55 ປີ ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ: ບັນ​ດາ​ຂົວ​ເຊື່ອມ​ຕໍ່ ຊ່ວຍ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ແລະ ຄວາມ​ຜູກ​ພັນ

(VOVWORLD) -ຫວຽດນາມ ແລະ ກຳປູເຈຍ ແມ່ນສອງປະເທດບ້ານໃກເຮືອນຄຽງທີ່ມີພູຜາແມ່ນ້ຳລຳເຊຕິດຕໍ່ກັນເປັນສາຍດຽວກວ່າເຄິ່ງສະຕະວັດໄດ້ຜ່ານພົ້ນໄປ ນັບແຕ່ເມື່ອສອງເທດສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການ (24 ມິຖຸນາ1967), ບໍ່ຈັກວ່າປະຊາຊົນ ຫວຽດນາມ ແລະ ກຳປູເຈຍ ອ້າຍນ້ອງ ຈັກລຸ້ນຄົນໄດ້ຮຽງບ່າຮຽງໄຫຼ່ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຊາດສ້າງປະເທດແຫ່ງສັນຕິພາບວັດທະນາຖາວອນນ້ຳໃຈຄວາມຜູກພັນທີ່ໜຽວແໜ້ນການຊ່ວຍເຫຼືອຢ່າງສຸດຈິດສຸດໃຈລະຫວ່າງປະຊາຊົນສອງປະເທດລຸ້ນຕ່າງໆ ເໝືອນດັ່ງຂົວເຊື່ອມຕໍ່ນັບແຕ່ອະດີດຕະຫຼອດຮອປັດຈຸບັນປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີລະຫວ່າງປະຊາົນສອງຊາດ.

ກ່ອນນີ້ກວ່າ 43 ປີ, ວັນທີ 7 ມັງກອນ 1979, ລະບອບ ຂະແມແດງດັບສູນເຊື້ອຊາດຂອງອຳນາດການປົກຄອງ Pol Pot Ieng Sary ຖືກໂຄ່ນລົ້ມ ໂດຍທະຫານອາສາສະໝັກ ຫວຽດນາມ ພ້ອມກັບກຳລັງຮັກຊາດຢ່າງແທ້ຈິງຂອງ ກຳປູເຈຍ. ໃນໄລຍະແຕ່ປີ 1979 – 1989, ຕາມຄຳສະເໜີຂອງພັກປະຊາຊົນປະຕິວັດ ກຳປູເຈຍ, ນັກຊ່ຽວຊານ ຫວຽດນາມ ນັບໝື່ນຄົນ ໄດ້ອອກເດີນທາງໄປປະຕິບັດພັນທະສາກົນ, ຮຽງບ່າຮຽງໄຫຼ່ກັບປະຊາຊົນ ກຳປູເຈຍ ສະກັດກັ້ນລະບອບດັບສູນເຊື້ອຊາດ ຂະແມແດງ, ຟື້ນຟູເສດຖະກິດ - ສັງຄົມ, ສ້າງຊີວິດໃໝ່. ທ່ານ ຟານຊວັນເຫງຍະ, ອະດີດນັກຊ່ຽວຊານ ກອງ A50 ຂອງນະຄອນ ໂຮ່ຈີມິນ ແມ່ນໜຶ່ງໃນບັນດານັກຮົບຜູ້ດີເດັ່ນ ໄດ້ຄັດເລືອກເຂົ້າຮ່ວມຄະນະນັກຊ່ຽວຊານດ້ານການທະຫານ 72 - ທະຫານປ້ອງກັນຊາຍແດນໄປຊ່ວຍເຫຼືອ ກຳປູເຈຍ ສ້າງອຳນາດການປົກຄອງ, ກອງທັບ, ຍູ້ກຳລັງ Pol Pot Ieng Sary ໃຫ້ຖອນໄປແຕ່ເດືອນ ກຸມພາ 1979, ໄດ້ເວົ້າຄືນດ້ວຍຄວາມຕື້ນຕັນໃຈວ່າ:

55 ປີ ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ: ບັນ​ດາ​ຂົວ​ເຊື່ອມ​ຕໍ່ ຊ່ວຍ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ແລະ ຄວາມ​ຜູກ​ພັນ - ảnh 1ທ່ານ ຟານຊວັນເຫງຍະ, ອະດີດນັກຊ່ຽວຊານ ກອງ A50 ຂອງນະຄອນ ໂຮ່ຈີມິນ 

