Amazing Photo Tour, ຮູບການທ່ອງທ່ຽວໃຫມ່

(vovworld)- ພາຍຫລັງຜົນ​ສຳ​ເລັດ​ຂອງ​ລາຍການ​ຄົ້ນ​ຫາ ສ​ເກົາຫລີ ​ແລະ ມາ​ເລ​ເຊຍ ​ໃນ​ປີ 2013, ລາຍການ​ໂຄສະນາ​ສະຖານ​ທີ່​ທ່ອງ​ທ່ຽວໃຫມ່​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຫວຽດນາມ ປີ 2014 ດ້ວຍ​ຊື່​ເອີ້ນ​ວ່າ: Amazing Photo Tour ສືບ​ຕໍ່​​ແນະນຳ​ບັນດາ​ ທັດສະນີ​ຍະ​ພາບ​ທີ່​ລື​ຊື່​ຢູ່ ມາ​ນີລາ ​ແລະ ​ເຊ​ບູ ຂອງ ຟິລີບ​ປີນ.

Amazing Photo Tour, ຮູບການທ່ອງທ່ຽວໃຫມ່ - ảnh 1
ນະຄອນ ມານີລາ-ຟິລິບປີນ
ພາບ:internet

        Amazing Photo Tour ​ແມ່ນ​ບັນດາລາຍການ​ທ່ອງ​ທ່ຽວ​ ​ໂດຍ​ວາລະສານ Travellive ຈັດ​ຕັ້ງ​ຂຶ້ນ ​ເພື່ອ​ແນ​ໃສ່​ຮ່ວມ​ມື ​ແລະ ​ແນະນຳ​ຂໍ້​ມູນ​ຂ່າວສານ, ສົ່ງ​ເສີມ​ການ​ໂຄສະນາ​ບັນດາ​ສະຖານທ່ອງ​ທ່ຽວ​ໃຫມ່ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຫວຽດນາມ ດ້ວຍ​ເລື່ອງ​ຈັດ​ໃຫ້​ບັນດາ​ນັກ​ຖ່າຍຮູບ, ນັກ​ຂ່າວ​ທ່ອງ​ທ່ຽວ​​ໄປ​ຢ້ຽມຢາມ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່. ຄາດ​ວ່າ ຈະຈັດ​ຂຶ້ນ 3 ​ເດືອນ/​ເທື່ອ​ຫນຶ່ງ, Amazing Photo Tour ສະຫນອງ​ບັນດາ​ຂໍ້​ມູນ​ດ້ານ​ວັດທະນະທຳ, ທ່ອງ​ທ່ຽວ,ສະຖານ​ທີ່​ທ່ອງ​ທ່ຽວ​ໃຫມ່, ການ​ບໍລິການ ​ແລະ ຜະລິດ​ຕະພັນຕົ້ນ​ຕໍ​ຢູ່​ຫວຽດນາມ ​ແລະ ສາກົນ ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມຮູ້ສຶກ​ທີ່​ໃຫມ່​ອ່ຽມກ່ຽວ​ກັບການທ່ອງທ່ຽວ ດ້ວຍການ​ຮັບ​ຮູ້​ຂອງ​ບັນດາ​ນັກ​ຖ່າຍຮູບ ​ແລະ ນັກ​ຂ່າວ​ໂທລະພາບ. ຜ່ານ​ໂຄງການ Amazing Photo Tour, Travellive ຢາ​ກປະກອບສ່ວນ​ຊຸກຍູ້​ຄວາມ​ສາມາດ​ບົ່ມ​ຊ້ອນດ້ານ​ການ​ທອ່ງທ່ຽວ​ຂອງ​ບັນດາ​ເຂດ​ພາກ, ສົ່​ງ​ເສີມ​​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ທ່ອງ​ທ່ຽວ. ພາຍຫລັງ​ການ​ທ່ອງ​ທ່ຽວ​ແຕ່ລະ​ເທື່ອ, ປະ​ຊາ​ຊົນ ​ແລະ ຜູ້​ນິຍົມ​ການທ່ອງທ່ຽວ ຈະ​ມີ​ບັນດາຂໍ້​ມູນ​ຂ່າວທີ່​ມີ​ປະ​ໂຫຍ​ດກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຜ່ານ​ງານ​ວາງສະ​ແດງ​ພາບ, video ​ແບ່ງປັນ​ບົດຮຽນ ​ແລະ ຄວາມ​ຮູ້ສຶກກ່ຽວ​ກັບ​ການ​ທ່ອງ​ທ່ຽວຜ່ານ​ບັນດາ​ພາຫະນະ​ສື່​ມວນ​ຊົນ, ການ​ເສັງ​​ພາບ​ທ່ອງ​ທ່ຽວ​ຜ່ານ Facebook.

