40 ປີ ແຫ່ງນ້ຳໃຈມິດຕະພາບຫວຽດນາມ - ໄທ: ແຕກດອກອອກຜົນ


(vovworld)- ກ່ອນນີ້ 40 ປີ, ຄື​ວັນ​ທີ 6/8/1976, ຫວຽດ​ນາມ ແລະ ໄທ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ. ຫວຽດ​ນາມ ແລະ ໄທ ແມ່ນ​ສອງ​ປະ​ເທດ ທຳ​ອິດ ໃນ ອາ​ຊຽນ ສ້າງ​ການ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ. ສິ່ງນີ້​ເປັນ​ການ​ພິ​ສູດ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ການ​ພົວ​ພັນ​ສອ​ງຝ່າຍ ຫວຽດ​ນາມ -ໄທ ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ ຄື​ດັ່ງ​ຄຳ​ຢືນ​ຢັນ​ຂອງ​ທ່ານ ມາ​ນົບ​ໄຊ ວົງ​ພັກ​ດີ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ໄທ​ປະ​ຈຳ​ຫວຽດ​ນາມວ່າ : “ການ​ພົວ​ພັນ​ສອງ​ຝ່າຍ​ຫວຽດ​ນາມ - ໄທ ໃນ 40 ປີ​ຜ່ານ​ມາ​ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃຫ້​ນັບ​ມື້​ນັບ​ໝັ້ນ​ຄົງໃນ​ທຸກ​ຂົງ​ເຂດ: ການ​ເມືອງ, ການ​ເງິນ, ເສດ​ຖະ​ກິດ, ຄວາມ​ໝັ້​ນ​ຄົງ, ການ​ລົງ​ທຶນ, ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ.

40 ປີ ແຫ່ງນ້ຳໃຈມິດຕະພາບຫວຽດນາມ - ໄທ: ແຕກດອກອອກຜົນ - ảnh 1
ມາ​ນົບ​ໄຊ ວົງ​ພັກ​ດີ, ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ​ຫວຽດ​ນາມ

        ເດືອນ 6/2013, ສອງ​ປະ​ເທດ​ໄດ້​ເຫັນ​ດີ​ ຍົກ​​ການ​ພົວ​ພັນ​ຂຶ້ນ​ສູ່​ລະ​ດັບຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເນື່ອງ​ໃນ​ໂອ​ກາດການ​ຢ້ຽມ​ຢາມ ໄທ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ. ເດືອນ 11/2014, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ປ​ຣາ​ຢຸດ ຈັນ​ໂອ​ຊາ ​ມາຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເປັນ​ສັກ​ຂິ​ພິ​ຍານ​ພິ​ທີ​ລົງ​ນາມ​ໂຄງ​ການ​ດຳ​ເນີນ​ງານ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ -ໄທ ໄລ​ຍະ 2014-2018. ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ຫວຽດ​ນາມ - ໄທ ນັບ​ທັງ​ລວງກວ້າງ ແລະ ລວງ​ເລິກ​ຢ່າງ​ແຮງ. ທ່ານ ມາ​ນົບ​ໄຊ ວົງ​ພັກ​ດີ,ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

ສຽງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ, ມາ​ນົບ​ໄຊ ວົງ​ພັກ​ດີ


        ການ​ພົວ​ພັນ​ດ້ານ​ການ​ຄ້າ ຫວຽດ​ນາມ -ໄທ ໄດ້​ເພີ່ມ​ທະ​ວີກວ່າ 40% ໃນ​ຕະ​ຫລອດ 5 ປີ ແຕ່​ປີ 2010 – 2015 ເຖິງວ່າ​ເສດ​ຖະ​ກິດ​ທົ່ວ​ໂລກ​ປະ​ຈຸ​ບັນ ພວມ​ມີ​ການ​ຜັນ​ແປ​ຍາກ​ທີ່​ຄາດ​ຄະ​ເນ​ໄດ້. ປີ 2015 ລະ​ດັບ​ເຕີບ​ໂຕ​ສືບ​ຕໍ່​ບັນ​ລຸ 10% ດ້ວຍຍອດ​ວົງ​ເງິນ​ການ​ຄ້າ​ໄດ້ຂຶ້ນ​ເຖິງ ເກືອບ 13 ຕື້ USD. ແລະ ຄາດ​ໝາຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 20 ຕື້ USD ໃນ​ປີ 2020 ແມ່ນ​ຕົວ​ເລກ​​ອາດ​ສາ​ມາດຈະ​ປະ​ຕິ​ບັດ​ໄດ້​. ນອກ​ຈາກ​ການ​ຮ່ວມ​ມື​ຢູ່​ໃນລະ​ດັບ​ສູນ​ກາງ, ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ​ລ້ວນ​ແຕ່​ໄດ້​ຮັບ​ຖື​ເປັນ​ສຳ​ຄັນຈ​າກ​ສອງ​ຝ່າຍ. ປະ​ຈ​ຸ​ບັນ ມີ 14 ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ ມີ​ໂຄງ​ການ​ຮ່ວມ​ສຳ​ພັນ​​ເພື່ອຮ່ວມ​ມື. ທ່ານ ມາ​ນົບ​ໄຊ ວົງ​ພັກ​ດີ, ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

