ໝູ່ບ້ານ Dơk Rơng ແຂວງ ຢາລາຍ, ສາມັກຄີກໍ່ສ້າງຊົນນະບົດໃຫມ່

(VOVWORLD) - ດ້ວຍເກືອບ 100% ຄອບຄົວຊາວຊົນເຜົ່າ Bahnarດຳລົງຊີວິດຢູ່ຮ່ວມກັນມາເປັນເວລາຫລາຍປີ, ໝູ່ບ້ານ Dơk Rơng, ຕາແສງ Glar,ເມືອງĐak Đoa, ແຂວງ ຢາລາຍ ແມ່ນຫນຶ່ງໃນຈຳນວນໝູ່ບ້ານພົ້ນເດັ່ນໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃຫມ່. ພ້ອມກັອຳນາດການປົກຄອງທ້ອງຖິ່ນ, ປະຊາຊົນໃນໝູ່ບ້ານກໍ່ຮ່ວມແຮງຮ່ວມໃຈຂົນຂວາຍທຸກຄົນເຂົ້າຮ່ວມການຕອບສະຫນອງເຮັດໃຫ້ໂສມຫນ້າບ້ານເກີດເມືອງນອນມີການປ່ຽນແປງໃຫມ່. ຍ້ອນເຫດນັ້ນ ພາບພົດຂອງໝູ່ບ້ານຈຶ່ງນັບມື້ນັບໃຫຍ່ໂຕສວຍງາມ ສະອາດກວ່າ, ປະກອບສ່ວນນຳ ຕາແສງ Glar ກາຍເປັນຫນຶ່ງໃນບັນດາຕາແສງບັນລຸມາດຖານຊົນນະບົດໃຫມ່ຂອງເມືອງ Đak Đoa.

ໝູ່ບ້ານ Dơk Rơng ແຂວງ ຢາລາຍ, ສາມັກຄີກໍ່ສ້າງຊົນນະບົດໃຫມ່ - ảnh 1ເຮືອນດຳເນີນຊີວິດ ຂອງ ຊາວບ້ານ Dơk Rơng. (ພາບ: VOV)

ເສັ້ນທາງເຂົ້າບ້ານໄດ້ຮັບການກໍ່ສ້າງດ້ວຍເບຕົງສະອາດສວຍງາມ, ເຮືອນຊານຂອງປະຊາຊົນຢູ່ທີ່ນີ້ກໍ່ໃຫຍ່ໂຕສວຍງາມກວ່າ ດ້ວຍເດີ່ນເບຕົງທີ່ກວ້າງໃຫຍ່. ເພື່ອໃຫ້ມີການພັດທະນາຄືແນວນີ້ ໃນຫລາຍປີຜ່ານມາ ປະຊາຊົນໃນໝູ່ບ້ານໄດ້ກ້າຫານໝູນໃຊ້ວິທະຍາສາດ, ເຕັກນິກເຂົ້າໃນການປູກຝັງ, ລ້ຽງສັດ, ລົງທຶນໃສ່ເຄື່ອງກົນຈັກ, ພາຫະນະເພື່ອຮັບໃຊ້ການຜະລິດ. ຈາກນັ້ນ ຄອບຄົວມີລາຍຮັບສູງກໍ່ນັບມື້ນັບຫລາຍຂຶ້ນ. ເອື້ອຍ Amye, ຊາວບ້ານ Dơk Rơngໃຫ້ຮູ້ວ່າ:

“ກ່ອນນີ້ ຊີວິດການເປັນຢູ່ຂອງຄອບຄົວແມ່ນປະສົບກັບຄວາມຫຍຸ້ງຍາກຫລາຍ. ນັບແຕ່ໄດ້ກໍ່ສ້າງຊົນນະບົດໃຫມ່ ພວກຂ້າພະເຈົ້າຈຶ່ງຮູ້ຈັກວິທີປູກ ກາເຟ ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ. ປະຈຸບັນ ການປູກກາເຟໃນແຕ່ລະປີ ສາມາດສ້າງລາຍຮັບໄດ້ປະມານ 200 ລ້ານດົ່ງແລະ ຄອບຄົວຂ້າພະເຈົ້າກໍ່ພະຍາຍາມປຸກສ້າງເຮືອນຫລັງໃຫມ່ດ້ວຍມູນຄ່າ 700 ລ້ານດົ່ງ”

