ແຂວງ ບີງເຢືອງ ພັດທະນາລະບົບຮ່ວມສຳພັນຈຳໜ່າຍຜະລິດຕະພັນກະເສດ

(VOVWORLD) - ປະຈຸບັນ, ການຮ່ວມສຳພັນການຜະລິດຕິດພັນກັບການຈຳໜ່າຍຜະລິດຕະພັນກະເສດ ມີບົດບາດສຳລັບທີ່ສຸດໃນການພັດທະນາກະສິກຳ, ຊ່ວຍຍົກສູງຜົນປະໂຫຍດຂອງບັນດາປັດໄຈເຂົ້າຮ່ວມລະບົບມູນຄ່າ, ພິເສດແມ່ນສຳລັບປະຊາຊົນ.

 ນີ້ກໍ່ແມ່ນແຜນນະໂຍບາຍ, ນະໂຍບາຍເຊິ່ງແຂວງ ບີງເຢືອງ ໄດ້ຫັນເປັນລະອຽດ ຜ່ານການສົ່ງເສີມ, ພັດທະນາສະຫະກອນ, ຮ່ວມສຳພັນການຜະລິດຕິດພັນກັບການຈຳໜ່າຍຜະລິດຕະພັນກະເສດໃນໄລຍະຜ່ານມາ ກໍ່ຄືຍູ້ແຮງໃນໄລຍະປະຈຸບັນ.

 
ແຂວງ ບີງເຢືອງ ພັດທະນາລະບົບຮ່ວມສຳພັນຈຳໜ່າຍຜະລິດຕະພັນກະເສດ - ảnh 1ຂະແໜງການຜະລິດກະສິກຳຂອງແຂວງໃນໄລຍະຜ່ານມາ ຈຶ່ງມີການພັດທະນາຢ່າງເຫັນໄດ້ຊັດ. ພາບ:congthuong.vn

ບີງເຢືອງ ແມ່ນແຂວງຕັ້ງຢູ່ເຂດພາກໃຕ້ທາງທິດຕາເວັນອອກ, ມີເນື້ອທີ່ 2.695 ກິໂລແມັດມົນທົນ, ໃນນັ້ນ ເນື້ອທີ່ດິນກະສິກຳໃນບໍລິເວນແຂວງກວມເອົາປະມານ 80%. ດ້ວຍເງື່ອນໄຂທຳມະຊາດ, ເງື່ອນໄຂດິນຟ້າອາກາດ ແລະ ແຫຼ່ງນ້ຳ,…ຂະແໜງການຜະລິດກະສິກຳຂອງແຂວງໃນໄລຍະຜ່ານມາ ຈຶ່ງມີການພັດທະນາຢ່າງເຫັນໄດ້ຊັດ.

ບັນດາຜະລິດຕະພັນກະເສດທັງໝົດຂອງ ບີງເຢືອງ ລ້ວນແຕ່ໄດ້ຮັບການໝູນໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດ, ຕາມມາດຕະຖານ VietGAP, GlobalGAP, ກະສິກຳອົງຄະທາດ. ບັນດາຜະລິດຕະພັນຕອບສະໜອງໄດ້ຄວາມຕ້ອງການບໍລິໂພກຢູ່ພາຍໃນປະເທດໄດ້ເປັນຢ່າງດີ ແລະ ສົ່ງອອກໄປສູ່ໂລກ. ປະຈຸບັນ, ຂອບຂະໜາດການພັດທະນາ ແລະ ປະລິມານຂອງສວນຕົ້ນໄມ້ກິນໝາກ ແລະ ບັນດາປະເພດຜະລິດຕະພັນກະເສດຕາມຂັ້ນຕອນໝູນໃຊ້ເຕັກໂນໂລຊີສູງຂອງແຂວງ ໄດ້ມີບາດກ້າວພັດທະນາເປັນໜ້າຊື່ນຊົມ.

ຫລາຍປີຜ່ານມາ, ການຮ່ວມສຳພັນໃນການຜະລິດ ແລະ ຈຳໜ່າຍຜະລິດຕະພັນກະເສດ ຍາມໃດຊາວກະສິກອນ, ຫົວໜ່ວຍຈຳໜ່າຍກໍ່ໄດ້ເອົາໃຈໃສ່, ມານະພະຍາຍາມ ເພື່ອນຳລະບົບຜະລິດຕະພັນກະເສດອອກສູ່ຕະຫລາດຕ່າງປະເທດ. ທ່ານ ຫງວຽນແທງກຽນ, ຫົວໜ້າສະຫະກອນກະສິກຳ ແທງກຽນ, ແຂວງ ບີງເຢືອງ ໃຫ້ຮູ້ວ່າ:

