45 ປີແຫ່ງ​ກາ​ນ​ພົວ​ພັນ​ລ​ະ​ຫວ່າງ ຫວຽດ​ນາມ - ໄທ: ໄລ​ຍະ​ທາງແຫ່ງ​ປະຫວັດ​ສາດ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງການພົວພັນ ຫວຽດນາມ - ໄທ ຄົບຮອບ 45 ປີ (ວັນທີ 6/8/1946  06/08/2021), ວັນທີ 6 ສິງຫາ ຜ່ານມາ, ກຸ່ມນັກຂຽນ ທ່ານ ປອ. ນາງ ເຈືອງທິຮັ່ງ - ອາຈານສອນ ມະຫາວິທະຍາໄລ ຣັດຈະພັດ ລຳປາງ  ແລະ ທ່ານ ປອ. ນະຄອນ ເສຣີຣັກ - ອາຈານສອນ ສະຖາບັນການເມືອງ ສັງກັດ ມະຫາວິທະຍາໄລ ຂອນແກ່ນ (ໄທ) ໄດ້ພິມຈຳໜ່າຍປຶ້ມອ່ານທີ່ມີຫົວຂໍ້ “45 ປີ ແຫ່ງການພົວພັນ ຫວຽດນາມ ໄທ (1976  2021): ໄລຍະທາງແຫ່ງປະຫວັດສາດ”. ປຶ້ມອ່ານເຫຼັ້ມດັ່ງກ່າວໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາເອກະສານທີ່ມີຄ່າ ເພື່ອໃຫ້ປະຊາຊົນສອງປະເທດມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ໄທ. ໃນລາຍການຊາຍຄາອາຊຽນ ພາກນີ້, ເຊີນທ່ານພ້ອມກັບນັກຂ່າວ VOV ພົບປະກັບທ່ານ ປອ.  ນະຄອນ ເສຣິຣັກ ເພື່ອຊອກຮູ້ກ່ຽວກັບປຶ້ມຫົວນີ້.
45 ປີແຫ່ງ​ກາ​ນ​ພົວ​ພັນ​ລ​ະ​ຫວ່າງ ຫວຽດ​ນາມ - ໄທ: ໄລ​ຍະ​ທາງແຫ່ງ​ປະຫວັດ​ສາດ - ảnh 1ປຶ້ມອ່ານ“45 ປີ ແຫ່ງການພົວພັນ ຫວຽດນາມ ໄທ (1976 – 2021): ໄລຍະທາງປະຫວັດສາດ”

ປຶ້ມອ່ານ “45 ປີ ແຫ່ງການພົວພັນ ຫວຽດນາມ ໄທ (1976 – 2021): ໄລຍະທາງປະຫວັດສາດ” ໄດ້ພິມຈຳໜ່າຍດ້ວຍສອງພາສາ ນັ້ນແມ່ນພາສາ ຫວຽດ ແລະ ພາສາ ໄທ. ເນື້ອໃນຂອງປຶຶ້ມຫົວນີ້ ລວມມີ 3 ເນື້ອໃນຕົ້ນຕໍ: ພາກທີ່ໜຶ່ງ: ການພົວພັນ ຫວຽດນາມ - ໄທ ກ່ອນປີ 1976; ພາກທີສອງ: 45 ປີ ແຫ່ງການພົວພັນລະຫວ່າງ ຫວຽດນາມ - ໄທ (1976 – 2021): ໄລຍະທາງແຫ່ງປະຫວັດສາດ ແລະ ພາກທີສາມ: ການໂອ້ລົມສົນທະນາທາງການທູດ - ທ່າອ່ຽງລວມໃນການພົວພັນລະຫວ່າງຫວຽດນາມ - ໄທ. ທ່ານ ປອ. ນະຄອນ ເສຣີຣັກ ມີປະສົບການເຮັດວຽກຢູ່ ມະຫາວິທະຍາໄລ ຂອນແກ່ນ ເປັນເວລາ 10 ປີ ແລະ ກ່ອນນັ້ນໄດ້ເຮັດວຽກຢູ່ ສຳນັກງານນາຍົກລັດຖະມົນຕີ ໄດ້ແບ່ງປັນກ່ຽວກັບບຸນວາດສະໜາທີ່ໄດ້ຮ່ວມມືກັບ ທ່ານ ປອ. ນາງເຈືອງທິຮັ່ງ ເພື່ອຂຽນປຶ້ມເຫຼັ້ມນີ້ອອກມາ.

