ແພດໝໍຫນຸ່ມ ຢູ່ ດັກລັກ ອາສາສະໝັກເພື່ອສຸຂະພາບຂອງຊຸມຊົນ

(VOVWORLD) -  ພ້ອມກັບເສື້ອສີຟ້າຂອງບັນດາໄວຫນຸ່ມທີ່ເປັນອາສາສະໝັກໃນການເຄື່ອນໄຫວຂອງຄະນະຊາວຫນຸ່ມ, ໄລຍະຜ່ານມາ ເສື້ອ blu ຂາວຂອງບັນດາທ່ານໝໍຫນຸ່ມອາສາສະໝັກໄດ້ກາຍເປັນສິ່ງທີ່ລື້ງເຄີຍກັບປະຊາຊົນບັນດາແຂວງ ໄຕງວຽນ. ພິເສດ ແມ່ນຢູ່ບັນດາຕາແສງທີ່ຢູ່ເຂດຫ່າງໄກສອກຫລີກ, ເຂດປະສົບກັບຄວາມຫຍຸ້ງຍາກຢູ່ ແຂວງດັກລັກ.

ແພດໝໍຫນຸ່ມ ຢູ່ ດັກລັກ ອາສາສະໝັກເພື່ອສຸຂະພາບຂອງຊຸມຊົນ - ảnh 1ແພດໝໍຫນຸ່ມ ຍາມໃດກໍ່ສຸດຈິດສຸດໃຈໃນການກວດພະຍາດໃຫ້ແກ່ປະຊາຊົນ. ພາບ:VOV

ພາຍຫລັງໄດ້ຮັບການກວດ ແລະ ແນະນຳວິທີເບິ່ງແຍງສຸຂະພາບແລ້ວ, ລຸງ Y Juôn Niê (ama H’Bluin) ຢູ່ ບ້ານ Ea Nur, ເທດສະບານ Pơng Drang  ເມືອງ Krông Buk ສືບຕໍ່ໄດ້ຮັບການແນະນຳມາຮັບຢາໂດຍບໍ່ເສຍຄ່າ. ລຸງ Y Juôn ແບ່ງປັນວ່າ: ໃນໂອກາດທີ່ຄະນະແພດໝໍຫນຸ່ມອາສາສະໝັກລົງກວດ ແລະ ປິ່ນປົວພະຍາດຢູ່ທ້ອງຖິ່ນ ສະນັ້ນລຸງໄດ້ໄປກວດພະຍາດ ແລະ ໄດ້ຮັບຄຳປຶກສາລະອຽດກ່ຽວກັບສຸຂະພາບຂອງຕົນໃນປະຈຸບັນ. ລຸງ Y Juôn ໃຫ້ຮູ້ວ່າ: ບັນດາແພດໝໍອາສາສະໝັກ ໄດ້ກວດພະຍາດ ແລະ ແນະນຳໃຫ້ປະຊາຊົນຢ່າງສຸດຈິດສຸດໃຈ.                                

“ການຈັດຕັ້ງລົງກວດພະຍາດໃຫ້ປະຊາຊົນຄືແນວນີ້ ຂ້າພະເຈົ້າເຫັນວ່າແມ່ນດີທີ່ສຸດ. ປະຊາຊົນໄດ້ຮັບການເບິ່ງແຍງດູແລສຸຂະພາບ, ທຸກຄົນລ້ວນແຕ່ມີຄວາມປິຕິຊົມຊື່ນຫລາຍ ແລະ ມີຈິດໃຈຕັ້ງຫນ້າກວ່າເກົ່າ.

