ແຂວງ ດັກລັກ ຍົກສູງການເຄື່ອນໄຫວໜູນຊ່ວຍລະບົບນິເວດ startup

(VOVWORLD) - ຢູ່ແຂວງ ດັກລັກ, ພາຍຫລັງຍູ້ແຮງບັນດາການເຄື່ອນໄຫວໜູນຊ່ວຍ, ຍົກລະດັບມາເປັນເວລາ 2 ປີ, ລະບົບນິເວດ startup ຢູ່ແຂວງໄດ້ຍົກຂຶ້ນລະດັບ 2 - ເປັນລະບົບນິເວດພື້ນຖານ. 

ລະບົບນິເວດ startup ໄດ້ສ້າງສະພາບແວດລ້ອມທີ່ສະດວກ ເພື່ອຊຸກຍູ້ການສ້າງຕັ້ງບັນດາວິສາຫະກິດ startup ມີຫົວຄິດປະດິດສ້າງ ແລະ ເຕີບໂຕຢູ່ທ້ອງຖິ່ນ. ນີ້ກໍແມ່ນຈຸດເວລາທີ່ແຂວງ ດັກລັກ ສ້າງບັນດາໂຄງການພັດທະນາຕາມລວງເລິກ, ຊ່ວຍໃຫ້ລະບົບນິເວດ startup ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ດຶງດູດບັນດາບຸກຄົນ, ວິສາຫະກິດເລີ່ມຕົ້ນທຸລະກິດ.

ແຂວງ ດັກລັກ ຍົກສູງການເຄື່ອນໄຫວໜູນຊ່ວຍລະບົບນິເວດ startup - ảnh 1 ເອື້ອຍ ຟ້າມທິທູຮັ່ງ ປຸງແຕ່ງບັນດາຜະລິດຕະພັນຈາກໝາກອາໂວນກາໂດ

ພາຍຫລັງເລີ່ມຕົ້ນທຸລະກິດມາເປັນເວລາ 4 ປີ, ເອື້ອຍ ຟ້າມທິທູຮັ່ງ, ຢູ່ຕາແສງ ແອອາລີ, ເມືອງ ກຣົງປັກ, ແຂວງ ດັກລັກ, ໄດ້ເປີດໂຕເຄື່ອງໝາຍການຄ້າເຄື່ອງສຳອາງທຳມະຊາດ ເປີລາງ, ມຸ່ງໄປເຖິງບັນດາຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ. ເອື້ອຍ ຮັ່ງ ແບ່ງປັນວ່າ ຕົນເອງເປັນອາຈານ, ບໍ່ມີປະສົບການດ້ານທຸລະກິດ ແຕ່ຍ້ອນຄວາມປາດຖະໜາຢາກຊອກຫາທິດທາງທີ່ດີກ່ວາໃຫ້ແກ່ບັນດາປະເພດຜະລິດຕະພັນກະເສດ, ຜະລິດຕະພັນປຸງແຕ່ງຢາ ສະນັ້ນ ເອື້ອຍ ຮັ່ງ ຈຶ່ງຊອກຄົ້ນ ປຸງແຕ່ງບັນດາຜະລິດຕະພັນຈາກໝາກອາໂວນກາໂດ, ໝາກເຂົ້າເອງ. ພາຍຫລັງຖືກປະລາໄຊເປັນຫລາຍເທື່ອແລ້ວ, ເອື້ອຍ ຮັ່ງ ຈຶ່ງເກີດແນວຄວາມຄິດວ່າ ນຳໃຊ້ແປ້ງໝາກອາໂວນກາໂດ, ນ້ຳມັນໝາກອາໂວນກາໂດ, ນ້ຳມັນໝາກເຂົ້າມາເຮັດເປັນເຄື່ອງສຳອາງ. ທາງແຂວງໄດ້ແນະນຳ, ໜູນຊ່ວຍເຂົ້າຮ່ວມບັນດາລາຍການ, ງານຕະຫລາດນັດສົ່ງເສີມການຄ້າເປັນຫລາຍຄັ້ງ, ເອື້ອຍ ຮັ່ງ ມີໂອກາດໄດ້ພົບປະ ແລະ ກັບມາຜະລິດເຄື່ອງສຳອາງຈາກໝາກອາໂວນກາໂດ, ໝາກເຂົ້າໃຫ້ສຳເລັດດີກ່ວາເກົ່າ. ເອື້ອຍ ຮັ່ງ ໃຫ້ຮູ້ວ່າ:

