ແຂວງ ລ້າງເຊີນ ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ໝາກມິ່ນບໍ່ທັນແຕກ

(VOVWORLD) -ລ້າງເຊີນ ແມ່ນທ້ອງຖິ່ນ ໄດ້ຜ່ານຜ່າສົງຄາມມາ ສະນັ້ນ ຈຳນວນລູກລະເບີດ, ໝາກມິ່ນບໍ່ທັນແຕກ ທີ່ຕົກຄ້າງຫລັງສົງຄາມແມ່ນຍັງຫລາຍຢູ່. ຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ໝາກມິ່ນ ໄດ້ເຮັດໃຫ້ຫລາຍຄົນຖືກເຄາະຮ້າຍ, ກໍ່ໃຫ້ເກີດຜົນຮ້າຍຢ້ອນຫລັງຢ່າງຫນັກຫນ່ວງ, ອຸບັດຕິເຫດເຫຼົ່ານັ້ນໄດ້ສົ່ງຜົນສະທ້ອນເຖິງການຜະລິດ, ຊີວິດການເປັນຢູ່ຂອງປະຊາຊົນ. ແຕ່ດ້ວຍການຫນູນຊ່ວຍຈາກລັດ, ບັນດາອົງການຈັດຕັ້ງສາກົນ, ແຂວງ ລ້າງເຊີນ ໄດ້ ແລະພວມມານະພະຍາຍາມແກ້ໄຂມົນລະພິດຈາກລູກລະເບີດ, ສ້າງຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີສະຖຽນລະພາບເພື່ອພັດທະນາເສດຖະກິດສັງຄົມ.

ແຂວງ ລ້າງເຊີນ ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ໝາກມິ່ນບໍ່ທັນແຕກ - ảnh 1ວຽກງານສຳຫລວດເກັບກູ່ລູກລະເບີດບໍ່ທັນແຕກຫລັງສົງຄາມ: (ພາບ: daidoanket.vn)

 ບໍລິເວນຖືກຜົນສະທ້ອນຈາກລູກລະເບີດ, ໝາກມິ່ນ  ຢູ່ ແຂວງ ລ້າງເຊີນ ຍັງຫນັກຫນ່ວງ, ໃນນັ້ນ ສ່ວນຫລາຍແມ່ນເຕົ້າໂຮມຢູ່ເສັ້ນທາງຄົມມະນາຄົມ ແລະ ສະຖານທີ່ພັດທະນາເສດຖະກິດສັງຄົມ. ເພື່ອຊ່ວຍໃຫ້ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນ ກຳຈັດເນື້ອທີ່ດິນຖືກມົນລະພິດ, ໃນຊຸມປີຜ່ານມາ ແຂວງ ລ້າງເຊີນ, ກອງບັນຊາການທະຫານແຂວງ, ໄດ້ຕັ້ງຫນ້າ ສົມທົບວຽກງານແກ້ໄຂຜົນຮ້າຍຢ້ອນຫລັງຈາກ ລູກລະເບີດ, ໝາກມິ່ນບໍ່ທັນແຕກ ເຂົ້າໃນຫນ້າທີ່ພັດທະນາເສດຖະກິດ ສັງຄົມ ຕິດພັນກັບການຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ໃຫ້ບຸລິມະສິດປະຕິບັດການສຳຫລວດເກັບກູ້ ລູກລະເບີດ, ໝາກມິ່ນບໍ່ທັນແຕກ ຢູ່ຂົງເຂດປົກປັກຮັກສາຊາຍແດນ, ຍົກຍ້າຍປະຊາຊົນໄປຕັ້ງພູມລຳເນົາຢູ່ແຫ່ງໃຫມ່ໄປສູ່ເຂດຊາຍແດນ, ການຜະລິດກະສິກຳ, ປູກປ່າ, ລ້ຽງສັດ, ປູກເຂົ້າ, ກໍ່ສ້າງ ແລະ ພັດທະນາເຂດອຸດສາຫະກຳ, ເຂດເສດຖະກິດ, ກຸ່ມອຸດສາຫະກຳ ແລະ ໂຄງການພື້ນຖານໂຄງລ່າງ, ປະກອບສ່ວນພັດທະນາເສດຖະກິດ ສັງຄົມຂອງແຂວງ. ພັນເອກ ຫງວຽນວັນເຮືອງ,  ຮອງຜູ້ບັນຊາການ, ເສນາທິການ ກອງບັນຊາການທະຫານແຂວງ ລ້າງເຊີນໃຫ້ຮູ້ວ່າ:

