Amazing Thailand Festival: ໂອກາດພົບປະແລກປ່ຽນວັດທະນາທຳຊອກຮູ້ການທ່ອງທ່ຽວຂອງປະເທດ ໄທ

(VOVWORLD) - ຕາມການສະຖິຕິຂອງກົມໃຫຍ່ການທ່ອງທ່ຽວ ໄທ ແລ້ວ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ໄທ ໄດ້ຕ້ອນຮັບແຂກທ່ອງທ່ຽວ ຫວຽດນາມ ກ່ວາ 400.000 ເທື່ອຄົນ. ຄາດວ່າ, ໝົດເດືອນ ມິຖຸນາ ນີ້ຕົວເລກດັ່ງກ່າວຈະເພີ່ມຂຶ້ນເຖິງ 500.000 ເທື່ອຄົນ.
 
Amazing Thailand Festival: ໂອກາດພົບປະແລກປ່ຽນວັດທະນາທຳຊອກຮູ້ການທ່ອງທ່ຽວຂອງປະເທດ ໄທ - ảnh 1ການສະແດງສິລະປະທີ່ງານບຸນ

ໂດຍຮັບຮູ້ໄດ້ຕະຫຼາດແຂກທ່ອງທ່ຽວ ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ນັບແຕ່ເວລາເປີດປະຕູການທ່ອງທ່ຽວ ພາຍຫຼັງໂລກລະບາດໂຄວິດ - 19, ກົມໃຫຍ່ການທ່ອງທ່ຽວໄທ ກໍ່ໄດ້ຈັດບັນດາການເຄື່ອນໄຫວໂຄສະນາວັດທະນະທຳ, ການທ່ອງທ່ຽວໄທ ຢູ່ ຫວຽດນາມ. ໜຶ່ງໃນບັນດາການເຄື່ອນໄຫວນັ້ນຕ້ອງເວົ້າເຖິງງານບຸນ Amazing Thailand Festival.

- ນ້ອງຮູ້ສຶກມ່ວນຫຼາຍເມື່ອໄດ້ເຂົ້າຮ່ວມລາຍການ ແລະ ສາມາດຮູ້ຫຼາຍລາຍການທ່ອງທ່ຽວຂອງໄທ. ນ້ອງມັກຊົມການສະແດງຟ້ອນທີ່ເປັນມູນເຊື້ອຂອງປະເທດໄທ. ຜ່ານເຫດການນີ້, ນ້ອງເຫັນວ່າ ຊາວ ໄທ ມີຄວາມສະໜິດສະໜົມຫຼາຍ ດັ່ງນັ້ນ ນ້ອງຫວັງວ່າ ຖ້າມີໂອກາດນ້ອງຈະໄດ້ໄປທ່ຽວເມືອງໄທ.

- ນັບແຕ່ເກີດໂລກລະບາດໂຄວິດ ເປັນເວລາ 3 ປີ, ຂ້າພະເຈົ້າຍັງບໍ່ທັນໄດ້ມີໂອກາດກັບຄືນໄປ ໄທ ເທື່ອ. ເມື່ອຮູ້ຂ່າວການຈັດງານ Amazing Thailand Festival 2023, ຂ້າພະເຈົ້າກໍ່ມາເຂົ້າຮ່ວມເພື່ອໄດ້ກິນອາຫານໄທ, ຊົມການສະແດງສິລະປະເພື່ອບັນເທົາຄວາມຄິດຮອດຄິດເຖິງເມືອງໄທ.

        ບັນດາທ່ານຫາກໍ່ໄດ້ຮັບຟັງຄຳເຫັນຂອງສອງຄົນໃນຈຳນວນແຂກຫຼາຍໆຄົນທີ່ໄດ້ເຂົ້າຮ່ວມງານ Amazing Thailand Festival 2023 - ໂດຍກົມໃຫຍ່ການທ່ອງທ່ຽວ ໄທ ປະຈຳ ນະຄອນ ໂຮ່ຈີມິນ ຈັດຂຶ້ນ ຢູ່ຮ່າໂນ້ຍ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວໄທ ເຊິ່ງ ກົມໃຫຍ່ທ່ອງທ່ຽວໄທ ຈັດຂຶ້ນຢູ່ບັນດາປະເທດໃນໂລກ. ປີນີ້, ງານ Amazing Thailand Festival 2023 ໄດ້ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ. ການເຄື່ອນໄຫວນີ້ກໍ່ນອນໃນບັ້ນເຄື່ອນໄຫວ “Visit Thailand Year 2023 – Amazing New Chapters” (ແປວ່າ: ການທ່ອງທ່ຽວໄທ ປີ 2023 - ບັນດາສິ່ງທີ່ຍອດຢ້ຽມໃໝ່) ແລະ Soft Power, ແຂກທ່ອງທ່ຽວຜູ້ນິຍົມ, ຢາກຊອກຮູ້ກ່ຽວກັບການທ່ອງທ່ຽວໄທ ອາດສາມາດຄົ້ນຫາທຸກແງ່ມູມຜ່ານເນື້ອໃນ 5F ຂອງບັ້ນເຄື່ອນໄຫວ. ທ່ານນາງ ສຸການດາ ຊິຣິການຈະນາກຸນ, ຜູ້ອຳນວຍການພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ແລະ ປາຊີຟິກໃຕ້ ຂຶ້ນກັບກົມໃຫຍ່ທ່ອງທ່ຽວໄທ, ໃຫ້ຮູ້ວ່າ:

ສຽງທ່ານນາງ ສຸການດາ ຊິຣິການຈະນາກຸນ

 