ຜ່ານບັນດາລາຍການດັ່ງກ່າວແລ້ວ ຈິນຕະນາການຂອງຂ້າພະເຈົ້າໄດ້ປ່ຽນແປງຫລາຍທີ່ສຸດ. ຕົວຢ່າງຄື ທຳອິດຂ້າພະເຈົ້າພຽງແຕ່ກຳນົດທິດ 1 ຜະລິດຕະພັນເທົ່ານັ້ນ, ພາຍຫລັງເຂົ້າຮ່ວມບັນດາລາຍການ ແລະ ໄດ້ຮັບການປະກອບຄຳເຫັນຈາກຜູ້ມີວິຊາສະເພາະໃດໜຶ່ງ, ບັນດາຄຳເຫັນຂອງເຂົາເຈົ້າມີຄຸນນະພາບທີ່ສຸດ ເພື່ອຊ່ວຍໃຫ້ຂ້າພະເຈົ້າ ສາມາດກ້າວໜ້າກ່ວາ ສາມາດປ່ຽນແປງ ເພື່ອຜະລິດອອກບັນດາຜະລິດຕະພັນຫລາຍຮູບຫລາຍແບບກ່ວາ ຈາກນັ້ນສ້າງລາຍຮັບໄດ້ດີພໍສົມຄວນ.

ສ່ວນເອື້ອຍ ຮ່ວາງທິໝີຕ໊ວຽນ, ຢູ່ຕາແສງ ຮ່ວາທ້ວນ, ນະຄອນ ບວນມາທ້ວດ, ແຂວງ ດັກລັກ, ພາຍຫລັງປະສົບກັບຄວາມຫຍຸ້ງຍາກກ່ຽວກັບເງິນທຶນ, ການກຳນົດທິດແນວຄວາມຄິດ ແລະ ພັດທະນາຜະລິດຕະພັນ, ລາວໄດ້ຮັບການໜູນຊ່ວຍຈາກບັນດາລາຍການ startup ໂດຍແຂວງຈັດຕັ້ງ. ຈາກນັ້ນ, ເອື້ອຍ ຕ໊ວຽນ ຄ່ອຍໆສ້າງທິດທາງ, ເລີ່ມຕົ້ນທຸລະກິດດ້ວຍເຄື່ອງໝາຍການຄ້າ VietArt, ໝູນໃຊ້ໄມ້ຜະລິດຄືນໃໝ່ ເພື່ອຜະລິດອອກບັນດາຜະລິດຕະພັນປະດັບປະດາທີ່ງາມຕາ, ມີລັກສະນະໝູນໃຊ້ສູງ, ປົກປັກຮັກສາສິ່ງແວດລ້ອມ. ປະຈຸບັນ, ບັນດາຜະລິດຕະພັນຂອງ VietArt ມີລາຄາແຕ່ 0,5 – 3 USD, ປະລິມານຈຳໜ່າຍເປັນປົກກະຕິຢູ່ຫລາຍຕະຫລາດພາຍໃນປະເທດ ແລະ ຕ່າງປະເທດ. ເອື້ອຍ ຮ່ວາງທິໝີຕ໊ວຽນ ໃຫ້ຮູ້ວ່າ:

ຜ່ານໄລຍະເວລາເລີ່ມຕົ້ນທຸລະກິດ, ກໍ່ຄືເພື່ອນຫລາຍຄົນເລີ່ມຕົ້ນທຸລະກິດ ຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກກ່ຽວກັບທຶນຮອນ. ຍ້ອນວ່າ ພວກຂ້າພະເຈົ້າຕ້ອງຄົ້ນຄວ້າກ່ຽວກັບຜະລິດຕະພັນ ແລະ ພັດທະນາຜະລິດຕະພັນ. ພວກຂ້າພະເຈົ້າໄດ້ຮັບການໜູນຊ່ວຍຫລາຍຢ່າງ ຈາກບັນດາອ້າຍ, ເອື້ອຍ ຢູ່ສູນສົ່ງເສີມວິສາຫະກິດ. ແລະ ບັນດາລາຍການສົ່ງເສີມ, ໜູນຊ່ວຍຂອງແຂວງ ໄດ້ຊ່ວຍພວກຂ້າພະເຈົ້າຫລາຍທີ່ສຸດໃນວິວັດການເລີ່ມຕົ້ນທຸລະກິດ.