Amazing Photo Tour, ຮູບການທ່ອງທ່ຽວໃຫມ່ - ảnh 2
ງານວາງສະແດງ Amazing Photo Tour

        ​ໃນ​ປີ 2013, Amazing Photo Tour ​ໄດ້​ສຳ​ເລັດ​ຜົນ​ໃນ​ການ​ແນະນຳ​ບັນດາ​ສະຖານ​ທີ່​ທ່ອງທ່ຽວ​ທີ່​ລື​ຊື່​ຄື: Busan, Ulsan, Jeju ຂອງ ສ​ເກົາຫລີ ​ແລະ ​ເກາະ  Sabah ຂອງ​ມາ​ເລ​​ເຊຍ. ຮູບ​ການ​ທ່ອງ​ທ່ຽວ​​ບັນດາສະຖານ​ທີ່​ໃຫມ່ ​ໄດ້​ນຳ​ມາ​​ໃຫ້​ຊາວ​ຫວຽດນາມ ​ຂໍ້​ມູນ​ຂ່າວ​ຫລາຍ​ຢ່າງ​ກ່ຽວ​ກັບ​ການ​ທອ່ງທ່ຽວ. ທ່ານ​ນາງ ​ເລ​ມີ​ງເຟື້ອງ, ຜູ້ຕາງຫນ້າ​ຄະນະ​ຈັດ​ຕັ້ງລາຍການ​ທ່ອງ​ທ່ຽວ Amazing Photo Tour, ຜູ້ອຳນວຍການ​ວາລະ​ສານ Travellive ​ໃຫ້​ຮູ້​ວ່າ:

        “ພາຍຫລັງ​ Amazing Photo Tour ລົງ​ເຄື່ອນ​ໄຫວ​ຕົວ​ຈິງ ແລະ ໂຄສະນາສະຖານທີ່ທ່ອງທ່ຽວນີ້ ບັນດາຜູ້ອ່ານວາລະສານ Travellife, ປະຊາຄົມນັກທ່ອງທ່ຽວຫວຽດນາມ ​ໄດ້ຮູ້ຈັກ​ແລະ ​ສົນໃຈເຖິງສະຖານ​ທີ່​ທ່ອງ​ທ່ຽວ​ເຫຼົ່າ​ນັ້ນ​ຫຼາຍ​ກວ່າ.”

        ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​​ ສ​ເກົາຫລີ, ນັກ​ຖ່າຍຮູບ ທາ​ຍຟຽນ ​ແບ່ງປັນ​ວ່າ: “Amazing Photo Tour” ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ພິ​ເສດ​ທີ່​ສຸດ ​ແລະ ​ ​ໄດ້​ຮັບການຈັດ​ຕັ້ງ​​ລອບ​ຄອບ​ຖິ່ຖ້ວນ​ທີ່​ສຸດ ​ໃນຈຳນວນ​​ລາຍການ​ຄ້າຍຄື​ກັນ ທີ່ທ່ານ​ເຄີຍ​ເຂົ້າ​ຮ່ວມ. ສະຖານ​ທີ່​ທ່ອງ​ທ່ຽວ​ເຊິ່ງ​ທ່ານ​ຮູ​​້ສຶກປະ​ທັບ​ໃຈ​ທີ່​ສຸດ​ນັ້ນ​ແມ່ນ ສວນ​ສາລະ​ນະ​ແຫ່ງ​ຄວາມ​ຮັກ - Love Land ຢູ່ ​ເກາະ Jeju ​ເພາະວ່າ ມັນ​ເຮັດ​ໃຫ້ທ່ານ​ຮູ້ສຶກ​ຮັກ​ແພງ​ຊີວິດ​ ​ແລະ ສິ່ງ​ແວດ​ລ້ອມ​ກວ່າ.

ລາຍການ​ທ່ອງ​ທ່ຽວ​ເຖິງ ມາ​ນີລາ ​ແລະ ​ເຊ​ບູ ຢູ່ ຟິລີບ​ປີນ ​ແມ່ນ​ລາຍການ​ທ່ອງ​ທ່ຽວ​ທີ 3 ​ເຊິ່ງນອນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ລາຍການ​ໂຄສະນາ​ສະຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ໃຫມ່​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຫວຽດນາມ ​ໂດຍ​ ​ ວາລະສານ  Travellive  ​ແລະ ກົມ​ໃຫຍ່​ທ່ອງ​ທ່ຽວ ​​ຟິລີບ​ປີນ ​ສົມທົບ​ກັນ​ຈັດ​ຕັ້ງ. ​ໃນ​ເວລາ 7 ມື້, ບັນດາ​ນັກ​ຖ່າຍຮູບ,​ນັກ​ຂ່າວ ​ເຂົ້າ​ຮ່ວມ​ລາຍການ ​ໄດ້​ໄປ​ຢ້ຽມ​ຊົມ​ທັດສະນີ​ຍະ​ພາບ​ທີ່​ລືຊື່ຫລາຍ​ແຫ່ງຢູ່ຟີ​ລີບ​ປີນ. ທ່ານ​ນາງ ​ເຈີ​ນບີ​ກຫວຽດ, ຫົວຫນ້າ​ພະ​ແນ​ກ marketing Travellive ​ໃຫ້​ຮູ້​ວ່າ:

        “​ໃນ​ລາຍການ​ທ່ອງ​ທ່ຽວທີ 3 ການ​ຄົ້ນ​ຫາ ສະຖານ​ທີ່​ທ່ອງ​ທ່ຽວ 2 ​ແຫ່ງ​ຄື: ມາ​ນີລາ ​ແລະ ​ເກາະ ​ເຊ​ບູ ຂອງ​ຟິລີບ​ປີນ. ມື້​ທຳ​ອິດ ພາຍຫລັງ​ຂີ່​ຍົນ​ຈາກ ຮ່າ​ໂນ້ຍ ​ເຖິງ ມາ​ນີລາ, ບັນດາ​ສະມາຊິກ​ໃນ​ຄະນະ​ໄດ້​​ໄປຢ້ຽມ​ຢາມບັນດາ​ສະຖານ​ທີ່​ຄື: ປ້ອມ​ໝັ້ນ Santiago ທີ່​ມີ​ຊື່​ສຽງ ​​ ​ເຊິ່ງຕັ້ງ​ຢູ່​ແຄມ​ແມ່​ນ້ຳ ​ໂດຍ​​ແອດ​ສະ​ປາຍ​ກໍ່ສ້າງ​ເມື່ອ​ປີ 1571 . ​ຟິລິບ​ປີນ ມີ​ຊື່​ສຽງ​ດ້ວຍ​ບັນດາ​​ກິດຈະກຳ​ສະຖາປັດຕະຍະກຳ​ຫລາຍ​ແຫ່ງ​ທີ່​ໄດ້​ຮັບ​ການກໍ່ສ້າງ​ມາ​ແຕ່​ດົນ​ນານ. ມື້​ທີ​ສອງ ​ແລະ ທີ​ສາມ,  ບັນດາ​ສະມາຊິກ​​ໃນ​ຄະນະ​​ໄດ້​​​ໄປ​ຢ້ຽມ​ຢາມ ​ແລະ ​ເຂົ້າ​ຮ່ວມ​ການ​ເຄື່ອ​ນ​ໄຫວ​ຕ່າງໆ​ຄື: ​ໄປ shopping ຢູ່​ບັນດາ​ສູນ​ການ​ຄ້າ​ໃຫຍ່, ຢ້ຽມ​ຢາມ​ບັນດາ​ໂຮງ​ແຮມ, resort ​ແຫ່ງ​ໃຫຍ່​ກວ່າ​ໝູ່​ຢູ່ ມານ​ີລາ ຊື່​ງ​ແມ່ນ​ນະຄອນ​ຟົດ​ຟື້ນ​ທີ່​ສຸດ ​​ແຕ່​ກໍ່​ມີ​ສິ່ງມະຫັດສະຈັນ​ດ້ານວັດທະນະ​ທຳທີ່​ມີມາ​ແຕ່​ດົນ​ນານ​ແລ້ວ. ”

        ພິ​ເສດ, ​ໃນ​ລາຍການ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກ​ປະພັນ ຈາງ​ຮ້າ ​.ພາ​ຍຫລັງ​ການ​ໄປ​ທ່ອງ​ທ່ຽວ​ຄັ້ງ​ນີ້, ປະຊາຊົນ ​ແລະ ຜູ້​ນິຍົມ​ການທ່ອງທ່ຽວ ຈະ​ມີ​ບັນດາ​ຂໍ້​ມູນ​ທີ່​ມີປະ​ໂຫຍ​ດ​ກ່ຽວ​ກັບປະ​ເທດ ຟິລີບ​ປີນ, ປະ​ເທດ​ທີ່​ໄດ້​ຮັບ​ການ​ຂະຫນານ​ນາມ​ວ່າ ​ແມ່ນ​​ເພັດ​ມະນີຂອງ​ທະ​ເລ​ຕາ​ເວັນ​ອອກ ຜ່ານ​ງານ​ວາງສະ​ແດງ​ຮູບ​ພາບ​ຢູ່ ​ໂຮງ​ແຮມ Intercontinential Hanoi Westlake. ນອກ​ນັ້ນ ວາລະສານ Travellive ຈະ​ຈັດ​ຕັ້ງ​ງານ​ປະ​ກວດຮູບ​ພາບ​ທ່ອງ​ທ່ຽວ ມາ​ນີລາ - ​ເຊ​ບູ  ຜ່ານ Facebook ດ້ວຍ​ບັນດາລາງວັນທີ່​ມີ​ຄຸນ​ຄ່າ​ໃຫ້​ຜູ້​​ເຂົ້າ​ຮ່ວມ​ທຸກ​ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