ແຂວງ ແທັງຮວາ ຍູ້ແຮງການຫັນເປັນດີຈີຕອນ

(VOVWORLD) -ໃນຕໍ່ໜ້າ, ແຂວງ ແທັງຮວາ ຈະຍູ້ແຮງວຽກງານໂຄສະນາ, ຍົກສູງຄວາມຮັບຮູ້ຂອງທຸກຂັ້ນ, ທຸກຂະແໜງການ, ວິສາຫະກິດ ແລະ ປະຊາຊົນ ກ່ຽວກັບຄວາມຈຳເປັນຂອງການຫັນເປັນດີຈີຕອນ.
ແຂວງ ແທັງຮວາ ຍູ້ແຮງການຫັນເປັນດີຈີຕອນ - ảnh 1ພິທີລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບການຫັນເປັນດີຈີຕອນລະຫວ່າງແຂວງ ແທັງຮວາ ແລະ Mobi Fone
(ພາບ: dangcongsan.vn)
 
ແຜນຮ່າງຫັນເປັນດີຈີຕອນຂອງແຂວງ ແທັງຮວາ ຮອດປີ 2030 ດ້ວຍຈຸດສຸມຕ້ອງຖືປະຊາຊົນ, ວິສາຫະກິດແມ່ນໃຈກາງຮັບໃຊ້. ແຂວງ ແທັງຮວາ ໄດ້ ແລະ ພວມຜັນຂະຫຍາຍ, ປະຕິບັດໜ້າທີ່ດັ່ງກ່າວຢ່າງມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພັດມະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ.

ຕາແສງ ດົງເກືອງ, ນະຄອນ ແທັງຮວາ ໄດ້ນຳໃຊ້ການບໍລິການສາທາລະນະທາງອອນລາຍລະດັບ 3 ໃນຈຳນວນ 4 ລະດັບການບໍລິການສາທາລະນະທາງອອນລາຍລະດັບ 3. ປະຊາຊົນມີຄວາມພໍໃຈເມື່ອໄປເຮັດລະບຽບການບໍລິຫານໄດ້ຢ່າງໄວ, ກະທັດລັດ. ໄປເຮັດໃບແຈ້ງເກີດໃຫ້ລູກຜ່ານທາງອອນລາຍມີຄວາມສະດວກ ແລະ ໄດ້ນັດວັນ, ເວລາມາຮັບ, ອ້າຍ ເລດິ່ງບັກ, ຢູ່ຕາແສງ ດົງເກືອງ, ນະຄອນ ແທັງຮວາ, ສະແດງຄວາມເພິ່ງພໍໃຈວ່າ:

“ປະຊາຊົນມາເຮັດລະບຽບການບໍລິຫານໄດ້ຮັບການຕ້ອນຮັບຢ່າງສຸດໃຈ, ໄດ້ຮັບການແນະນຳເຮັດລະບຽບການຢ່າງລະອຽດ. ປະຈຸບັນ, ເຕັກໂນໂລຊີທ່ີນຳໃຊ້ ຂ້າພະເຈົ້າເຫັນວ່າສາມາດຕອບສະໜອງຄວາມຕ້ອງການ, ແກ້ໄຂວຽກງານຂອງປະຊາຊົນໄດ້ຢ່າງໄວ ແລະ ກະທັດລັດ”.