ເພື່ອໜູນຊ່ວຍໃຫ້ວິວັດການເລີ່ມຕົ້ນທຸລະກິດຢູ່ແຂວງ, ປີ 2018, ແຂວງ ດັກລັກ ໄດ້ສ້າງຕັ້ງລະບົບນິເວດ startup ປ່ຽນແປງໃໝ່ ປະດິດຄິດສ້າງ. ໃນກ່ວາ 2 ປີຜ່ານມາ, ແຂວງໄດ້ເປີດສະຫຼອງບ່ອນເຮັດວຽກລວມກ່ຽວກັບ startup, ຈັດຕັ້ງບັນດາການເສັງ startup ເລີ່ມຕົ້ນທຸລະກິດຄັ້ງທີ 1 ປີ 2018 ໄດ້ສຳເລັດຜົນ, ວັນບຸນເລີ່ມຕົ້ນທຸລະກິດຄັ້ງທີ 1 ປີ 2019,  ສ້າງກອງທຶນເລີ່ມຕົ້ນທຸລະກິດປະດິດຄິດສ້າງ ແລະ ຈັດຕັ້ງບັນດາການເຄື່ອນໄຫວສື່ມວນຊົນ, ສ້າງແຫຼ່ງບັນດານໃຈກ່ຽວກັບການເລີ່ມຕົ້ນທຸລະກິດ. ຈັດຕັ້ງບັນດາລາຍການເຊື່ອມຕໍ່ການແລກປ່ຽນການຄ້າ, ສົ່ງເສີມການຄ້າ ຊ່ວຍໂຄສະນາຜະລິດຕະພັນຂອງບັນດາວິສາຫະກິດພວມຢູ່ໃນໄລຍະເລີ່ມດຳເນີນທຸລະກິດ ມາໃຫ້ຜູ້ບໍລິໂພກອຸປະໂພກຢູ່ພາຍໃນ ແລະ ຕ່າງປະເທດ.

ແຂວງ ດັກລັກ ຍົກສູງການເຄື່ອນໄຫວໜູນຊ່ວຍລະບົບນິເວດ startup - ảnh 2 ເອື້ອຍ ຮ່ວາງທິໝີຕ໊ວຽນ

ໂດຍເປັນຫົວໜ່ວຍຮ່ວມມືກັບຄະນະກຳມະການປະຊາຊົນແຂວງ ດັກລັກ ນັບແຕ່ຊຸມວັນທຳອິດໃນການສ້າງລະບົບນິເວດ startup, ທ່ານ ຟ້າມຢຸຍຮ໊ຽວ, ຮອງປະທານກອງທຶນ startup ວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ (SVF) ໃຫ້ຮູ້ວ່າ:

ນີ້ແມ່ນຈຸດເວລາ ຕ້ອງມີບັນດາລາຍການພັດທະນາຕາມລວງເລິກ, ຍົກສູງກຳລັງຄວາມສາມາດຂອງບັນດາລະບົບສົ່ງເສີມ, ບັນດາສູນສົ່ງເສີມ, ບັນດານັກລົງທຶນ, ບັນດາກອງທຶນ. ຄວນເຂົ້າຮ່ວມລະບົບນິເວດ startup. ດັກລັກ ມີຄວາມສະດວກ ນັ້ນແມ່ນໄດ້ຮັບຄວາມເອົາໃຈໃສ່ຈາກການນຳຂັ້ນແຂວງ, ເຂົາເຈົ້າເປັນຜູ້ນຳພາທຳອິດ ເພື່ອຊຸກຍູ້ການເຄື່ອນໄຫວປ່ຽນແປງໃໝ່, ປະດິດຄິດສ້າງທີ່ເກີດຂຶ້ນໃນທົ່ວທຸກແຫ່ງ.

ແຂວງ ດັກລັກ ພວມຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍການເລີ່ມຕົ້ນທຸລະກິດຄື ຈັດຕັ້ງການເສັງເລີ່ມຕົ້ນທຸລະກິດ, ເລີ່ມຕົ້ນດຳເນີນທຸລະກິດແຂວງ ດັກລັກ ຄັ້ງທີ 2 ປີ 2020; ຈັດຕັ້ງບັນດາຫ້ອງຮຽນທາງອອນລາຍ ເພື່ອຝຶກອົບຮົມຍົກສູງກຳລັງຄວາມສາມາດໃຫ້ແກ່ພະນັກງານທີ່ເຄື່ອນໄຫວໃນຂົງເຂດເລີ່ມຕົ້ນທຸລະກິດ ແລະ ທັກສະການບໍລິຫານດຳເນີນທຸລະກິດໃຫ້ແກ່ບັນດາວິສາຫະກິດເລີ່ມຕົ້ນທຸລະກິດ. ນີ້ແມ່ນຄວາມມານະພະຍາຍາມຂອງແຂວງໃນການຍົກລະດັບລະບົບນິເວດ startup ດ້ວຍຄາດໝາຍຮອດປີ 2025, ແຂວງ ຈະມີວິສາຫະກິດ 20.000 ແຫ່ງ, ໃນນັ້ນ ມີວິສາຫະກິດປ່ຽນແປງໃໝ່ປະດິດຄິດສ້າງປະມານ 2000 ແຫ່ງ./.

ຕອບກັບ

ຂ່າວ/ບົດ​ອື່ນ