ໜ່ວຍວຽກງານສັງຄົມ, ໄວໜຸ່ມ Ea Sup, ຂົວເຊື່ອມຕໍ່ຄວາມຮັກແພງ

(VOVWORLD) -ດ້ວຍຄວາມຫວັງຢາກຊ່ວຍເຫຼືອບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ, ບັນດາຜູ້ທີ່ມີຊາຕາກຳອາພັບ, ໜ່ວຍວຽກງານສັງຄົມ, ໄວໜຸ່ມ Ea Sup , ເມືອງ Ea Sup, ແຂວງ ດັກລັກ ໄດ້ຮັບການສ້າງຕັ້ງຂຶ້ນ

5 ປີ ນັບຕັ້ງແຕ່ວັນສ້າງຕັ້ງ, ດ້ວຍບັນດາວຽກງານທີ່ມີຄວາມໝາຍ, ບັນດາສະມາຊິກໃນໜ່ວຍໄດ້ ແລະ ພວມສືບຕໍ່ທະວີຄູນບັນດານ້ຳໃຈແຫ່ງຄວາມເມດຕາປານີໃນວົງຄະນະຍາດ, ແບ່ງປັນຄວາມຫຍຸ້ງຍາກໃນການດຳລົງຊີວິດ.

ໜ່ວຍວຽກງານສັງຄົມ, ໄວໜຸ່ມ Ea Sup, ຂົວເຊື່ອມຕໍ່ຄວາມຮັກແພງ - ảnh 1 ໜ່ວຍວຽກງານສັງຄົມ, ໄວໜຸ່ມ Ea Sup

      ສາຂາທີ 2 ຂອງໂຮງຮຽນປະຖົມ Cu M Lan ປະກອບດ້ວຍ 3 ຫ້ອງຮຽນຢູ່ທີ່ບ້ານ ບີງເລີ້ຍ, ຕາແສງ Cu M Lan, ເມືອງ Ea Sup ຫາກໍຖືກນຳເຂົ້າໃຊ້ການເມື່ອຕົ້ນສົກປີ 2017-2018, ອັນໄດ້ຊ່ວຍບັນດາຄູອາຈານ ແລະ ນັກຮຽນໃນໂຮງຮຽນ ຫຼູດຜ່ອນຄວາມລຳບາກຊຶ່ງຕ້ອງເດີນຜ່ານໄລຍະທາງ 4-5 ກມເພື່ອໄປຮອດໂຮງຮຽນສາຂາ 1 ຄືກ່ອນນີ້ອີກແລ້ວ. ກິດຈະກຳກໍ່ສ້າງໂຮງຮຽນສາຂາທີ 2 ໂດຍແມ່ນກຳລັງຊາວໜຸ່ມ ແລະ ໄວໜຸ່ມຂອງໜ່ວຍວຽກງານສັງຄົມ, ໄວໜຸ່ມ Ea Sup ຮັບຜິດຊອບການກໍ່ສ້າງ ໂດຍນຳໃຊ້ຈາກແຫຼ່ງທຶນໜູນຊ່ວຍທັງຢູ່ພາຍໃນແຂວງ ແລະ ຕ່າງແຂວງ. ດ້ວຍຈຳນວນເງິນ 1 ຕື້ດົງ, ນອກຈາກ 3 ຫ້ອງຮຽນ, ມີໂຕະຕັ່ງຄົບຊຸດບັນລຸມາດຕະຖານແລ້ວ, ກໍຍັງມີຫ້ອງນ້ຳຕື່ມອີກ 2 ຫ້ອງ ແລະ ນ້ຳສ້າງ 1 ແຫ່ງເພື່ອຮັບໃຊ້ການດຳເນີນຊີວິດຂອງຄູອາຈານ ແລະ ນັກຮຽນ.   ເອື້ອຍຄູ ຫວຽນທິຕວຽດ ສັງກັດໂຮງຮຽນປະຖົມ Cu M Lan ໃຫ້ຮູ້ວ່າ : 

“ ພວກນ້ອງໄປໂຮງຮຽນ ກໍປະສົບກັບຄວາມຫຍຸ້ງຍາກ, ມີນັກຮຽນ, ເຮືອນຢູ່ໄກຈາກໂຮງຮຽນເຖິງ 4-5 ກມ, ເສັ້ນທາງເດີນກໍປະສົບກັບຄວາມຫຍຸ້ງຍາກຫຼາຍ. ບາງຄັ້ງຄາວ, ຂ້າພະເຈົ້າໄດ້ເຫັນປະຈັກຕາບັນດາພວກນ້ອງນັກຮຽນ ປ1 ພາກັນໄປໂຮງຮຽນ, ຍ້ອນທາງມື່ນຖືກລົ້ມ ປຽກໝົດໂສ້ງເສື້ອ ແຕ່ກໍຍັງພະຍາຍາມລຸກຂຶ້ນຍ່າງຕໍ່ຮອດໂຮງຮຽນ, ເບິ່ງພວກນ້ອງເປັນໜ້າອີ່ຕົນຫຼາຍ. ນັບແຕ່ສາຂາທີ 2  ຂອງໂຮງຮຽນຢູ່ບ້ານ ບີງເລີ້ຍ ໄດ້ຮັບການຊ່ວຍປຸກສ້າງຈາກບັນດາຜູ້ທີີ່ມີນ້ຳໃຈມາດຕາປານີ ແລະ ໜ່ວຍວຽກງານສັງຄົມ, ໄວໜຸ່ມ Ea Sup, ເສັ້ນທາງຈາກເຮືອນໄປຫາໂຮງຮຽນ ກໍມີຄວາມສະດວກສະບາຍ ”

