Bangtambang ມານະພະຍາຍາມອະນຸລັກຮັກສາບັນດາກິດຈະກຳສະຖາປັດຕະຍະກຳສະໄຫມຝລັ່ງ

(vovworld) - Battambang ​ແມ່ນ​ນະຄອນ​ມໍລະດົກ​ຢູ່ ກຳປູ​ເຈຍ ດ້ວຍ​ກິດຈະກຳ​ສະຖາ​ປັດຕະຍະ​ກຳ​ບູຮານ​ຫລາຍ​ແຫ່ງ. ຜ່າ​ນ​ການ​ເວລາ, ກິດຈະກຳ​ເຫລົ່ານັ້ນ ໄດ້ຖືກ​ເປ​ເພ, ​ໃນ​ນັ້ນ​ມີ​ບັນດາກິດຈະກຳ​ແບບສະຖາ​ປັດຕະຍະ​ກຳ​ຝລັ່ງ​. ປະຈຸ​ບັນ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ Battambang ພວມ​ມານະ​ພະຍາຍາມ​ຮັກສາ​ບັນດາ​ກິດຈະກຳ​ເຫົຼ່ານັ້ນ.

Bangtambang ມານະພະຍາຍາມອະນຸລັກຮັກສາບັນດາກິດຈະກຳສະຖາປັດຕະຍະກຳສະໄຫມຝລັ່ງ - ảnh 1
ເຮືອນບູຮານ ຢູ່ ນະຄອນ Battambang
ພາບ:internet

        Battambang ​ແມ່ນ​ນະຄອນ​ຂຶ້ນ​ກັບ​ແຂວງ Battambang ປະ​ເທດ ກຳປູ​ເຈຍ ຫ່າງ​ຈາກ​ນະຄອນຫລວງ ພະນົມ​ເປັນ 293 ກິ​ໂລ​ແມດ. ຢູ່​ທີ່​ນີ້ ມີ​ກິດຈະກຳ​ກວ່າ 800​ແຫ່ງ​ໄດ້​ຮັບ​ການ​ກໍ່ສ້າງ​​ແຕ່​ສະ​ໄຫມ​ຝລັ່ງ ​ໃນ​ຊຸມ​ປີ​ຕົ້ນ​ສັດຕະວັດ​ທີ 20 ຄື ຕະຫລາດ Battambang, ສະຖານີ​ລົດ​ໄຟ, ສຳນັກງານ​​ປົກຄອງ​ແຂວງ ​ແລະ ວີນລາ​ບູຮານ​ຫລາຍ​ແຫ່ງ. ພ້ອມ​ກັບ​ການ​ເວລາ, ກິດຈະກຳ​ບາງ​ແຫ່ງ​​ໄດ້ຖືກ​​ເປ​ເພ ​ແລະ ເລື່ອງ​ບຸລະນະສ້ອມ​ແປງ​ກໍ​ເຮັດ​​​ໃຫ້ 30 - 40%ຈຳນວນ​ກິດຈະກຳ​ບູຮານໃນນະຄອນ ຖືກສູນຫາຍ​ໄປ. ​ເພາະວ່າ​​, ເມື່ອ​ສ້ອມ​ແປງ​ເຮືອນ​ຊານ​ ປະຊາຊົນບໍ່​ຄິດ​ເຖິງ​ເລື່ອງ​ຕ້ອງ​ອະນຸລັກ​ຮັກສາ​ສະຖາປັດຕະຍະກຳ​ບູຮານ​. ປະຈຸ​ບັນ, ອຳນາ​ດການ​ປົກ​ຄອງ​ແຂວງ Battambang ພວມພະຍາຍາມ​ຂົນ​ຂວາ​ຍ​ເພື່ອ​ໃຫ້ປະຊາຊົນ​ເຂົ້າ​ໃຈ​ເຖິງ​ສິ່ງ​ດັ່ງກ່າວ. ທ່ານ Ui Ry ຮອງ​ເຈົ້າ​ແຂວງ​ແຂວງ Battambang ​ໃຫ້​ຮູ້​ວ່າ:

        “ອຳນາດ​ການ​ປົກຄອງ ​ແລະ ສະພາ​ປະຊາ​ຊົນ​ແຂວງ Battambang ​ໄດ້​ມີ​ເອກະສານກຳນົດ​ກ່ຽວ​ກັບການ​ສ້ອງ​ແປງ​ບັນດາ​ວີນລາ​ບູຮານ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ຕາມ. ພວກ​ຂ້າພະ​ເຈົ້າ​ກໍ​ຈັດຜູ້​ທີ່​ມີ​ບົດຮຽນ​​ໃນ​ການ​ອະນຸລັກ​ຮັກສາ​ມາຊ່ວຍ​ປະຊາຊົນ​ໃນ​ການ​ສ້ອມ​ແປງ ​ເຮັດ​​ແນວ​​ໃດ​ເພື່ອ​ແນ​ໃສ່​ອະນຸລັກຮັກສາ​ການ​ອອກ​ແບບ​ບູຮານ​ໃຫ້​ໄດ້.”

        ປະຈຸ​ບັນ, ມີ​ກິດຈະກຳ​ບາງ​ແຫ່ງ​ຖືກສ້ອມ​ແປງ​ບໍ່ຮັກສາ​ຮູບ​​ເດີມ​ໄວ້​ໄດ້, ບາງກິດຈະກຳ​ຖືກ​ຕິດປ້າຍ​ໂຄສະນາບໍ່​ສາມາດ​ເຫັນ​ສະຖາປັດຕະຍະ​ກຳ​ໄດ້. ມີ​ວີນລາ​ບູຮານຫລາຍ​ແຫ່ງຖືກ​ສ້ອມ​ແປງເປັນ​ບັນດາ​ຮ້ານ​ສິນຄ້າ​ນ້ອຍ. ຕໍ່ຫນ້າ​ສະພາບ​ການ​ຄື​ດັ່ງກ່າວ, ມີ​ນັກສະຖາ​ປະນິກ​ໄດ້​ຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ມານະ​ພະຍາຍ​າມກວ່າ​ອີກ​ໃນ​ການ​ອະນຸລັກ​ຮັກສາ​ບັນດາ​ກິດຈະກຳ​ບູ​ຮານ​​ເຫຼົ່າ​ນັ້ນ. ທ່ານ Sao Somvasak ນັກ​ສະຖາປະນິກ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ອຳນາດ​ການ​ປົກຄອງ​ຄວນ​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ​ບັນດາ​ກິດ​ຈະ​ກຳ​ບູຮານ​ຄື​ດັ່ງ​ອະນຸລັກຮັກສາ​ບັນດາ​ວັດວາອາ​ຮາມ. ຂ້າພະ​ເຈົ້າ​ເຫັນ​ວ່າ ພວກ​ເຮົາ​ບໍ່​ທັນ​ມີ​ເອກະສານ​ທາງ​ດ້ານ​ກົດໝາຍສະບັບ​ໃດ​ທີ່ກ່ຽວຂ້ອງ​ເຖິງ​ເລື່ອງ​ອະນຸລັກ​ຮັກສາ​ບັນດາ​ກິດຈະກຳ​ບູຮານ. ພວກ​ເຮົາ​ຢາກ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຈາກ​ຂັ້ນ​ລັດ ​ແລະ ບັນດາ​ອົງການ​ກ່ຽວ​ຂ້ອງ. ທາງ​ລັດ​ຄວນ​ສະ​ຫງວນບ້ວງ​ເງິນ​ໃຫ້​ແກ່​ທ້ອງ​ຖິ່ນ​ໃນ​ການ​ອະນຸລັກ​ຮັກສາ​ບັນດາ​ກິດຈະກຳ​ສະຖາປັດຕະຍະກຳ​ບູຮານ.”

Bangtambang ມານະພະຍາຍາມອະນຸລັກຮັກສາບັນດາກິດຈະກຳສະຖາປັດຕະຍະກຳສະໄຫມຝລັ່ງ - ảnh 2
ເຮືອນບູຮານຫລັງຫນຶ່ງພາຍຫລັງໄດ້ຮັບການບຸລະນະ
ພາບ:internet

        ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ Battambang ​ໃນ​ການ​ອະນຸລັກ​ຮັກສາ​ບັນດາ​ກິດຈະກຳ​ສະຖາປັດຕະຍະກຳ​ບູຮານ ​ໄດ້​ເຮັດ​ໃຫ້​ປະຊາຊົນ​ສະໝັກ​ໃຈ​ເຂົ້າ​ຮ່ວມ​ການ​ອະນຸລັກ​ຮັກສາບັນດາ​ກິດຈະກຳ​ສະ​ໄຫມ​ຝລັ່ງ. ປ້າ Bun Ruon ພ້ອມ​ກັບ​ຄອບຄົວ​ດຳລົງ​ຊີວິດ​ຢູ່ Battambang ​ໃຫ້​ຮູ້​ວ່າ: ​ເຮືອນ​ຂອງ​ປ້າ​ໄດ້​ຮັບ​ການ​ກໍ່ສ້າງ​ແຕ່​ສະ​ໄຫມ​ຝລັ່ງ ​ແລະ ປ້າປາຖະໜາ​ຢາກ​ຮັກສາ​ບັນດາສະຖາ​ປັດຕະຍະ​ກຳ​ບູຮານ​​ໃຫ້​ໄດ້. ຕາມ​ປ້າ​ແລ້ວ,​​ ເມື່ອ​ປະຕິສັງ​ຂອນ​ຄວນ​ຮັກສາ​ຮູບ​ເດີມ​ໄວ້​ໄດ້. ​ເພາະວ່າ ນີ້​ແມ່ນ​ບັນດາ​ກິດຈະກຳທີ່​ມີ​ຄູນ​ຄ່າ​ປະຫວັດສາດ ​ແລະ ກໍ​ເປັນ​ພະຍານ​ຫລັກ​ຖານ​ຂອງ​ໄລຍະ​ຫນຶ່ງທີ່​ຄວນ​ໄດ້​ຮັບ​ການ​ຮັກສາ​​ໄວ້​ໃຫ້​ລູກ​ຫລານລຸ້ນ ຕໍ່ໆ​ໄປ.

        “ຂ້າພະ​ເຈົ້າ​ຢາກ​​ຮັກສາໄວ້ ​ແຕ່​ບາງ​ບ່ອນ​ຖືກ​ເປ​ເພ​ຍ້ອນ​ການ​ເວລາ. ບາງ​ຄົນ​ເວົ້າ​ນຳ​ຂ້າພະ​ເຈົ້າ​ວ່າ ບໍ່​ສາມາດຮັກສາ​ຮູບ​ເດີມ​ໄວ້ໄດ້ ​ເພາະວ່າ ​ເຮືອນ​ຫລັງ​ນີ້​​ໄດ້​ຮັບ​ການ​ກໍ່ສ້າງ​ມາ​ເປັນ​ເວລາກວ່າ 100 ປີ​ແລ້ວ ຄວນ​ມ້າງ​ໄປເພື່ອ​ກໍ່ສ​້າງ​ໃຫມ່. ​ແຕ່​ຂ້າພະ​ພັດ​ຢາກ​ຮັກສາ​ໄວ້. ​ດັ່ງ​ນັ້ນ​ພຽງ​ແຕ່​ສ້ອມ​ແປງ​ບາງ​ບ່ອນ​ທີ່​ຖືກ​ເປເພ​ໜັກ​ເທົ່າ​ນັ້ນ. ​ເພາະວ່າ, ຖ້າ​ພວກ​ເຮົາອະນຸລັກ​ຮັກສາ​ໄວ້ ເພື່ອສ້າງ​ເປັນ​ຄຸ້ມ​​ເມືອງ​ເກົ່າ​ກໍ່ດີ​ທີ່​ສຸດ.”

        ປະຈຸ​ບັນ ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ Battambang ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວນັ້ນ​ແມ່ນ​ບັນດາ​ກິດຈະກຳ​ສະຖາປັດຕະຍະກຳ​ປະຫວັດສາດ. ອຳນາ​ດການ​ປົກຄອງ ​ແລະ ປະຊາຊົນ Battambang ຮັບ​ຮູ້​ໄດ້​ສິ່ງ​ດັ່ງກ່າວ ​ແລະ ພວມ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ອະ​ນຸລັກ​ຮັກສາ ​ແລະ ປະຕິສັງຂອນ​ບັນດາ​ກິດຈະກຳ​ດັ່ງກ່າວ​ຄືນ​ໃຫມ່ ​ເພື່ອ​ໃຫ້ Battambang ສົມ​​ເປັນ​ນະຄອນ​ມໍລະດົກ​ຊຶ່ງ​ນັກ​ທ່ອງ​ທ່ຽວ​ໄດ້​ຕັ້ງ​ຊື່​ໃຫ້.

Manh Cuong

ຕອບກັບ

ຂ່າວ/ບົດ​ອື່ນ