ໂຮງໝໍເອກະຊົນ ຮ່ວມແຮງຮ່ວມໃຈພ້ອມກັບຂະແຫນງສາທາລະນະສຸກ ນະຄອນ ໂຮ່ຈີມິນ ປ້ອງກັນ ຕ້ານໂລກລະບາດໂຄວິດ 19

(VOVWORLD) - ຕໍ່ຫນ້າການຜັນແປສັບສົນຂອງໂລກລະບາດໂຄວິດ 19, ຂະແຫນງສາທາລະນະສຸກ ນະຄອນ ໂຮ່ຈີມິນ ໄດ້ລະດົມທຸກແຫລ່ງກຳລັງເພື່ອສຸມໃສ່ຕ້ານໂລກລະບາດ. ມີໂຮງໝໍເອກະຊົນຫລາຍໆແຫ່ງໃນບໍລິເວນນະຄອນໄດ້ເຂົ້າຮ່ວມ, ຮ່ວມແຮງຮ່ວມໃຈພ້ອມກັບຂະແຫນງສາທາລະນະສຸກພາກລັດ ເຂົ້າຮ່ວມການເອົາຕົວຢ່າງມາວິໄຈຫາເຊື້ອໃນຊຸມຊົນ, ສັກວັກຊິນກັນໂຄວິດ ແລະ ຮັບເອົາຜູ້ຕິດເຊື້ອໂຄວິດ - 19 ມາປິ່ນປົວ.

ໂຮງໝໍເອກະຊົນ ຮ່ວມແຮງຮ່ວມໃຈພ້ອມກັບຂະແຫນງສາທາລະນະສຸກ ນະຄອນ ໂຮ່ຈີມິນ ປ້ອງກັນ ຕ້ານໂລກລະບາດໂຄວິດ 19 - ảnh 1ໂຮງໝໍຫລາຍຂະແຫນງສາກົນ ຮ່ວານໝີ; (ພາບ: BV HM)

ພາຍຫລັງຈັດແຈງພື້ນທີ່ຫວ່າງມາເປັນໂຮງໝໍປິ່ນປົວຜູ້ຕິດໂຄວິດ -19, ວັນທີ 2 ສິງຫາ ໂຮງໝໍຫລາຍຂະແຫນງສາກົນ ຮ່ວານໝີ ຖູດຶກ ຂຶ້ນກັບກຸ່ມແພດສາດ ຮ່ວານໝີ ໄດ້ຮັບ ແລະ ປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ 55 ຄົນ, ໃນນັ້ນ ມີບາງຄົນແມ່ນຢູ່ໃນອາການຫນັກ.

        ຕາມປອ ທ່ານໝໍ ຫງວຽນຕວ໊ນ, ຫົວຫນ້າໂຮງໝໍຫລາຍຂະແຫນງສາກົນ ຮ່ວານໝີ ຖູດຶກ ແລ້ວ, ໃນເວລາພຽງແຕ່ອາທິດດຽວ, ໂຮງໝໍໄດ້ຈັດແຈງພື້ນທີ່ມາເປັນໂຮງໝໍປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ 19ໂດຍດ່ວນ. ທາງໂຮງໝໍໄດ້ສຸມໃສ່ທຸກແຫຼ່ງຊັບພະຍາກອນມະນຸດ, ແຫຼ່ງກຳລັງວັດຖຸເພື່ອປິ່ນປົວໃຫ້ຜູ້ຕິດເຊື້ອ ຊ່ວຍແບ່ງປັນການແບກຫາບໃຫ້ຂະແຫນງສາທາລະນະສຸກນະຄອນ. ໃນໄລຍະຕົ້ນ ໂຮງໝໍ ມີ 100 ຕຽງ ແລະ ເມື່ອມີຄວາມຈຳເປັນສາມາດເພີ່ມຂຶ້ນເປັນ 200 ຕຽງ.