ການເຄື່ອນໄຫວກວດ ປິ່ນປົວພະຍາດໃຫ້ປະຊາຊົນຢູ່ເທດສະບານ Pơng Drang ແມ່ນນອນໃນໂຄງການອາສາສະໝັກ ໂດຍສະມາຄົມແພດໝໍຫນຸ່ມ ແຂວງດັກລັກ ສົມທົບກັບຄະນະຊາວຫນຸ່ມແຂວງ ຜັນຂະຫຍາຍ, ໂດຍມີການເຂົ້າຮ່ວມຂອງທ່ານໝໍ, ພະຍາບານເກືອບ 20 ຄົນ. ໃນຕອນເຊົ້າ, ມີປະຊາຊົນເກືອບ 500 ເທື່ອຄົນໄດ້ຮັບການກວດພະຍາດ ແລະ ຮັບຢຸກຢາໂດຍບໍ່ເສຍຄ່າ. ທ່ານໝໍ H Luốc Niê, ສູນສາທາລະນະສຸກ ເມືອງ Krông Buk, ແບ່ງປັນວ່າ:

ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ  ເປັນກຽດທີ່ໄດ້ຮ່ວມເດີນທາງພ້ອມກັບຄະນະແພດໝໍໃນການເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນ. ການຈັດຕັ້ງລົງກວດພະຍາດໃຫ້ປະຊາຊົນຄືແນວນີ້ ນອກຈາກມີຄວາມໝາຍລົງກວດພະຍາດໃຫ້ປະຊາຊົນໂດຍກົງແລ້ວ ຍັງຊ່ວຍໃຫ້ຖັນແຖວແພດໝໍຢູ່ສູນສາທາລະນະສຸກເມືອງ ໄດ້ແລກປ່ຽນຮ່ຳຮຽນເອົາບົດຮຽນກໍ່ຄືຍົກສູງວິຊາສະເພາະ”.

ດ້ວຍ 16 ສາຂາທີ່ຂຶ້ນກັບ, ມີສະມາຊິກເກືອບ 1.000 ຄົນ ເຊິ່ງແມ່ນທ່ານໝໍ, ພະຍາບານຫນຸ່ມ, ໄລຍະຜ່ານມາ ສະມາຄົມແພດໝໍຫນຸ່ມ ແຂວງ ດັກລັກ ໄດ້ຜັນຂະຫຍາຍການເຄື່ອນໄຫວການກຸສົນຫລາຍຢ່າງ, ລົງກວດພະຍາດໃຫ້ປະຊາຊົນໂດຍກົງ. ໃນ 5 ປີຜ່ານມາ, ສະມາຄົມແພດໝໍຫນຸ່ມ ແຂວງດັກລັກ ໄດ້ຈັດຕັ້ງການກວດພະຍາດ120 ຄັ້ງ, ໃຫ້ຄຳປຶກສາດ້ານສຸຂະພາບ ແລະ ສະຫນອງຢຸກຢາໂດຍບໍ່ເສຍຄ່າ ໃຫ້ປະຊາຊົນ 86.000 ເທື່ອຄົນ ຢູ່ເຂດຫ່າງໄກສອກຫລີກ, ເຂດຊົນເຜົ່າສ່ວນຫນ້ອຍ ດ້ວຍຈຳນວນເງິນກວ່າ 4,2 ຕື້ດົ່ງ (175.000 USD).

ແພດໝໍຫນຸ່ມ ຢູ່ ດັກລັກ ອາສາສະໝັກເພື່ອສຸຂະພາບຂອງຊຸມຊົນ - ảnh 2ການເຄື່ອນໄຫວຂອງສະມາຄົມແພດໝໍຫນຸ່ມ ປະກອບສ່ວນເຮັດໃຫ້ຂະບວນການອາສາສະໝັກຢູ່ ດັກລັກ ເປັນຫລາຍຮູບແບບ. ພາບ: VOV