        Amazing Thailand Festival ໄດ້ຈັດຂຶ້ນຕາມຮູບແບບງານບຸນດ້ວຍຫຼາຍຮູບແບບ, ໃນນັ້ນມີຮູບຈຳລອງບັນດາສະຖານທີ່ທ່ອງທ່ຽວຂອງ ຊຽງໃໝ່, ພູເກັດ, ຄຸ້ມເມືອງເກົ່າ ອາຍຸດທະຍາ ກໍ່ຄືບັນດາງານບຸນທີ່ມີຊື່ສຽງຂອງ ໄທ ຄື: ງານບຸນປ່ອຍໂຄມໄຟຢູ່ຊຽງໃໝ່… ນອກຈາກນັ້ນ, ເພື່ອໃຫ້ຮູບພາບປະເທດ ໄທ ໄດ້ຫຍັບມໍ່ເຂົ້າກັບແຂກທ່ອງທ່ຽວ ຫວຽດນາມ ກ່ວາ, ບັນດາລາຍການສະແດງວັດທະນະທຳ ສິລະປະ ທີ່ເປັນມູນເຊື້ອສ້າງຄວາມປະທັບໃຈ, ທີ່ເປັນເອກະລັກສະເພາະຂອງ ໄທ ກໍ່ໄດ້ຮັບການກະກຽມຢ່າງລະອຽດລະອໍ. ແຂກທ່ອງທ່ຽວມີໂອກາດໄດ້ຮັບຊົມບັນດາວາດຟ້ອນມູນເຊື້ອຂອງຊາວໄທ. ແຟຊັ່ນກໍ່ແມ່ນໜຶ່ງໃນບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດ ໄທ, ແຂກທ່ຽວທ່ຽວຈະໄດ້ລອງນຸ່ງຊຸດອາພອນມູນເຊື້ອຂອງໄທ, ຖ່າຍຮູບເປັນທີ່ລະນຶກ. ຈຸດພົ້ນເດັ່ນອື່ນອີກຂອງງານບຸນນັ້ນແມ່ນອາຫານການກິນ, ໃນນັ້ນມີບັນດາເຍື່ອງອາຫານທີ່ເປັນເອກະລັກມາຈາກປະເທດ ໄທ ຄື: ຜັດໄທ, ຊີ້ນປິ້ງ, ເຂົ້າໜຽວໝາກມ່ວງ… ງານບຸນໄດ້ນຳມາໃຫ້ແຂກທ່ອງທ່ຽວຄວາມເຂົ້າໃຈກ່ວາກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ຊາວໄທ.

Amazing Thailand Festival: ໂອກາດພົບປະແລກປ່ຽນວັດທະນາທຳຊອກຮູ້ການທ່ອງທ່ຽວຂອງປະເທດ ໄທ - ảnh 2ບັນດາຜູ້ເຂົ້າຮ່ວມງານບຸນ

        ເມື່ອຕີລາຄາກ່ຽວກັບການເຄື່ອນໄຫວຕ່າງໆໃນ Amazing Thailand Festival  2023, ທ່ານ ທະເນັດ ເພັດສຸວັນ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວໄທ, ຮັບຜິດຊອບຕະຫຼາດສາກົນ - ອາຊີ ແລະ ປາຊີຟິກໃຕ້, ໃຫ້ຮູ້ວ່າ:     

        “ງານບຸນ Amazing Thailand Festival 2023 ໄດ້ຮັບການຈັດຂຶ້ນເພື່ອແນໃສ່ຈຸດປະສົງໂຄສະນາບັນດາຜະລິດຕະພັນ ແລະ ບໍລິການທ່ອງທ່ຽວໄທ ຜ່ານການເຄື່ອນໄຫວ 5F. ຂ້າພະເຈົ້າຫວັງວ່າ ທຸກຄົນໄດ້ຮັບຊົມງານບຸນມ່ວນຊື່ນຫຼາກຫຼາຍສີສັນ, ເຕັມໄປດ້ວຍສີສັຮຂອງວັດທະນະທຳ ໄທ. ຂ້າພະເຈົ້າຫວັງວ່າ, ຜ່ານເຫດການຄັ້ງນີ້, ຈະແມ່ນແຫຼ່ງບັນດານໃຈຊຸກຍູ້ໃຫ້ຊາວ ຫວຽດນາມ ຫຼາຍຄົນໄປຊອກຫາ, ທ່ອງທ່ຽວ ແລະ ຄົ້ນຫາ ລາຍການທ່ອງທ່ຽວໃໝ່ຢູ່ປະເທດໄທ”.

        ພາຍຫຼັງຜົນສຳເລັດຂອງ Amazing Thailand Festival, ຫ້ອງການຜູ້ຕາງໜ້າຂອງກົມໃຫຍ່ທ່ອງທ່ຽວໄທ ສາຂານະຄອນໂຮ່ຈີມິນ ມີແຜນການຮ່ວມມືກັບບັນດາຄູ່ຮ່ວມມືຈັດການເຄື່ອນໄຫວຕ່າງໆເພື່ອໂຄສະນາການທ່ອງທ່ຽວໄທ ຢູ່ບັນດາທ້ອງຖິ່ນຂອງ ຫວຽດນາມ, ຍູ້ແຮງການແນະນຳສະຖານທີ່ທ່ອງທ່ຽວໃໝ່ຢູ່ ໄທ ຄື: ນະຄອນ ພະນົມ, ບັນດາບໍລິການທ່ອງທ່ຽວທີ່ໃຫມ່ອ່ຽມ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວ ຫວຽດນາມ ໄປໄທ ໃນຊຸມເດືອນທ້າຍປີ 2023 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