ແທັງຮວາ ແມ່ນໜຶ່ງໃນບັນດາແຂວງນອນໃນ top ແຖວໜ້າຂອງທົ່ວປະເທດທີ່ຜັນຂະຫຍາຍການແກ້ໄຂເອກະສານທາງເອເລັກໂຕນິກ ແລະ ລາຍເຊັນເອເລັກໂຕນິກ. ທາງແຂວງກໍ່ພວມຜັນຂະຫຍາຍລະບົບຊອບແວຄຸ້ມຄອງເອກະສານ ແລະ ສຳເນົາວຽກງານຢ່າງມີປະສິດທິຜົນຢູ່ທຸກອົງການຂອງລັດ ຈາກຂັ້ນແຂວງ ຕະຫຼາດຮອດຂັ້ນຕາແສງ, ຮັບໃຊ້ວຽກງານຊີ້ນຳ, ບໍລິຫານ. ຢູ່ ແທັງຮວາ, ພື້ນຖານໂຄງລ່າງຄົມມະນາຄົມໄດ້ຜັນຂະຫຍາຍຢ່າງທັນສະໄໝ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໂດຍພື້ນຖານ, ແມ່ນປະຖົມປັດໃຈເພື່ອປະຕິບັດການຫັນເປັນດີຈີຕອນປະສົບຜົນສຳເລັດ. ທ່ານນາງ ຟ້າມທິຫວຽດງາ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ແທັງຮວາ, ໃຫ້ຮູ້ວ່າ:

“ມຸ່ງໄປເຖິງນະຄອນອັດສະລິຍະ, ສີວິໄລ, ທັນສະໄໝນັ້ນ ເລື່ອງຫັນເປັນດີຈີຕອນແມ່ນເງື່ອນໄຂຮັບປະກັນ. ພຽງແຕ່ຍູ້ແຮງການຫັນເປັນດີຈີຕອນ ພວກເຮົາຈຶ່ງເພີ່ມສະມັດຕະພາບແຮງງານ, ເຊື່ອມຕໍ່ກັບບັນດາຂະແໜງການ, ຂົງເຂດ, ພິເສດແມ່ນດ້ານການຄ້າ, ການບໍລິການ ເຊິ່ງແມ່ນຂະແໜງຫຼັກເພື່ອພັດທະນານະຄອນ ເມື່ອທຽບໃສ່ເຂດອື່ນ”.

ໃນຕໍ່ໜ້າ, ແຂວງ ແທັງຮວາ ຈະຍູ້ແຮງວຽກງານໂຄສະນາ, ຍົກສູງຄວາມຮັບຮູ້ຂອງທຸກຂັ້ນ, ທຸກຂະແໜງການ, ວິສາຫະກິດ ແລະ ປະຊາຊົນ ກ່ຽວກັບຄວາມຈຳເປັນຂອງການຫັນເປັນດີຈີຕອນ. ພ້ອມດຽວກັນນັ້ນ, ແມ່ນສ້າງກົນໄກ, ນະໂຍບາຍຊຸກຍູ້ການພັດທະນາບັນດາວິສາຫະກິດເຕັກໂນໂລຊີ, ສົ່ງເສີມການປ່ຽນແປງໃໝ່, ປະດິດຄິດສ້າງ; ດຶງດູດວິສາຫະກິດເຕັກໂນໂລຊີມາລົງທຶນເຂົ້າແຂວງ. ສຸມໃສ່ສຶກສາບຳລຸງສ້າງ, ດຶງດູດແຫຼ່ງຊັບພະຍາກອນມະນຸດດ້ານເຕັກໂນໂລຊີຂໍ້ມູນຂ່າວສານກຽມພ້ອມເຂົ້າຮ່ວມວິວັດການຫັນເປັນດີຈີຕອນ.

ແຂວງ ແທັງຮວາ ໄດ້ສົ່ງເສີມໃຫ້ວິສາຫະກິດຜັນຂະຫຍາຍທົດລອງ, ທົດລອງບັນດາເຕັກໂນໂລຊີ ແລະ ຮູບແບບໃໝ່ ເພື່ອຮັບໃຊ້ການຫັນເປັນດີຈີຕອນໃນບາງຂົງເຂດຄື: ການຄ້າເອເລັກໂຕນິກ, ກະສິກຳ, ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ຄົມມະນາຄົມ, ກໍ່ສ້າງ, ຊັບພະຍາກອນ ແລະ ສິ່ງແວດລ້ອມ, ທະນາຄານດີຈີຕອນ. ເອື້ອຍ ເລທິງອັກຮ່ວານ, ລັດຖະກອນຫ້ອງການຄະນະກຳມະການປະຊາຊົນຕາແສງ ດົງເກືອງ, ນະຄອນ ແທັງຮວາ, ໃຫ້ຮູ້ວ່າ:

“ກ່ຽວກັບອຳນາດການປົກຄອງດີຈີຕອນ, ປະຈຸບັນເອກະສານ 100% ໄດ້ເຊັນທາງດີຈີຕອນ. ລະບຽບການບໍລິຫານປະຕູດຽວ. ຂົນຂວາຍປະຊາຊົນເມື່ອມາເຮັດລະບຽບການ ປະຕິບັດການຢັ້ງຢືນຜ່ານປະຕູຖານຂໍ້ມູນເອເລັກໂຕນິກ. ກ່ຽວກັບການຫັນເສດຖະກິດເປັນດີຈີຕອນ, ອຳນາດການປົກຄອງໄດ້ຂົນຂວາຍ, ແນະນຳປະຊາຊົນເຂົ້າຮ່ວມເວັບໄຊແລກປ່ຽນທາງອອນລາຍ, ຂົນຂວາຍຄອບຄົວຜະລິດ ນຳເອົາຜະລິດຕະພັນຂຶ້ນເວັບໄຊແລກປ່ຽນການຄ້າການສະໜອງ - ຄວາມຕ້ອງການຂອງແຂວງ”.

ເດືອນ ມິຖຸນາ 2022, ບໍລິສັດໃຫຍ່ໂທລະຄົມມະນາຄົມ MobiFone ແລະ ຄະນະກຳມະການປະຊາຊົນແຂວງ ແທັງຮວາ ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໜູນຊ່ວຍການຫັນເປັນດີຈີຕອນໄລຍະ 2022 – 2025. ເປົ້າໝາຍຂອງຂໍ້ຕົກລົງແມ່ນເພື່ອແນໃສ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງ 2 ຝ່າຍ, ຍົກສູງປະສິດທິຜົນໃນການຜັນຂະຫຍາຍການຫັນເປັນດີຈີຕອນໃນຂົງເຂດຊີວິດ, ເສດຖະກິດ, ສັງຄົມຢູ່ແຂວງ ແທັງຮວາ; ນຳແຂວງ ແທັງຮວາ ໃຫ້ກາຍເປັນໜຶ່ງໃນບັນດາແຂວງນຳໜ້າໃນທົ່ວປະເທດກ່ຽວກັບການຫັນເປັນດີຈີຕອນ. ຕາມນັ້ນແລ້ວ, 2 ຝ່າຍຮ່ວມມືພ້ອມກັນກໍ່ສ້າງພື້ນຖານໂຄງລ່າງດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ. ລະອຽດແມ່ນ, ກ່ຽວກັບພື້ນຖານໂຄງລ່າງດີຈີຕອນ, 2 ຝ່າຍພ້ອມກັນຮ່ວມມືກໍ່ສ້າງພື້ນຖານໂຄງລ່າງໂທລະຄົມມະນາຄົມ - ເຕັກໂນໂລຊີຂໍ້ມູນຂ່າວສານ ຮັບໃຊ້ໃຫ້ແກ່ການເຊື່ອມຕໍ່, ການຊີ້ນຳ, ບໍລິຫານ, ຜັນຂະຫຍາຍການສ້າງອຳນາດການປົກຄອງດີຈີຕອນ, ພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ; ກໍ່ສ້າງພື້ນຖານໂຄງລ່າງອິນເຕີເນັດກ້າວໜ້າ, ທັນສະໄໝ, ຄົບຊຸດແລະ ສະໜອງການບໍລິການ, ມາດຕະການກ່ຽວກັບຄວາມປອດໄພດ້ານຂໍ້ມູນຂ່າວສານໃຫ້ແກ່ບັນດາລະບົບນຳໃຊ້ພື້ນຖານຂອງແຂວງ; ຄົ້ນຄວ້າຜັນຂະຫຍາຍເຄືອຂ່າຍໂທລະຄົມມະນາຄົມ 5G ແລະ ລຸ້ນໃໝ່.

