Cebu-ເກາະແຫ່ງທີ່ສວຍງາມຢູ່ພາກໃຕ້ ຟິລີບປີນ


(vovworld)- ທ່ານ​ຢາກຕາກ​ແດດ​, ພັກ​ຜ່ອນ​ຢ່ອນ​ອາ​ລົມຢູ່​ຫ​າດຊາຍ​ທະ​ເລທີ່​ສ​ວຍ​ງາມ, ອາບນ້ຳ​ທະ​ເລ​ຂຽວ​ສະ​ອາດ, ​ລ່ອຍ​ນ້ຳ​ພ້ອມ​ກັບ​ປາ​ສະ​ຫລາມ​​ໃນທ​ະ​ເລ, ຫລື​ຢ້ຽມ​ຊົມ​ປະ​ເທດແອດ​ສະ​ປາຍ ຫຍໍ​້​ເຂົ້າ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຈົ່ງ​ມາ​ເກາະ Cebu ທາງ​ພາກ​ໃຕ້​ປະ​ເທດ ຟິ​ລີບ​ປີນ ເພື່ອ​ຄົ້ນ​ຫາ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ດັ່ງ​ກ່າວ.

        ໂດຍ​ຫ່າງ​ຈາກ​ນະ​ຄອນ​ຫລວງ ມາ​ນີ​ລາ ​ໄປທາງທິດໃຕ້ປະ​ມານ 587 ກິ​ໂລ​ແມດ, Cebu ແມ່ນ​ເກາະ​ແຫ່ງ​ຫນຶ່ງນອນ​ໃນ​ໝູ່​ເກາະ ຟິ​ລີບ​ປີນ ດ້ວຍ​ຄວາມ​ຍາວ ​ແຕ່​ເຫນືອ​ລົງ​​ໃຕ້​ແມ່ນ 225 ກິ​ໂລ​ແມັດ, ຢູ່​ອ້ອມຍັງ​ມີ​ເກາະ​ນ້ອຍ 167 ແຫ່ງ. ເກາະ Cebu ໄດ້​ຮັບ​ການຄົ້ນ​ພົບ​ເມື່ອ​ນັກ​ພະ​ຈົນ​ໄພ Ferdinand Megellan ​ທີ່​ມີ​ຊື່​ສຽງ​ ​ມາ​ເກາະ​​ແຫ່ງນີ້​ເມື່ອ​ປີ 1521 ເພື່​ອ​ເຜີຍ​ແຜ່​ສາ​ສະ​ຫນາ​ກາ​ໂຕ​ລິກ ແລະ ສ້າງຂີດ​ໝາຍ​ມາ​ຮອດປະ​ຈຸ​ບັນນັ້ນ​ແມ່ນ ໄມ້​ກາງ​ເຂນ. ດ້ວຍ​ເຫດນັ້ນ ຢູ່​ແຫ່ງນີ້​ໄດ້​ເຕົ້າ​ໂຮມ​ໂບດ​ບູ​ຮານ​ຫລາຍ​ແຫ່ງ ແລະ ຫນຶ່ງ​ໃນ​ຈຳ​ນວນ​ໂບດ​ເຫລົ່າ​ນັ້ນ ​ແມ່ນ​ໂບດ Cebu Metropolitian Cathedral ​ຢູ່​ໃຈ​ກາງ​ນະ​ຄອນ Cebu ຊື່ງໄດ້​ຮັບ​ການກໍ່​ສ້າ​ງ​ເມື່ອ​ປີ 1836 ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ ແອດ​ສະ​ປາຍ. ໃນ​ວັນ​ອາ​ທິດ, ປະ​ຊາ​ຊົນ​ເປັນ​ຈຳ​ນວນ​ຫລວງ​ຫຼາຍ​ເຄີຍມາໂບດນີ້​ເພື່ອ​ສວດ​ມົນ​.