“ຂ້າພະເຈົ້າມີຄວາມສົນໃຈຕໍ່ການຄົ້ນຄວ້າກ່ຽວກັບປະຫວັດສາດ ແລະ ພິເສດແມ່ນ ຫວຽດນາມ ເພາະວ່າ ຂ້າພະເຈົ້າເຄີຍມາ ຫວຽດນາມ. ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບປະຫວັດສາດ ຫວຽດນາມ. ຂ້າພະເຈົ້າມີບຸນວາດສະໜາຮູ້ຈັກ ທ່ານ ປອ. ນາງ ເຈືອງທິຮັ່ງ ແລະ ໄດ້ພົບປະໂອ້ລົມ, ແລກປ່ຽນກັນໃນຫຼາຍເລື່ອງ. ທ່ານ ປອ. ນາງ ເຈືອງທິຮັ່ງ ກໍໄດ້ເລົ່າເລື່ອງກ່ຽວກັບ ຫວຽດນາມ ສູ່ຂ້າພະເຈົ້າຟັງເປັນຈຳນວນຫຼາຍ. ແລະ ສິ່ງທີ່ໜ້າສົນໃຈທີ່ສຸດນັ້ນແມ່ນ ທ່ານ ປອ. ນາງ ເຈືອງທິຮັ່ງ ໄດ້ມອບປຶ້ມກ່ຽວກັບປະທານ ໂຮ່ຈີມິນ ໃຫ້ແກ່ຂ້າພະເຈົ້າ. ເພິ່ນເຄີຍຂຽນປຶ້ມ 2 3 ຫົວກ່ຽວກັບປະທານ ໂຮ່ຈີມິນ ແລ້ວ ແລະ ເຫັນວ່າ ເພິ່ນມີຄວາມຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດ ຫວຽດນາມ. ເພິ່ນໃຫ້ຮູ້ວ່າ ເພິ່ນຈະຂຽນປຶ້ມກ່ຽວກັບປະຫວັດສາດການພົວພັນ ຫວຽດນາມ - ໄທ, ພິເສດ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດສອງປະເທດ ແລະ ພວກຂ້າພະເຈົ້າໄດ້ຮ່ວມມືກັນເພື່ອຂຽນປຶ້ມຫົວນີ້ອອກມາ.”

45 ປີແຫ່ງ​ກາ​ນ​ພົວ​ພັນ​ລ​ະ​ຫວ່າງ ຫວຽດ​ນາມ - ໄທ: ໄລ​ຍະ​ທາງແຫ່ງ​ປະຫວັດ​ສາດ - ảnh 2ທ່ານ ປອ. ນະຄອນ ເສຣີຣັກ 
ທ່ານ ປອ. ນະຄອນ ເສຣີຣັກ ຖືວ່າ ມີຫຼາຍຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດ. ເຖິງຢ່າງໃດກໍຕາມ, ທ່ານ ປອ. ນະຄອນ ເສຣີຣັກ ມີຄວາມສົນໃຈເປັນພິເສດເຖິງການພົວພັນກັບປະຊາຊົນ ເຊິ່ງກໍໄດ້ເຕື້ອງເຖິງໃນປຶ້ມຫົວນີ້. ຕາມນັກຮຽນຮູ້ທີ່ໄດ້ໃຊ້ເວລາຈຳນວນຫຼາຍເພື່ອຄົ້ນຄວ້າກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ໄທ ນີ້, ການພົວພັນລະຫວ່າງ ປະຊາຊົນ ໄທ ແລະ ປະຊາຊົນ ຫວຽດນາມ ແມ່ນສຳຄັນທີ່ສຸດ ແລະ ແມ່ນຂໍ້ກຸນແຈຂອງການພົວພັນສາກົນ.

“ຕ້ອງເວົ້າວ່າ ໃນການພົວພັນປະຊາຊົນ, ຂ້າພະເຈົ້າເຫັນວ່າ ປະຊາຊົນ ໄທ ແລະ ປະຊາຊົນ ຫວຽດນາມ ແມ່ນມີສາຍພົວພັນທີ່ປະທັບໃຈຕໍ່ກັນ. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດແມ່ນໃນໄລຍະເກີດສົງຄາມຢູ່ ຫວຽດນາມ ໃນຊຸມປີ 1975 1976, ປະຊາຊົນ ໄທ ແລະ ນັກສຶກສາໄທ ໄດ້ແຫ່ຂະບວນປະທ້ວງຢູ່ນະຄອນຫຼວງ ບາງກອກ ແລະ ຢູ່ຫຼາຍແຂວງ, ນະຄອນ ເພື່ອຄັດຄ້ານ ອາເມລິກາ ຕັ້ງຖານທີ່ໝັ້ນການທະຫານຢູ່ ໄທ ເພື່ອໃຫ້ເຮືອບິນຖີ້ມລູກລະເບີດຢູ່ ຫວຽດນາມ. ຂ້າພະເຈົ້າຄິດວ່າ ຂົງເຂດການພົວພັນປະຊາຊົນ, ຄວາມຮັກແພງ, ເປັນຫ່ວງເປັນໃຍໃຫ້ກັນ ແມ່ນສິ່ງທີ່ສຳຄັນທີ່ສຸດ. ຮອດໄລຍະທີ 2 ແມ່ນການປ່ຽນແປງນະໂຍບາຍສາກົນ, ນະໂຍບາຍຂອງ ໄທ ກໍມີການປ່ຽນແປງ, ຈາກສະໜາມຮົບກາຍເປັນເຂດການຄ້າ. ຮູບພາບທີ່ເຫັນໄດ້ຢ່າງຈະແຈ້ງທີ່ສຸດແມ່ນ ຈາກການຕໍ່ສູ້ສູ້ຢັນກັນ, ໂຕ້ຖຽງກັນ, ພວກເຮົາໄດ້ແລກປ່ຽນການຄ້າ, ມີຄວາມເຂົ້າໃຈເຊິ່ງກັນແລະກັນ, ຮ່ວມມືນຳກັນ ແລະ ມີຫຼາຍຈຸດທີ່ຄ້າຍຄືກັນ.”

