65 ປີ ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ແລະ ໄລ​ຍະ​ທາງ​ໃນ​ພາຍ​ພາກ​ໜ້າ

(VOVWORLD) - ອາເວົ້າໄດ້ວ່າ ຫວຽດນາມ ແລະ ອິໂດເນເຊຍ ແມ່ນບັນດາຄູ່ຮ່ວມມືທີ່ມີຄວາມຜູກພັນກັນຍ້ອມີຈຸດຄ້າຍຄືກັນກ່ຽວກັບພື້ນຖານວັດທະນະທຳສະພາບການປະຫວັດສາດທີ່ຕັ້ງພູມສັນຖານຍຸດທະສາດບັນດາຜົນປະໂຫຍດຄືກັນໃນພາກພື້ນສາກົນ ແລະ ສຳຄັນທີ່ສຸດແມ່ນມູນເຊື້ອຄວາມສະໜິດຕິດພັນໂດປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Soekarno ໄດ້ສ້າງພື້ຖານໄວ້ຫວຽດນາມ ແລະ ອິນໂດເນເຊຍ ໄດ້ມີບັນດາການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວິວັດການກໍ່ສ້າງປະຊາຄົມອາຊຽນມັກຄີ ແລະ ພັດທະ.”

ວັນທີ 30 ທັນວາ 1955, ອິນໂດເນເຊຍ ໄດ້ກາຍເປັນປະເທດທຳອິດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ສ້າງການພົພັນທາການທູດກັບ ຫວຽດນາມ ຢ່າງເປັນທາງການ. ປີ 2020 ເປັນຂີດໝາຍ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອິໂດເນເຊຍ. ຜ່ານບັນດາໄລປະຫວັດສາດ ແລະ ການຜັນແປຫຼາຍຢ່າງໃນພາກພື້ນ ແລະ ໃນໂລກ, ຍາມໃດ ຫວຽດນາມ ແລະ ອິນໂດເນເຊຍ ກໍໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ. ດ້ວຍບັນດາຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງການນຳລຸ້ນຕ່າງ ແລະ ປະຊາຊົນສອງປະເທດ, ການພົວພັນມິດຕະພາບລະຫວ່າງສອງປະເທດ ໄດ້, ພວມ ແລະ ຈະພັດທະນາຢ່າງແຮງ, ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ ແລະ ຫວຽດນາມ - ອິໂດເນເຊຍ ໄດ້ກາຍເປັນຄູ່ຮ່ວມມືສຳຄັນໃນພາກພື້ນ.

        ອາເວົ້າໄດ້ວ່າ ຫວຽດນາມ ແລະ ອິໂດເນເຊຍ ແມ່ນບັນດາຄູ່ຮ່ວມມືທີ່ມີຄວາມຜູກພັນກັນຍ້ອມີຈຸດຄ້າຍຄືກັນກ່ຽວກັບພື້ນຖານວັດທະນະທຳ, ສະພາບການປະຫວັດສາດ, ທີ່ຕັ້ງພູມສັນຖານຍຸດທະສາດ, ບັນດາຜົນປະໂຫຍດຄືກັນໃນພາກພື້ນ, ສາກົນ ແລະ ສຳຄັນທີ່ສຸດແມ່ນມູນເຊື້ອຄວາມສະໜິດຕິດພັນໂດປະທານໂຮ່ຈີມິນ ແລະ ທ່ານປະທານາທິບໍດີ Soekarno ໄດ້ສ້າງພື້ຖານໄວ້. ຫວຽດນາມ ແລະ ອິນໂດເນເຊຍ ໄດ້ມີບັນດາການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວິວັດການກໍ່ສ້າງປະຊາຄົມອາຊຽນມັກຄີ ແລະ ພັດທະ.”

