ແຂວງບ່າເຣ້ຍ - ວູງເຕົ່າ ສ້າງລະບົບຮ່ວມສຳພັນໃນການພັດທະນາການທ່ອງທ່ຽວ

(VOVWORLD) -ເມື່ອສັງເກດທ່າແຮງກ່ຽວກັບການພັດທະນາການທ່ອງທ່ຽວຂອງແຂວງ ບ່າເຣ້ຍ - ວູງເຕົ່າ ໃນໄລຍະຜ່ານມາ ອາດເຫັນໄດ້ວ່າລາຍຮັບດ້ານການທ່ອງທ່ຽວໃນແຕ່ລະປີຂອງແຂວງຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນເທື່ອ.

ແຂວງບ່າເຣ້ຍ - ວູງເຕົ່າ ສ້າງລະບົບຮ່ວມສຳພັນໃນການພັດທະນາການທ່ອງທ່ຽວ - ảnh 1

 ແຂວງບ່າເຣ້ຍ - ວູງເຕົ່າ ພວມເອົາໃຈໃສ່ຍູ້ແຮງການຮ່ວມສຳພັນລະຫວ່າງເຂດ, ເພີ່ມທະວີການເຄື່ອນໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວ

(ພາບ: reatimes.vn)

ເພື່ອໃຫ້ຂະແໜງທ່ອງທ່ຽວແຂວງບ່າເຣ້ຍ - ວູງເຕົ່າ ພັດທະນາແບບຍືນຍົງໃນໄລຍະໃໝ່, ຄຽງຂ້າງການສ້າງບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ, ມີຄຸນນະພາບສູງແລ້ວ, ແຂວງບ່າເຣ້ຍ - ວູງເຕົ່າ ພວມເອົາໃຈໃສ່ຍູ້ແຮງການຮ່ວມສຳພັນລະຫວ່າງເຂດ, ເພີ່ມທະວີການເຄື່ອນ

ໄຫວສົ່ງເສີມ, ໂຄສະນາການທ່ອງທ່ຽວ, ຮ່ວມສຳພັນບັນດາຮູບແບບການທ່ອງທ່ຽວ ແລະ ບັນດາກຸ່ມທ່ອງທ່ຽວຢູ່ພາຍໃນແຂວງ.

        ໃນໄລຍະຜ່ານມາ, ຂະແໜງທ່ອງທ່ຽວແຂວງບ່າເຣ້ຍ - ວູງເຕົ່າ ຍາມໃດກໍ່ຮັກສາລະດັບເຕີບໂຕໄດ້ດີ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຕີບໂຕລວມຂອງແຂວງ. ຈຳນວນນັກທ່ອງທ່ຽວມາທ່ຽວຢູ່ແຂວງບ່າເຣ້ຍ - ວູງເຕົ່າ ໄດ້ເພີ່ມຂຶ້ນສະເລ່ຍແມ່ນປະມານ 13% ຕໍ່ປີ. ຍອດລາຍຮັບຈາກນັກທ່ອງທ່ຽວເພີ່ມຂຶ້ນລະເລ່ຍເກືອບ 16% ຕໍ່ປີ, ຜະລິດຕະພັນດ້ານການທ່ອງທ່ຽວໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ. ເຖິງຢ່າງໃດກໍ່ຕາມ, ເພື່ອຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງໃຫ້ສຸດຂີດ, ສ້າງກຳລັງແຮງໃນການເຄື່ອນໄຫວສົ່ງເສີມການໂຄສະນາການທ່ອງທ່ຽວນັ້ນ, ທາງແຂວງພວມຍູ້ແຮງການຮ່ວມສຳພັນ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອໂຄສະນາຜະລິດຕະພັນທ່ອງທ່ຽວ, ຍູ້ແຮງການພົວພັນຮ່ວມມື ສາກົນກັບບັນດາປະເທດ… ພິເສດແມ່ນຍູ້ແຮງການຮ່ວມສຳພັນລະຫວ່າງບັນດາທ້ອງຖິ່ນເພື່ອສ້າງແຫຼ່ງລາຍຮັບຈາກນັກທ່ອງທ່ຽວແບບຍືນຍົງ. ທ່ານນາງ ຈິ້ງທິມີ້ເງະ, ຮອງປະທານສະມາຄົມທ່ອງທ່ຽວຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ດ້ວຍທັດສະນະຂອງບັນດາຜູ້ເຮັດອາຊີບ, ເມື່ອເຂົ້າຮ່ວມ faram trip, ພວກຂ້າພະເຈົ້າເຫັນວ່າ ບັນດາວິສາຫະກິດຈະມີຕະຫຼາດສະເພາະຂອງຕົນ. ຜ່ານນັ້ນ, ຮ່ວມສຳພັນກັບບັນດາວິສາຫະກິດທ່ອງທ່ຽວບ່າເຣ້ຍ - ວູງເຕົ່າ ສ້າງເປັນຜະລິດຕະພັນການທ່ອງທ່ຽວສະເພາະ, ເໝາະສົມກັບນັກທ່ອງທ່ຽວຂອງຕົນ, ນຳມາເຊິ່ງກາລະໂອກາດຫຼາຍກວ່າໃຫ້ແກ່ນັກທ່ອງທ່ຽວທາງພາກເໜືອ ທີ່ມາທ່ອງທ່ຽວຢູ່ແຂວງບ່າເຣ້ຍ - ວູງເຕົ່າ”.

