອງຕົນ. ທ່ານໝໍໃຫ້ຮູ້ວ່າ ເລື່ອງມີຜູ້ຕິດເຊື້ອໃນຊຸມຊົນບໍ່ອັນຕະລາຍຄືເລື່ອງໂຮງໝໍກາຍເປັນບ່ອນແຜ່ເຊື້ອ. ເພາະສະນັ້ນຖັນແຖວທ່ານໝໍຫວຽດນາມ ໃນນັ້ນ ມີທ່ານເອງ ຈະສືບຕໍ່ຍົກສູງຈິດໃຈຄວາມຮັບຜິດຊອບເພື່ອປົກປ້ອງຕົວເອງ ແລະ ປົກປ້ອງວົງຄະນາຍາດ. ໃນສະພາບການຫຍຸ້ງຍາກລວມນັ້ນ ທ່ານກໍ່ເຫັນອົກເຫັນໃຈຕໍ່ຊາວຫວຽດນາມ ຫລາຍຄົນຢູ່ຕ່າງປະເທດເມື່ອບໍ່ໄດ້ກັບຄືນມາຕ້ອນຮັບບຸນເຕັດກັບຄອບຄົວຢູ່ບ້ານເກີດເມືອງນອນ.

 “ບຸນເຕັດປີນີ້ ພວກເຮົາມີຄວາມຮູ້ສຶກແຕກຕ່າງກັນ. ນັ້ນແມ່ນຄວາມເອກອ້າງທະນົງໃຈກ່ຽວກັບປະເທດຫວຽດນາມ. ພໍ່ແມ່ປະຊາຊົນຢູ່ທຸກແຫ່ງໃນໂລກກໍ່ລ້ວນແຕ່ມີຄວາມຮູ້ສຶກເຊັ່ນດຽວກັນ. ຖ້ຽວບິນແຕ່ລະຖ້ຽວເມື່ອສົ່ງຊາວຫວຽດນາມ ຢູ່ ຕ່າງປະເທດກັບຄືນມາບ້ານເກີດເມືອງນອນລ້ວນແຕ່ແມ່ນຖ້ຽວບິນເຕັມໄປດ້ວຍຄວາມຮັກແພງ. ລັດຖະບານ, ປະຊາຊົນ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກນາໆປະການເພື່ອປະຕິບັດໄດ້ບັນດາຖ້ຽວບິນນັ້ນ.  ປະຈຸບັນ ກໍ່ມີຊາວຫວຽດນາມ ຫລາຍພັນຄົນຢູ່ຕ່າງປະເທດບໍ່ໄດ້ກັບຄືນມາບ້ານເກີດເມືອງນອນ . ພວກເຮົາປາດຖະຫນາວ່າ ໂລກລະບາດຈະຜ່ານໄປ ແລະ ບຸນເຕັດປີຫນ້າ ຈະແມ່ນບຸນເຕັດແຫ່ງການເຕົ້າໂຮມ ແລະ ມ່ວນກວ່າບຸນເຕັດປີນີ້”

ສຳລັບ ນາງກາວທັງຫ່າ ພາຍຫລັງສຳເລັດວຽກງານເປັນຜູ້ກວດແກ້ພາສາຫວຽດຢູ່ ສເກົາຫລີ ແລ້ວ, ນາງກັບຄືນມາເຮັດວຽກຢູ່ພາກພາສາອັງກິດ VOV5. ນາງແບ່ງປັນວ່າ:

 “ຂ້າພະເຈົ້າເຫັນວ່າ ໂລກລະບາດອາດເຮັດໃຫ້ບາງວຽກງານປະສົບກັບຄວາມຫຍຸ້ງຍາກ ແຕ່ພວກເຮົາຕ້ອງພະຍາຍາມກ້າວຂຶ້ນ. ຂ້າພະເຈົ້າແມ່ນຜູ້ຫນຶ່ງຕາງຫນ້າໃຫ້ລຸ້ນຫນຸ່ມ ຂ້າພະເຈົ້າເຫັນວ່າບໍ່ມີຫຍັງກັງວົນ ພວກເຮົາຈະສືບຕໍ່ເຮັດວຽກ ສືບຕໍ່ອຸທິດສ່ວນ. ລຸ້ນຫນຸ່ມຫວຽດນາມ ກໍ່ເຊັ່ນດຽວກັນ ນັບມື້ນັບສູ້ຊົນກ້າວຂຶ້ນພາຍໃນພາກຫນ້າ.”

ໃນຂະນະນັ້ນ ຜູ້ຊ່ຽວຊານ ຊາວ ສເກົາຫລີ Kim Yoon-ji ຍັງຄົງສືບຕໍ່ພ້ອມກັບຜູ້ຮ່ວມງານຫວຽດນາມ ສ້າງບັນດາລາຍການກະຈາຍສຽງດ້ວຍພາສາ ເກີາຫລີ ໃນທຸກມື້ເພື່ອອອກອາກາດຜ່ານຄຶ້ນວິທະຍຸກະຈາຍສຽງຫວຽດນາມ. ທ່ານນາງ ແບ່ງປັນ ກັບເພື່ອນຂອງຕົນກ່ຽວກັບຄວາມປະທັບໃຈກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມວ່າ:

ຂ້າພະເຈົ້າເຫັນວ່າ ຫວຽດນາມ ແມ່ນປະເທດສວຍງາມ ແລະ ຈັບອົກຈັບໃຈ ຂ້າພະເຈົ້າຖື ຫວຽດນາມ ຄືດັ່ງບ້ານເກີດເມືອງນອນແຫ່ງທີສອງຂອງຕົນ. ສະນັ້ນ ເມື່ອ ມີໝູ່ເພື່ອນມາຢ້ຽມຢາມເຮືອນຂອງຕົນຢູ່ຫວຽດນາມ ຂ້າພະເຈົ້າຮູ້ສຶກສະຫວາດສະເຫວີຍ ແລະ ປິຕິຊົມຊື່ນຫລາຍ. ຂ້າພະເຈົ້າຈະເວົ້າໃຫ້ໝູ່ເພື່ອນ ແລະ ພິ່ນ້ອງຂອງຕົນວ່າ ຄວນມາຢາມຫວຽດນາມ ຢ້ຽມຢາມເຮືອນຂອງຂ້າພະເຈົ້າ.”

ເຖິງວ່າ ຢູ່ ຫ່າງໄກກັບບ້ານເກີດເມືອງນອນກໍຕາມ ແຕ່ ທ່ານນາງ ເຈືອງຕູຖູຍ ໄດ້ເປີດຊຸດຮຽນພາສາຫວຽດ ໃຫ້ແກ່ຊາວອິນໂດເນເຊຍ ຢູ່ ຈາກາຕາ. ຊຸດຮຽນໂດຍບໍ່ເສຍຄ່ານີ້ຂອງທ່ານນາງ ແມ່ນການແຜ່ຂະຫຍາຍຄວາມຮັກແພງຂອງຊາວຫວຽດນາມ ໃຫ້ແກ່ປະຊາຄົມຊາວອິນໂດເນເຊຍ ໃນຊ່ວງເວລາເກີດໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