AYFN - ເຊື່ອມຕໍ່ອາລົມຈິດຄວາມຮັກແພງລະຫວ່າງເພື່ອນຫນຸ່ມໃນອາຊຽນ

ເພື່ອນແມ່ນພົນລະເມືອງຫນຸ່ມຂອງ ອາຊຽນ, ພວມໃນເກນອາຍຸ 15 -25 ປີ, ເພື່ອນສາມາດເວົ້າພາສາອັງກິດ. ນັ້ນແມ່ນ 3 ເງື່ອນໄຂພື້ນຖານເພື່ອເຂົ້າຮ່ວມລາຍການຂອງ AYFN. AYFN ແມ່ນຊື່ຫຍໍ້ ຂອງ ASEAN Youth Friendship Network ຊື່ງແມ່ນອົງການບໍ່ຂຶ້ນກັບລັດຖະບານໄດ້ຮັບການສ້າງຕັ້ງຂຶ້ນເມື່ອ ວັນທີ 10/1/2010 ຢູ່ Yogyakarta ປະເທດ ອິນໂດເນເຊຍ. ມາຮອດປະຈຸບັນ ພາຍຫລັງເຄື່ອນໄຫວມາເປັນເວລາ 7 ປີ, AYFN ຈັດຕັ້ງການໄປທັດສະນະສຶກສາ, ພົບປະແລກປ່ຽນ ແລະ ຄົ້ນຫາວັດທະນະທຳບັນດາປະເທດ ອາຊຽນໃຫ້ແກ່ບັນດາເພື່ອນຫນຸ່ມໃນ ອາຊຽນໄດ້ 45 ຄັ້ງແລ້ວ.

AYFN - ເຊື່ອມຕໍ່ອາລົມຈິດຄວາມຮັກແພງລະຫວ່າງເພື່ອນຫນຸ່ມໃນອາຊຽນ - ảnh 1
ລາຍການພົວພັນແລກປ່ຽນວັດທະນະທຳ ຫວຽດນາມ - ອິນໂດເນເຊຍ
ໂດຍສະຖານທູດອິນໂດເນເຊຍ ປະຈຳຫວຽດນາມ ແລະ AYFN ສົມທົບກັນຈັດຕັ້ງ
ພາບ:http://hcmussh.edu.vn

        “ວຽກງານແນະນຳດ້ານວັດທະນະທຳຢູ່ ອາຊຽນ  ຄວນໄດ້ຮັບການຍົກສູງຂຶ້ນກວ່າອີກ ເພາະປະຈຸບັນ ອາດຈະມີເພື່ອນຫນຸ່ມຫລາຍຄົນນິຍົມ ກອງດົນຕີ Kpop ຂອງ ສເກົາຫລີ, ຮູ້ຈັກເຖິງປະເທດ ອາເມລິກາ, ຍີ່ປຸ່ນ ຫລາຍ ແຕ່ຍັງບໍ່ທັນຮູ້ຈັກ ດ້ານວັດທະນະທຳຂອງ ອິນໂດເນເຊຍ ຫລືໄທ. ຮອດເວລາແລ້ວ ພວກເຮົາຄວນໂຄສະນາດ້ານວັດທະນະທຳໃນພາກພື້ນອາຊຽນ”

