ໂຮງໝໍເສນາຮັກ 354 ປະຕິບັດການກວດສຸຂະພາບທາງອອນລາຍ

(VOVWORLD) -ກະຊວງຖະແຫຼງຂ່າວ-ສື່ສານຫວຽດນາມ ແລະ ກະຊວງສາທາລະນະສຸກຫວຽດນາມ ຫາກໍ່ເປີດຕົວ “ລະບົບບົ່ງມະຕິພະຍາດທາງໄກ”, ຊ່ວຍເຊື່ອມຕໍ່ບັນດານັກຊ່ຽວຊານ, ທ່ານໝໍຂັ້ນສູນກາງກັບລະບົບສາທາລະນະສຸກຂັ້ນຮາກຖານ ແລະ ຄົນເຈັບຢູ່ເຮືອນ.

ໂຮງໝໍເສນາຮັກ 354 ປະຕິບັດການກວດສຸຂະພາບທາງອອນລາຍ - ảnh 1

ໂຮງໝໍເສນາຮັກ 354 ໄດ້ນຳໜ້າໃນການປະຕິບັດການກວດສຸຂະພາບທາງອອນລາຍ

(ພາບ: TTXVN)

ນີ້ແມ່ນພື້ນຖານຊຸກຍູ້ການຫັນປ່ຽນເປັນດີຈີຕອນໃນຂົງເຂດສາທາລະນະສຸກ, ປະກອບສ່ວນຍົກສູງວຽກງານກວດ ແລະ ປິ່ນປົວພະຍາດໃນຂົງເຂດສາທາລະນະສຸກ, ຊ່ວຍສົ່ງເສີມສຸຂະພາບທາງໄກໃຫ້ແກ່ຄົນເຈັບ. ໂຮງໝໍເສນາຮັກ 354 ໄດ້ນຳໜ້າໃນການປະຕິບັດການກວດສຸຂະພາບທາງອອນລາຍ.

        ການບົ່ງມະຕິພະຍາດທາງໄກ ເຊິ່ງຂະແໜງສາທາລະນະສຸກຜັນຂະຫຍາຍ ບົນພື້ນຖານໂປຼແກຼມເຕັກໂນໂລຊີຂໍ້ມູນຂ່າວສານ ແມ່ນເພື່ອແນໃສ່ປະກອບສ່ວນປະຕິບັດບັນດາມາດຕະການຮີບດ່ວນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ດ້ວຍເລື່ອງຈຳກັດປະຊາຊົນບໍ່ໃຫ້ໄປບັນດາຮາກຖານກວດ, ປິ່ນປົວພະຍາດ ຖ້າບໍ່ມີຄວາມຈຳເປັນເພື່ອຈຳກັດການຕິດແປດເຊື້ອພະຍາດ ແຕ່ກໍ່ຍັງໄດ້ຮັບການເບິ່ງແຍງດ້ານສາທາລະນະສຸກ. ສຳລັບໂຮງໝໍເສນາຮັກ 354, ເປົ້າໝາຍແມ່ນເພື່ອແນໃສ່ໜູນຊ່ວຍປະຊາຊົນກວດ, ປິ່ນປົວພະຍາດຈາກທາງໄກ, ຫຼຸດຜ່ອນຈຳນວນຜູ້ມາກວດ ແລະ ປິ່ນປົວພະຍາດຢູ່ຕາມໂຮງໝໍແຫ່ງຕ່າງໆ, ຫຼຸດຜ່ອນການຕິດແປດໂລກລະບາດໂຄວິດ- 19. ໃນໄລຍະຍາວ, ໂຄງການດັ່ງກ່າວຈະຊຸກຍູ້ວິວັດທະນາການຫັນຂົງເຂດສາທາລະນະສຸກເປັນດີຈີຕອນ, ຍົກສູງຄຸນນະພາບການສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນ.