        ເພື່ອຕອບສະຫນອງພະນັກງານ, ພາລະກອນໃຫ້ພຽພໍ, ກຸ່ມແພດສາດຮ່ວານໝີ້ ຕ້ອງການອາສາສະໝັກຈາກ ພະນັກງານແພດໝໍ 3000 ຄົນ ຢູ່ 15 ໂຮງໝໍ ແລະ 6 ຫ້ອງກວດພະຍາດໃນລະບົບ ເພື່ອແນໃສ່ຮັບປະກັນໃຫ້ການເຄື່ອນໄຫວປິ່ນປົວຜູ້ຕິດເຊື້ອໂຄວິດ- 19 (F0).  ຄຽງຄູ່ກັນນັ້ນ ໂຮງໝໍກໍ່ສຸມໃສ່ຝຶກອົບຮົມ, ບຳລຸງສ້າງຂັ້ນຕອນ, ແນະນຳໃຫ້ພະນັກງານ ພາລະກອນກ່ຽວກັບການບົ່ງມະຕິ ແລະ ປິ່ນປົວຜູ້ຕິດເຊື້ອໂຄວິດ- 19 . ທ່ານໝໍ ຫງວຽນຕວ໊ນ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າກໍ່ໄດ້ຊື້ບັນດາອຸປະກອນການແພດສຳຄັນເພື່ອຮັບໃຊ້ວຽກງານປິ່ນປົວ. ສິ່ງສຳຄັນແມ່ນຖັງອົກຊີແຫຼວ. ພວກຂ້າພະເຈົ້າໄດ້ສະເຫນີໃຫ້ບໍລິສັດສະຫນອງຕ້ອງຕິດຕັ້ງໃຫ້ສຳເລັດພາຍໃນເວລາຫນຶ່ງອາທິດ”.

       ສ່ວນ ໂຮງໝໍ FVພັດເຂົ້າຮ່ວມວຽກງານສັກວັກຊິນ ແລະ ແບ່ງໂຮງໝໍອອກເປັນ 2 ເຂດ ເພື່ອປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ - 19. ທ່ານນາງ ຟ້າມທິແທງມາຍ, ຫົວຫນ້າຝ່າຍບໍລິຫານໂຮງໝໍFVໃຫ້ຮູ້ວ່າ: ໂຮງໝໍພວມເອົາ  ຕຽງຄົນເຈັບ63 ຕຽງມານຳໃຊ້ເປັນຕຽງປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ -19 ບໍ່ຕ້ອງການເຄື່ອງຊ່ວຍຫາຍໃຈ ແລະ 11 ຕຽງແມ່ນປິ່ນປົວໃຫ້ຜູ້ມີອາການຫນັກ. ເມື່ອກໍລະນີຈຳເປັນ ທາງໂຮງໝໍຈະຂະຫຍາຍກຳລັງຄວາມສາມາດເພື່ອຮັບເອົາຜູ້ຕິດໂຄວິດ ມາປິ່ນປົວຕື່ມອີກ.

ໂຮງໝໍເອກະຊົນ ຮ່ວມແຮງຮ່ວມໃຈພ້ອມກັບຂະແຫນງສາທາລະນະສຸກ ນະຄອນ ໂຮ່ຈີມິນ ປ້ອງກັນ ຕ້ານໂລກລະບາດໂຄວິດ 19 - ảnh 2ຕິດຕາມປິ່ນປົວຜູ້ຕິດໂຄວິດ 19 ຜ່ານຫນ້າຈໍ; (ພາບ:BVHM)

ຊຸມມື້ຕົ້ນເດືອນສິງຫາ, ໂຮງໝໍກາງສະຫນາມແຫ່ງຫນຶ່ງມີຂອບຂະຫນາດເກືອບ 200 ຕຽງ ໂດຍໂຮງໝໍຫລາຍຂະແຫນງ ຊວຽນອ໊າ (ເມືອງກູ໋ຈີ) ໄດ້ສ້າງຂຶ້ນມາດ່ວນເພື່ອຮັບເອົາຜູ້ຕິດເຊື້ອໂຄວິດມາປິ່ນປົວ ເພື່ອແນໃສ່ຮ່ວມແຮງຮ່ວມໃຈພ້ອມກັບກຳລັງສາທາລະນະສຸກນະຄອນ ໂຮ່ຈີມິນປ້ອງກັນຕ້ານໂລກລະບາດ. ປອ ທ່ານໝໍ ຫງວຽນວັນເຈົາ, ຫົວຫນ້າໂຮງໝໍ ຊວຽນອ໊າ ແບ່ງປັນວ່າ:

