Bokor - ແດນສະຫວັນທີ່ເລິກລັບຂອງ ກຳປູເຈຍ


(vovworld) - ໂດຍ​ຫ່າງ​ຈາກ​ໃຈ​ກາງ​ແຂວງ Kampot ປະ​ເທດ​ກຳ​ປູ​ເຈຍ ​ໄປທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ປະ​ມານ  10 ກິ​ໂລ​ແມັດ. ປະ​ຈຸ​ບັນ, ພູ Bokor ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​​​ທີ່​ຂາດບໍ່​ໄດ້ສຳ​ລັບ​ນັກ​ທ່ອງ​ທ່ຽວຕ່າງ​ປະ​ເທດ​ເມື່ອ​,ມາຢ້ຽມ​ຢາມ ກຳ​ປູ​ເຈຍ. ພູ Bokor ຕັ້ງ​ໃນ​ບໍ​ລິ​ເວນ​ສວນ​ສາ​ທາ​ລະ​ນະ​ແຫ່ງ​ຊາດ Preah Monivong Bokor ໃນຄວາມ​ສູງ 1​.080 ແມັດ ເມື່ອ​ທຽບ​ໃສ່​ຫນ້າ​ນ້ຳ​ທະ​ເລ. ສະ​ນັ້ນຍາມ​ໃດພູ Bokor ກໍ່ຖືກ​ປົກ​ຄຸ​ມ​​ໄປດ້ວຍ​ເມກຂາວຕະ​ຫລອດ​ປີ ອັນ​ໄດ້ສ້າງ​ຄວາມ​ງາມ​​ແບບ​ມະຫັດສະຈັນທີ່​ສຸດ. 

Bokor - ແດນສະຫວັນທີ່ເລິກລັບຂອງ ກຳປູເຈຍ - ảnh 1
ໂບດ​ເກົ່າ​ແກ່ຢູ Bokor
ພາບ:ivivu

ຍັງມີ​ເວລາ​ບໍ່​ຮອດ 4 ສັບ​ປະ​ດາອີກ ກໍ່​ຈະ​ຮອດບ​ຸ​ນ​ປີ​ໃຫມ່ Chol Chnam Thmay ຂອງ​ຊາວ ກຳ​ປູ​ເຈຍ. ນີ້​ກໍ​ແມ່ນ​ຊ່ວງ​ເວ​ລາ ທີ່​ອາ​ກາດ​ສະ​ດວກ​ທີ່​ສຸດ​​ໃຫ້​ແກ່​ການທ່ອງທ່ຽວ​ພະ​ຈົນ​ໄພຢູ່ ພູ Kokor. ​ ຈາກຈອມ​ພູ,  ນັກ​ທ່ອງ​ທ່ຽວ​ສາ​ມາດ​ຊົມ​ເຫັນທ້ອງ​ຟ້າທີ່​ຜ່ອງໃສ​ຢູ່ Kampot ແລະ ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມຢູ່ອ້ອມ​ຮອບ​ເຊັ່ນ: ໂບດ, ໂຮງ​ແຮມ​ບູ​ຮານຕະ​ຫລອດ​ຮອດ​​ອະ​ນຸ​ສາ​ວາ​ລີ​ເທວະ​ດາ​ Khmau ​ໃນຄວາມ​ສູງ 20 ແມັດ ພ້ອມ​ກັບ​ນ້ຳ​ຕົກ​ຕາດ Popokvil ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ.

ສຽງ​ນັກ​ທ່ອງ​ທ່ຽວ

“ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່ນີ້​ງາມ​ຫລາຍ. ເມກ​​ເຝື້ອ ແລະ ​ນ້ຳໝອກ​ປົກ​ຄຸ​ມ​ໄປ​ທົ່ວ​ຈອມ​ພູ​ຄື​ດັ່ງ​ຢູ່​ແດນ​ສະ​ຫວັນ​ແທ້ໆ”

“ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່ນີ້ຄື​ວ່າກວ່າ ສາຍ​ພູ Grand Caynon ນໍ”