        ຜ່ານໂປຼແກຼມ vovdocter24, ພັນເອກ, ທ່ານໝໍ ຕົ໊ງຫວຽດທັ໊ງ, ພະແນກຕິດແປດພາຍໃນ, ໂຮງໝໍເສນາຮັກ 354, ກົມໃຫຍ່ພະລາທິການ, ຮັບໃຫ້ຄຳປຶກສາໃນການກວດພະຍາດໂດຍບໍ່ເສຍຄ່າ ໃຫ້ ຄົນເຈັບທີ່ມີຄວາມ ກັງວົນໃຈກ່ຽວກັບສຸຂະພາບຫຼາຍກໍລະນີທີ່ສຸດ, ພິເສດແມ່ນບັນດາຜູ້ມີຄວາມ ກັງວົນ ໃຈທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19. ພັນເອກ, ທ່ານໝໍ ຕົ໊ງຫວຽດທັ໊ງ, ໃຫ້ຮູ້ວ່າ.

        “ຂ້າພະເຈົ້າຄິດວ່າເລື່ອງນີ້ບໍ່ມີຄວາມຫຍຸ້ງຍາກຫຼາຍເກີນໄປ, ສະນັ້ນຜູ້ໃດກໍ່ສາມາດນຳໃຊ້ ໂປຼແກຼມນີ້ໄດ້. ເຖິງວ່າຈະຢູ່ແຫ່ງຫົນໃດ ທ່ານໝໍ ແລະ ຄົນເຈັບກໍ່ລ້ວນແຕ່ສາມາດຕິດຕໍ່ຫາກັນ ໄດ້. ຂ້າພະເຈົ້າຄິດວ່າ, ໃນຈຸດເວລານີ້ ໂປຼແກຼມ vovdocter24 ແມ່ນມີຄວາມຈຳເປັນທີ່ສຸດ ແລະ ມີຜົນປະໂຫຍດໃຫ້ທັງທ່ານໝໍ ແລະ ຄົນເຈັບ”.

        ປະຈຸບັນ, ຢູ່ໂຮງໝໍເສນາຮັກ 354 ແມ່ນຫົວໜ່ວຍທຳອິດທີ່ສົມທົບກັບໂປຼແກຼມ vovdocter24 ເພື່ອດຳເນີນການກວດ, ປິ່ນປົວພະຍາດ, ໃຫ້ຄຳປຶກສາໂດຍບໍ່ເສຍຄ່າໃຫ້ແກ່ຄົນເຈັບ. ເລື່ອງກວດ, ໃຫ້ຄຳປຶກສາທາງອອນລາຍ ນັ້ນມັນກໍ່ມີ ຈຸດດີດ້ານວິຊາສະເພາະໃດໜຶ່ງ. ທ່ານນາງພັນຕີ  ເງາະທິດ່າວ, ຫົວໜ້າພະແນກຕິດແປດພະຍາດຜິວໜັງ, ໂຮງໝໍເສນາຮັກ 354, ໃຫ້ຮູ້ວ່າ.

        “ໂປຼແກຼມ vovdocter24 ແມ່ນແທດເໝາະທີ່ສຸດ ເພື່ອຊ່ວຍໃຫ້ຄົນເຈັບທີ່ຢາກສຳຜັດດ້ານສາທາລະນະສຸກ, ແຕ່ຍ້ອນວ່າຢູ່ ໄກ ຫຼື ບໍ່ຈຳເປັນຕ້ອງໄປໂຮງໝໍໃນທັນທີ ຫຼືວ່າຄົນເຈັບຕ້ອງການຢາກໄດ້ຮັບ ຄຳເຫັນຈາກທ່ານໝໍ ກໍ່ສາມາດໂທມາໂດຍກົງ ຫຼື ຂໍຄຳເຫັນຈາກບັນດາຂະແໜງສະເພາະເມື່ອມີຄວາມຈຳເປັນ”.