        ນັ້ນແມ່ນຄຳແບ່ງປັນຂອງເພື່ອນ Setiawan Minarjo ເກີດປີ 1987, ປະຈຸບັນ ເປັນປະທານ AYFN. ກ່ອນນີ້ລາວເຄີຍເປັນນັກສຶກສາຂະແຫນງການພົວພັນກັບສາກົນ, ມະຫາວິທະຍາໄລ Gadjah Mada (UGM), Yogyakarta ປະເທດ ອິນໂດເນເຊຍ, Setiawan ມີຫລາຍກາລະໂອກາດໄດ້ສຳພັດ ແລະ ລື້ງເຄີຍກັບບັນດານັກສຶກສາສາກົນ. ໃນໄລຍະຮຽນ 4 ປີ, Setiawan ຍາມໃດກໍ່ມີຄວາມຄິດວ່າຢາກເຮັດສິ່ງໃດຫນຶ່ງເພື່ອຊ່ວຍໃຫ້ນັກສຶກສາ ອິນໂດເນເຊຍ ເພີ່ມທະວີການພົວພັນແລກປ່ຽນ, ເຊື່ອມຕໍ່ກັບບັນດາເພື່ອນຫນຸ່ມສາກົນ, ພິເສດຢູ່ ພາກພື້ນ ອາຊຽນ. ເມື່ອຮຽນປີສຸດທ້າຍ, ອົງການ AYFN ຂອງ Setiawan ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍສະມາຊິກ 7 ຄົນ.

        “ໄລຍະທຳອິດ AYFN ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ, ພວກຂ້າພະເຈົ້າໄດ້ພະຍາຍາມຕິດຕໍ່ພົວພັນກັບຄະນະພົວພັນສາກົນຂອງມະຫາວິທະຍາໄລຍຈຳນວນຫນຶ່ງໃນພາກພື້ນ. ພວກຂ້າພະເຈົ້າໄດ້ສົ່ງຈົດໝາຍແນະນຳກ່ຽວກັບການເຄື່ອນໄຫວ ແລະ ລາຍການໃຫ້ເຂົາເຈົ້າ. ຖ້າເຂົາເຈົ້າເຫັນດີ, ເຂົາເຈົ້າຈະສົ່ງຈົດໝາຍຕອບ. ຫລັງຈາກນັ້ນພວກຂ້າພະເຈົ້າຈະຂຶ້ນແຜນການລະອຽດ. ເມື່ອມີການພົວພັນກັບບັນດາຄູສອນ ແລະ ເພື່ອນຮ່ວມງານຢູ່ຕ່າງປະເທດແລ້ວ, ເຂົາເຈົ້າຊ່ວຍຂ້າພະເຈົ້າຕິດຕໍ່ພົວພັນໂດຍກົງກັບບັນດາອົງການຢູ່ປະເທດຂອງເຂົາເຈົ້າ. ສິ່ງດັ່ງກ່າວແມ່ນສະດວກກວ່າເມື່ອທຽບໃສ່ໄລຍະຕົ້ນ.”

AYFN - ເຊື່ອມຕໍ່ອາລົມຈິດຄວາມຮັກແພງລະຫວ່າງເພື່ອນຫນຸ່ມໃນອາຊຽນ - ảnh 2

        ເຫດການທຳອິດ ໂດຍ AYFN ຈັດຕັ້ງ ນັ້ນແມ່ນການຢ້ຽມຢາມເຖິງ ຫວຽດນາມ. ໃນການຢ້ຽມຢາມມາເປັນເວລາ 4 ວັນຢູ່ ຫວຽດນາມ, ບັນດາສະມາຊິກ ຂອງ AYFN ມີກາລະໂອກາດພົບປະແລກປ່ຽນກັບບັນດານັກສຶກສາຢູ່ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ ນະຄອນ ໂຮ່ຈິມີນ, ຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍ ເຈີ້ກ້າວ (ແຂວງຕຽນຢາງ), ໄປຢ້ຽມຢາມບັນດາທັດສະນີຍະພາບຢູ່ຫວຽດນາມ. ພາຍຫລັງເຫດການທຳອິດດຳເນີນໄປສຳເລັດຜົນ, AYFN ສືບຕໍ່ໂຄສະນາບັນດາການເຄື່ອນໄຫວຂອງຕົນຜ່ານ ເວັບໄຊ, ບັນດາເຄືອຂ່າຍສັງຄົມຄື: Fanpage, Twitter.  ມີມະຫາວິທະຍາໄລຫລາຍແຫ່ງໃນພາກພື້ນໄດ້ສ້າງຕັ້ງການພົວພັນສະຫນິດແຫນ້ນກັບ AYFN ຄື: ມະຫາວິທະຍາໄລ ຈຸລາລົງກອນ (ໄທ), ມະຫາວິທະຍາໄລແຫ່ງຊາດ Brunei Darussalem, ມະຫາວິທະຍາໄລແຫ່ງຊາດສິງກະໂປ…

        ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວຂອງ AYFN, ບັນດານັກສຶກສາຕ້ອງເວົ້າພາສາອັງກິດໄດ້ ເພື່ອສາມາດໂອ້ລົມ ແລະ ໂຄສະນາດ້ານວັດທະນະທຳກັບປະເທດຕົນ ພ້ອມກັນນັ້ນບັນດານັກສຶກສາຕ້ອງມີຄວາມຮູ້ ແລະ ມີຄວາມເຂົ້າໃຈກ່ຽວກັບອາຊຽນ. ນອກນັ້ນ ລາຍຈ່າຍໃຫ້ແກ່ການໄປທັດສະນະສຶກສາກໍແມ່ນບັນຫາສຳຄັນ.

        “ລາຍຈ່າຍໃຫ້ແກ່ການໄປທັດສະນະສຶກສາໂດຍບັນດາເພື່ອນເຂົ້າຮ່ວມລາຍການເບີກຈ່າຍເອງ. ລາຍຈ່າຍນັ້ນແມ່ນອີງໃສ່ປະເທດທີ່ພວກເພື່ອນໄປຢ້ຽມຢາມ ເພາະວ່າ ຄ່າກິນຢູ່ຂອງແຕ່ລະປະເທດແມ່ນມີຄວາມແຕກຕ່າງກັນ.”

        ການໄປທັດສະນະສຶກສາດຳເນີນໄປໃນໄລຍະເວລາຫນ້ອຍສຸດແມ່ນ 4 ວັນ ແລະ ຍາວສຸດແມ່ນ ທິດຫນຶ່ງ. ຈຳນວນສະມາຊິກເຂົ້າຮ່ວມລາຍການແມ່ນ 15 -20 ຄົນ. ນອກຈາກບັນດາປະເທດ ອາຊຽນ, ນັບແຕ່ປີ 2012, AYFN ມີການພົວພັນກັບມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດໂຮ່ຈິມີນ, ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ແລະ ມະຫາວິທະຍາໄລທັງລອງ. ແຕ່ລະປີ AYFN ຈັດຕັ້ງການໄປທັດສະນະສຶກສາບັນດາມະຫາວິທະຍາໄລດັ່ງກ່າວແຕ່ 1-3 ຄັ້ງ.

        ນັ້ນແມ່ນບັນຍາກາດໃນການປຶກສາຫາລື, ແນະນຳກ່ຽວກັບຊຸດອາພອນພື້ນເມືອງຂອງແມ່ຍິງຊາວມຸດສະລີມໃນລາຍການພົບປະແລກປ່ຽນລະຫວ່າງບັນດານັກສຶກສາມະຫາວິທະຍາໄລສ້າງຄູຮ່າໂນ້ຍ ແລະ ມະຫາວິທະຍາໄລທັງລອງ ກັບບັນດາສະມາຊິກຂອງ AYFN. ເປັນຄັ້ງທຳອິດເຂົ້າຮ່ວມລາຍການຂອງ AYFN ໄປທັດສະນະສຶກສາຢູ່ຫວຽດນາມ, ເພື່ອນ Sari Warningsih ມະຫາວິທະຍາໄລ UPI ປະເທດອິນໂດເນເຊຍ ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມປະຕິຊົມຊື່ນທີ່ສຸດ, ເມື່ອມີໂອກາດໄປສະແດງວາດຟ້ອນພື້ນເມືອງຂອງອິນໂດເນເຊຍ ຢູ່ຫວຽດນາມ. ຂ້າພະເຈົ້າຢາກແນະນຳເຖິງບັນດາປະເທດເພື່ອໃຫ້ທຸກຄົນຮູ້ຈັກເຖິງຄວາມງາມຂອງວາດຟ້ອນອິນໂດເນເຊຍ”