ບັນດາຄອບຄົວປູກຝັງ, ພໍ່ແມ່ປະຊາຊົນຊາວກະສິກອນ ຫຼື ຟາມຕ່າງໆ ເມື່ອມີການຮ່ວມສຳພັນນຳກັນ ຈະມີທ່າໄດ້ປຽບຢ່າງໃຫຍ່ຫລວງ. ທີໜຶ່ງ ແມ່ນຜະລິດຕະພັນຂອງຕົນເປັນປົກກະຕິ, ທີສອງແມ່ນລາຄາຄົງທີ່. ບັນດາກະຊວງ, ຄະນະ, ຂະແໜງການກໍ່ໜູນຊ່ວຍໃຫ້ຊາວກະສິກອນ, ສະຫະກອນ ໂດຍຜ່ານບັນດາຊຸດຝຶກອົບຮົມ, ກອງປະຊຸມສຳມະນາ ເພື່ອໃຫ້ພໍ່ແມ່ປະຊາຊົນມີທິດທາງລວມ, ຜ່ານນັ້ນ ສ້າງເຂດສະໜອງຜະລິດຕະພັນ ອອກສູ່ຕະຫລາດໄດ້.

ຕາມທ່ານນາງ ດັ້ງຍືເຕິມ, ຮອງຫົວໜ້າກົມພັດທະນະຊົນນະບົດແຂວງ ບີງເຢືອງ ແລ້ວ, ພ້ອມກັບການລົງທຶນໃນການຍົກສູງຄຸນນະພາບຜະລິດຕະພັນກະເສດ, ເພື່ອສ້າງສົ້ນອອກເປັນປົກກະຕິ ແລະ ຍົກສູງມູນຄ່າຂອງຜະລິດຕະພັນກະເສດ, ປະຈຸບັນ, ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ບີງເຢືອງ ໄດ້ສົມທົບກັນ ເພີ່ມທະວີການເຄື່ອນໄຫວສົ່ງເສີມການຄ້າ, ຈັດຕັ້ງບັນດາການເຄື່ອນໄຫວເຊື່ອມຕໍ່ການສະໜອງ ແລະ ຄວາມຕ້ອງການ ແລະ ໜູນຊ່ວຍຊາວກະສິກອນ, ວິສາຫະກິດເຂົ້າຮ່ວມການເຄື່ອນໄຫວເຊື່ອມຕໍ່ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ. ທ່ານນາງ ດັ້ງຍືເຕິມ ໃຫ້ຮູ້ວ່າ:

ໃນຊຸມປິຜ່ານມາ, ຂະແໜງກະສິກຳແຂວງ ບີງເຢືອງ ມີບັນດາບາດກ້າວພັດທະນາຢ່າງເຫັນໄດ້ຊັດ, ເອົາໃຈໃສ່ເປັນພິເສດເຖິງການພັດທະນາກະສິກຳຕາມທິດຍົກສູງມູນຄ່າຜະລິດຕະພັນ. ເດືອນ ທັນວາ 2019, ສະພາປະຊາຊົນແຂວງ ໄດ້ປະກາດໃຊ້ມະຕິເລກທີ 16  ວ່າດ້ວຍການກຳນົດນະໂຍບາຍໜູນຊ່ວຍການປະຕິບັດຮ່ວມສຳພັນ ຕິດພັນກັບການຜະລິດກະສິກຳໃນບໍລິເວນແຂວງ ບີງເຢືອງ, ແນໃສ່ໜູນຊ່ວຍບັນດາສະຫະກອນ, ວິສາຫະກິດ ແລະ ຊາວກະສິກອນໃນບໍລິເວນແຂວງ ເຂົ້າຮ່ວມປະຕິບັດການຮ່ວມສຳພັນການຜະລິດ ແລະ ຕິດພັນກັບການຈຳໜ່າຍຜະລິດຕະພັນກະເສດ, ເພື່ອປະກອບສ່ວນ ຍົກສູງຄຸນນະພາບຜະລິດຕະພັນ, ປະຕິບັດການສ້າງໂຄງປະກອບຂອງຂະແໜງກະສິກຳຄືນໃໝ່ ກໍ່ຄືປະກອບສ່ວນສ້າງຊົນນະບົດໃໝ່ໃນບໍລິເວນແຂວງ.

ແຂວງ ບີງເຢືອງ ພັດທະນາລະບົບຮ່ວມສຳພັນຈຳໜ່າຍຜະລິດຕະພັນກະເສດ - ảnh 2ສະຫະກອນ ແທງກຽນ  ສ້າງເຂດສະໜອງຜະລິດຕະພັນ. ພາບ:hoibaokinhdoanh.vn