ທະຫານປ້ອງກັນຊາຍແດນ ມີຜູ້ເສຍສະຫຼະກວ່າ 6.000 ຄົນ, ນັ້ນແມ່ນກາເສຍສະຫຼະທີ່ສະຫງ່າອົງອາດທີ່ສຸດເພື່ອປົກປັກຮັກສາຊາຍແດນ, ປົກປັກຮັສາຜືນແຜ່ນດິນອັນຄົບຖ້ວນ, ເອກະລາດຂອງປະເທດຊາດຈາກທາງໄກ. ຂ້າພະເຈົ້າເອງມີຄວາມຕື້ນຕັນໃຈທີສຸດເມື່ອຫວນຄືນຊຸມວັນເດືອນນັ້ນ ແລະ ຮູ້ສຶກມີຄວາມເອກອ້າງທະນົງໃຈ ຍ້ອນວ່າ ພວກເຮົາໄດ້ການປະກອບສ່ວນເຂົ້າໃນກຳລັງແຮງລວມຂອງກຳລັງພົນລະເຮືອນ ແລະ ກອງທັບ, ຊ່ວຍສ້າງອຳນາການປົກຄອງທີ່ໝັ້ນຄົງເຂັ້ມແຂງໃນວັນນີ້”.

43 ປີ ໄດ້ຜ່ານຜົ້ນໄປແລ້ວນັບແຕ່ວັນປົດປ່ອຍ ກຳປູເຈຍ ອອກຈາກລະບອບດັບສູນເຊື້ອຊາດ, ປະຊາຊົນ ກຳປູເຈຍ ຍາມໃດກໍຈົດຈຳບຸນຄຸນ, ການເສຍສະຫຼະອັນຍິ່ງໃຫຍ່ຂອງກຳລັງອາສາສະໝັກ ຫວຽດນາມ ທີ່ໄປຊ່ວຍເຫຼືອການປະຕິວັດ ກຳປູເຈຍ. ເມື່ອແບ່ງປັນກັບອະດີດນັກຊ່ຽວຊານ ຫວຽດນາມ, ທ່ານ Sok Dareth, ຫົວໜ້າສະຖານກົງສູນ ກຳປູເຈຍ ປະຈຳ ນະຄອນ ໂຮ່ຈີມິນ ແບ່ງປັນວ່າ:

ປະເທດຊາດ, ປະຊາຊົນ ກຳປູເຈຍ ແລະ ນັບທັງຄອບຄົວ, ພໍ່ແມ່ຂ້າພະເຈົ້າໄດ້ດຳລົງຊີວິດຄືໃນວັນນີ້ ແລະ ພິເສດ ແມ່ນຂ້າພະເຈົ້າ ໄດ້ຮ່ຳຮຽນ ແລະ ມີສ່ວນຮ່ວມຄືໃນວັນນີ້, ກໍສາມາດຢັ້ງຢືນໄດ້ວ່າ ຖ້າບໍ່ມີການຊ່ວຍເຫຼືອຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ ຫວຽດນາມ ກໍຈະບໍ່ມີວັນນີ້. ນັ້ນແມ່ນຄຳຢັ້ງຢືນ, ແມ່ນສັດຈະທຳຂອງປະຫວັດສາດ. ບັນດາລຸງ, ປ້າ, ອາວ, ອາ, ອະດີດທະຫານອາສາສະໝັັກ ແລະ ນັກຊ່ຽວຊານ ໄດ້ເສຍສະຫຼະ, ຊ່ວຍ ກຳປູເຈຍ ຟື້ນຟູ, ພັດທະນາ. ພວກຂ້າພະເຈົ້າຍາມໃດກໍຈົດຈຳບຸນຄຸນອັນຍິ່ງໃຫຍ່ນີ້ ແລະ ຈະສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືຂອງສອງຊາດ”.

55 ປີ ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ: ບັນ​ດາ​ຂົວ​ເຊື່ອມ​ຕໍ່ ຊ່ວຍ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ແລະ ຄວາມ​ຜູກ​ພັນ - ảnh 2ທ່ານ Sok Dareth, ຫົວໜ້າສະຖານກົງສູນ ກຳປູເຈຍ ປະຈຳ ນະຄອນ ໂຮ່ຈີມິນ 

