ແຂວງ ບີງເຢືອງ ເອົາໃຈໃສ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ

(VOVWORLD) - ໃນໄລຍະຈະມາເຖິງ, ບີງເຢືອງ ຈະເປີດກ້ວາງຮູບການບັນດາຮາກຖານການສຶກສາບຳລຸງສ້າງ, ສອນອາຊີບທີ່ມີຄຸນນະພາບສູງ ຕາມທິດຕອບສະໜອງຄວາມຕ້ອງການນຳໃຊ້ຂອງສັງຄົມ. 

 

ບີງເຢືອງ ແມ່ນແຂວງພັດທະນາອຸດສາຫະກຳ, ມຸ່ງໄປເຖິງການກໍ່ສ້າງນະຄອນອັດສະລິຍະໃນອະນາຄົດ, ແຂວງ ບີງເຢືອງ ໄດ້ກຳນົດວ່າ ບໍ່ພຽງແຕ່ຢຸດຢູ່ໃນການພັດທະນາເຕັກໂນໂລຊີເທົ່ານັ້ນ ເຊິ່ງບັນຫາຄຸນນະພາບແຫຼ່ງຊັບພະຍາກອນມະນຸດກໍ່ມີລັກສະນະຕັດສິນຊີ້ຂາດ. ເພາະສະນັ້ນ, ຊຸມປີຜ່ານມາ, ບີງເຢືອງ ໄດ້ມານະພະຍາຍາມບຳລຸງສ້າງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຕາມທິດມີຈຸດສຸມ, ມີຈຳນວນ ແລະ ຄຸນນະພາບຢ່າງຄົບຖ້ວນ.

ແຂວງ ບີງເຢືອງ ເອົາໃຈໃສ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ - ảnh 1ນັກສຶກສາມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ ແລກປ່ຽນກັບອາຈານຕ່າງປະເທດ ດ້ວຍພາສາ ອັງກິດ . ພາບ: ທຽນລີ

ມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ ໄດ້ຮັບການສ້າງຕັ້ງມາແຕ່ປີ 2008, ມີສຳນັກງານຕັ້ງຢູ່ເທດສະບານ ເບັ໊ນກ໊າດ, ແມ່ນໜຶ່ງໃນບັນດາສະຖານທີ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ເພື່ອສະໜອງໃຫ້ບັນດາວິສາຫະກິດຢູ່ ບີງເຢືອງ ແລະ ໃຫ້ນະຄອນອັດສະລິຍະ ບີງເຢືອງ. ປະຈຸບັນ, ມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ ໄດ້ ແລະ ພວມບຳລຸງສ້າງນັກສຶກສາບັນລຸຄຸນນະພາບຕາມມາດຕະຖານ ເຢຍລະມັນ ແລະ ເອີຣົບ ປະມານ 3.000 ຄົນ ເພື່ອຮັບໃຊ້ວິວັດການຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ.

ທ່ານປະລິນຍາເອກ ຮ່າທຸ໊ກວຽນ, ຮອງອະທິການບໍດີມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ ຢືນຢັນວ່າ: ເຕັກໂນໂລຊີອາດຈະຊື້ໄດ້ເລີຍ ແຕ່ຊັບພະຍາກອນມະນຸດນັ້ນ ຮຽກຮ້ອງຕ້ອງມີໄລຍະເວລາບຳລຸງສ້າງ. ເພື່ອຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຄວນມີບັນດາມາດຕະການພື້ນຖານ, ຢຶດໝັ້ນ, ຄົບຊຸດນັບແຕ່ອຳນາດການປົກຄອງ, ໂຮງຮຽນ ແລະ ວິສາຫະກິດ. ຢູ່ມະຫາວິທະຍາໄລຫວຽດນາມ - ເຢຍລະມັນ, ນອກຈາກການບຳລຸງສ້າງວິຊາສະເພາະແລ້ວ, ນັກສຶກສາຍັງໄດ້ຮຽນ 2 ພາສາ ນັ້ນແມ່ນພາສາອັງກິດ ແລະ ພາສາເຢຍລະມັນ. ທ່ານປະລິນຍາເອກ ຮ່າທຸ໊ກວຽນ ໃຫ້ຮູ້ວ່າ:

ພາສາແມ່ນໜຶ່ງໃນບັນດາປັດໄຈສຳຄັນ, ແມ່ນຮົ້ວກີດຂວາງຂອງຊາວຜູ້ອອກແຮງງານຫລາຍຄົນເມື່ອສຳຜັດກັບວິສາຫະກິດສາກົນ. ນັກສຶກສາມະຫາວິທະຍາໄລຫວຽດນາມ - ເຢຍລະມັນ, ພາຍຫລັງຮຽນຈົບ ແມ່ນສາມາດຮຽນຕໍ່ຊັ້ນສູງຢູ່ໂຮງຮຽນແຫ່ງຕ່າງໆ ຫຼື ໄປຮຽນຕໍ່ຢູ່ເຢຍລະມັນກໍ່ໄດ້. ເພາະວ່າ, ທຸກປີ, ສະພາມະຫາບັນດິດ ເຢຍລະມັນ ໄດ້ສະໜອງ 30% ທຶນສຶກສາໃນຍອດຈຳນວນນັກສຶກສາ ເພື່ອໃຫ້ເຂົາເຈົ້າໄປຮຽນປີສຸດທ້າຍຢູ່ ເຢຍລະມັນ.

