57 ປີ​ແຫ່ງ​ການ ສ້າງ​ຕັ້ງ ແລະ ພັດ​ທະ​ນາ ອາ​ຊຽນ ເພື່ອ​ປະ​ຊາ​ຄົມ​ເຊື່ອມ​ຕໍ່ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ

(VOVWORLD) - ອາຊຽນ ແມ່ນໜຶ່ງໃນບັນດາອົງການຈັດຕັ້ງສຳຄັນ, ມີຄວາມໄວ້ວາງໃຈຂອງພາກພື້ນ ແລະ ໃນໂລກ. ຜ່ານໄລຍະແຫ່ງການສ້າງຕັ້ງ ແລະ ພັດທະນາມາເປັນເວລາ 57 ປີ (ວັນທີ 8 ສິງຫາ 1967  8 ສິງຫາ 2024), ອາຊຽນ ໄດ້ສ້າງຫຼາຍຂີດໝາຍສຳຄັນໃນວິວັດການຮ່ວມມື, ເຮັດໃຫ້ທົ່ວກຸ່ມພັດທະນາ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ໃນເວທີສາກົນ. ໃນໄລຍະເກືອບ 30 ປີ ຮ່ວມເດີນທາງພ້ອມກັບ ອາຊຽນ, ຫວຽດນາມ ໄດ້ມີການປະກອບສ່ວນຫຼາຍຢ່າງ ບົນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ.

ຫົວຂໍ້ຂອງປີ ອາຊຽນ 2024 ແມ່ນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງ ອາຊຽນ. ດ້ວຍຫົວຂໍ້ນີ້, ລາວ - ປະເທດປະທານ ອາຊຽນ ໄດ້ກຳນົດເອົາ 9 ບຸລິມະສິດ, ໃນນັ້ນ, ມີ 4 ບຸລິມະສິດກ່ຽວກັບການເພີ່ມທະວີການເຊື່ອມຈອດ ໃນ ອາຊຽນ ແລະ 5 ບຸລິມະສິດກ່ຽວກັບການສ້າງຄວາມເຂັ້ມແຂງຂອງ ອາຊຽນ. ບັນດາບຸລິມະສິດກ່ຽວກັບການເພີ່ມທະວີການເຊື່ອມຈອດ ອາຊຽນ, ລວມມີການເຊື່ອມໂຍງ ແລະ ການເຊື່ອມຕໍ່ເສດຖະກິດ, ສ້າງອະນາຄົດຮອບດ້ານ ແລະ ຍືນຍົງ, ຫັນເປັນດີຈີຕອນ, ວັດທະນະທຳ - ສິລະປະ; ພ້ອມກັບ 5 ບຸລິມະສິດກ່ຽວກັບການສ້າງຄວາມເຂັ້ມແຂງຂອງ ອາຊຽນ ເຊິ່ງລວມມີ ການສ້າງຍຸດທະສາດຈັດຕັ້ງປະຕິບັດວິໄສທັດປະຊາຄົມ ອາຊຽນ ຮອດປີ 2045, ຮັກສາບົດບາດເປັນໃຈກາງຂອງ ອາຊຽນ, ຊຸກຍູ້ການຮ່ວມມືກ່ຽວກັບສິ່ງແວດລ້ອມ, ແມ່ຍິງ - ເດັກນ້ອຍ ແລະ ສາທາລະນະສຸກ.

57 ປີ​ແຫ່ງ​ການ ສ້າງ​ຕັ້ງ ແລະ ພັດ​ທະ​ນາ ອາ​ຊຽນ ເພື່ອ​ປະ​ຊາ​ຄົມ​ເຊື່ອມ​ຕໍ່ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ - ảnh 1ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 57 (ພາບ: VOV)