ອ້າຍ Y Lê Pas Tơr, ຮອງເລຂາຄະນະຜູ້ປະຈຳຄະນະຊາວຫນຸ່ມແຂວງ, ປະທານ ສະຫະພັນຊາວຫນຸ່ມ ຫວຽດນາມ ແຂວງດັກລັກ ໃຫ້ຮູ້ວ່າ: ການເຄື່ອນໄຫວຂອງສະມາຄົມແພດໝໍຫນຸ່ມ ໄດ້ປະກອບສ່ວນເຮັດໃຫ້ບັນດາຖັນແຖວອາສາສະໝັກເພື່ອສະຫວັດດີການສັງຄົມມີຄວາມອຸດົມສົມບູນຂຶ້ນ, ໃຫ້ກຳລັງໃຈໃນການດຳລົງຊີວິດຢ່າງມີຄວາມໝາຍ, ເປັນແບບຢ່າງເພື່ອຊຸມຊົນໃນຄະນະຊາວຫນຸ່ມ ແຂວງ ດັກລັກ.

 “ບັນດາແພດໝໍຫນຸ່ມ ໄດ້ເສີມຂະຫຍາຍຈິດໃຈອາສາສະໝັກເພື່ອຊີວິດ, ເພື່ອຊຸມຊົນ ແລະ ເສີມຂະຫຍາຍໄດ້ກຳລັງຄວາມສາມາດດ້ານວິຊາສະເພາະ, ວິຊາການຂອງຕົນເພື່ອເຂົ້າຮ່ວມບັນດາຂະບວນການລວມຂອງໄວຫນຸ່ມແຂວງ. ຈາກນັ້ນ ກໍ່ປະກອບສ່ວນຍົກສູງດ້ານສຸຂະພາບໃຫ້ແກ່ປະຊາຊົນຢູ່ບັນດາເຂດທີ່ປະສົບກັບຄວາມຫຍຸ້ງຍາກ, ເຂດຫ່າງໄກສອກຫລີກ, ເຂດຊາຍແດນ”.

ທ່ານໝໍ ຟານແທ່ງຈິງ, ປະທານ ສະມາຄົມແພດໝໍຫນຸ່ມ ແຂວງ ດັກລັກ ໃຫ້ຮູ້ວ່າ: ໝາກຜົນຈາກການເຄື່ອນໄຫວອາສາສະໝັກເພື່ອສຸຂະພາບຊຸມຊົນ ແມ່ນກຳລັງຫນູນເພື່ອໃຫ້ບັນດາແພດໝໍຫນຸ່ມ ອຸທິດສ່ວນຫລາຍກວ່າໃຫ້ແກ່ພາລະກິດເບິ່ງແຍງດູແລສຸຂະພາບຂອງປະຊາຊົນ

“ສະມາຄົມແພດໝໍຫນຸ່ມ ສືບຕໍ່ປຸກລະດົມຂະບວນການແພດໝໍຫນຸ່ມປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ, ອາສາສະໝັກເພື່ອສຸຂະພາບຊຸມຊົນ. ພິເສດ ສະມາຊິກແຕ່ລະຄົນຈະເສີມຂະຫຍາຍຈິດໃຈປະຈັນບານຂອງຕົນຢູ່ແຕ່ລະທ້ອງຖິ່ນ, ເຂດ ແລະ ຮັບໃຊ້ເພື່ອສະຫວັດດີການສັງຄົມ”.

ບັນດາການໄປເຄື່ອນໄຫວອາສາສະໝັກໄປຍັງບ້ານຕ່າງໆຢູ່ເຂດຫ່າງໄກສອກຫລີກ ເພື່ອກວດ, ປິ່ນປົວພະຍາດໃຫ້ພໍ່ແມ່ປະຊາຊົນ ບໍ່ພຽງແຕ່ຊ່ວຍແພດໝໍຫນຸ່ມຂອງແຂວງ ດັກລັກ ຝືກຝົນຫລໍ່ຫລອມຈັນຍາບັນຂອງແພດໝໍ, ຍົກສູງຄວາມຮູ້ ຄວາມເກັ່ງກ້າສາມາດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບ, ເສີມຂະຫຍາຍກຳລັງແຮງໄວຫນຸ່ມ, ອຸທິດສ່ວນເພື່ອສຸຂະພາບຂອງຊຸມຊົນອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