        ນັ້ນແມ່ນຄຳແບ່ງປັນຂອງທ່ານ ຫງວຽນກວັກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ທີ່ກອງປະຊຸມສຳມະນາດ້ວຍຫົວຂໍ້ “ຫວນຄືນໄລຍະ 65 ປີ ແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ແລະ ໄລຍະທາງໃນພາຍພາກໜ້າ” ທີ່ໄດ້ຈັດຂຶ້ນຜ່ານຮູບການ Hybrid - ເຊິ່ງເປັນການປະສານສົມທົບລະຫວ່າງຮູບການທາງອອນລາຍ ແລະ ຈັດການປະຊຸມໂດຍກົງ ໂດຍສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ສົມທົບກັບສະຖາບັນການຕ່າງປະເທດຈັດຕັ້ງຂຶ້ນໃນວັນທີ 26 ຕຸລາ 2020 ຢູ່ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ບັນດານັກປະຖະກະຖາ ຕ່າງກໍຖືວ່າ ໄລຍະ 65 ປີ ແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ແມ່ນໄລຍະທາງສ້າງຂີດໝາຍຫຼາຍເຫດການທີ່ສຳຄັນ, ເຊິ່ງໄດ້ເພີ່ມພູນຄູນສ້າງຈາກການພົວພັນທີ່ສະໜິດສະໜົມແບບພິເສດ ລະຫວ່າງ ປະທານໂຮ່ຈີມິນ - ການນຳຜູ້ຍິ່ງໃຫຍ່ ແລະ ປະທານາທິບໍດີ Soekarno. ຜ່ານໄລຍະກວ່າ 6 ທົດສະວັດ, ຕໍ່ໜ້າບັນດາສິ່ງທ້າທາຍຂອງພາກພື້ນ ແລະ ໃນໂລກ, ການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງໃຫ້ໝັ້ນແກ່ນ. ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອິນໂດເນເນຊຍ ຖືກສ້າງຕັ້ງຂຶ້ນໃນປີ 2003 ແລະ ໄດ້ຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2013 ນັ້ນ ໄດ້ຢັ້ງຢືນໃຫ້ເຫັນການຖືເປັນສໍາຄັນຂອງທັງ ຫວຽດນາມ ແລະ ອິນໂດເນເຊຍ ສໍາລັບບົດບາດ ແລະ ທີ່ຕັ້ງຂອງກັນໃນພາກພື້ນ.

65 ປີ ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ແລະ ໄລ​ຍະ​ທາງ​ໃນ​ພາຍ​ພາກ​ໜ້າ - ảnh 1ທ່ານ ຫງວຽນກວັກຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ  (ພາບ: baoquocte.vn)

        ເມື່ອຕີລາຄາກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ, ທ່ານ Ibnu Hadi, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອິນໂດເນເຊຍ ປະຈໍາ ຫວຽດນາມ ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ເມື່ອໄດ້ເຫັນປະຈັກຕາໄລຍະ 65 ປີແຫ່ງການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ - ອິນໂດເນເຊຍ. ແຕ່ດົນນານມາແລ້ວ, ການພົວພັນດັ່ງກ່າວໄດ້ເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງດີງາມທີ່ສຸດໃນທຸກຂົງເຂດ. ຕາມຂ້າພະເຈົ້າແລ້ວ, ໃນໄລຍະຈະມາເຖິງ, ການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຈະນັບມື້ນັບໄດ້ຍົກສູງຂຶ້ນ ເພາະວ່າ ເພື່ອແກ້ໄຂໄດ້ທຸກບັນຫາ, ພວກເຮົາ ມີບໍ່ສາມາດເຮັດເອງໄດ້, ຕ້ອງມີການຮ່ວມມືກັບປະເທດອື່ນໆ, ບັນດາປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນ ມີ ຫວຽດນາມ. ສະນັ້ນ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຈະນັບມື້ນັບພັດທະນາ”.

65 ປີ ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອິນ​ໂດ​ເນ​ເຊຍ ແລະ ໄລ​ຍະ​ທາງ​ໃນ​ພາຍ​ພາກ​ໜ້າ - ảnh 2 ທ່ານ Ibnu Hadi, ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ອິນໂດເນເຊຍ ປະຈໍາ ຫວຽດນາມ (ພາບ: ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ)

