ASEAN Oline Sale Day 2021 - ຊຸກ​ຍູ້​ການ​ຄ້າ​ຂ້​າມ​ຊາຍ​ແດນ ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ

(VOVWORLD) -ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ຄວາມຊິນເຄີຍໃນການຊື້ສິນຄ້າຂອງຜູ້ບໍລິໂພກຫັນປ່ຽນຈາກການຊື້ໂດຍກົງໄປສູ່ການຊື້ອອນລາຍ. ປັດຈຸບັນບັນດາປະເທດສະມາຊິກອາຊຽນພວມຊຸກຍູ້ການຄ້າເອເລັກໂຕນິກຂ້າມຊາຍແດນໃນພາກພື້ນ. ວັນຊື້ເຄື່ອງອອນລາຍອາຊຽນ 2021 - ASEAN Online Sale Day 2021 ທີ່ດຳເນີນໃນລະຫວ່າງວັນທີ 8  10 ສິງຫາຜ່ານມາແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ຕັ້ງໜ້າເປັນປະຖົມປັດໄຈແກ່ການພັດທະນາການຄ້າເອເລັກໂຕນິກຂ້າມຊາຍແດນສ້າງສາຍສຳພັນລະຫວ່າງບັນດາປະເທດຢັ້ງຢືນຄວາມສາມັກຄີແລະທີ່ຕັ້ງບົດບາດຂອງອາຊຽນໃນໂລກທີ່ພວມປ່ຽນແປງຕໍ່ໄປເຊີນທ່ານຮັບຟັງບົດຂຽນດ້ວຍຫົວຂໍ້ “ASEAN Online Sale Day: ຊຸກຍູ້ການຄ້າເອເລັກໂຕນິກຂ້າມຊາຍແດນລະຫວ່າງບັນດາປະເທດຊຽນ

 ວັນຊື້ເຄື່ອງອອນລາຍ ASEAN Online Sale Day 2021 ໂດຍ ບຣູໄນ Darussalam - ປະເທດປະທານ ອາຊຽນ 2021, ສິງກະໂປ ແລະ ຫວຽດນາມ ເປັນເຈົ້າພາບ, ສົມທົບກັນຜັນຂະຫຍາຍການເຄື່ອນໄຫວຂອງ 10 ປະເທດສະມາຊິກ ອາຊຽນ. ລາຍການປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງວິສາຫະກິດ, ອົງກອນດຳເນີນທຸລະກິດໃນພື້ນຖານດີຈີຕອນຢູ່ໃນຫຼາຍຂົງເຂດຄື: ອີຄອມເມີສ, ແຟຊັ່ນ, ເຄື່ອງໄຟຟ້າ, ເຄື່ອງໃຊ້ສອຍ, ການບໍລິການ, ການທ່ອງທ່ຽວ, ພັດທະຄານ, ໂຮງແຮມ, ເຄື່ອງຫັດຖະກຳ ແລະ ຂົງເຂດອື່ນໆ ນັບຮ້ອຍແຫ່ງເຂົ້າຮ່ວມ. ໃນນັ້ນ, ມີວິສາຫະກິດ ຫວຽດນາມ ກວ່າ 100 ແຫ່ງເຂົ້າຮ່ວມການຂາຍເຄື່ອງອອນລາຍໃນໂອກາດນີ້. ລາຍການລວມມີສອງກຸ່ມການຄ້າເອເລັກໂຕນິກ ນັ້ນແມ່ນ: ການຄ້າເອເລັກໂຕນິກຢູ່ພາຍໃນປະເທດ ແລະ ການຄ້າເອເລັກໂຕນິກຂ້າມຊາຍແດນລະຫວ່າງບັນດາປະເທດໃນພາກພື້ນ ອາຊຽນ. ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ເຊື່ອໝັ້ນວ່າ ເຫດການສຳຄັນນີ້ ຈະປະກອບສ່ວນນຳ ອາຊຽນ ມຸ່ງໄປສູ່ສະພາບເປັນປົກກະຕິໃໝ່.