ຕາມຄຳແບ່ງປັນຂອງທ່ານ ປອ. ນະຄອນ ເສຣີຣັກ ແລ້ວ, ທ່ານ ແລະ ທ່ານ ປອ. ນາງ ເຈືອງທິຮັ່ງ ໄດ້ຊອກຮູ້ ແລະ ທາບທາມຈາກເອກະສານເປັນຈຳນວນຫຼາຍຢູ່ທັງ ຫວຽດນາມ ແລະ ໄທ. ເຖິງຢ່າງໃດກໍຕາມ, ໜຶ່ງໃນບັນດາສິ່ງທ້າທາຍອັນໃຫຍ່ຫຼວງໃນວິວັດທະນາການເຮັດປຶ້ມຫົວນີ້ອອກມາ ແມ່ນມີຫຼາຍໄລຍະທີ່ການພົວພັນ ຫວຽດນາມ - ໄທ ມີຄວາມເຄັ່ງຕຶງ, ພິເສດແມ່ນໃນສະໄໝ ອາເມລິກາ ເຂົ້າມາຮຸກຮານ  ຫວຽດນາມ, ມີຫຼາຍຖານທີ່ໝັ້ນການທະຫານຂອງ ອາເມລິກາ ຖືກຕັ້ງຢູ່ ໄທ. ດັ່ງນັ້ນ, ການໄຈ້ແຍກແນວໃດເພື່ອໃຫ້ຜູ້ອ່ານເຂົ້າໃຈໄດ້ເຖິງອາລົມຈິດ, ເຈດຕະນາດີ ເຊິ່ງປະຊາຊົນ ໄທ ສະຫງວນໃຫ້ແກ່ ປະເທດ ແລະ ປະຊາຊົນ ຫວຽດນາມ ນັບທັງໃນໄລຍະທີ່ຫຍຸ້ງຍາກ, ເຄັ່ງຕຶງທີ່ສຸດ ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ເຊິ່ງຜູ້ຂຽນຕ້ອງມານະພະຍາຍາມເພື່ອສາມາດສົ່ງສານຢ່າງຄົບຖ້ວນ ແລະ ພາວະວິໄສທີ່ສຸດ. ທ່ານຫວັງວ່າ ປຶ້ມຫົວນີ້ ຈະຊ່ວຍປະຊາຊົນສອງປະເທດ, ພິເສດແມ່ນຄົນລຸ້ນໜຸ່ມສອງປະເທດ ຈະມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບສາຍພົວພັນລະຫວ່າງສອງປະເທດ ຈາກນັ້ນ ເພີ່ມທະວີການພົວພັນອັນໃກ້ຊິດສະໜິດແໜ້ນໃນອະນາຄົດ. ເພາະວ່າປັດຈຸບັນ, ຄວາມຕ້ອງການຊອກຮູ້ກ່ຽວກັບ ໄທ ຂອງ ຊາວໜຸ່ມ ຫວຽດນາມ ກໍຫຼາຍພໍສົມຄວນ.