    ນອກຈາກການປູກ ກາເຟແລ້ວ, ພໍ່ແມ່ປະຊາຊົນຢູ່ ບ້ານ Đơk Rơng ຍັງປູກເຂົ້ານຳອີກ ດ້ວຍເນື້ອທີ່ກວ່າ 50 ເຮັກຕາ, ແຕ່ລະປີປູກ 2 ລະດູ. ຊຸມປີກ່ອນນີ້ ເລື່ອງເກັບກ່ຽວເຂົ້າແມ່ນຫຍຸ້ງຍາກຫລາຍ ຍ້ອນບໍ່ມີເສັ້ນທາງເຂົ້າໄປຮອດທົ່ງນາ. ນັບແຕ່ປີ 2019 ເປັນຕົ້ນມາເມື່ອມີເສັ້ນທາງເຂົ້າໄປຮອດທົ່ງນາ ແລ້ວ, ພໍ່ແມ່ປະຊາຊົນ ສາມາດນຳລົດໄຖໄປໄດ້ ສະນັ້ນການປູກເຂົ້າ, ເກັບກ່ຽວກໍ່ສະດວກຂຶ້ນຫລາຍ.

         ລຸງ ອາມຽນ, ນາຍບ້ານ Dơk Rơngເລົ່າໃຫ້ສູ່ຟັງວ່າ, ໃນປີ 2013 ປະຊາຊົນໃນບ້ານໄດ້ຂຶ້ນແຜນຈະນຳໃຊ້ທີ່ດິນລວມຂອງບ້ານດ້ວຍເນື້ອທີ່ປະມານ 1,6 ເຮັກຕາ ເພື່ອຜະລິດກາເຟ,ຈັດແບ່ງໃຫ້ 10 ຫນ່ວຍງານຮັບຜິດຊອບບົວລະບັດ. ແຕ່ລະປີ, ພາຍຫລັງລະດູການເກັບກ່ຽວ ກໍ່ໄດ້ນຳມາເຊິ່ງລາຍຮັບກວ່າ 200 ລ້ານດົ່ງເພື່ອປະກອບສ່ວນເຂົ້າກອງທຶນກໍ່ສ້າງຊົນນະບົດໃຫມ່ຂອງໝູ່ບ້ານກໍ່ຄືຮັບໃຊ້ວຽກງານລວມ. ມີຫລາຍກິດຈະກຳໄດ້ຮັບການກໍ່ສ້າງຈາກກອງທຶນນີ້, ໃນນັ້ນ ພົ້ນເດັ່ນແມ່ນ ເຮືອນດຳເນີນຊີວິດຂອງວົງຄະນາຍາດໃນບ້ານ, ດ້ວຍມູນຄ່າການກໍ່ສ້າງແມ່ນກວ່າ 300 ລ້ານດົ່ງ. ນອກຈາກກອງທຶນລວມແລ້ວ, ປະຊາຊົນ ຍັງປະກອບເງິນດ້ວຍຄວາມສະໝັກໃຈກວ່າ 60 ລ້ານດົ່ງເພື່ອກໍ່ສ້າງຮົ້ວ, ປະຕູເຂົ້າໂຮງຮຽນປະຖົມຂອງບ້ານ. ທ່ານ ອາມຽນ ໃຫ້ຮູ້ວ່າ: ບ້ານ ມີ 230 ຄອບຄົວ, ມີພຽງ 10 ຄອບຄົວທຸກຍາກ, ລາຍຮັບສະເລ່ຍຕໍ່ຫົວຄົນໃນປີຜ່ານມາ ແມ່ນ 40 ລ້ານດົ່ງ.                        

“ເພື່ອບັນລຸໄດ້ໝາກຜົນຄືວັນນີ້, ພໍ່ແມ່ປະຊາຊົນມີຄວາມສາມັກຄີກັນ, ມີຄວາມດຸໝັ່ນໃນການອອກແຮງງານທຳການຜະລິດ. ໂລກລະບາດໂຄວິດ 19 ຜັນແປສັບສົນ ສະນັ້ນ ພໍ່ແມ່ປະຊາຊົນຕ້ອງມານະພະຍາຍາມກວ່າ. ຈາກການປະກອບທີ່ດິນເພື່ອກໍ່ສ້າງເສັ້ນທາງໃນບ້ານຢ່າງໃຫຍ່ໂຕສະອາດສວຍງາມກວ່າ, ຊີວິດການເປັນຢູ່ນັບມື້ນັບພັດທະນາ, ພໍ່ແມ່ປະຊາຊົນຍິ່ງມີຄວາມສາມັກຄີກັນກວ່າ.”