ASEAN Oline Sale Day 2021 - ຊຸກ​ຍູ້​ການ​ຄ້າ​ຂ້​າມ​ຊາຍ​ແດນ ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ - ảnh 1ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi
ານເຊື່ອມໂຍງເສດຖະກິດສາກົນ ໂດຍຜ່ານການຊຸກຍູ້ການຄ້າເອເລັກໂຕນິກ ແລະ ອີງໃສ່ການສ້າງພື້ນຖານເສດຖະກິດດີຈີຕອນ ຈະຊ່ວຍ ອາຊຽນ ຮັບມື ແລະ ຜ່ານຜ່າໄລຍະທີ່ເສດຖະກິດໂລກພວມຖືກຂາດວັກຂາດຕອນ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນນີ້. ສຳລັບປະຊາຄົມເສດຖະກິດ ອາຊຽນ, ການຄ້າເອເລັກໂຕນິກພວມພັດທະນາ ແລະ ຊ່ວຊຸກຍູ້ຍຸດທະສາດ ມຸ່ງໄປສູ່ພື້ນຖານເສດຖະກິດເຕັກນິກດີຈີຕອນຂອງ ອາຊຽນ, ປະກອບສ່ວນປະຕິບັດສົນທິສັນຍາ ອາຊຽນ ກ່ຽວກັບການຄ້າ ເອກເລັກໂຕນິກ. ວັນຊື້ເຄື່ອງອອນລາຍຂອງ ອາຊຽນ ແມ່ນເຫດການສຳຄັນ, ຊຸກຍູ້ການຄ້າເອເລັກໂຕນິກໃນປີ. ສິນຄ້າ ແລະ ການບໍລິການນັບລ້ານຢ່າງຂອງ ອາຊຽນ ນັບແຕ່ຂົງເຂດແຟຊັ່ນ ຕະຫຼອດຮອດເຄື່ອງເອກເລັກໂຕນິກ, ເຄື່ອງໃຊ້ສອຍ, ເຟີນີເຈີ ກໍໄດ້ວາງຂາຍດ້ວຍລາຄາທີ່ມີສ່ວນຫຼຸດພິເສດໃນບັນດາພື້ນຖານການຄ້າເອເລັກໂຕນິກ ທີ່ມີອິດທິພົນຊື່ສຽງ.”

ນີ້ແມ່ນຄັ້ງທີ 2 ທີ່ບັນດາປະເທດສະມາຊິກ ອາຊຽນ ຈັດຕັ້ງວັນຊື້ເຄື່ອງອອນລາຍຕາມຂໍ້ລິເລີ່ມຂອງ ຫວຽດນາມ ເມື່ອປີ 2020. ເຫດການດັ່ງກ່າວຖືກຈັດຂຶ້ນປະຈຳປີ ເພື່ອແນໃສ່ໜູນຊ່ວຍການຄ້າເອເລັກໂຕນິກຂ້າມຊາຍແດນ ແລະ ໜູນຊ່ວຍບັນດາວິສາຫະກິດທ້ອງຖິ່ນ. ສະເພາະປີ 2021 ນີ້, ໃນສະພາບການໂລກລະບາດໂຄວິດ - 19 ພວມຮຸນແຮງ, ເຫດການດັ່ງກ່າວໄດ້ສ້າງໂອກາດໃຫ້ແກ່ນັກທຸລະກິດຂາຍຍ່ອຍໃນຫຼາຍຂົງເຂດທີ່ແຕກຕ່າງກັນ ໄດ້ແນະນຳຜະລິດຕະພັນຂອງຕົນ ແລະ ສຳຜັດກັບຕະຫຼາດທີ່ກວ້າງໃຫຍ່ກວ່າ. ຕາມການລາຍງານຂອງ Lazada ຫວ່າງມໍ່ໆມານີ້, ມີເຖິງ 50% ຜູ້ຂາຍເຄື່ອງຢູ່ ອິນໂດເນເຊຍ, ຟີລິບປິນ, ຫວຽດນາມ, ມາເລເຊຍ ແລະ ສິງກະໂປ ບັນລຸການເຕີບໂຕສູງໃນໄລຍະ 6 ເດືອນຕົ້ນປີ 2021. ໃນຂະນະທີ່ 70% ຈຳນວນວິສາຫະກິດດັ່ງກ່າວຕັ້ງຄວາມຫວັງວ່າ ລາຍຮັບຈະເພີ່ມຂຶ້ນ 10% ໃນໄຕມາດທີ 3 ນີ້. ທ່ານ Lichun, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດການຄ້າເອເລັກໂຕນິກ Lazada ໃຫ້ຮູ້ວ່າ:

ASEAN Oline Sale Day 2021 - ຊຸກ​ຍູ້​ການ​ຄ້າ​ຂ້​າມ​ຊາຍ​ແດນ ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ - ảnh 2ທ່ານ Lichun, ຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດການຄ້າເອເລັກໂຕນິກ Lazada 

