DX Tour 5 Viet Nam: ຫັນ​ຄວາມ​ຝັນໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

(VOVWORLD) - ສຳລັບບັນດາຜູ້ຟັງທີ່ຮັກລາຍການວິທະຍຸແລ້ວມີໂອກາດໄດ້ພົບປະກັບໂຄສົກຢ້ຽມຢາມບ່ອນເຮັດວຽກ, studio - ເຊິ່ງເປັບ່ອນທີ່ແຕ່ລະມື້ ໂຄສົກໄດ້ອ່ານຂ່າວໃນຄື້ນວິທະຍຸນັ້ນ ແມ່ນຄວາມຝັນ ຄວາມປາດຖະໜາ ໂດຍບໍ່ແມ່ນຜູ້ໃດກໍສາມາດປະຕິບັດໄດ້ພິເສດ ເມື່ອນັ້ນແມ່ນບັນດາສະຖານີວິທະຍຸສາກົນຢູ່ຕ່າງປະເທດຫວ່າງແລ້ວນີ້ການຢ້ຽມຢາມຂອງຄະນະຜູ້ຟັງລາຍການວິທະຍຸ ຂຶ້ນກັບສະໂມສອນ Borneo Listener Club (ເກາະ Kamlimantan, ອິນໂດເນເຊຍມາ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ກໍ່ໄດ້ຫັນຄວາມຝັນຂອງບັນດາຜູ້ມັກຟັງລາຍການວິທະຍຸໃຫ້ປະກົດຜົນເປັນຈິງ.
DX Tour 5 Viet Nam: ຫັນ​ຄວາມ​ຝັນໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 1ບັນດາສະມາຊິກໃນຂອງລາຍການ DX Tour 5 Viet Nam ຢ້ຽມຢາມ studio ຂອງ vov

ການຢ້ຽມຢາມຂອງພວກຂ້າພະເຈົ້າ ມີຊື່ວ່າ DX Tour 5  Viet Nam, ເຊິ່ງເປັນລາຍການຂອງສະໂມສອນ Borneo Listeners Club ເພື່ຢ້ຽມຢາມ studio. ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ ແມ່ນຮັກສາສາຍພົວພັນມິດຕະພາບລະຫວ່າງຜູ້ຟັງ ກັບໂຄສົກ, ຮັດແໜ້ນການພົວພັນແລກປ່ຽນລະຫວ່າງສອງປະເທດ ອິນໂດເນເຊຍ ແລະ ຫວຽດນາມ, ແນະນຳວັດທະນະທຳ ອິນໂດເນເຊຍ, ພ້ອມທັງເປັນການຢັ້ງຢືນວ່າ ພວກຂ້າພະເຈົ້າ ຍາມໃດກໍຕິດຕາມ ແລະ ສະໜັບສະໜູນບັນດາລາຍການຂອງ VOV. ການຢ້ຽມຢາມຄັ້ງນີ້ຂອງພວກຂ້າພະເຈົ້າ ກໍແມ່ນເພື່ອຫັນຄວາມຝັນຂອງຜູ້ມັກຟັງລາຍການຂອງ VOV ໃຫ້ປະກົດຜົນເປັນຈິງ.

ນັ້ນແມ່ນຄຳແບ່ງປັນຂອງທ່ານ Rudy Hartono, ປະທານສະໂມສອນ Borneo Listener Club, ຫົວໜ້າຄະນະ DX Tour 5 Viet Nam ໃນການພົບປະກັບການນຳວິທະຍຸກະຈາຍສຽງ ຫວຽດນາມ ໃນທ້າຍເດືອນ ກໍລະກົດ 2024 ຜ່ານມາ. ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ແມ່ນໄດ້ຝັກໄຝ່, ຂຶ້ນແຜນໄວ້ແຕ່ຫຼາຍປີກ່ອນ, ແຕ່ວ່າ ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ການຢ້ຽມຢາມຈຶ່ງຖືກໂຈະໄວ້ເປັນເວລາກວ່າ 4 ປີ. ຮ່ວມເດີນທາງພ້ອມກັບທ່ານໃນການຢ້ຽມຢາມ VOV ຄັ້ງນີ້ ຍັງມີເມຍ, ລູກສາວ ແລະ ໝູ່ເພື່ອນອີກດ້ວຍ. ເຂົາເຈົ້າ ລ້ວນແຕ່ມີຄວາມຮັກມັກຟັງບັນດາລາຍການວິທະຍຸ. ທ່ານ Rudy Hartono  ແບ່ງປັນຕື່ມອີກວ່າ:

ສະໂມສອນຂອງພວກຂ້າພະເຈົ້າໄດ້ຈັດ 5 ລາຍການໄປຢ້ຽມຢາມສະຖານີວິທະຍຸທີ່ແຕກຕ່າງກັນໃນໂລກແລ້ວ. ແຕ່ບໍ່ເຄີຍມີບ່ອນໃດທີ່ພວກຂ້າພະເຈົ້າໄດ້ຮັບການຕ້ອນຮັບອັນສຸດຈິດສຸດໃຈຄືກັບຢູ່ VOV. ພວກຂ້າພະເຈົ້າໄດ້ຕ້ອນຮັບຄືດັ່ງເປັນພີ່ນ້ອງໃນຄອບຄົວດຽວກັນ ທີ່ດົນແລ້ວຈຶ່ງໄດ້ພົບກັນອີກ. ການຈັບມື, ການກອດທີ່ສະໜິດສະໜົມ, ບັນດາຂອງຕ້ອນທີ່ເປັນທີ່ລະນຶກ ເຊັ່ນ ວິທະຍຸ ຫຼື ຫຼຽນກາຂອງ VOV ແມ່ນບັນດາຂອງຕ້ອນມີຄວາມໝາຍທີ່ແທດຈິງ. ນີ້ແມ່ນການຢ້ຽມຢາມຄັ້ງປະຫວັດສາດຂອງສະໂມສອນ ທີ່ໄດ້ສ້າງຕັ້ງມາເປັນເວລາ 14 ປີຂອງພວກຂ້າພະເຈົ້າ”.

DX Tour 5 Viet Nam: ຫັນ​ຄວາມ​ຝັນໃຫ້​ປະ​ກົດ​ຜົນ​ເປັນ​ຈິງ - ảnh 2ຄະນະ  DX Tour 5 Viet Nam ຖ່າຍຮູບເປັນທີ່ລະນຶກກັບຄະນະການນຳ ແລະ ບັນນາທິການຂອງ VOV5 

ໂດຍມາຈາກຫຼາຍບ່ອນທີ່ແຕກຕ່າງກັນ, ມີຫຼາຍເພດຫຼາຍໄວ ແລະ ຫຼາຍອາຊີບທີ່ແຕກຕ່າງກັນ, ແຕ່ສະມາຊິກ 19 ຄົນ ໃນຄະນະຂອງ DX Tour 5 Viet Nam  ລ້ວນແຕ່ມີຄວາມຮູ້ສຶກອັນດຽວກັນ ນັ້ນແມ່ນ ຄວາມດີໃຈ ແລະ ຕື້ນຕັນໃຈ ເມື່ອໄດ້ພົບປະກັບບັນດາໂຄສົກຂອງລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ແບບເຊິ່ງໜ້າ. ການຕ້ອນຮັບອັນອົບອຸ່ນຂອງການນຳວິທະຍຸກະຈາຍສຽງ ຫວຽດນາມ, ການນຳ, ໂຄສົກ ແລະ ພະນັກງານຂອງພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນໃຈຜູ້ຟັງ. ສຳລັບທ່ານ  Idris ຜູ້ທີ່ໄດ້ຟັງລາຍການວິທະຍຸຂອງ VOV ມາເປັນເວລາ 44 ປີ  ຍິ່ງມີຄວາມຕື້ນຕັນໃຈກວ່າຫຼາຍເທົ່າ. ໂດຍເປັນພະນັກງານໄປສະນີທີ່ພັກບຳນານແລ້ວ ດ້ວຍເງິນເດືອນປະມານ ເກືອບ 4 ລ້ານດົ່ງ ຕໍ່ເດືອນ, ເພື່ອສາມາດເຂົ້າຮ່ວມລາຍການ DX Tour 5 Viet Nam  ຄັ້ງນີ້, ທ່ານຕ້ອງທ້ອນເງິນໃນຫຼາຍປີ. ແຕ່ວ່າ ຄວາມຮັກແບບບໍ່ມີພົມແດນ ແລະ ບໍລິສຸດຜຸດຜ່ອງກັບຄື້ນວິທະຍຸ ໄດ້ກະຕຸ້ນໃຫ້ທ່ານປະຕິບັດຄວາມຝັນທີ່ມີມາແຕ່ດົນນານຂອງຕົນ. ທ່ານແບ່ງປັນວ່າ:

ຂ້າພະເຈົ້າຟັງວິທະຍຸມາໄດ້ກວ່າ 40 ປີ ແລ້ວ, ພິເສດແມ່ນລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ທີ່ໄດ້ແນະນຳກ່ຽວກັບທັດສະນີຍະພາບ, ປະເທດຊາດ ແລະ ຊາວ ຫວຽດນາມ ຜ່ານນ້ຳສຽງຂອງບັນດາໂຄສົກ. ຂ້າພະເຈົ້າເຄີຍຝັນວ່າ ຈະໄດ້ພົບປະກັບໂຄສົກແບບເຊິ່ງໜ້າ. ດຽວນີ້, ຄວາມຝັນຂອງຂ້າພະເຈົ້າໄດ້ປະກົດຜົນເປັນຈິງແລ້ວ. ຂ້າພະເຈົ້າໄດ້ມາ ຫວຽດນາມ, ໄດ້ມາ ຢ້ຽມຢາມ VOV ແລ້ວ. ຂ້າພະເຈົ້າຮູ້ສຶກດີໃຈ ແລະ ມີຄວາມສຸກທີ່ສຸດ. ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍທີ່ສຸດ ເພາະວ່າ ຂ້າພະເຈົ້າໄດ້ເບິ່ງ ໄດ້ເຫັນປະເທດ ຫວຽດນາມ ທີ່ສວຍງາມ ຄືດັ່ງທີ່ຟັງການແນະນຳໃນື້ນວທະຍຸຂອງ VOV”.

ສຳລັບທ່ານ Thedja Haryanto ມາຈາກ Pontianak ແລ້ວ, ການຢ້ຽມຢາມຄັ້ງນີ້ ແມ່ນການຢ້ຽມຢາມທີ່ມີຄວາມໝາຍທີ່ສຸດໃນຊີວິດຂອງທ່ານ. ອາຍຸທ່ານ 65 ປີ ແຕ່ທ່ານໄດ້ຟັງລາຍການວິທະຍຸມາເຖິງ 52 ປີແລ້ວ. ການຢ້ຽມຢາມໃນເວລາສັ້ນໆນີ້ ໄດ້ນຳມາເຊິ່ງການສຳຜັດຕົວຈິງທີ່ລ້ຳຄ່າ ແລະ ຄວາມຊົງຈຳດີງາມຫຼາຍຢ່າງໃນຊີວິດຂອງທ່ານ. ທ່ານໄດ້ເວົ້າຄວາມໃນໃຈສູ່ຟັງວ່າ:

ຂອບຄຸນພະຜູ້ເປັນເຈົ້າທີ່ໄດ້ຄຸ້ມຄອງ, ຄ້ຳຊູຊ່ວຍເຫຼືອ ໃຫ້ການເດີນທາງຂອງຜົວເມຍຂ້າພະເຈົ້າໄດ້ດຳເນີນໄປດ້ວຍດີ. ພວກຂ້າພະເຈົ້າໄດ້ພົບແຕ່ຜູ້ໃຈດີຫລາຍຄົນ. ເມື່ອມາຮອດ ຮ່າໂນ້ຍ, ຂ້າພະເຈົ້າມີຮູ້ສຶກຕົກໃຈຕໍ່ຄວາມສຸດຈິດສຸດໃຈ ແລະ ການຕ້ອນຮັບອັນອົບອຸ່ນຂອງ VOV ກໍຄືບັນດາໂຄົກ. ເຖິງວ່າເຂົາເຈົ້າໄດ້ມອບຊໍ່ດອກໄມ້ອັນນ້ອຍໆໃຫ້ ເມື່ອຕອນພວກຂ້າພະເຈົ້າມາຮອດສະໜາມບິນກໍຕາມ ແຕ່ກໍເຮັດໃຫ້ພວກຂ້າພະເຈົ້າມີຄວາມຮູ້ສຶກທີ່ພິເສດແລ້ວ. ການຢ້ຽມຢາມເຖິງວ່າສັ້ນໆ ແຕ່ໄດ້ນຳມາເຊິ່ງການສຳຜັດຕົວຈິງທີ່ລ້ຳຄ່າໃນຊີວິດ”.

ຖ້າບໍ່ມີຜູ້ຟັງ, ສະຖານີວິທະຍຸກໍບໍ່ສາມາດຄົງຕົວ ແລະ ພັດທະນາໄດ້. ການຢ້ຽມຢາມ VOV ຂອງຄະນະຜູ້ຟັງ DX Tour 5 ເໝືອນດັ່ງການຢັ້ງຢືນການຄົງຕົວອັນຍືນຍົງຂອງຜູ້ຟັງສຳລັບວິທະຍຸ. ພາຍຫຼັງໄປຢ້ຽມຢາມ VOV ແລ້ວ, ຄະນະ DX Tour 5 Viet Nam ຍັງສືບຕໍ່ການເດີນທາງໄປທ່ອງທ່ຽວ ບັນດາສະຖານທີ່ທີ່ມີຊື່ສຽງຂອງ ຫວຽດນາມ. ເຊີນທ່ານຮັບຟັງບົດຂຽນທີ່ມີຫົວຂໍ້ “DX Tour 5 Viet Nam ແລະ ການເດີນທາງໄປຄົ້ນຫາທ່ອງທ່ຽວ ຫວຽດນາມ” ໃນລາຍການຊາຍຄາອາຊຽນພາກໜ້າ./.

ຕອບກັບ

ຂ່າວ/ບົດ​ອື່ນ