ໝູ່ບ້ານ Dơk Rơng ແຂວງ ຢາລາຍ, ສາມັກຄີກໍ່ສ້າງຊົນນະບົດໃຫມ່ - ảnh 2ຊາວ ບ້ານ Dơk Rơng ນັບມື້ນັບຮັ່ງມີຂຶ້ນ ຍ້ອນດຸໝັ່ນໃນການອອກແຮງງານ. (ພາບ:VOV)

 ດ້ວຍຄວາມຄິດ, ຢາກໃຫ້ໝູ່ບ້ານຮັ່ງມີສວຍງາມ ກ່ອນອື່ນໝົດຕ້ອງພັດທະນາເສດຖະກິດຄອບຄົວ, ພໍ່ແມ່ປະຊາຊົນໃນບ້ານ Dơk Rơng ຍາມໃດກໍ່ຕັກເຕືອນກັນວ່າ ຕ້ອງສາມັກຄີ, ດຸໝັ່ນໃນການທຳມາຫາກິນ. ໃນບ້ານໄດ້ສ້າງຕັ້ງບັນດາກຸ່ມ, ຫນ່ວຍງານເພື່ອຫນູນຊ່ວຍກັນດ້ານທຶນຮອນ, ເຕັກນິກ,ພັດທະນາການຜະລິດ. ຊີວິດດ້ານວັດຖຸ, ຈິດໃຈນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ໃຜໆ ກໍ່ລ້ວນແຕ່ບໍລິຈາກເງິນ, ກຳລັງເຫື່ອແຮງເພື່ອກໍ່ສ້າງຊົນນະບົດໃຫມ່. ທ່ານ ບຸ່ຍກວາງທ້ວາຍ, ຮອງປະທານ ຄະນະກຳມະການປະຊາຊົນ ຕາແສງ Glar ໃຫ້ຮູ້ວ່າ:

 “ບ້ານ Đơk Rơng ໄດ້ຮັບການຮັບຮອງຈາກ ຄະນະກຳມະການປະຊາຊົນ ເມືອງ ວ່າ ແມ່ນບ້ານບັນລຸມາດຖານຊົນນະບົດໃຫມ່. ປະຊາຊົນໃນບ້ານມີຄວາມຮັບຮູ້ໄດ້ຕໍ່ຄວາມສຳຄັນໃນການກໍ່ສ້າງຊົນນະບົດໃຫມ່, ເຮັດໃຫ້ໂສມຫນ້າຊົນນະບົດນັບມື້ນັບດີຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບພັດທະນາກວ່າ”

         ເມື່ອຊີວິດດ້ານວັດຖຸນັບມື້ນັບດີຂຶ້ນ ຊີວິດດ້ານຈິດໃຈຂອງພໍ່ແມ່ປະຊາຊົນກໍ່ໄດ້ຮັບການຍົກສູງຂຶ້ນ, ຈາກນັ້ນ ບັນດາຄຸນຄ່າດ້ານວັດທະນະທຳ ແລະ ຈຸດທີ່ດີງາມຂອງມູນເຊື້ອໄດ້ປຸກລຸກ, ເສີມຂະຫຍາຍ. ນີ້ແມ່ນໝາກຜົນເໝາະສົມທີ່ໄດ້ຮັບຈາກການກ້າຄິດກ້າເຮັດຂອງຊາວກະສິກອນ ຈາກນັ້ນ ເຂົາເຈົ້າມີກຳລັງຫນູນຕື່ມອີກເພື່ອສືບຕໍ່ບືນຂຶ້ນກໍ່ສ້າງຊີວິດໃຫ້ອີ່ມໜຳສຳລານສົມບູນພູນສຸກໃນເຂດດິນແດນບ້ານເກີດເມືອງນອນຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