ໂອກາດເພື່ອພັດທະນາການຄ້າເອເລັກໂຕນິກ ຢູ່ ອາຊີຕາເວັນອອກສ່ຽງໃຕ້ແມ່ນໃຫຍ່ຫຼວງທີ່ສຸດ. ປັດຈຸບັນ, ພວກເຮົາພວມຢູ່ໃນໄລຍະທຳອິດຂອງວິວັດການນີ້. ຂ້າພະເຈົ້າເຊື່ອໝັ້ນວ່າ ຂົງເຂດນີ້ອາດຈະພັດທະນາແບບຍືນຍົງ ແລະ ນຳມາເຊິ່ງກາລະໂອກາດໃຫ້ແກ່ບັນດາປະເທດ. ໃນໄລຍະໂລກລະບາດ, ເມື່ອການດຳເນີນທຸລະກິດຕາມແບບເກົ່າພວມປະສົບກັບຄວາມຍຸ້ງຍາກ, ການຄ້າເອເລັກໂຕນິກພັດມີລະດັບການພັດທະນາໄວກວ່າເວລາໃດໝົດ”.

        ການຊື້ເຄື່ອງອອນລາຍໃນພາກພື້ນ ອາຊຽນ ໄດ້ເພີ່ມຂຶ້ນຢ່າງໄວວາ ຍ້ອນການເຂົ້າເຖິງ ອິນເຕີເນັດ ກໍມີການປັບປຸງ, ອຸປະກອນເຄື່ອງມືຖືມີລາຄາທີ່ພໍເໝາະ ແລະ ນັບມື້ນັບມີຫຼາຍໂປແກຼມຊື້-ຂາຍເຄື່ອງອອນລາຍ. ເຖິງວ່າ ມີໂອກາດໃນການພັດທະນາແຕ່ການຄ້າເອເລັກໂຕນິກຢູ່ ອາຊຽນ ກໍພວມປະສົບກັບສິ່ງທ້າທາຍບໍ່ແມ່ນໜ້ອຍ. ດ້ວຍເປົ້າໝາຍຍູ້ແຮງການຄ້າເອເລັກໂຕນິກຂ້າມຊາຍແດນ, ສິ່ງສຳຄັນແມ່ນ ຄວນເສີມຂະຫຍາຍປະສິດທິຜົນຢ່າງສຸດຂີດ, ຫຼຸດເວລາ ແລະ ຄ່າໃຊ້ຈ່າຍເພີ່ມໃນການຂົນສົ່ງສິນຄ້າລົງລະດັບຕ່ຳສຸດ, ໃນຂະນະນັ້ນ, ຄ່າໃຊ້ຈ່າຍ ແລະ ເງື່ອນໄຂ logistic ລະຫວ່າງບັນດາປະເທດສະມາຊິກ ອາຊຽນ ຍັງມີຄວາມແຕກໂຕນກັນຫຼາຍ, ສ່ວນຫຼາຍແມ່ນຍ້ອນຄວາມແຕກຕ່າງໃນພື້ນຖານໂຄງລ່າງ. ທ່ານ Vaughan Rayen, ຜູ້ຄຸ້ມຄອງການຄ້າເອເລັກໂຕນິກ ອາຊີ - ປາຊີຟິກ ສັງກັດບໍລິສັດ ຄົ້ນຄວ້າຕະຫຼາດ Nielsen IQ ໃຫ້ຮູ້ວ່າ:

ເພື່ອສາມາດຍູ້ແຮງການພັດທະນາການຄ້າເອເລັກໂຕນິກບັນດາປະເທດຄວນສ້າງພື້ນຖານວັດຖຸໃຫ້ມີປະສິດທິຜົນ ແລະ ຄົບຊຸດ. ປັດຈຸບັນ, ເຖິງວ່າເວລາຂົນສົ່ງໄດ້ຫຼຸດສັ້ນລົງແລ້ວ ແຕ່ພວກເຮົາຍັງມີຫຼາຍບັນຫາກ່ຽວກັບ logistic ທີ່ຕ້ອງໄດ້ຮັບການປັບປຸງ”.

ອາດເຫັນໄດ້ວ່າ ການຊື້ເຄື່ອງອອນລາຍພວມຊ່ວຍການຟື້ນຟູພື້ນຖານເສດຖະກິດທີ່ຖືກຜົນກະທົບຢ່າງຮ້າຍແຮງຂອງໂລກລະບາດໂຄວິດ - 19. ແຕ່ວ່າ ເພື່ອໃຫ້ ອາຊຽນ ສາມາດພັດທະນາການຄ້າເອເລັກໂຕນິກຂ້າມຊາຍແດນໄດ້ນັ້ນ ແມ່ນຍັງມີສິ່ງທ້າທາຍຫຼາຍຢ່າງໃນຕໍ່ໜ້າ./.

ຕອບກັບ

ຂ່າວ/ບົດ​ອື່ນ