 ຕົ້​ນ​ປີ 1920, ເມື່ອ​ມາ​ຄອບ​ຄອງ ກຳ​ປູ​ເຈຍ, ຄົນ​ຝ​ລັ່ງ ໄດ້​ພົບ​ເຫັນ​ເຂດ​ພູ​ພຽງ Bokor ມີ​ອາ​ກາດ​ເຢັນ​ສະ​ບາຍ​ຕະ​ຫລອດ​ປ​ີ, ມີທີ່​ຕັ້ງພ​ູມ​ສາດສະ​ດ​ວກສະບາຍ​ທີ່​ສຸດ. ​​​ແລະຫ່າງ​ຈາກ​ທະ​ເລ​​ພຽງປະ​ມານ 12 ກິ​ໂລ​ແມັດ​ເທົ່າ​ນັ້ນ, ​ເຂົາ​ເຈົ້າຈຶ່ງກໍ່​ສ້າງ​ເຂດ​ຜັກ​ຜ່ອນ​ບຳ​ລຸງ​ສຸ​ຂ​ະ​ພາບ​ໃຫ້​ພົນ​ທະ​ຫານ ແລະ ພວກ​ເຈົ້າ​ຂຸນມຸນ​ນ​າຍ. ມີ​ກິດ​ຈະ​ກຳ​ຫລາຍ​ແຫ່ງ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​​ດ້ານ​ວັດ​ທະ​ນະ​ທຳ, ການບັນ​ເທິງ​ໄດ້​ຮັບ​ການ​ກໍ່​ສ້າງ​ຄື: ໂບດ, ໄປ​ຊະ​ນີ, ໂຮງ​ຮຽນ, ໂຮມ​ແຮມ ແລະ ກາ​ຊີ​ໂນ. ນີ້​ໄດ້​ຮັບ​ຖື​ວ່າ ແມ່ນ​ຊ່ວງ​ເວ​ລາ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ສຸດ ຂອງ Bokor ກ່ອນ​ທີ່​ຖືກຊຸດ​ໂຊມ ແລະ ​ຖືກ​ທຳ​ລາຍ​ຈາກ​ສົງ​ຄາມ. ຕາມ​ການ​ເວ​ລາ​​, ​ແຕ່ແຫ່ງນີ້ຍັງ​ຄົງ​ຮັກສາ​​ໄດ້ຮ່ອງ​ຮອຍ​ບັນ​ດາ​ກິດ​ຈະ​ກຳ​ທີ່​ຍັງ​ເຫລືອ​ຂອງ Bokor ​ເຖິງປະ​ຈຸ​ບັນ. ອ້າຍ ຟ້າມ​ບັງ, ນັກ​ທ່ອງ​ທ່ຽວ​ ມາ​ຈາກ ຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດ​ໄປ​ຢ້ຽມ​ຢາມ Bokor ຮູ້​ສຶກ​ແປກ​ປະ​ຫລາດ​ໃຈ​ທີ່​ສຸດ​ຕໍ່​ຄວາມ​ງາມ ແລະ ຄວາມ​​ເລິກ​ລັບ​ຂອງ Bokor.

         “ໄປ​ຢ້ຽມ​ຢາມ Bokor ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຄື​ດັ່ງ​​ໄດ້ໄປ​ທ່ອງ​ທ່ຽວພະ​ຈົນ​ໄພ. ເມື່ອ​ໄປ​ ຮອດ Bokor Hill Station, ​ເຫັນນ້ຳ​ໝອກ​​ປົກ​ຄຸມ​​ໄປ​ທົ່ວຂ້າພະ​ເຈົ້າ​ຮູ້​ສຶກ​ຢ້ານ​ກົວຫຼາຍ. ບໍ່​ຮູ້​ໄດ້​ວ່າ​ກິດ​ຈະ​ກຳ​ທີ່​ໃຫຍ່​ໂຕ​ມະ​ໂຫຖານດັ່ງ​ກ່າວ​ໄດ້​ຮັບ​ການກໍ່​ສ້າງ​​ແຕ່ໄລ​ຍະ​ໃດ. ໂບດ​ບູ​ຮານ​ທີ່​ເກົ່າ​ແກ່​ເຕັມ​ໄປ​ດ້ວຍ​ໄຄ​ນ້ຳ. ທິວ​ທັດ​ຢູ່​ທີ່ນີ້​ທັງງາມ ແລະ ເລິກ​ລັບ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ໄດ້​ຖ່າຍ​ຮູບ​ ແລະ ຖ່າຍວິ​ດີ​ໂອ​​ໄດ້​ຫຼາຍ.”

