ໄວໜຸ່ມຫວຽດນາມກັບລະດູຮ້ອນອາສາສະໝັກ

(VOVWORLD) -ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນໄດ້ດຳເນີນບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນປີ 2017 ທີ່ມີຫົວຂໍ້ວ່າ : “ ໄວໜຸ່ມຮ່ວມແຮງຮ່ວມໃຈສ້າງຊົນນະບົດໃໝ່ ແລະ ຕົວເມືອງສີວິໄລ ” ແຕ່ວັນທີ 1/6 ຫາງວັນທີ 31/8

ຜ່ານບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນ, ເພື່ອແນໃສ່ເສີມຂະຫຍາຍຈິດໃຈປະຈັນບານ, ອາສາສະໝັກຂອງຊາວໜຸ່ມໃນວຽກງານເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ; ຮັບປະກັນຊີວິດສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ບັນດາບໍລິເວນປະສົບກັບຄວາມຫຍຸ້ງຍາກ, ເຂດຫ່າງໄກສອກຫຼີກ, ຊາຍແດນ, ທະເລຫມູ່ເກາະຂອງປະເດຊາດ.

ໄວໜຸ່ມຫວຽດນາມກັບລະດູຮ້ອນອາສາສະໝັກ  - ảnh 1 ຊາວໜຸ່ມອາສາສະໝັກເຂົ້າຮ່ວມການມອບຂອງຂວັນໃຫ້ແກ່ບັນດາຄອບຄົວທຸກຍາກ ແລະ ຄອບຄົວເປົ້າໝາຍນະໂຍບາຍ

    ບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນປີນີ້ດ້ວຍຈຸດໝາຍ ໄວໜຸ່ມທົ່ວປະເທດສຸມກຳລັງເພື່ອສ້ອມແປງ, ກໍ່ສ້າງຂົວໃໝ່ 550 ແຫ່ງຢູ່ຊົນນະບົດ, ສ້ອມແປງ, ກໍ່ສ້າງທາງຄົມມະນາຄົມປະມານ 600 ກມຢູ່ຊົນນະບົດ; ກໍ່ສ້າງ 150 ຄຸ້ມຖະໜົນສີວີໄລດ້ວຍມາດຖານ ສະຫວ່າງສະໄຫວ-ຂຽວ-ສະອາດ-ສວຍງາມ-ປອດໄພ, ເປີດຊຸດອົບຮົມຖ່າຍທອດວິທະຍາສາດ, ເຕັກນິກໃຫ້ແກ່ຊາວໜຸ່ມເຂດຊົນນະບົດລວມ 60.000 ຄົນ, ປຸກສ້າງ, ສ້ອມແປງເຮືອນແຫ່ງສາຍຈິດສາຍໃຈຢ່າງໜ້ອຍ 300 ແຫ່ງເພື່ອມອບໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍເປັນ ຂອງຂວັນ, ກວດ, ປິ່ນປົວ ແລະ ແຈກຢາຍຢາໂດຍບໍ່ເກັບຄ່າໃຫ້ແກ່ 50.000 ຄົນ, ຍົກລະດັບໃຫ້ແກ່ສະຖານທີ່ລະຫຼິ້ນສຳລັບເດັກລວມ 1000 ແຫ່ງ. ເພື່ອໃຫ້ການເຄື່ອນໄຫວ ອາສາສະໝັກຂອງຊາວໜຸ່ມທົ່ວປະເທດບັນລຸປະສິດທິຜົນສູງ, ອ້າຍ ເລກ໋ວກຟອງ, ເລຂາທີ1 ສູນກາງຊາວໜຸ່ມກອມມູນິດຫວຽດນາມ ເນັ້ນໜັກວ່າ : 

    “ ເມື່ອໄດ້ເຂົ້າຮ່ວມຂະບວນການຊາວໜຸ່ມ ອາສາສະໝັກ, ຈິດໃຈອຸທິດສ່ວນແມ່ນຈຸດຕົ້ນຕໍໃນການເຄື່ອນໄຫວຂອງຊາວໜຸ່ມ. ຈາກນັ້ນກໍນັບມື້ນັບນຳຂະບວນການ ອາສາສະໝັກບັນລຸໄດ້ບັນດາໝາກຜົນທີ່ດີໂດຍສັງຄົມຫວັງຢາກໄດ້ ແລະ ຊາວໜຸ່ມເອງກໍຢາກມີ ”

     ເພື່ອຕອບສະໜອງຕາມຫົວເລື່ອງ : “ຊາວໜຸ່ມອາສາສະໝັກລະດູຮ້ອນປີ 2017 ” ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນແຂວງເທື່ອທຽນເຫ້ວ ໄດ້ປະຕິບັດບັ້ນຂົນຂວາຍ ແລະ ກໍ່ສ້າງເຮືອນແຫ່ງຄວາມຮັກແພງແຕ່ 10 ຫາ 12 ຫຼັງ, ໃຫ້ຄຳປຶກສາ, ແນະນຳວິຊາຊີບໃຫ້ແກ່ຊາວໜຸ່ມ 2000 ຄົນ, ສອນລອຍນ້ຳໂດຍບໍ່ເກັບຄ່າໃຫ້ແກ່ເດັກ 500 ຄົນ, ຊາວໜຸ່ມເກືອບ 700 ຄົນເຂົ້າຮ່ວມການຖົມຂຸມ, ບຸກເບີກພື້ນທີ່ ແລະ ເປີດເສັ້ນທາງໄປຍັງສະຖານທີ່ລະຫຼິ້ນໃຫ້ເດັກ, ແຈກຢາຍຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນ…    ທ່ານ ເຈີນຢາກົງ, ເລຂາຄະນະຊາວໜຸ່ມແຂວງເທື່ອທຽນເຫ້ວ ໃຫ້ຮູ້ວ່າ:

“ ໃນບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນນັ້ນ, ກຳລັງຊາວໜຸ່ມ, ໄວໜຸ່ມໃນບໍລິເວນແຂວງຈະເລັ່ງໃສ່ປະຕິບັດຢູ່ບັນດາຕາແສງຍັງບໍ່ທັນເປັນຊົນນະບົດໃໝ່, 19 ຕາແສງມີອັດຕາຄອບຄົວທຸກຍາກກວ່າ 25% ແລະ 29 ຕາແສງມີເງື່ອນໄຂປະສົບກັບຄວາມຫຍຸ້ງຍາກເປັນພິເສດ ແລະ ບັນດາຕາແສງແຄມທະເລ. ຫວັງວ່າ ບັນດາຊາວໜຸ່ມ, ໄວໜຸ່ມຈົ່ງເສີມຂະຫຍາຍບົດບາດປະຈັນບານ, ອາສາສະໝັກ, ອຸທິດສ່ວນ, ຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີສວຍງາມ ແລະ ສີວິໄລ ”

    ສ່ວນບັນດາການເຄື່ອນໄຫວອາສາສະໝັກລະດູຮ້ອນປີນີ້ຢູ່ບໍລິເວນແຂວງດັກລັກ ກໍເອົາໃຈໃສ່ວຽກງານກໍ່ສ້າງຊົນນະບົດໃໝ່, ເຂົ້າຮ່ວມກໍ່ສ້າງເຂດຕົວເມືອງສີວິໄລ, ດຳເນີນບັນດາການເຄື່ອນໄຫວຫນູນຊ່ວຍສັງຄົມ ແລະ ຕອບບຸນແທນຄຸນ, ຢ້ຽມຢາມແມ່ຫວຽດນາມວິລະຊົນ, ລົງມືປຸກສ້າງເຮືອນແຫ່ງສາຍຈິດສາຍໃຈໃຫ້ແກ່ຄອບຄົວອະດີດຊາວໜຸ່ມຕະລຸມບອນ….    ອ້າຍ Y trul Niê ຊາວໜຸ່ມຕາແສງ ກຣົງບຸດ, ເມືອງ ກຣົງປັກ, ແຂງດັກລັກ ໃຫ້ຮູ້ວ່າ: 

    “ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດເພື່ອໃຫ້ບັນດາເພື່ອນ ຊາວໜຸ່ມ, ໄວໜຸ່ມໄດ້ອຸທິດເຫື່ອແຮງຂອງຕົນ, ຜ່ານນັ້ນ ກໍໄດ້ຊ່ວຍບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ ແລະ ໃນໄລຍະນີ້ ພວກເຮົາມີວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ພວກເຮົາຄວນຮູ້ບຸນຄຸນຕໍ່ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ກການປະຕິວັດ. ສຳລັບກຳລັງແຮງໄວໜຸ່ມ, ໃນໄລະທີ່ຈະມາເຖິງ, ບັນດາເພື່ອນຈະເສີມຂະຫຍາຍຈິດໃຈປະຈັນບານຂອງຕົນ ”

     ສ່ວນທ່ານເຈີນວັນກວາງ ຮອງປະທານສະມາຄົມນັກສຶກສາ ມະຫາວິທະຍາໄລ ໄຕໂດ ແບ່ງປັນວ່າ : 

    “ ນີ້ແມ່ນຄັ້ງທີ 3 ທີ່ນ້ອງເຂົ້າຮ່ວມບັ້ນເຄື່ອນໄຫວຊາວໜຸ່ມອາສາສະໝັກລະດູຮ້ອນດ້ວຍທິດນຳ ເຮັດໃຫ້ປະຊາຊົນຮັກແພງ, ປະຊາຊົນເຊື່ອໝັ້ນ, ນ້ອງຕັດສິນໃຈຮ່ວມແຮງຮ່ວມໃຈສ້າງຊົນນະບົດໃໝ່, ບູລະນະປະຕິສັງຂອນບັນດາເສັ້ນທາງ, ກໍ່ສ້າງບັນດາກິດຈະການຊາວໜຸ່ມ, ໄປຖະຫວາຍທູບທຽນອາໄລຫາຢູ່ເຂດສຸສານ ນັກຮົບເສຍສະຫຼະຊີວິດເພື່ອຊາດ ກໍຄືວຽກງານຕ່າງໆທີ່ທ້ອງຖິ່ນໄດ້ວາງອອກ ”

    ບັ້ນເຄື່ອນໄຫວ ຊາວໜຸ່ມອາສາສະໝັກລະດູຮ້ອນໄດ້ນຳມາເຊິ່ງຄວາມປາດຖະໜາໃຫ້ແກ່ພວກນ້ອງນ້ອຍຢາກໄດ້ໄປໂຮງຮຽນ, ບັນດາເຂດບ້ານນາທີ່ທຸກຍາກຫວັງຢາກປ່ຽນແປງໂສ້ມໜ້າໃໝ່. ແຕ່ລະບາດກ້າວເດີນ, ການເດີນທາງແຕ່ລະຄັ້ງ, ແຕ່ລະການກະທຳປະຈັນບານອາສາສະໝັກເພື່ອວົງຄະນະຍາດຍັງຄົງສືບຕໍ່ທະວີຄູນ ແລະ ແຜ່ຂະຫຍາຍ… ສ້າງບັນດາຂີດໝາຍທີ່ສວຍງາມຢູ່ດິນແດນແຕ່ລະແຫ່ງຊຶ່ງບັນດາຜູ້ອາສາສະໝັກເດີນຜ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