ອາຊຽນ ອົງການເຊື່ອມຈອດ ແລະ ເຂັ້ມແຂງ

ດຳເນີນພາຍໃນ 4 ວັນ (ແຕ່ວັນທີ 24 – 27 ກໍລະກົດ 2024) ດ້ວຍກວ່າ 20 ກິດຈະກຳ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື ເຊັ່ນ: ອາເມລິກາ, ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ລັດເຊຍ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 57 (AMM – 57)  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ສ້າງຄວາມປະທັບໃຈຫຼາຍຢ່າງກ່ຽວກັບ ອາຊຽນ ອົງການເຊື່ອມຈອດ ແລະ ເຂັ້ມແຂງ. ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວເພື່ອແຈ້ງໝາກຜົນຂອງກອງປະຊຸມ, ທ່ານ ປອ. Kao Kim Hourn, ເລຂາທິການໃຫຍ່ ອາຊຽນ ໃຫ້ຮູ້ວ່າ:

"ລັດຖະມົນຕີບັນດາປະເທດ ໄດ້ປຶກສາຫາລືກ່ຽວກັບເລື່ອງເພີ່ມທະວີບົດບາດເປັນໃຈກາງຂອງ ອາຊຽນ ກໍຄືຄວາມເປັນເອກະພາບ, ຄວາມສາມັກຄີຂອງ ອາຊຽນ ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍ. ລັດຖະມົນຕີບັນດາປະເທດກໍໄດ້ຕົກລົງເຫັນດີເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ເພື່ອຮັບປະກັນວ່າ ອາຊຽນ ຍັງຮັກສາບົດາດຫຼັກແຫຼ່ງໃນບັນດາບັນຫາຂອງ ອາຊຽນ ກໍຄື ໃນການຮ່ວມມືກັບບັນດາຄູ່ຮ່ວມມື.

ປັດຈຸບັນ, ອາຊຽນ ແມ່ນປະຊາຄົມລວມມີ 10 ປະເທດສະມາຊິກ ດ້ວຍຈຳນວນປະຊາກອນກວ່າ 650 ລ້ານຄົນ, ໂດຍໄດ້ຮັບການຕີລາຄາແມ່ນຕະຫຼາດທີ່ມີກຳລັງບົ່ມຊ້ອນຫຼາຍຢ່າງ. ຄາດວ່າຮອດປີ 2050, ອາຊຽນ ຈະແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ໃນໂລກ. ຜົນສຳເລັດອັນສຳຄັນທີ່ສຸດຂອງ ອາຊຽນ ໃນຕະຫຼອດ 57 ປີຜ່ານມາ ແມ່ນຮັບປະກັນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ພື້ນຖານ ໃຫ້ແກ່ຜົນສຳເລັດໃນເກືອບ 6 ທົດສະວັດຜ່ານມາ ແມ່ນບັນດາກົນໄກຮ່ວມມືພາຍໃນກຸ່ມຂອງ ອາຊຽນ ໄດ້ຮັບການຜັນຂະຫຍາຍຜ່ານກົນໄກຮ່ວມມື ຄື: ເວທີປາໄສພາກພື້ນ ອາຊຽນ (ARF), ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS), ກອງປະຊຸມລັດຖະມົນຕີກະຊວງປ້ອງກັນຊາດ (ADMM) ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນຊາດ ເປີດກວ້າງ (ADMM+),... ພິເສດ, ອາຊຽນ ຍາມໃດກໍສະແດງຫຼັກໝັ້ນຢຶດໝັ້ນໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກຜ່ານຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC)  ປີ 2002  ແລະ ເຈລະຈາກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ເຊິ່ງພວມໄດ້ຕັ້ງຄວາມຫວັງວ່າ ຈະສຳເລັດໃນໄວໆນີ້. ໄປຄຽງຄູ່ກັນນັ້ນ, ອາຊຽນ ກໍໄດ້ສ້າງການພົວພັນຢ່າງແໜ້ນແຟ້ນກັບຫຼາຍປະເທດ ແລະ ອົງການຈັດຕັ້ງສຳຄັນໃນໂລກ, ໃນນັ້ນ ມີທັງບັນດາປະເທດໃຫຍ່.