        ເພື່ອສ້າງເປັນລະບົບສະໜອງຜະລິດຕະພັນທ່ອງທ່ຽວຢ່າງຄົບຊຸດ, ແຂວງບ່າເຣ້ຍ - ວູງເຕົ່າ ກໍ່ມີແຜນນະໂຍບາຍຊຸກຍູ້ການຮ່ວມສຳພັນບັນດາຮູບແບບການທ່ອງທ່ຽວ ແລະ ບັນດາກຸ່ມທ່ອງທ່ຽວຢູ່ພາຍໃນແຂວງ. ຕາມນັ້ນແລ້ວ, ຢູ່ໃຈກາງນະຄອນວູງເຕົ່າ ຕ້ອງພັດທະນາໃຫ້ກາຍເປັນນະຄອນທ່ອງທ່ຽວທະເລ ດ້ວຍບັນດາຮູບແບບການທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ກິລາແຄມທະເລ, ການລະຫຼີ້ນບັນເທິງໃນຕອນກາງຄືນ ແລະ ທ່ອງທ່ຽວການຄ້າ - ກອງປະຊຸມ. ກຸ່ມສະຖານທີ່ທ່ອງທ່ຽວ ລອງຫ໋າຍ - ເຟື໊ອກຫ໋າຍ ຈະພັດທະນາໃຫ້ກາຍເປັນກຸ່ມວັດທະນະທຳ, ກິລາ, ພັກຜ່ອນບຳລຸງສຸຂະພາບ ສົມທົບກັບການໄປຢ້ຽມຢາມເຂດປູຊະນີຍະສະຖານ, ທິວທັດທຳມະຊາດ. ກຸ່ມທ່ອງທ່ຽວພູ ຢິງ ຈະສຸມໃສ່ເຂົ້າຮູບແບບການທ່ອງທ່ຽວພັກຜ່ອນຢ່ອນອາລົມ ແລະ ວັດທະນະທຳ, ສົມທົບກັບສູນກາງການຄ້ານະຄອນບ່າເຣ້ຍ - ວູງເຕົ່າ, ສ້າງເປັນລາຍການທ່ອງທ່ຽວພັກຜ່ອນ ແລະ ຊື້ເຄື່ອງຂອງ… ທ່ານ ຈິ້ງຮ່າງ, ຫົວໜ້າພະແນກທ່ອງທ່ຽວແຂວງບ່າເຣ້ຍ - ວູງເຕົ່າ, ໃຫ້ຮູ້ວ່າ.

        “ປະຈຸບັນ, ພະແນກທ່ອງທ່ຽວໄດ້ສ້າງລາຍການພັດທະນາຜະລິດຕະພັນທ່ອງທ່ຽວຢ່າງຄົບຊຸດຮອດປີ 2025, ກຳນົດທິດຮອດປີ 2030. ໃນນັ້ນ, ພວກຂ້າພະເຈົ້າໄດ້ກຳນົດວ່າ ແຕ່ລະທ້ອງຖິ່ນຈະຕ້ອງມີຜະລິດຕະພັນການທ່ອງທ່ຽວຕົ້ນຕໍ ແລະ ຜະລິດຕະພັນທ່ອງທ່ຽວສຳຮອງ, ໃນນັ້ນພະແນກທ່ອງທ່ຽວ ຈະເປັນເຈົ້າພາບ, ສົມທົບກັບບັນດາເມືອງໃນບໍລິເວນແຂວງ, ບັນດາວິສາຫະກິດ, ຄອບຄົວດຳເນີນທຸລະກິດສະເພາະ… ເພື່ອສ້າງອອກບັນດາຜະລິດຕະພັນທ່ອງທ່ຽວໃນບໍລິເວນແຂວງ. ຕໍ່ຈາກນັ້ນແມ່ນສ້າງບັນດາລາຍການທ່ອງທ່ຽວເພື່ອເຊື່ອມຕໍ່ບັນດາຜະລິດຕະພັນທ່ອງທ່ຽວດັ່ງກ່າວ”.