ແຂວງ ບີງເຢືອງ ເອົາໃຈໃສ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ - ảnh 2ບັນດາມະຫາວິທະຍາໄລທີ່ບໍ່ແລ່ນຕາມຈຳນວນອາຊີບເປັນຫຼັກ ແຕ່ຈະມຸ່ງໄປເຖິງການບຳລຸງສ້າງບັນດາອາຊີບເປັນຈຸດສຸມ. ພາບ: ທຽນລີ

ກໍ່ເຊັ່ນດຽວກັນ, ບັນດາມະຫາວິທະຍາໄລ, ວິທະຍາໄລຢູ່ແຂວງ ບີງເຢືອງ ໃນໄລຍະຜ່ານມາ ກໍ່ປ່ຽນທິດເພື່ອເອົາໃຈໃສ່ບຳລຸງສ້າງການປະຕິບັດຕົວຈິງ ແລະ ທັກສະໃຫ້ນັກສຶກສາ. ພິເສດແມ່ນ ບັນດາມະຫາວິທະຍາໄລທີ່ບໍ່ແລ່ນຕາມຈຳນວນອາຊີບເປັນຫຼັກ ແຕ່ຈະມຸ່ງໄປເຖິງການບຳລຸງສ້າງບັນດາອາຊີບເປັນຈຸດສຸມ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຂອງທ້ອງຕະຫລາດຄື: ໄຟຟ້າອຸດສາຫະກຳ, ເອເລັກໂຕນິກ, ເຕັກໂນໂລຊີລົດໂອໂຕ, ກົນຈັກ, ຈອດ, ຕັດຝົນໂລຫະ, ບັນຊີ, ນາຍໝໍ, ແພດການຢາ, ຂັບລົດ…ໂຮງຮຽນ ແລະ ວິສາຫະກິດກໍ່ຮ່ວມກັນບຳລຸງສ້າງ. ດ້ວຍຮູບການ “ບຳລຸງສ້າງຄວບຄູ່”, ຈະຊ່ວຍໃຫ້ນັກສຶກສາມີວຽກເຮັດງານທຳພາຍຫລັງຮຽນຈົບ ແລະ ວິສາຫະກິດບໍ່ຕ້ອງບຳລຸງສ້າງຄືນໃໝ່.

ແຂວງ ບີງເຢືອງ ຍັງສ້າງຕັ້ງສູນສົ່ງເສີມວິສາຫະກິດໃນຂອບເຂດມະຫາວິທະຍາໄລສາກົນພາກຕາເວັນອອກ, ສ້າງສູນລິເລີ່ມວົງຄະນະຍາດ - ໜູນຊ່ວຍ Startup ແຂວງ ເຊິ່ງຕັ້ງຢູ່ນະຄອນ ຖູເຢົ່າໂມດ ເພື່ອໃຫ້ລັດ, ໂຮງຮຽນ ແລະ ວິສາຫະກິດພ້ອມກັນເຂົ້າຮ່ວມການບຳລຸງສ້າງຊັບພະຍາກອນມະນຸດ. ບຸຍວັນເຊ໊ຍ, ນັກສຶກສາມະຫາວິທະຍາໄລຖູເຢົ່າໂມດ ໃຫ້ຮູ້ວ່າ:

ຢູ່ມະຫາວິທະຍາໄລບໍ່ຄືຢູ່ສູນ. ຢູ່ສູນໄດ້ພົບປະກັບເພື່ອນຄົນໃໝ່ ແລະ ເຂົາເຈົ້າສາມາດຊ່ວຍເຫຼືອເຮົາ. ບັນດາອຸປະກອນການຮຽນໄດ້ຊ່ວຍໃຫ້ນັກສຶກສາຄົ້ນຄວ້າອັນໃໝ່, ສຳຜັດກັບເຕັກໂນໂລຊີໃໝ່ໃນໂລກ ເຊິ່ງຕົນເອງບໍ່ໄດ້ສຳຜັດເມື່ອຮຽນຢູ່ໂຮງຮຽນ.