      ດ້ວຍທິດນຳ “ ໄວໜຸ່ມອາສາສະໝັກເພື່ອຊີວິດວົງຄະນະຍາດ ”, ສຸມໃສ່ມຸ່ງໄປສູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະ ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ; ບັນດາສະມາຊິກໃນໜ່ວຍວຽກງານສັງຄົມ, ໄວໜຸ່ມ Ea Supຍາມໃດກໍຊອກຫາ ແລະ ຜັນຂະຫຍາຍປະຕິບັດບັນດາໂຄງການ, ກິດຈະກຳຊ່ວຍແກ້ໄຂບັນດາຄວາມຫຍຸ້ງຍາກຂອງປະຊາຊົນ, ນຳໃຊ້ແຫຼ່ງເງິນຊ່ວຍເຫຼືອຢ່າງສົມເຫດສົມຜົນ. ມີບາງກິດຈະກຳຂອງ ໜ່ວຍວຽກງານສັງຄົມໄດ້ຮັບການທະວີຄູນອອກສູ່ທົ່ວແຂວງເຊັ່ນ: “ ໂຮງຮຽນເພື່ອຄວາມຮັກແພງ ”, “ ນ້ຳສະອາດເພື່ອຄວາມຮັກແພງ ”, “ເຂົ້າຕົ້ນໝູ” …..    ເພື່ອນ Ykhamta Nie ໃຫ້ຮູ້ວ່າ : 

   “ ນ້ອງເຫັນວ່າ ບັນດາການເຄື່ອນໄຫວຂອງ ໜ່ວຍວຽກງານສັງຄົມ, ໄວໜຸ່ມ Ea Supແມ່ນມີຄວາມໝາຍທີ່ສຸດ, ຊ່ວຍເຮັດໃຫ້ມະນຸດຫຍັບເຂົ້າໃກ້ກັນກ່ວາ, ສາມາດຫຼຸດຜ່ອນຄວາມຜິດໂຕນກັນລະຫວ່າງຄວາມຮັ່ງມີ ແລະ ທຸກຍາກ. ເມື່ອເຂົ້າຮ່ວມ ໜ່ວຍວຽກງານສັງຄົມ, ນ້ອງເຫັນວ່າ ການດຳລົງຊີວິດຂອງຕົນມີຄວາມໝາຍກ່ວາ ແລະ ຫວັງຢາກອຸທິດສ່ວນໃຫ້ແກ່ສັງຄົມຫຼາຍກ່ວາອີກ ”

     ໂດຍສວມບົດບາດເປັນຜູ້ຂົນຂວາຍ, ຜູ້ປະສານງານໃຫ້ແກ່ຊາວໜຸ່ມ, ໄວໜຸ່ມເຂົ້າຮ່ວມບັນດາການເຄື່ອນໄຫວອາສາສະໝັກ ແລະ ເຊື່ອມຕໍ່ລະຫວ່າງບັນດາອົງການເຄື່ອນໄຫວອາສາສະໝັກກັບເຂດທີ່ປະສົບກັບຄວາມຫຍຸ້ງຍາກ,    ອ້າຍ ເລຮົ່ງແຫ້ງ  ຫົວໜ້າໜ່ວຍວຽກງານສັງຄົມ, ໄວໜຸ່ມ Ea Sup ໃຫ້ຮູ້ວ່າ : 

   “ ເມືອງ Ea Sup ແມ່ນເມືອງທີ່ຫ່າງໄກສອກຫຼີກທີ່ເຂດປະສົບກັບຄວາມຫຍຸ້ງຍາກ, ກ່ອນນີ້ ມີຜູ້ໃຈບຸນໃຈກຸສົນກໍຢາກມາປະກອບສ່ວນ, ໜູນຊ່ວຍໃຫ້ແກ່ເມືອງ. ໜ່ວຍວຽກງານສັງຄົມ, ໄວໜຸ່ມ Ea Sup ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍຄວາມຫວັງຢາກແມ່ນຂົວເຊື່ອມຕໍ່ລະຫວ່າງບັນດາຜູ້ໃຈບຸນໃຈກຸສົນກັບບັນດາເຂດປະສົບກັບຄວາມຫຍຸ້ງຍາກຢູ່ Ea Sup. ແລະ ຜ່ານບັນດາໂຄງການ, ການເຄື່ອນໄຫວທີ່ມີຄວາມໝາຍນັ້ນໄດ້ຂົນຂວາຍຊາວໜຸ່ມ, ໄວໜຸ່ມຕັ້ງໜ້າເຂົ້າຮ່ວມບັນດາການເຄືອ່ນໄຫວອາສາສະໝັກລົງສູ່ເຂດຫ່າງໄກສອກຫຼີກ, ຢັ້ງຢືນ ແລະ ເພີ່ມທະວີບົດບາດອາສາສະໝັກຂອງຊາວໜຸ່ມ, ໄວໜຸ່ມໃນບໍລິເວນທົ່ວເມືອງ ”

     ຈາກນ້ຳໃນປະຈັນບານຂອງໄວໜຸ່ມ, ນ້ຳໃຈເຄື່ອນໄຫວເພື່ອການກຸສົນຂອງແຕ່ລະສ່ວນບຸກຄົນ, ບັນດາສະມາຊິກໃນ ໜ່ວຍວຽກງານສັງຄົມ, ໄວໜຸ່ມ Ea Sup, ທີ່ ເມືອງ Ea Sup, ແຂວງ ດັກລັກ ຍັງຄົງສືບຕໍ່ປະກອບສ່ວນພ້ອມກັບທ້ອງຖິ່ນ ເອົາໃຈໃສ່ຊ່ວຍເຫຼືອບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ, ບັນດາຜູ້ທີ່ມີຊາຕາກຳອາພັບ ບືນຕົວຂຶ້ນໃນການດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