        ນອກຈາການສົມທົບກັບການກຳນົດທິດພັດທະນາບັນດາເຂດທ່ອງທ່ຽວຈຸດສຸມ, ທາງແຂວງ ຍັງເອົາໃຈໃສ່ພັດທະນາລະບົບທາງຄົມມະນາຄົມເຊື່ອມຕໍ່ກັບບັນດາສະຖານທີ່ທ່ອງທ່ຽວທີ່ມີຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ; ຮ່ວມສຳພັນກັບບັນດາແຂວງຢູ່ໃກ້ຄຽງເພື່ອສ້າງລະບົບຄົມມະນາຄົມຂົນສົ່ງກັບບັນດາແຂວງທາງທິດຕາເວັນອອກພາກໃຕ້ ໄປຫາແຂວງບ່າເຣ້ຍ - ວູງເຕົ່າ. ສິ່ງດັ່ງກ່າວໄດ້ສ້າງເງື່ອນໄຂໃຫ້ແກ່ການພັດທະນາການທ່ອງທ່ຽວ ແລະ ເຊື້ອເຊີນບັນດານັກລົງທຶນອະສັງຫາລິມະຊັບດ້ານການທ່ອງທ່ຽວລົງທຶນພັດທະນາພື້ນຖານການທ່ອງທ່ຽວຢູ່ແຂວງບ່າເຣ້ຍ - ວູງເຕົ່າ. ປະຈຸບັນ, ແຂວງມີກົນໄກຫຼາຍຢ່າງເພື່ອດຶງດູດບັນດານັກລົງທຶນໃຫຍ່ໃນຂົງເຂດທ່ອງທ່ຽວ, ພິເສດແມ່ນເມືອງ ຊວຽນມົກ, ເຊິ່ງແມ່ນສະຖານທີ່ມີເສັ້ນທາງແຄມທະເລ ເຊິ່ງໄດ້ຮັບຖືວ່າແມ່ນເສັ້ນທາງຕົ້ນຕໍໃຫ້ແກ່ການພັດທະນາການທ່ອງທ່ຽວ. ໄລ່ມາຮອດປະຈຸບັນ, ໃນບໍເວນແຂວງມີກວ່າ 90 ໂຄງການທ່ອງທ່ຽວທີ່ໄດ້ຮັບໃບອະນຸຍາດ, ມີກວ່າ 30 ໂຄງການພວມກໍ່ສ້າງ. ທ່ານ ຫງວຽນກວ໊ກແຄງ, ຮອງປະທານຄະນະກຳມະການເມືອງ ຊວຽນມົກ, ໃຫ້ຮູ້ວ່າ.

        “ສະເພາະດ້ານການທ່ອງທ່ຽວ, ທາງເມືອງຕັດສິນໃຈການບຸລິມະສິດແຖວໜ້າແມ່ນສ້າງທຸກເງື່ອນໄຂສະດວກເພື່ອຊ່ວຍໃຫ້ວິສາຫະກິດ, ປະຊາຊົນ, ໜູນຊ່ວຍການບຸກເບີກໜ້າພຽງ, ໜູນຊ່ວຍທຸກເງື່ອນໄຂເພື່ອໃຫ້ວິສາຫະກິດມີຄວາມເຊື່ອໝັ້ນລົງທຶນ. ກົງກັນຂ້າມ, ເຮົາກໍ່ຕ້ອງຕັດສິນໃຈ, ຕົວຢ່າງຄືວິສາຫະກິດໃດຜັນຂະຫຍາຍຢ່າງຊັກຊ້າ, ບໍ່ຖືກກັບຄວາມຄືບໜ້າ ທາງເມືອງກໍ່ຕ້ອງເພີ່ມທະວີການຕິດຕາມກວດກາ, ສະເໜີໃຫ້ທາງແຂວງຖອນຄືນ”.

        ອາດເວົ້າໄດ້ວ່າ, ການຮ່ວມສຳພັນໄດ້ ແລະ ພວມກາຍເປັນທ່າອ່ຽງທີ່ຈຳເປັນໃນວິວັດທະນາການພັດທະນາຂອງຂະແໜງທ່ອງທ່ຽວໃນທົ່ວປະເທດເວົ້າລວມ, ແຂວງບ່າເຣ້ຍ - ວູງເຕົ່າ ເວົ້າສະເພາະ. ເລື່ອງເປັນເຈົ້າການສ້າງບັນດາການຮ່ວມສຳພັນລະຫວ່າງບັນດາວິສາຫະກິດພາຍໃນແຂວງເອງ, ບັນດາວິສາຫະກິດຢູ່ພາຍໃນປະທດ ກັບບັນດາທ້ອງຖິ່ນອື່ນໃນທົ່ວປະເທດ, ໄດ້ ແລະ ພວມນຳມາເຊິ່ງໂສມໜ້າໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວຢູ່ແຂວງບ່າເຣ້ຍ - ວູງເຕົ່າ. ດ້ວຍບັນດາເປົ້າໝາຍເຊິ່ງຂະແໜງທ່ອງທ່ຽວໄດ້ເລືອກເຟັ້ນເພື່ອພັດທະນາ, ແຂວງບ່າເຣ້ຍ - ວູງເຕົ່າ ຕັ້ງຄວາມຫວັງວ່າຈະກາຍເປັນສູນທ່ອງທ່ຽວບຳລຸງສຸຂະພາບ, ລະຫຼີ້ນບັນເທິງທີ່ມີຊື່ສຽງຢູ່ພາກພື້ນ ແລະ ໃນໂລກໃນອະນາຄົດອັນໃກ້ໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