ຄະນະກຳມະການປະຊາຊົນແຂວງ ໄດ້ຊີ້ນຳພະແນກອຸດສາຫະກຳ ແລະ ການຄ້າສົມທົບກັບບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ຍູ້ແຮງການເຊື່ອມຕໍ່ ເພື່ອນຳຜະລິດຕະພັນກະເສດຂອງແຂວງ ເຂົ້າໃນລະບົບການຜະລິດ, ປຸງແຕ່ງ, ດຳເນີນທຸລະກິດຂອງບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ. ພະແນກອຸດສາຫະກຳ ແລະ ການຄ້າ, ຂະແໜງການກະສິກຳແຂວງ ບີງເຢືອງ ສືບຕໍ່ສົມທົບກັບບັນດາພະແນກ, ຂະແໜງການ ສ້າງໂຄງການສົ່ງເສີມການຄ້າ, ໜູນຊ່ວຍວິສາຫະກິດ, ສະຫະກອນ, ຊາວກະສິກອນເຂົ້າຮ່ວມບັນດາໂຄງການກະຕຸ້ນຄວາມຕ້ອງການ, ເຊື່ອມຕໍ່ລະຫວ່າງນັກຜະລິດ, ນັກຈຳໜ່າຍ ເພື່ອສ້າງສົ້ນອອກໃຫ້ເປັນປົກກະຕິແກ່ຜະລິດຕະພັນກະເສດ, ໝາກໄມ້ທີ່ຜະລິດຢູ່ໃນແຂວງ. ທ່ານນາງ ດັ້ງຍືເຕິມ ໃຫ້ຮູ້ຕື່ມອີກວ່າ:

ບັນດາຫມວດສິນຄ້າຈະ ໄດ້ຮັບການໜູນຊ່ວຍການຮ່ວມສຳພັນໃນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດ. ສຳລັບຂົງເຂດປູກຝັງນັ້ນ ແມ່ນມີຕົ້ນໄມ້ອຸດສາຫະກຳ, ຕົ້ນຢາງພາລາ, ຕົ້ນໄມ້ກິນໝາກ, ຜັກພືດ, ຕົ້ນໄມ້ປະດັບ, ຕົ້ນຢາສະໝູນໄພ. ຂະແໜງລ້ຽງສັດລວມມີ ສັດໃຫຍ່, ສັດປີກ. ຂະແໜງຜະລິດປຸງແຕ່ງ ລວມມີການປຸງແຕ່ງຜະລິດຕະພັນກະເສດ, ຈຳໜ່າຍສິນຄ້າຫລັງການເກັບກ່ຽວ ແລະ ຂະແໜງຜະລິດກະສິກຳຮ່ວມສຳພັນກັບການທ່ອງທ່ຽວຊີວະພາບ.

ຕາມການວາງແຜນຜັງພັດທະນາການຜະລິດກະສິກຳຢູ່ແຂວງ ບີງເຢືອງ ແລ້ວ, ຮອດປີ 2025 ເນື້ອທີ່ການປູກຝັງໝູນໃຊ້ເຕັກໂນໂລຊີສູງແມ່ນ 30% (ທຽບເທົ່າ 50.000 ເຮັກຕາ) ແລະ ການລ້ຽງສັດໝູນໃຊ້ເຕັກໂນໂລຊີສູງແມ່ນ 30% ໃນຈຳນວນຟາມທັງໝົດ. ຄະນະກຳມະການປະຊາຊົນແຂວງ ບີງເຢືອງ ກໍ່ໄດ້ວາງອອກບາງຄາດໝາຍຈຸດສຸມໃນການພັດທະນາເສດຖະກິດທ້ອງຖິ່ນຮອດປີ 2025, ໃນນັ້ນ ເອົາໃຈໃສ່ເຖິງການກໍ່ສ້າງບັນດາຮູບແບບສະຫະກອນຮ່ວມທຸລະກິດ, ຮ່ວມສຳພັນ…ຕາມນັ້ນແລ້ວ, ສ້າງພື້ນຖານກະສິກຳພັດທະນາ ດ້ວຍເປົ້າໝາຍຖືເປັນສຳຄັນຄຸນນະພາບ ແລະ ມີປະສິດທິຜົນ, ເປັນມິດກັບສິ່ງແວດລ້ອມ, ສ້າງປະລິມານຜະລິດຕະພັນກະເສດຕິດພັນກັບອຸດສາຫະກຳການປຸງແຕ່ງ ແລະ ເຊື່ອມຕໍ່ກັບຕະຫລາດຢ່າງແໜ້ນແຟ້ນ. ບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ ໃນການຜະລິດກະສິກຳຢ່າງປອດໄພ ຕິດພັນກັບການສ້າງເຄື່ອງໝາຍການຄ້າຜະລິດຕະພັນກະເສດ ແມ່ນປະຖົມປັດໄຈສຳຄັນ ເພື່ອສ້າງສາຍຮ່ວມສຳພັນການຜະລິດ - ຈຳໜ່າຍແບບຍືນຍົງໃນໄລຍະຈະມາເຖິງ. ຈາກນັ້ນ ຈະເປັນການສ້າງບາດກ້າວທີ່ໝັ້ນຄົງໃຫ້ແກ່ຜະລິດຕະພັນກະເສດຂອງແຂວງ ບີງເຢືອງ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