  ບໍ່ພຽງແຕ່ໄດ້ອຸທິດສ່ວນກຳລັງແຮງໜຸ່ມໃນໄລຍະ 10 ປີ ແກ່ພາລະກິດປົກປັກຮັກສາ ແລະ ຟື້ນຟູປະເທດ ກຳປູເຈຍ ຄືນໃໝ່ ເທົ່ານັ້ນ, ພາຍຫຼັງທີ່ພັກບຳນານ, ມີອະດີດທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຫຼາຍຄົນ ໄດ້ສືບຕໍ່ເຂົ້າຮ່ວມສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ, ປະກອບສ່ວນບໍ່ໜ້ອຍເຂົ້າໃນການປັບປຸງ ແລະ ເສີມຂະຫຍາຍນ້ຳໃຈສາມັກຄີມິດຕະພາບລະຫວ່າງສອງຊາດ. ພົ້ນເດັ່ນທີ່ສຸດ ແມ່ນຕ້ອງເວົ້າເຖິງຂະບວນການ “ຫຼໍ່ລ້ຽງນ້ຳໃຈໄມຕີຈິດມິດຕະພາບ”, ເຊິ່ງທາງສະມາຄົມໄດ້ປຸກລະດົມແຕ່ປີ 2012, ຂົນຂວາຍອະດີດທະຫານອາສາສະໝັກ, ນັກຊ່ຽວຊານ, ພະນັກງານ ຫວຽດນາມ ອຸປະກະລະນັກສຶກສາ ກຳປູເຈຍ, ຊ່ວຍເຫຼືອນ້ອງໆໃນໄລຍະເວລາຮ່ຳຮຽນຢູ່ ຫວຽດນາມ ກໍຄືຊ່ວຍໃຫ້ພວກນ້ອງມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບນ້ຳໃຈສາມັກຄີ ຫວຽດນາມ - ກຳປູເຈຍ. ຈຳນວນນັກສຶກສາເຫຼົ່ານັ້ນ ພາຍຫຼັງທີ່ຮຽນຈົບແລ້ວ ບໍ່ພຽງແຕ່ກັບເມືອປະເທດປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດເທົ່ານັ້ນ, ຫາກຍັງກາຍເປັນໜໍ່ແໜງແຫ່ງໄມຕີຈິດມິດຕະພາບ, ຊ່ວຍປະຊາຊົນ ກຳປູເຈຍ ມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະເທດຊາດ ແລະ  ປະຊາຊົນ ຫວຽດນາມ. Chun Moeng, ອະດີດນັກສຶກສາ ກຳປູເຈຍ ຢູ່ມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ, ປັດຈຸບັນ ພວມເຮັດວຽກຢູ່ບໍລິສັດເຕັກໂນໂລຢີຂະໜາດໃຫຍ່ຢູ່ ພະນົມເປັນ ແບ່ງປັນວ່າ:

ໄລຍະຮ່ຳຮຽນຢູ່ ຫວຽດນາມ, ສິ່ງທີ່ນ້ອງໄດ້ຮັບບໍ່ພຽງແຕ່ແມ່ນຄວາມຮູ້ທີ່ລ້ຳຄ່າໃນຫ້ອງຮຽນ, ມີການສຳຜັດໃໝ່ໆໃນຊີວິດເທົ່ານັ້ນ, ແຕ່ຍັງໄດ້ຮັບຄວາມຮັກແພງ, ການແບ່ງປັນຈາກພໍ່ຮັກແມ່ຮັກ, ໝູ່ເພື່ອນ, ຄວາມເອົາໃຈໃສ່ຂອງບັນດາອົງການຈັດຕັ້ງ, ຫົວໜ່ວຍຕ່າງໆຢູ່ ຫວຽດນາມ ນຳອີກ

55 ປີ ແຫ່ງ​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ: ບັນ​ດາ​ຂົວ​ເຊື່ອມ​ຕໍ່ ຊ່ວຍ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ ແລະ ຄວາມ​ຜູກ​ພັນ - ảnh 3ທ່ານ ຫງວຽນວັນໂດ໋, ຫົວໜ້າຫ້ອງການຜູ້ຕາງໜ້າ
ວິທະຍຸກະຈາຍສຽງຫວຽດນາມ ປະຈຳ ກຳປູເຈຍ