        ອາດ​ຈະ​ເວົ້າ​ໄດ້​ວ່າ ບ່ອນ​ໃດ​ຢູ່ Bokor ​ກໍ​ຕິດ​ພັນ​ກັບ​ເລື່ອງ​ລາວທີ່​ເລິກ​ລັບ ​ຕ່າງໆກ່ຽວ​ກັບ​ດ້ານ​ຈິດ​ວິນ​ຍານ​. ຜ່ານ​ກີ່ວ Peak Nil ປະ​ມານ 16 ກິ​ໂລ​ແມັດ, ທ່ານ​ຈະ​ພົບ​ເຫັນ​ອະ​ນຸ​ສາ​ວາ​ລີ Veang Khmau ທີ່ມີ​ຄວາມ​ສູງ​ປະ​ມານ 20 ແມັດ. ບໍ່​ວ່າຜູ້​ເຊື່ອ​ຖື​ສາ​ສະ​ຫ​ນາ​ຄົນ​ໃດ​ເມື່ອ​ມາ​ແຫ່ງນີ້​ກໍ​ລ້ວນ​ແຕ່ແວ່​ຢາມ​ເພື່ອ​ພາ​ວະ​ນາຂໍ​ໃຫ້​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ ດ້ວຍ​ຄວາມ​ເຄົ​າ​ລົບ​ນັບ​ຖື. ນີ້​ກໍ​ເປັນ​ຄັ້ງ​ທຳ​ອິດ​ມາ​ຢ້ຽມ​ຢາມ Bokor, ແຕ່​ເອື້ອຍ ຮ່​ວາງ​ໝີ​ເຟືອງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຫວຽດ​ນາມ ພັດມີ​ຄວາມ​ຮູ້​ສຶກ​ແຕກຕ່າງ​ກັນ.

        “ອາ​ກາດ​ຢູ່​ເທິງ​ພູ​​ປ​ອດ​ໂປ່ງ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ໄດ້​ຍິນ​​ເລື່ອງ​ລາວ​ທີ່ວ່າ ຍ້ອນ​ເທວະ​ດາ Khmau ​ໄດ້ສອນ​ໃຫ້​ຊາວ ຂະ​ແມ ຮູ້​ຈັກ​ການ​ປຸກ​ເຂົ້າ​ນາ​ທາມ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າຈຶ່ງ​ມີ​ຄວາມ​ອີ່ມ​ໜຳ​ສຳ​ລານ ​ແລະ ສົມບູນ​ພູນ​ສຸກ. ​ແຕ່ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ນັ້ນ​ແມ່ນວັດ Sampov Pram ​ເພາະວ່າຂ້າ​ພະ​ເຈົ້າ​ແມ່ນ​ຄົນເຊື່ອ​ຖື​ສາ​ສະ​ຫ​ນາ​ພຸດ ສະ​ນັ້ນ​ເມື່ອ​ຂຶ້ນ​ຮອດຈອມ​ພູ Bokor ​ແລະ ​ເຂົ້າ​ວັດ​ແຫ່ງ​ນີ້​ກໍ່ຮູ້​ສຶກຄືວ່າ​ຕົນ​ເອງ​ພວມ​ຢູ່​ໃນ​ແດນ​ແຫ່ງ​ສາ​ສະ​ຫ​ນາ​ພຸດ​ແທ້.”