        ອ້າຍຄູ ຫງວຽນດຶກກວາງ, ຄູສອນຂະແຫນງທ່ອງທ່ຽວ, ມະຫາວິທະຍາໄລ ທັງລອງ ຮ່າໂນ້ຍ ຕີລາຄາສູງບັນດາການເຄື່ອນໄຫວຄືດັ່ງກ່າວ ແລະ ຢືນຢັນບັນດາລາຍການພົບປະແລກປ່ຽນວັດທະນະທຳກັບ AYFN ຈະສືບຕໍ່ຮັກສາຄືດັ່ງການເຄື່ອນໄຫວປະຈຳປີ.

        “ບັນດາການເຄື່ອນໄຫວພົບປະແລກປ່ຽນໄດ້ຊ່ວຍໃຫ້ພວກນ້ອງຝືກແອບກ່ຽວກັບດ້ານພາສາ, ຊື່ງແມ່ນຈຸດອ່ອນຂອງນັກສຶກສາ. ຍິ່ງກວ່ານັ້ນ, ປະຈຸບັນ ນັກສຶກສາ ຫວຽດນາມ ຍັງບໍ່ທັນມີຄວາມຮູູ້ຢ່າງກວ້າງຂວາງກ່ຽວກັບບັນດາປະເທດ, ພິເສດແມ່ນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ສະນັ້ນການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳຈະຊ່ວຍໃຫ້ພວກນ້ອງປັບປຸງສິ່ງດັ່ງກ່າວໄດ້.”

        ເພື່ອນ Setiawan Minarjo, ປະທານ AYFN ກໍມີທັດສະນະເຊັ່ນດຽວກັນ:

        “ຂ້າພະເຈົ້າຢາກຊ່ວຍນັກສຶກສາອິນໂດເນເຊຍກໍຄືບັນດາປະເທດ ອາຊຽນ ມີກາລະໂອກາພົບປະແລກປ່ຽນນຳກັນ ເພາະວ່າ ພວກເຮົາຮູ້ຈັກວ່າ ປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງແລ້ວ ແລະ ການເຊື່ອມຕໍ່ມະນຸດ ແມ່ນສ່ວນຫນຶ່ງສຳຄັນຂອງປະຊາຄົມ ອາຊຽນ. ພວກຂ້າພະເຈົ້າຈະພະຍາຍາມເຮັດຈົນສຸດຄວາມສາມາດເພື່ອຫັນສິ່ງດັ່ງກ່າວໃຫ້ປະກົດຜົນເປັນຈິງ.”

        ປະຈຸບັນ AYFN ມີສະມາຊິກລວມທັງໝົດແມ່ນ 500 ຄົນ ມາຈາກບັນດາປະເທດໃນພາກພື້ນ, ໃນນັ້ນ ສ່ວນຫລາຍແມ່ນບັນດານັກສຶກສາ ອິນໂດເນເຊຍ. ເປີດສາກໃຫ້ປີ 2017 ນີ້, AYFN ຈະຈັດຕັ້ງການໄປທັດສະນະສຶກສາ ເຖິງ ຊຽງໃຫມ່ ປະເທດໄທ ແຕ່ວັນທີ 14 – 19/2 ໃຫ້ແກ່ບັນດາສະມາຊິກ, ສືບຕໍ່ພາລະຫນ້າທີ່ຂອງຕົນເພື່ອສ້າງຄວາມສະຫນິດຕິດພັນຄວາມຮັກແພງລະຫວ່າງບັນດາເພື່ອນຫນຸ່ມໃນພາກພື້ນນຳກັນ.

ຕອບກັບ

ຂ່າວ/ບົດ​ອື່ນ