ໃນຕະຫຼອດໄລຍະປະຫວັດສາດ, ການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ, ປະຊາຊົນ, ພິເສດແມ່ນຄົນລຸ້ນໜຸ່ມ ຍາມໃດກໍສວມບົດບາດສຳຄັນ, ນັບທັງໃນການຕໍ່ສູ້ຕ້ານສັດຕູລວມໃນອະດີດຕະການ ຕະຫຼອດຮອດໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ແຕ່ລະປີ, ລັດຖະບານສອງປະເທດ ໄດ້ສະຫງວນທຶນການສຶກສານັບຫຼາຍທຶນໃຫ້ແກ່ນັກສຶກສາສອງປະເທດ. ມີອະດີດນັກສຶກສາ ຫວຽດນາມ, ກຳປູເຈຍ ຫຼາຍຄົນ ພວມເຮັດວຽກ ແລະ ດຳລົງຕຳແໜ່ງສຳຄັນໃນສຳນັກງານ, ອົງການຕ່າງໆຂອງລັດຄື ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງການຕ່າງປະເທດ ຫຼື ບັນດາອົງການສື່ມວນຊົນ. ໂດຍເປັນນັກສຶກສາ ຫວຽດນາມ ຜູ້ໜຶ່ງທີ່ເຄີຍຮຽນຢູ່ ກຳປູເຈຍ, ທ່ານ ຫງວຽນວັນໂດ໋, ຫົວໜ້າຫ້ອງການຜູ້ຕາງໜ້າວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ກຳປູເຈຍ, ຍາມໃດກໍມີຄວາມພາກພູມໃຈທີ່ມີສ່ວນຮ່ວມເລັກນ້ອຍເຂົ້າໃນການເພີ່ມພູນຄູນສ້າງນໍ້າໃຈໄມຕີຈິດມິດຕະພາບ, ຄວາມສາມັກຄີລະຫວ່າງສອງຊາດ.

ເມື່ອກ່ອນນີ້, ເມື່ອເຮັດວຽກຢູ່ລາຍການກະຈາຍສຽງພາກພາສາ ຂະແມ, ຜ່ານບັນດາລາຍການອອກອາກາດ ແລະ ສື່ເອເລັກໂຕນິກ, ພວກຂ້າພະເຈົ້າຍາມໃດກໍຫາວິທີໂຄສະນາເຜີຍແຜ່ກ່ຽວກັບຂ່າວ, ເຫດການສຳຄັນ ຫຼື ນະໂຍບາຍສຳຄັນຂອງ ຫວຽດນາມ ສູ່ຜູ້ຟັງ, ຜູ້ອ່ານ ຢູ່ ກຳປູເຈຍ ດ້ວຍພາສາ ຂະແມ, ຊ່ວຍໃຫ້ເຂົາເຈົ້າມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບປະເທດາດ, ປະຊາຊົນ, ວັດທະນະທຳ ຫວຽດນາມ. ດຽວນີ້, ໄດ້ເຮັດວຽກຢູ່ ກຳປູເຈຍ, ຂ້າພະເຈົ້າຍາມໃດກໍພະຍາຍາມຕິດຕາມ ແລະ ສ່ອງແສງບັນດາເຫດການກ່ຽວກັບການເມືອງ, ເສດຖະກິດ, ຊີວິດການເປັນຢູ່ ຢູ່ ກຳປູເຈຍ ເຖິງປະຊາຊົນ ຫວຽດນາມ ໃຫ້ທັນການ, ຜ່ານນັ້ນ, ຊ່ວຍໃຫ້ປະຊາຊົນສອງປະເທດຫຍັບມໍ່ເຂົ້າກັນກວ່າ.

 55 ປີ ແມ່ນໄລຍະເວລາທີ່ບໍ່ຍາວ ເມື່ອທຽບໃສ່ປະຫວັດສາດຂອງການພົວພັນລະຫວ່າງສອງຊາດ ຫວຽດນາມ - ກຳປູເຈຍ, ແຕ່ນັ້ນແມ່ນໄລຍະປະຫວັດສາດທີ່ມີຄວາມໝາຍພິເສດທີ່ສຸດ, ເຊິ່ງໄດ້ຮັບການສ້າງຕັ້ງ ແລະ ເພີ່ມພູນຄູນສ້າງດ້ວຍການເສຍສະຫຼະເລືອດເນື້ອ, ການປະກອບສ່ວນທີ່ມິດງຽບ ພ້ອມດ້ວຍຄວາມມານະພະຍາຍາມທີ່ບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງປະຊາຊົນສອງປະເທດລຸ້ນຕ່າງໆ. ນ້ຳໃຈສັດຊື່ບໍລິສຸດ, ຄວາມສາມັກຄີ, ນ້ຳໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງປະຊາຊົນສອງປະເທດ ແມ່ນພື້ນຖານ, ແມ່ນກຳລັງໜູນ, ກຳລັງແຮງເພື່ອໃຫ້ສອງປະເທດຮຽງບ່າຮຽງໄຫຼ່ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ນຳການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບພັດທະນາ./.

ຕອບກັບ

ຂ່າວ/ບົດ​ອື່ນ