Bokor - ແດນສະຫວັນທີ່ເລິກລັບຂອງ ກຳປູເຈຍ - ảnh 2
ນ້ຳ​ຕົກ​ຕາດpopokvil
ພາບ:ivivu

        ຕາມ​ການ​ເລົ່າ​ຂານສືບ​ກັນ​ມາ​ວ່າ: ວັດ Sampov Pram ແມ່ນ​ບ່ອນ​ຮັກ​ສາ​ຄວາມ​ລັບ​ຫລາຍ​ຢ່າງ​ທີ່​ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ຄວາມ​ຮັກ​ຂອງ​ລາ​ຊະ​ທິ​ດາ Nagani ​ແລະ ລາ​ຊະ​ກຸມ​ມານ Preah Thong, ປູ່​ຍ່າ​ຕາ​ຍາຍ​ຊົນ​ເຜົ່າ ຂະ​ແມ. ວັດ​ແຫ່ງນີ້​​ໄດ້ສ້າງ​ເປັນຄວາມ​ງາມທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ຍ້ອນ​ວ່າ ຢູ່​ທີ່ນີ້ທ່ານ​ສາ​ມາດ​ຊົມ​​​ເຫັນທິວ​ທັດທີ່​ຂຽວ​ອຸ່ມ​ທູ່​ມ​ຂອງປ່າ​ໄມ້​ ​ແລະ​ຫາດ​ຊາຍ​​ທະ​ເລທີ່ຍາວ​ຢຽດ. ເຂົ້າ​ໃນ​ວັດ ທ່ານ​​ຍັງຈະ​​ເຫັນບັນ​ດາ​ຮູບ​ພາບ​ສາ​ສະ​ຫ​ນາ​ສວຍ​ງາມ​ມີ​ມາ​ນັບ 100 ປີ.

​ເມື່ອ​ເດີນ​ທາງ​​ຈາກຈອມ​ພູ Bokor Hill Station ​ໄປຕາມທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເຫ​ນືອປະ​ມານ 5 ກິ​ໂລ​ແມັດ ​ທ່ານ​ຈະ​ພົບ​ເຫັນ​ນ້ຳ​ຕົກ​ຕາດ popokvil ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ. ນ້ຳ​ຕົກ​ຕາດ​ແຫ່ງນີ້ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ ແລະ ອາບ​ນ້ຳ​ໃນ​ຍາມ​ຮ້ອນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ນອກນັ້ນ ຢູ່​ທີ່ນີ້ ຍັງ​ມີ​​ໂງ່ນ​​ຫີນ​ດຳ​ຫລາຍກ້ອນ​ທີ່​ຕັ້ງ​ສະ​ຫຼັບ​ກັນ​ໃນ​ປ່າໄມ້​ຂຽວອ​ຸ່ມ​ທຸ່ມ​ຢູ່​ອ້ອມ​​ນ້ຳ​ຕົກ​ຕາດ, ພ້ອມ​ກັບ​ສວນ​ພືດ​ທຳ​ມະ​ຊາດນາໆ​ປະ​ເພດ, ອັນ​ໄດ້​ພາ​ໃຫ້​ນັກ​ທ່ອງ​ທ່ຽວ​ ​ແລະ​ ນັກ​ຊີ​ວະ​ວິ​ທະ​ຍາ​ຜູ້​ໃດ​ກໍ​ຮູ້​ສຶກ​ແປກ​ປະ​ຫລາດ​ໃຈ​ ຕໍ່​ຄວາມ​ງາມ​ເປົ່າ​ຫວ່າງ​ແບບດັ້ງ​ເດີມ​ຂອງ Bokor ​ແລະ ພືດ​ພັນຢູທີ່​ນີ້.

ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍງ​າມ​ຂອງ Bokor ກໍ່​ໄດ້ສ້າງ​ຄວາມ​ດຶງ​ດູດ​ບັນ​ດາ​ນັກ​ຜະລິດ​ຮູບ​ເງົາ​. ​ມີ​ຮູບ​ເງົາ​ສອງ​ເລື່ອງ​ໄດ້​ຮັບ​ການ​ຖ່າຍ​ທຳ​ຢູ່​ທີ​ນີ້​ຄື ຮູບ​ເງົາ​ເລື່ອງ: “City of ghosts “ ແລະ  “ R- Point”. ແຕ່​ປີ 2012 ລັດ​ຖະ​ບານ​ກຳ​ປູ​ເຈຍ ​ໄດ້​ເປີດ​ການ​ບໍລິການ​ຢູ່ເຂດ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ Thansur Bokor Highland ດ້ວຍໂຮງ​ແຮມ, ຮ້ານ​ອາ​ຫານ ແລະ ກາ​ຊີ​ໂນ ບັນລຸມາດ​ຕະຖານ​ສາ​ກົນ ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ​ຕະ​ຫລອດ 24 ຊົ່ວ​ໂມງ, ຫວັງ​ວ່າ ແຫ່ງນີ້​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ Bokor ນັບ​ມື້​ນັບ​ຫລາຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