ບົນພື້ນຖານສືບທອດພື້ນຖານປະຫວັດສາດອັນໝັ້ນແກ່ນ, ການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ບັນລຸໄດ້ຜົນງານພົ້ນເດັ່ນຫຼາຍຢ່າງໃນບັນດາຂົງເຂດຄື: ການເມືອງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ - ວັດທະນະທໍາ - ການທ່ອງທ່ຽວ. ພ້ອມກັນນັ້ນ, ການຮ່ວມມືທ້ອງຖິ່ນ ແລະ ການພົບປະແລກປ່ຽນປະຊາຊົນກໍໄດ້ຮັບຄວາມເອົາໃຈໃສ່. ໃນປີຜ່ານມາ, ວົງເງິນການຄ້າສອງສົ້ນລະຫວ່າງສອງປະເທດເພີ່ມຂຶ້ນ 60% ແຕ່ 5,6 ຕື້ USD ໃນປີ 2014 ຂຶ້ນເປັນ 9,1 ຕື້ USD ໃນປີ 2019. ໃນສະພາບການໂລກລະບາດໂຄວິດ - 19 ເຮັດໃຫ້ພື້ນຖານເສດຖະກິດຂອງຫຼາຍປະເທດຖືກຊຸດໂຊມ, 9 ເດືອນຕົ້ນປິ 2020, ວົງເງິນສອງຝ່າຍ ຍັງບັນລຸ 5,01 ຕື້ USD ແລະ ສອງປະເທດ ພວມມຸ່ງໄປເຖິງຕົວເລກ 10 ຕື້ USD ຕາມທີ່ໄດ້ວາງອອກໃນແຜນການດໍາເນີນງານ ໄລຍະ 2019 – 2023. ປັດຈຸບັນ, ອິນໂດເນເຊຍ ແມ່ນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈຂອງ ຫວຽດນາມ. ດ້ວຍຂອບຂະໜາດປະຊາກອນ, ຄວາມສາມາດບົ່ມຊ້ອນດ້ານເສດຖະກິດ ແລະ ຄວາມຕ້ອງການພັດທະນາ, ຍັງມີຫຼາຍກາລະໂອກາດເພື່ອນໍາສາຍພົວພັນສອງຝ່າຍຂຶ້ນສູ່ ລະດັບສູງໃໝ່. ເພື່ອບັນລຸໄດ້ບັນດາເປົ້າໝາຍຍຸດທະສາດໃນໄລຍະຈະມາເຖິງ, ທ່ານນາງ ຫງວຽນແທັງຮ່າ, ອັກຄະລັດຖະທູດທີ່ປຶກສາ, ສະຖານທູດຫວຽດນາມ ປະຈໍາ ອິນໂດເນເຊຍ ສະເໜີວ່າ:

        “ທີໜຶ່ງແມ່ນ ສືບຕໍ່ຍູ້ແຮງການພົບປະແລກປ່ຽນ, ພິເສດແມ່ນການພົບປະແລກປ່ຽນ ການນໍາຂັ້ນສູງ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ວາງໃຈດ້ານການເມືອງລະຫວ່າງສອງປະເທດ. ທີສອງແມ່ນ ຍາດແຍ່ງທ່າແຮງທີ່ຄ້າຍຄືກັນໃນການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ກ່ຽວກັບເຈດຈໍານົງເອກະລາດ, ນໍ້າໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງລັດທິຫຼາຍຝ່າຍ ແລະ ເຄົາລົບກົດໝາຍສາກົນ. ທີສາມແມ່ນ ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນບັນດາຂອບເຂດການຮ່ວມມືຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດ ອາຊຽນ”.

        ປີ 2020, ຕໍ່ໜ້າສະພາບການທີ່ສັບສົນຂອງໂລກລະບາດໂຄວິດ - 19, ການນໍາສອງປະເທດໄດ້ເປັນເຈົ້າການແລກປ່ຽນປະສົບການໃນການຮັບມືກັບ ໂລກລະບາດ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການແລກປ່ຽນການຄ້າ, ໜູນຊ່ວຍວິສາຫະກິດຟື້ນຟູການຜະລິດດໍາເນີນທຸລະກິດ, ຮັກສາການດໍາລົງຊີວິດເປັນປົກກະຕິໃຫ້ແກ່ປະຊາຊົນ. ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ກວ່າອີກ, ສະແດງຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ອິນໂດເຍເຊຍ Mahendra Siregar ສະເໜີວ່າ:

        “ຫວຽດນາມ ແລະ ອິນໂດເນເຊຍ ຄວນສົ່ງເສີມການເປີດກວ້າງການຮ່ວມມື ໃນຂົງເຂດສິນໃນນໍ້າ, ລວມທັງປັບປຸງບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານສິນໃນນໍ້າ ແລະ ສົ່ງເສີມການລົງທຶນເຂົ້າໃນຂົງເຂດຈັບຫາປາ ແລະ ປູກລ້ຽງສິນໃນນໍ້າ. ທີສອງແມ່ນ ສົ່ງເສີມບັນດາການພົວພັນຄູ່ຮ່ວມມື ແລະ ກາລະໂອກາດອື່ນໆ ເຊິ່ງບັນດາວິສາຫະກິດ ຫວຽດນາມ ແລະ ອິນໂດເນເຊຍ ສາມາດຂຸດຄ້ົນໄດ້. ທີສາມແມ່ນ, ໝູນໃຊ້ບັນດາວິທີການສໍາຜັດເພື່ອແກ້ໄຂບັນດາບັນຫາຍົກເວັ້ນພາສີໃນການພົວພັນການຄ້າສອງປະເທດ. ທີສີ່ແມ່ນ ຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດປະດິດຄິດສ້າງ. ສຸດທ້າຍ ແມ່ນເປີດກາລະໂອກາດຫຼາຍຢ່າງໃຫ້ແກ່ຄົນລຸ້ນໜຸ່ມສອງປະເທດ ດ້ວຍວິທີຊຸກຍູ້ການແລກປ່ຽນນັກສຶກສາ ແລະ ການຄົ້ນຄວ້າລວມ”.