ກ່ຽວກັບເສດຖະກິດດີຈີຕອນ, 2 ຝ່າຍພ້ອມກັນຮ່ວມມື, ພັດທະນາການຄ້າເອເລັກໂຕນິກ, ພັດທະນາບັນຊີຊຳລະໂດຍບໍ່ນຳໃຊ້ເງິນສົດ ຜ່ານລະບົບ MobiFone Money; ຮ່ວມມື, ຮ່ວມເດີນທາງ, ໜູນຊ່ວຍບັນດາວິສາຫະກິດໃນບໍລິເວນແຂວງຫັນເປັນດີຈີຕອນຢ່າງຮອບດ້ານ ດ້ວຍຊຸດມາດຕະການ MobiFone Smart Sales ແລະ MobiFone Smart Office ຂອງ MobiFone.

ກ່ຽວກັບສັງຄົມດີຈີຕອນ, MobiFone ໜູນຊ່ວຍ, ທາບທາມມາດຕະການແກ້ໄຂຫັນເປັນດີຈີຕອນໃນຂົງເຂດທ່ອງທ່ຽວ ເພື່ອແນໃສ່ໂຄສະນາພາບພົດຂອງແຂວງ ແທັງຮວາໃຫ້ປະຊາຊົນຢູ່ພາຍໃນ ແລະ ແຂກທ່ອງທ່ຽວສາກົນ; ຮ່ວມມື, ທາບທາມການໝູນໃຊ້ບັນດາລະບົບພື້ນຖານ, ມາດຕະການເຂົ້າໃນວຽກງານການສ້າງ, ພັດທະນາສັງຄົມດີຈີຕອນ (ພື້ນຖານກະຈາຍສຽງດີຈີຕອນ, ໂທລະພາບດີຈີຕອນ, ການສຳຫຼວດຮັບເອົາຄຳເຫັນປະຊາຊົນ…); ຮ່ວມມື, ໜູນຊ່ວຍບັນດາວິສາຫະກິດ startup…

ນະຄອນ ແທັງຮວາ ໄດ້ວາງເປົ້າໝາຍຮອດປີ 2025 ຈະປະຕິບັດສຳເລັດໂດຍພື້ນຖານການຫັນເປັນດີຈີຕອນຢູ່ບັນດາອົງການຂອງພັກ, ລັດ, ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມທຸກຂັ້ນ, ວິສາຫະກິດ. ພ້ອມກັນນັ້ນ, ປະຊາຊົນໄດ້ຊົມໃຊ້ບັນດາການບໍລິການ, ຜົນປະໂຫຍດຈາກການຫັນເປັນດີຈີຕອນ; ສະໜອງການບໍລິການອິນເຕີແນັດໂທລະສັບມືຖື 4G, 5G ແລະ ສະມາດໂຟນ.

ແຂວງ ແທັງຮວາ ກຳນົດການຫັນເປັນດີຈີຕອນແມ່ນມາດຕະການພື້ນຖານ, ແມ່ນໜ້າທີ່ຈຸດສຸມລຸລ່ວງໃນການເຄື່ອນໄຫວຂອງສຳນັກງານ, ອົງການຈັດຕັ້ງ, ວິສາຫະກິດ ແລະ ປະຊາຊົນ. ຕາມແຜນການ, ຮອດປີ 2030, ແຂວງ ແທງຮວາ ໄດ້ກາຍເປັນນະຄອນອັດສະລິຍະ, ສີວິໄລ, ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