57 ປີ​ແຫ່ງ​ການ ສ້າງ​ຕັ້ງ ແລະ ພັດ​ທະ​ນາ ອາ​ຊຽນ ເພື່ອ​ປະ​ຊາ​ຄົມ​ເຊື່ອມ​ຕໍ່ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ - ảnh 2ທ່ານນາງ ໂຕນທິງອກເຮືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຊຽນ  (ພາບ: VOV)

ບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ

ບົນຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ໃນຕະຫຼອດໄລຍະ 29 ປີທີ່ເຂົ້າເປັນສະມາຊິກ ອາຊຽນ, ຫວຽດນາມ ຍາມໃດກໍຮ່ວມເດີນທາງພ້ອມກັບບັນດາປະເທດສະມາຊິກປະກອບສ່ວນຢ່າງແທດຈິງເຂົ້າໃນຄວາມມານະພະຍາຍາມສ້າງປະຊາຄົມ ອາຊຽນ ໝັ້ນຄົງເຂັ້ມແຂງ. ທ່ານນາງ ໂຕນທິງອກເຮືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຊຽນ ໃຫ້ຮູ້ວ່າ ມີ 3 ຂີດໝາຍສຳຄັນໃນວິວັດການ ຫວຽດນາມ ເຂົ້າຮ່ວມ ອາຊຽນ, ນັ້ນແມ່ນປະທານຄະນະກຳມະການຖາວອນ ອາຊຽນ ອາຍຸການ 2000 – 2001, ປະທານ ອາຊຽນ ໃນປີ 2010 ແລະ 2020.  ບັນດາອາຍຸການປະທານ ອາຊຽນ ຂອງ ຫວຽດນາມ ລ້ວນແຕ່ສ້າງຄວາມປະທັບໃຈ ແລະ ມີການປະກອບສ່ວນຢ່າງສຳຄັນ ແລະ ພົ້ນເດັ່ນຂອງ ຫວຽດນາມ ໃນ ອາຊຽນ, ໂດຍສະເພາະແມ່ນປີ 2020,  ເມື່ອ ຫວຽດນາມ ພ້ອມກັບ ອາຊຽນ ຜ່ານຜ່າສິ່ງທ້າທາຍອັນໃຫຍ່ຫຼວງທີ່ສຸດ, ນັ້ນແມ່ນໂລກລະບາດໂຄວິດ - 19. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍເຂົ້າຮ່ວມການປະກອບສ່ວນກຳນົດບັນດາທິດທາງພັດທະນາອະນາຄົດອັນສຳຄັນຂອງ ອາຊຽນ. ທ່ານນາງ ໂຕນທິງອກເຮືອງ ຢືນຢັນວ່າ:

ບັນດາປະເທດ ອາຊຽນ, ບັນດາຄູ່ຮ່ວມມືໄດ້ຮັບຮູ້ ບັນດາການປະກອບສ່ວນຂອງ ຫວຽດນາມ. ອາຊຽນ ຍາມໃດກໍແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດ ຫວຽດນາມ ແລະ ກ້າວເຂົ້າສູ່ໄລຍະຈະມາເຖິງ, ຫວຽດນາມ ຈະພ້ອມກັບ ອາຊຽນ ມຸ່ງໄປເຖິງການສ້າງ ແລະ ຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 2045”.

ທ່ານ ເອກອັກຄະລັດຖະທູດ ນາງ ໂຕນທິງອກເຮືອງ ກໍຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເຂົ້າຮ່ວມການປະກອບສ່ວນທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ, ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງ, ຄວາມໄວ້ວາງໃຈ, ຮັກສາຄວາມສາມັກຄີ, ບົດບາດເປັນໃຈກາງຂອງ ອາຊຽນ ກໍຄື ຍົກສູງກຳລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອໃຫ້ ອາຊຽນ ສາມາດຮັບມືກັບບັນດາສິ່ງທ້າທາຍໃນສະພາບການພາກພື້ນ ແລະ ສາກົນທີ່ພວມມີການຜັນແປສັບສົນຄືໃນປັດຈຸບັນ ຢ່າງມີປະສິດທິຜົນກວ່າອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