Cebu-ເກາະແຫ່ງທີ່ສວຍງາມຢູ່ພາກໃຕ້ ຟິລີບປີນ - ảnh 1
ເກາະ cebu
ພາບ:phunu.vn

        ອອກ​ຈາກໂບດ​ແຫ່ງ​ນີ້, ຍ່າງ​​ໄປສະ​ຫນາມ​ຫລວງ​ໃຫຍ່ ຕາມ​ຖະ​ຫນົນ Colon ທີ່​ເກົ່າ​ແກ່​ຢູ່​ເກາະ Cebu, ​ ​ ​ທ່າ​ນຈະ​​ພົບເຫັນ​ໄມ້​ກາງ​ເຂັນ​ບູ​ຮານ Megellan.  ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ນອກ​ຈາກ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​​ທີ່ເຂັ້ມ​ຂົ້ມ​ໄປ​ດ້ວຍ​ສີ​ສັນ​ຂອງ​ເອີ​ລົບ​ຄື: ປ​້​ອມ​ປືນ​ໃຫຍ່ Fort San Pedro ຖືກກໍ່​ສ້າງ​ດ້ວຍ​ໄມ້ ແຕ່​ສັດ​ຕະ​ວັດ​ທີ 18, ພ້ອມ​ກັບ​ປືນ​ໂຄກ​ໃຫຍ່ປ​້ອງ​ກັນ​ເກາະ Cebu ທີ່​ສວຍ​ງາມ, ໂບດ Del Sto Nino ໄດ້​ຮັບ​ການກໍ່​ສ້າງ​ດ້ວຍຫີນ​ໃຫຍ່​ທີ່​ຖາ​ວອນ​ໂດຍ​ນັກ​ພະ​ຈົນ​ໄພ​ຊາວ ແອດ​ສະ​ປາຍ Miguel Lopez de Legazpi ກໍ່​ສ້າງ​ເມື່ອ​ປີ 1565. ມະ​ຫາ​ວິ​ທະ​ຍາ​ໄລ San Carlos ຊື່ງ​ແມ່ນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ທຳ​ອິດ​ຂອງ ຟິ​ລີບ​ປີນ… ນອກນັ້ນ ນັກ​ທ່ອງ​ທ່ຽວຈະ​ພົບ​ເຫັນ ວິ​ຫານ​ແຫ່ງ​ຫນຶ່ງ​ຊຶ່ງໄດ້​ຮັບ​ການກໍ່​ສ້າງ​ຕາ​ມ​​ການ​ອອກ​ແບບ​ຂອງ​ຈີນ ຕັ້ງ​ຢູ່​ເນ​ີນ​ພູ Beverly Hill, ທາງ​ທິດ​ເຫນືອ​​ນະ​ຄອນ Cebu. ສິ່ງ​ດັ່ງ​ກ່າວ​​ໄດ້​ສ້າງ​ຄວາມ​ປະ​ທ​ັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ, ອ້າຍ Steve Jeffrson, ນັກ​ທ່ອງ​ທ່ຽວ​ມາ​ຈາກ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ມັກ​ເກາະ cebu ທີ່​ສຸດ. ກ່ອນນີ້ ຂ້າ​ພະ​ເຈົ້າ​ພຽງ​ແຕ່​ຮູ້​ຈັກ​ເຖິງ Cebu ຜ່ານ ອິນ​ເຕີ​ແນັດ, ແຕ່​ເມື່ອ​ມາ​ແຫ່ງນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ສຶກ​ແປກ​ປະ​ຫລາດ​ຕໍ່​ວັດ​ທະ​ນະ​ທຳ​ຫລາຍ​ຮູບ​ຫລາຍ​ແບບ​ຢູ່​ເກາະ​ແຫ່ງນີ້.”

        ອາ​ກາດ​ຢູ່ Cebu ບໍ່​ຕ່ຳ​ກວ່າ 33 ອົງ​ສາ, ເຖິງວ່າ ອາ​ກາດ​ຮ້ອນ​ຄື​ແນວນັ້ນ ແຕ່​ນັກ​ທ່ອງ​ທ່ຽວ​ເຄີຍເລືອກ​ເຟັ້ນລົດ Jeepney ເພື່ອ​ຄົ້ນ​ຫາ​ເກາະ Cebu.

       

Cebu-ເກາະແຫ່ງທີ່ສວຍງາມຢູ່ພາກໃຕ້ ຟິລີບປີນ - ảnh 2
​ນັກ​ທ່ອງ​ທ່ຽວລ່ອຍ​ນ້ຳ​ກັບ​ປາ
ພາບ:internet

ຊາວ Cebu ຜູ້​ໃດ​ກໍ​ນິ​ຍົມ​ງານ​ບຸນ ແລະ ຖື​ວ່າ ນີ້​ແມ່ນ​ການ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຂອງ​ຕົນ​ທີ່​ມີ​ຕໍ່​ອໍ​ລະ​ຫັນ. ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ Cebu ໃນ​ບໍ່​ວ່າຍາມ​ໃດ​ກ​ໍ​ສາ​ມາດ​ເຂົ້າ​ຮ່ວມ​ງານ​ບຸນ​ໃດ​ຫນຶ່ງ​ຢູ່​ແຫ່ງນີ້​ໄດ້​ຄື: ງານ​ບຸນ Paskushan, ງານ​ບຸນ Kadaguan sa Mactan, ພິ​ເສດ ງານ​ບຸນ Sinulog ແມ່ນ​ງານ​ບຸນ​ຕົ້ນ​ຕໍ ເຄີຍ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ, ​ສັບ​ປະ​ດາ​ທີ 3 ຂອງ​ເດືອນ​ຈຽງ​ແຕ່​ລ​ະ​ປີ.