ແຂວງ ບີງເຢືອງ ເອົາໃຈໃສ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ - ảnh 3ໂຮງຮຽນ ແລະ ວິສາຫະກິດພ້ອມກັນເຂົ້າຮ່ວມການບຳລຸງສ້າງຊັບພະຍາກອນມະນຸດ. ພາບ: ທຽນລີ

ຈາກຄວາມມານະພະຍາຍາມປ່ຽນແປງໃໝ່ການບຳລຸງສ້າງ, ອັດຕາແຮງງານໄດ້ຮັບການບຳລຸງສ້າງຢູ່ ບີງເຢືອງ ນັບມື້ນັບເພີ່ມຂຶ້ນ. ມາຮອດປະຈຸບັນ, ອັດຕາດັ່ງກ່າວຢູ່ແຂວງນີ້ ບັນລຸກ່ວາ 70%. ເຖິງຢ່າງໃດກໍ່ຕາມ, ສຳລັບແຂວງທີ່ມີການພັດທະນາແຮງກ່ຽວກັບອຸດສາຫະກຳຄື ບີງເຢືອງ ນັ້ນ ເລື່ອງພັດທະນາແຫຼ່ງຊັບພະຍາກອນມະນຸດໃນປະຈຸບັນຍັງຈຳກັດຢູ່, ຍັງບໍ່ທັນຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໄດ້ເທື່ອ. ທ່ານ Kim Won Sik, ປະທານສະຫະສະມາຄົມວິສາຫະກິດ ສ.ເກົາຫຼີ ຖືວ່າ:

ພວກຂ້າພະເຈົ້າເຂົ້າໃຈວ່າ ບັນດາວິສາຫະກິດຕ້ອງເປັນເຈົ້າການຊອກຫາແຮງງານ ຖ້າວິສາຫະກິດດີ ເສດຖະກິດຂອງແຂວງ ບີງເຢືອງ ຈຶ່ງພັດທະນາແຮງ. ເພາະສະນັ້ນ, ການນຳແຂວງ ບີງເຢືອງ ຄວນມີແຜນການ ແລະ ມາດຕະການໜູນຊ່ວຍວິສາຫະກິດກ່ຽວກັບຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອໃຫ້ພວກຂ້າພະເຈົ້າມີຄວາມອຸ່ນອ່ຽນໃຈລົງທຶນຍາວນານ.

ຕາມທ່ານ ມາຍຮຸ່ງຢຸງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ບີງເຢືອງ ແລ້ວ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ຕ້ອງເສຍເວລາຫລາຍພໍສົມຄວນ. ມາດຕະການໃນສະເພາະໜ້າແມ່ນ ທາງແຂວງ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ໃຫ້ບຸລິມະສິດກໍ່ສ້າງບັນດາພື້ນຖານໂຄງລ່າງ, ການບໍລິການຄົບຊຸດບັນລຸລະດັບສາກົນ ເພື່ອແນໃສ່ດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຈາກບັນດາແຂວງ, ນະຄອນໃກ້ຄຽງ. ທ່ານ ມາຍຮຸ່ງຢຸງ ໃຫ້ຮູ້ວ່າ:

ບີງເຢືອງ ຕິດກັບນະຄອນໂຮ່ຈີມິນ, ແຫຼ່ງຊັບພະຍາກອນມະນຸດຂອງນະຄອນແມ່ນໃຫຍ່ຫລວງ. ຖ້າປະຕິບັດລະບົບຄົມມະນາຄົມ, ການຄົມມະນາຄົມສາທາລະນະ, ການຄົມມະນາຄົມເຊື່ອມຕໍ່ລະຫວ່າງ ບີງເຢືອງ ແລະ ນະຄອນໂຮ່ຈີມິນ ໃຫ້ເປັນຢ່າງດີ ໄລຍະທາງໄປມາສັ້ນກ່ວາ ຈະດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເຂົ້າ ບີງເຢືອງ. ນີ້ກໍ່ແມ່ນຄວາມຄອງຄອຍຂອງວິສາຫະກິດມາລົງທຶນຢູ່ແຂວງ ບີງເຢືອງ.

ໃນໄລຍະຈະມາເຖິງ, ບີງເຢືອງ ຈະເປີດກ້ວາງຮູບການບັນດາຮາກຖານການສຶກສາບຳລຸງສ້າງ, ສອນອາຊີບທີ່ມີຄຸນນະພາບສູງ ຕາມທິດຕອບສະໜອງຄວາມຕ້ອງການນຳໃຊ້ຂອງສັງຄົມ. ແຂວງ ກໍ່ພິຈາລະນາຜັນຂະຫຍາຍການປະຕິບັດບັນດາໂຄງການຮ່ວມມືບຳລຸງສ້າງກັບບັນດາມະຫາວິທະຍາໄລຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອປະຕິບັດການບຳລຸງສ້າງຕາມກົນໄກຈອງພະນັກງານ, ລັດຖະກອນ, ພາລະກອນ ແລະ ຖັນແຖວນັກສຶກສາຫາກໍ່ຮຽນຈົບ ທີ່ມີຄວາມມຸ່ງມາດປາດຖະໜາຢາກເຮັດວຽກຢູ່ແຂວງ ບີງເຢືອງ./.

ຕອບກັບ

ຂ່າວ/ບົດ​ອື່ນ