        ຫວຽດນາມ ແລະ ອິນໂດເນເຊຍ ກໍແບ່ງປັນຜົນປະໂຫຍດຫຼາຍຢ່າງໃນການຊຸກຍູ້ການຮ່ວມສຳພັນໃນພາກພື້ນ ແລະ ເຊື່ອມໂຍງເຂົ້າກັບສາກົນ. ສອງປະເທດຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນບັນດາລະບອບລະບຽບການ, ເວທີປາໄສຢູ່ພາກພື້ນ ແລະ ໃນໂລກ ເປັນຕົ້ນແມ່ນ ສະຫະປະຊາຊາດ, ອາຊຽນ, WTO, APEC, ASEM... ໂດຍສະເພາະແມ່ນໃນປີ 2020 ເຊິ່ງເປັນປີ ຫວຽດນາມ ເປັນປະເທດເຈົ້າພາບ ອາຊຽນ ແລະ ສອງປະເທດພ້ອມກັນຮັບດຳລົງບົດບາດເປັນ ຄະນະກໍາມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ. ສອງປະເທດ ໄດ້ມີບັນດາການປະກອບສ່ວນຢ່າງຕັ້ງໜ້າໃນວິວັດການສ້າງປະຊາຄົມ ອາຊຽນ ໃຫ້ມີຄວາມສາມັກຄີ ແລະ ພັດທະນາ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາຄວາມໝັ້ນຄົງຂອງພາກພື້ນ, ຊຸກຍູ້ທັດສະນະຂອງ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍປາຊີຟິກ (AOIP)... ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ເນັ້ນໜັກວ່າ:

        “ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງສອງປະເທດແມ່ນຍັງໃຫຍ່ຫຼວງຢູ່ ແລະ ໄດ້ຊຸກຍູ້ຢ່າງແຮງດ້ວຍກຳລັງພາຍໃນທີ່ອຸດົມສົມບູນຂອງສອງປະເທດ ກໍຄື ທ່າອ່ຽງຂອງຍຸກສະໄໝໃໝ່, ສະໄໝຂອງການປະຕິວັດວິທະຍາສາດເຕັກໂນໂລຢີ 4.0, ໃນປະຊາຄົມ ອາຊຽນໝັ້ນຄົງເຂັ້ມແຂງ, ສາມັກຄີ. ຫວຽດນາມ ແລະ ອິນໂດເນເຊຍ ຕ້ອງສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ພວມພັດທະນາຢ່າງດີງາມ ເລິກເຊິ່ງກວ່າເກົ່າ, ປະກອບສ່ວນຫຼາຍພໍສົມຄວນໃຫ້ແກ່ປະຊາຄົມ ອາຊຽນ ສະໜິດຕິດພັນ, ເປັນເຈົ້າການຮັບມື ແລະ ວັດທະນາຖາວອນ”.

        ຫວຽດນາມ ແລະ ອິນໂດເນເຊຍ ລ້ວນແຕ່ຕັ້ງຢູ່ໃຈກາງມະຫາສະໝຸດອິນເດຍ - ປາຊີຟິກ ແລະ ແມ່ນບັນດາປະເທດມີທີ່ຕັ້ງສຳຄັນໃນປະຊາຄົມ ອາຊຽນ. ເລື່ອງສອງປະເທດຮັດແໜ້ນສາຍພົວພັນຕ່າງໆຫຼາຍກວ່າອີກ ບໍ່ພຽງແຕ່ຕອບສະໜອງໄດ້ຜົນປະໂຫຍດຂອງສອງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມສາມັກຄີ ແລະ ໝັ້ນຄົງເຂັ້ມແຂງຂອງ ອາຊຽນ. ບົນພື້ນຖານສາຍພົວພັນໄມຕີຈິດມິດຕະພາບ, ສາຍພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ຈະນັບມື້ນັບພັດທະນາຢ່າງດີງາມກວ່າເກົ່າ, ຕອບສະໜອງໄດ້ຕາມຄວາມຫວັງ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ, ສົມກັບຄໍາເວົ້າຂອງ ປະທານໂຮ່ຈີມິນ ທີ່ມອບໃຫ້ທ່ານປະທານາທິບໍດີ  Soekarno  ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ໃນປີ 1959 ທີ່ວ່າ: “ຕົວໄກກັນແຕ່ໃຈບໍ່ໄກກັນ, ເໝືອນດັ່ງເພື່ອນມິດ, ເໝືອນດັ່ງອ້າຍນ້ອງກັນ”./.

ຕອບກັບ

ຂ່າວ/ບົດ​ອື່ນ