“ເມື່ອຂ້າພະເຈົ້າເຂົ້າຮ່ວມກອງປະຊຸມ ອາຊຽນ Media Summit ອາຊີ ຢູ່ຮ່າໂນ້ຍ, ຂ້າພະເຈົ້າໄດ້ມີໂອກາດໂອ້ລົມກັບຊາວ ຫວຽດນາມ ແລະ ນັບທັງນັກສຶກສາອາສາສະໝັກໃນກອງປະຊຸມດັ່ງກ່າວອີກດ້ວຍ. ຂ້າພະເຈົ້າມີຄວາມປະທັບໃຈຫຼາຍຕໍ່ນັກສຶກສາ ຫວຽດນາມ. ເຂົາເຈົ້າເວົ້າວ່າ ເຂົາເຈົ້າຢາກຊອກຮູ້ກ່ຽວກັບປະເທດ ໄທ, ກໍຄືມະຫາວິທະຍາໄລແຫ່ງຕ່າງໆຂອງ ໄທ. ເຂົາເຈົ້າເວົ້າວ່າ ຖ້າມີໂອກາດ ກໍຢາກໄປຄົ້ນຫາປະເທດ ໄທ. ຂ້າພະເຈົ້າຄິດວ່າ, ບໍ່ພຽງແຕ່ປະຊາຊົນເທົ່ານັ້ນ ຫາກຊາວໜຸ່ມ, ນັກສຶກສາ ກໍມີຄວາມເຂົ້າໃຈຫຼາຍກ່ຽວກັບການພົວພັນສາກົນ. ຂ້າພະເຈົ້າຄິດວ່າ ເຂົາເຈົ້າກໍຄືກັນກັບຂ້າພະເຈົ້າ ທີ່ມີຄວາມສົນໃຈຕໍ່ປະຫວັດສາດ ຫວຽດນາມ ແລະ ຢາກຊອກຮູ້ກ່ຽວກັບປະເທດຂອງເຂົາເຈົ້າ ເຊັ່ນດຽວກັນ”.

45 ປີແຫ່ງ​ກາ​ນ​ພົວ​ພັນ​ລ​ະ​ຫວ່າງ ຫວຽດ​ນາມ - ໄທ: ໄລ​ຍະ​ທາງແຫ່ງ​ປະຫວັດ​ສາດ - ảnh 3ທ່ານຮອງສາດສະດາຈານ ປອ. ກິດຕິສັກ ສະມຸດທະຣັກ, ຜູ້ອຳນວຍການມະຫາວິທະຍາໄລ ລັດຈະພັດ ລຳປາງ
ປັດຈຸບັນ,  ມະຫາວິທະຍາໄລ ຣັດຈະພັດ ລຳປາງ ສືບຕໍ່ມອບປຶ້ມ “45 ປີ ແຫ່ງການພົວພັນ ຫວຽດນາມ ໄທ (1976 – 2021): ໄລຍະທາງແຫ່ງປະຫວັດສາດ” ໃຫ້ແກ່ລະບົບຫໍສະໝຸດຂອງ ມະຫາວິທະຍາໄລແຫ່ງຕ່າງໆຂອງ ໄທ ເພື່ອເກັບຮັກສາ ແລະ ຮັບໃຊ້ຜູ້ອ່ານ, ພ້ອມດຽວກັນນັ້ນ ກໍໄດ້ມອບປຶ້ມຈຳນວນໜຶ່ງໃຫ້ສະມາຄົມມິດຕິພາບ, ອົງການໝູ່ຄະນະຂອງ ໄທ. ທ່ານຮອງສາດສະດາຈານ ປອ. ກິດຕິສັກ ສະມຸດທະຣັກ, ຜູ້ອຳນວຍການມະຫາວິທະຍາໄລ ຮັດຈະພັດ ລຳປາງ ໃຫ້ຮູ້ວ່າ: “ມະຫາວິທະຍາໄລ ຣັດຈະພັດ ລຳປາງ ເຫັນວ່າ ການພິມຈຳໜ່າຍປຶ້ມຫົວນີ້ ບໍ່ພຽງແຕ່ຊ່ວຍໃຫ້ຜູ້ອ່ານ, ນັກຄົ້ນຄວ້າ, ນັກສຶກສາ ແລະ ບັນດາຝ່າຍທີ່ມີຄວາມສົນໃຈຢາກສຳຜັດກັບແຫຼ່ງຂໍ້ມູນທີ່ລ້ຳຄ່າກ່ຽວກັບປະຫວັດສາດການພົວພັນລະຫວ່າງ ໄທ - ຫວຽດນາມ ທີ່ມີມາແຕ່ກີ້ແຕ່ກ່ອນເທົ່ານັ້ນ ຫາກຍັງຊ່ວຍໃຫ້ຜູ້ອ່ານ ມີຄວາມເຂົ້າໃຈກ່ຽວກັບການພົວພັນລະຫວ່າງສອງປະເທດໃນ 45 ປີ ຜ່ານມາ, ຈາກນັ້ນ ກໍຊຸກຍູ້ການພົວພັນລະຫວ່າງ ໄທ - ຫວຽດນາມ ໃຫ້ນັບມື້ນັບຍືນຍົງກວ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