ສຽງ​ທ່ານ ມາ​ນົບ​ໄຊ ວົງ​ພັກ​ດີ


 ວິ​ສາ​ຫະ​ກິດ​ໄທ ໄດ້​ລົງ​ທຶນ​ຈຳ​ນວນ​ເງິນ 8 ຕື້ USD ເຂົ້າ​ຫວຽດ​ນາມ ແລະ ຢືນ​ອັນ​ດັບ​ທີ 11 ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ. ມີກວ່າ 300 ໂຄງ​ການ​ລົງ​ທຶນ​ຂອງ​ບັນ​ດາ​ວິ​ສ​າ​ຫະ​ກິດ​ ໄທ ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ, ໃນ​ນັ້ນ ມີ​ບັນ​ດາ​ບໍ​ລິ​ສັດ​ແຖວ​ຫນ້າ​ຂອງ​ໄທ ຄື: ກຸ່ມ​ບໍ​ລິ​ສັດ SCG, CP, AMATA, ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ໄທ  ແລະ ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂົງ​ເຂດ​ໂຮງ​ແຮມ, ທ່ອງ​ທ່ຽວ, ກະ​ສິ​ກຳ, ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ເພື່ອສົ່ງ​ອອກ​ນຳ​ເຂົ້າ. ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄທ ແລ້ວ, ເລື່ອງສອງ​ປະ​ເທດ​ເຂົ້າ​ຮ່ວມ​​ປະ​ຊາ​ຄົມເສດ​ຖະ​ກິດ ອາ​ຊຽນ ດ້ວຍ​ພົນ​ລະ​ເມືອງກວ່າ 600 ລ້ານ​ຄົນ ແລະ ຍອດ​ GDP ຂຶ້ນ​ເຖິງ 3.000 ຕື້ USD ໄດ້​ຮັດ​ແຫນ້ນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອ​ງ​ປະ​ເທດ​ ກວ່າ

ສຽງ​ທ່ານ ມາ​ນົບ​ໄຊ ວົງ​ພັກ​ດີ


40 ປີ ແຫ່ງນ້ຳໃຈມິດຕະພາບຫວຽດນາມ - ໄທ: ແຕກດອກອອກຜົນ - ảnh 2
ທ່ານ ມາ​ນົບ​ໄຊ ວົງ​ພັກ​ດີ, ເອກ​ອັກ​ຄະ​ລັດ​ຖະ​ທູດ ໄທ ປະ​ຈຳ​ຫວຽດ​ນາມ
ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ VOV 5

        ຄຽງ​ຄູ່​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ສອງ​ປະ​ເທດ ກໍ​ເອົາ​ໃຈ​ໃສ່​ເຖິງ​ຂົງ​ເຂດ​ການ​ທູດ​ວັດ​ທະ​ນະ​ທຳ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາ​ນົບ​ໄຊ ວົງ​ພັກ​ດີ,ໃຫ້​ຮູ້​ວ່າ:

ສຽງ​ທ່ານ ມາ​ນົບ​ໄຊ ວົງ​ພັກ​ດີ


 ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ລະ​ດັບ​ສອງ​ຝ່າຍ, ສອງ​ຝ່າຍ​ກໍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ຢູ່​ລະ​ດັບ​ຫລາຍ​ຝ່າຍ​ໃນ​ຂອບ​ເຂດ​ບັນ​ດາ​ອົງ​ການ​ພາ​ກ​ພື້ນ ແລະ ສາ​ກົນ ຄື: ການ​ຮ່ວມ​ມື​ແລວ​ເສດ​ຖະ​ກິດ​ຕາ​ເວັນ​ອອກ​ຕ​າ​ເວັນ​ຕົກ, ສາຍ​ທາງ​ບົກ​ເຊື່ອມ​ຕໍ່​ອາ​ຊີ, ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ, ການ​ຮ່ວມ​ມື​ເສດ​ຖະ​ກິດ​ແມ່​ນ້ຳ​ສາມ​ສາຍ Ayeyarwady, ເຈົ້າ​ພະ​ຢາ ແລະ ແມ່​ຂອງ (ACMECS). ຍ້ອນມີ​ການ​ຮ່ວມ​ມືນີ້​ໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ ເພື່ອ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ສອງ​ຊາດ​ກໍ​ຄ​ື​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ລວມ​ຂອງ​ອາ​ຊຽ​ນ.

ຕອບກັບ

ຂ່າວ/ບົດ​ອື່ນ