 “ໂດຍໄດ້ກຳນົດວ່າ ນີ້ແມ່ນຫນ້າທີ່ສຳຄັນທີ່ສຸດ ແລະ ແມ່ນຫນ້າທີ່ຂອງກອງບັນຊາການທະຫານ ຕ້ອງເປັນເສນາທິການໃຫ້ທອ້ງຖິ່ນຈັດຕັ້ງກຳລັງເພື່ອດຳເນີນການສຳຫລວດເກັບກູ້ ລູກລະເບີດ, ໝາກມິ່ນຢູ່ເຂດຊາຍແດນ. ເຖິງຢ່າງໃດກໍຕາມ ຍ້ອນເງື່ອນໄຂດ້ານງົບປະມານຂອງແຂວງ ຍັງຈຳກັດຢູ່ ສະນັ້ນ ປະລິມານເນື້ອທີ່ ທີ່ມີລູກລະເບີດ, ໝາກມິ່ນ ບໍ່ທັນແຕກ ຕົກຄ້າງຫຼັງສົງຄາມທີ່ໄດ້ຮັບການສຳຫລວດເກັບກູ້ຍັງຫນ້ອຍຢູ່. ພວກຂ້າພະເຈົ້າຫວັງວ່າຈະມີແຫລ່ງງົບປະມານ, ເພື່ອສ້າງເງື່ອນໄຂສະດວກໃຫ້ທາງແຂວງສືບຕໍ່ມີໂຄງການສຳຫລວດເກັບກູ້ ທຳລາຍລູກລະເບີດ, ໝາກມິ່ນ ຢູ່ເສັ້ນຊາຍແດນ”

ຕາມທ່ານ ເລືອງຈ້ອງກີ່ງ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ລ້າງເຊີນ ແລ້ວ, ແຂວງ ລ້າງເຊີນ ໄດ້ເອົາໃຈໃສ່ເປັນພິເສດ, ໃຫ້ບຸລິມະສິດງົບປະມານສ່ວນຫນຶ່ງເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ໝາກມິ່ນ. ມີຫລາຍໂຄງການໄດ້ຮັບການຜັນຂະຫຍາຍຢູ່ບໍລິເວນແຂວງ. ແຕ່ເຖິງຢ່າງໃດກໍຕາມ, ຍ້ອນປະລິມານ ລູກລະເບີດ, ໝາກມິ່ນຍັງບໍ່ທັນແຕກຕົກຄ້າງໃຕ້ດິນແມ່ນມີຫລາຍ ແລະ ນອນໃນບໍລິເວນເນື້ອທີ່ກວ້າງຂວາງ, ສັບສົນ ແລະ ໃນເງື່ອນໄຂງົບປະມານຍັງຈຳກັດ ສະນັ້ນ ມາຮອດປະຈຸບັນ, ທົ່ວແຂວງ ໄດ້ສຳຫລວດເກັບກູ້ ລູກລະເບີດ, ໝາກມິ່ນໃນເນື້ອທີ່ພຽງແຕ່ 7.000 ປາຍເຮັກຕາ ເພື່ອຮັບໃຊ້ໃຫ້ແກ່ການກໍ່ສ້າງກິດຈະກຳຕ່າງໆ ແລະ ພັດທະນາເສດຖະກິດ, ສ່ວນຍັງເຫລືອ ປະມານ 35.000 ເຮັກຕາ ຍັງບໍ່ທັນໄດ້ສຳຫລວດເກັບກູ້ເທື່ອ.