        ອ້າຍ Rob Steward, ນັກ​ທ່ອງ​ທ່ຽວ​ມາ​ຈາກ ກາ​ນາ​ດາ ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ​ທີ່​ສຸດ​ເມື່ອ​ໄດ້​ອາບ​ນ້ຳ​ທະ​ເລ​ຂຽວ​ສະ​ອາດ, ໄດ້​ລອຍ​ນ້ຳ​ພ້ອມ​ກັບ​ປາ​ວານ​ໃຫຍ່​ໂຕ​ຢູ່​ທີ່ນີ້. ອ້າຍ Rob Steward ແບ່ງ​ປັນ​ວ່າ:

        “ນີ້​ແມ່ນມື້​ທີ 4 ທີ່ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມເກາະ Cebu. ເກາະ​ແຫ່ງນີ້​ງາມ​ຫລາຍ, ຂ້າ​ພະ​ເຈົ້າ​ຍາດ​ເວ​ລາ 3 ມື້​ເພື່ອ​ລອຍ​ນ້ຳ. ປີ​ຫນ້າ ຂ້າ​ພະ​ເຈົ້າ​ຈະ​ກັບ​ຄືນ​ຢ້ຽມ​ຢາມ​ເກາະ​ແຫ່ງ​ນີ້​ອີກ​ເທື່ອ​ຫນຶ່ງ.”

        ມີ​ບາງ​ຄົນ​ຖື​ວ່າ Cebu ແມ່ນ​ຫນຶ່ງ​ໃນບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມຢູ່ ຟີ​ລີບ​ປີນ ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ ແລະ ເປັນ​ຕົວ​ເມືອງ​ທັນ​ສະ​ໄຫມ, ພື້ນ​ຖານ​ວັດ​ທະ​ນະ​ທຳ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ຊາວ Cebu ກໍ​ແມ​່ນ​ຜູ້​ຮັກ​ແພງ​ແຂກ​ຄົນ. ເອື້ອຍ Celine ນັກ​ທ່ອງ​ທ່ຽວ​ມາ​ຈາກ ອັງ​ກິດ ໃຫ້​ຮູ້​ວ່າ:

        “ສິ່ງ​ທີ່​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ ຟິ​ລິບ​ປີ​ນ ນັ້ນ​ແມ່ນ​ຢາກ​ຄົ້​ນ​ຫາ​ພື້ນ​ຖານ​ວັດ​ທະ​ນະ​ທຳ ອາ​ຊີ​ຕາ​ເວັນ​ອອກທີ່​ແຕກ​ຕ່າງກັນ. ຂ້າ​ພະ​ເຈົ້າ​ໄປ​ທ່ອງ​ທ່ຽວ​​ແຕ່ຜູ້​ດຽວ. ​ທຳ​ອິດ ຂ້າ​ພະ​ເຈົ້າ​ຄິດ​ວ່າ ຍາກ​ທີ່​ໂອ້​ລົມ​ກັບ​ທຸກ​ຄົນ​ຢູ່​ເກາະ​ແຫ່ງນີ້ໄດ​້, ແຕ່​ເມື່ອ​ມາ​ແຫ່ງນີ້ ຂ້າ​ພະ​ເຈົ້​າ​ພັດເຫັນ​ວ່າ ຊາວ Cebu ແມ່ນ​ຜູ້​ສະ​ຫ​ນິດ​ສະ​ຫນົມ ແລະ ຮັກ​ແພງ​ແຂກ​ຄົນ. ​ຊຳ້​ບໍ່​ໜຳ ຂ້າ​ພະ​ເຈົ້າ ​ຍັງມີ​ໝູ່ເພື່ອນ​ໃຫມ່​ຫລາຍ​ຄົນ​ອີກ. ຂ້າ​ພະ​ເຈົ້າ​ບໍ່​ຢາກ​ລາ​ຈາກ​ເກາະ​ແຫ່ງນີ້​ເທື່ອ.”

   ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ທີ່ສວຍ​ງາມ, ປະ​ຊາ​ຊົນ​ແມ່ນ​ຜູ້​ສະ​ຫນິດ​ສະ​ຫນົມ​ ແລະ ຮັກ​ແພງ​ແຂກ​ຄົນ, ພ້ອມ​ກັບວັດ​ທະ​ນະ​ທຳ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ການບໍ​ລິ​ການ​ທ່ອງ​ທ່ຽ​ວ​ອຸ​ດົມ​ສົມ​ບູນນັ້ນ, ​ຈະແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເກາະ Cebu ນັບ​ມື້​ນັບ​ຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