        ການນຳໂຮງໝໍ 354 ໃຫ້ຮູ້ວ່າ, ຖັນແຖວແພດໝໍຢູ່ໂຮງໝໍໄດ້ຜັນຂະຫຍາຍການກວດ, ໃຫ້ຄຳປຶກສາດ້ານສາທາລະນະສຸກທາງໄກໃຫ້ແກ່ຄົນເຈັບ ແມ່ນເລີ່ມມາຈາກຈິດໃຈ, ຈັນຍາບັນທາງການແພດ ກໍຄືໜ້າທີ່ຄວາມຮັບຜິດຊອບຕໍ່ປະຊາຄົມ. ຄຽງຂ້າງເລື່ອງນຳມາເຊິ່ງຄວາມອຸ່ນອ່ຽນໃຈ ກໍຄືການແນະນຳສຸຂາພິບານຢ່າງຖືກຕ້ອງໃຫ້ແກ່ຄົນເຈັບ, ໂປຼແກຼມ vovdocter24 ຍັງຊ່ວຍໃຫ້ເຂົາເຈົ້າຈຳກັດບໍລິເວນ ແລະ ກຳນົດທິດ ຢ່າງມີປະສິດທິຜົນ. ພັນເອກ ຟ້າມມິງດຶກ, ຫົວໜ້າໂຮງໝໍເສນາຮັກ 354, ໃຫ້ຮູ້ວ່າ.

        “ເມື່ອພວກຂ້າພະເຈົ້າແລກປ່ຽນກັບຄົນເຈັບໂດຍກົງ ບໍ່ພຽງແຕ່ກຳແໜ້ນໄດ້ສະພາບການຂອງຄົນເຈັບເທົ່ານັ້ນ, ຫາກຍັງຊ່ວຍໃຫ້ພວກຂ້າພະເຈົ້າ ຈັດແບ່ງ, ກຳນົດທິດອາການສຸຂະພາບໄດ້ ນັບແຕ່ເບື້ອງຕົ້ນອີກດ້ວຍ. ນອກນັ້ນ, ພວກຂ້າພະເຈົ້າ ກໍ່ແນະນຳໃຫ້ຄົນເຈັບຫຼີກລ້ຽງຈາກການຕິດແປດ ແລະ ສະກັດກັ້ນການຕິດແປດທີ່ອາດຈະເກີດຂຶ້ນໃຫ້ແກ່ຄົນເຈັບ.”

        ໃນສະພາບການໂລກລະບາດໂຄວິດ-19 ພວມຜັນແປໄປຢ່າງສັບສົນ, ລະບົບກວດ, ປິ່ນປົວພະຍາດທາງອອນລາຍ ຈະເສີມຂະຫຍາຍປະສິດທິຜົນວຽກງານກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນໄດ້ຢ່າງແທດຈິງ, ແຕ່ຍັງຕ້ອງຮັບປະກັນຕາມຄຳຮຽກຮ້ອງໃຫ້ແຍກຫ່າງໃນສັງຄົມ, ພິເສດສຳລັບບັນດາຜູ້ມີອາຍຸສູງທີ່ປະສົບກັບຄວາມຫຍຸ້ງຍາກໃນການໄປມາ, ຄົນເຈັບຢູ່ເຂດຫ່າງໄກສອກຫຼີກໃນທົ່ວປະເທດ.

        ໃນໄລຍະຈະມາເຖິງ, ຮູບແບບການກວດ, ປິ່ນປົວພະຍາດທາງໄກ ຜ່ານບັນດາ ໂປຼແກຼມຄື vovdocter24 ຈະໄດ້ຮັບການທະວີຄູນ ແລະ ຜັນຂະຫຍາຍຢູ່ໂຮງໝໍຫຼາຍແຫ່ງ ຄືໂຮງໝໍເສນາຮັກ 103, 108 ແລະ ລະບົບໂຮງໝໍໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