“ແຂວງ ລ້າງເຊີນ ແມ່ນແຂວງພູດອຍຢູ່ຊາຍແດນ, ງົບປະມານຍັງຈຳກັດ ສະນັ້ນ ລາຍຈ່າຍທີ່ໃຊ້ເຂົ້າໃນວຽກງານເກັບກູ້ທຳລາຍ ລູກລະເບີດ, ໝາກມິ່ນໃນເນື້ອທີ່ 37.000 ເຮັກຕາ ຄາດວ່າຈະສິ້ນເປືອງງົບປະມານ 2.300 ຕື້ດົ່ງ. ແຂວງ ລ້າງເຊີນ ຫວັງວ່າທາງກະຊວງປ້ອງກັນປະເທດ, ສູນເກັບກູ້ທຳລາຍ ລູກລະເບີດ, ໝາກມິ່ນບໍ່ທັນແຕກແຫ່ງຊາດ ຫວຽດນາມ ກໍ່ຄືບັນດາອົງການຈັດຕັ້ງຈະເຂົ້າຮ່ວມການອຸປະຖຳ ຊ່ວຍແຂວງ ລ້າງເຊີນ ປະຕິບັດການສຳຫລວດເກັບກູ້ລູກລະເບີດ, ໝາກມິ່ນໃນເນື້ອທີ່ດິນດັ່ງກ່າວທີ່ພວມຖືກມົນລະພິດ ກຳຈັດດິນໃຫ້ສະອາດ ຊ່ວຍພໍ່ແມ່ປະຊາຊົນກໍ່ຄືທາງແຂວງ ປະຕິບັດການພັດທະນາເສດຖະກິດສັງຄົມຢູ່ທ້ອງຖິ່ນ”

ທ່ານ ຫງວຽນວັນງຽບ, ຮອງຫົວໜ້າສູນສຳຫລວດເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ຈຸດປະສົງທີ່ສູນສົມທົບກັບອົງການຈັດຕັ້ງສາກົນຄື HALO Trust ຫລື MAG ປະຕິບັດການສຳຫລວດຢູ່ເຂດຖືກມົນລະພິດ ແມ່ນເພື່ອແນໃສ່ຮຽກຮ້ອງການອຸປະຖຳ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນກຳຈັດເນື້ອທີ່ດິນຖືກມົນລະພິດຈາກລູກລະເບີດ, ໝາກມິ່ນບໍ່ທັນແຕກ ແມ່ນມີຄວາມຈຳເປັນທີ່ສຸດ.

ສ່ວນທ່ານ Simon Conway ຫົວໜ້າພະແນກຍຸດທະສາດຂອງອົງການ HALO Trust ຖືວ່າ:

HALO Trust ແມ່ນອົງການສຳຫລວດເກັບກູ້ລູກລະເບີດ, ໝາກມິ່ນບໍ່ທັນແຕກ ແລະ ມີຫລາຍບົດຮຽນປະສົບການໃນຂົງເຂດສຳຫລວດເກັບກູ້ທຳລາຍ ພິເສດ ແມ່ນຢູ່ບໍລິເວນພູດອຍ ແລະ ເຂດມີປ່າໄມ້ຕຶບຫນາ. ຜ່ານການສຳຫລວດຢູ່ບໍລິເວນແຂວງ ລ້າງເຊີນ, ພວກຂ້າພະເຈົ້າສາມາດ ຊ່ວຍທ້ອງຖິ່ນສຳຫລວດເກັບກູ້ ແລະທຳລາຍລູກລະເບີດ, ໝາກມິ່ນບໍ່ທັນແຕກໄດ້.”

ແຂວງ ລ້າງເຊີນ ມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ໝາກມິ່ນບໍ່ທັນແຕກ - ảnh 2ທ່ານ ຫງວຽນວັນງຽບ, ຮອງຫົວຫນ້າ ສູນສຳຫລວດເກັບກູ້ລະເບີດບໍ່ທັນແຕກ ແຫ່ງຊາດຫວຽດນາມ. ພາບ:qdnd.vn

ໂຄງການ HALO Trust ໃກ້ຈະຜັນຂະຫຍາຍໃນໄລຍະຈະມາເຖິງ ແລະ ຈະສືບຕໍ່ເປັນຄວາມຫວັງໃຫມ່, ກາລະໂອກາດໃຫມ່ໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນສ້າງຊີວິດເປັນປົກກະຕິ, ຊ່ວຍທາງແຂວງຂະຫຍາຍເນື້ອທີ່ກໍ່ສ້າງພື້ນຖານໂຄງລ່າງ, ສ້າງແຫລ່ງກຳລັງພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ບໍລິເວນແຂວງໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