“ປະຈຸບັນ ລັດໄດ້ສຸມທຸກກຳລັງເຫື່ອແຮງໃຫ້ແກ່ການຕ້ານໂລກລະບາດໂຄວິດ -19 ສະນັ້ນ ພວກຂ້າພະເຈົ້າຄິດວ່າ ຕ້ອງໝູນໃຊ້ທຸກສິ່ງທຸກຢ່າງທີ່ທາງໂຮງໝໍມີຢູ່ເພື່ອປະກອບສ່ວນຕ້ານໂລກລະບາດ. ພິເສດ ໂຮງໝໍພວກຂ້າພະເຈົ້າແມ່ນໂຮງໝໍໃຫຍ່ ສະນັ້ນ ຈຶ່ງສາມາດໝູນໃຊ້ຈາກແຫລ່ງຊັບພະຍາກອນມະນຸດ, ອຸປະກອນການແພດ, ນັບທັງບັນຫາການເງິນ. ມາຮອດປະຈຸບັນ ທາງພາກລັດຍັງບໍ່ທັນມີການສະເຫນີຫຍັງເທື່ອເພື່ອສ້າງຕັ້ງເຂດກາງສະຫນາມ.”

ໂຮງໝໍຫລາຍຂະແຫນງ ນາມໄຊງ່ອນ ເມືອງ ບີ່ງແຈ໊ງ ແມ່ນຫົວຫນ່ວຍປະສົບກັບຄວາມຫຍຸ້ງຍາກໃນໄລຍະຕົ້ນຍ້ອນໂລກລະບາດໂຄວິດ-19, ຕ້ອງຢຸດຕິການເຄື່ອນໄຫວໃນໄລຍະຍາວ ແລະ ພາຍຫລັງກັບມາເຄື່ອນໄຫວຄືນໃຫມ່ ໂຮງໝໍແຫ່ງນີ້ ໄດ້ສະໝັກເຂົ້າຮ່ວມການຕໍ່ສູ້ຕ້ານໂລກລະບາດພ້ອມກັບຂະແຫນງສາທາລະນະສຸກນະຄອນ. ທ່ານ ດັ້ງວັນແທງ ຫົວຫນ້າໂຮງໝໍ ໃຫ້ຮູ້ວ່າ: ໂຮງໝໍມີ 109 ຕຽງ, ມີແພດໝໍ, ພະຍາບານ 150 ຄົນ ກຽມພ້ອມເຂົ້າຮ່ວມການປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ.

ຕີລາຄາສູງລະບົບສາທາລະນະສຸກເອກະຊົນໃນການກຽມພ້ອມເຂົ້າຮ່ວມການເຄື່ອນໄຫວປ້ອງກັນຕ້ານໂລກລະບາດໂຄວິດ -19, ທ່ານ ຫງວຽນແທ່ງລອງ ລັດຖະມົນຕີກະຊວງສາທາລະນະສຸກ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າບັນດາໂຮງໝໍ, ຮາກຖານສາທາລະນະສຸກເອກະຊົນ ໄດ້ເປັນເຈົ້າການ ຂຶ້ນແຜນຮັບປະກັນທັງເບິ່ງແຍງສຸຂະພາບໃຫ້ປະຊາຊົນ ທັງກຽມພ້ອມເຂົ້າຮ່ວມການປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ 19. ຍ້ອນມີການຮ່ວມແຮງຮ່ວມໃຈນີ້ ຈະຊ່ວຍໃຫ້ຄົນເຈັບຫລາຍຄົນໄດ້ຮັບການປິ່ນປົວຫາຍດີ, ຊ່ວຍນະຄອນໂຮ່ຈີມິນ ຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